YouVersion Logo
Search Icon

ມາລາກີ 1

1
1ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ມາລາກີ ບອກ​ປະຊາຊົນ​ອິດສະຣາເອນ.
ພຣະເຈົ້າຢາເວ​ຮັກ​ຊາດ​ອິດສະຣາເອນ
2ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຮັກ​ພວກເຈົ້າ​ຕະຫລອດ​ມາ.”
ແຕ່​ພວກເຂົາ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ຂອງ​ພຣະອົງ ຕໍ່​ພວກ​ຂ້ານ້ອຍ​ຢ່າງໃດ?”
ພຣະເຈົ້າຢາເວ​ຕອບ​ວ່າ, “ເອຊາວ​ແລະ​ຢາໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາໂຄບ​ແລະ​ເຊື້ອສາຍ​ຂອງ​ລາວ 3ແລະ​ເຮົາ​ຊັງ​ເອຊາວ​ແລະ​ເຊື້ອສາຍ​ຂອງ​ລາວ. ເຮົາ​ໄດ້​ເຮັດ​ໃຫ້​ເຂດ​ເນີນພູ​ຂອງ​ເອຊາວ​ຖືກ​ທຳລາຍ​ລ້າງຜານ ແລະ​ປະ​ໃຫ້​ເປັນ​ຖິ່ນ​ອາໄສ​ຂອງ​ສັດປ່າ.”
4ຖ້າ​ເຊື້ອສາຍ​ຂອງ​ເອຊາວ ຊາວ​ເອໂດມ ເວົ້າ​ວ່າ, “ຕົວເມືອງ​ຕ່າງໆ​ຂອງ​ພວກເຮົາ​ໄດ້​ຖືກ​ທຳລາຍ ແຕ່​ພວກເຮົາ​ຈະ​ສ້າງ​ເມືອງ​ເຫຼົ່ານັ້ນ​ຂຶ້ນ​ໃໝ່.” ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກໍ​ຈະ​ຕອບ​ຄືນ​ວ່າ, “ປ່ອຍ​ໃຫ້​ພວກເຂົາ​ສ້າງ​ຂຶ້ນ​ໃໝ່ ແລະ​ເຮົາ​ຈະ​ທຳລາຍ​ລົງ​ອີກ. ປະຊາຊົນ​ຈະ​ເອີ້ນ​ມັນ​ວ່າ, ‘ເມືອງ​ເຄາະຮ້າຍ’ ແລະ ‘ຊົນຊາດ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ຕະຫລອດໄປ.”’
5ປະຊາຊົນ​ອິດສະຣາເອນ​ກຳລັງ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ດ້ວຍ​ຕາ​ຂອງ​ຕົນເອງ ແລະ​ພວກເຂົາ​ຈະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຍິ່ງໃຫຍ່ ແມ່ນແຕ່​ນອກເຂດ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.”
ພຣະເຈົ້າຢາເວ​ຕຳໜິ​ບັນດາ​ປະໂຣຫິດ
6ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’ 7ກໍ​ຢ່າງນີ້​ແຫລະ ຄື​ໂດຍ​ນຳ​ເອົາ​ອາຫານ​ທີ່​ເປັນ​ມົນທິນ​ມາ​ທີ່​ແທ່ນບູຊາ​ຂອງເຮົາ. ແລ້ວ​ພວກເຈົ້າ​ກໍ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ຂາດ​ການ​ນັບຖື​ພຣະອົງ​ຢ່າງໃດ​ແດ່?’ ເຮົາ​ຈະ​ບອກ​ໃຫ້​ພວກເຈົ້າ​ຮູ້​ກໍໄດ້ ຄື​ໂດຍ​ສະແດງ​ການ​ຫຍໍ້ຫຍັນ​ຕໍ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ. 8ເມື່ອ​ພວກເຈົ້າ​ນຳ​ສັດ​ຕາບອດ ຫລື​ສັດ​ເຈັບໂຊ ຫລື​ສັດ​ຂາ​ພິການ ມາ​ຖວາຍ​ແກ່​ເຮົາ ພວກເຈົ້າ​ຄິດວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ບໍ? ຈົ່ງ​ລອງ​ນຳ​ສັດ​ເຊັ່ນນັ້ນ​ໄປ​ໃຫ້​ຜູ້ປົກຄອງ​ຂອງ​ພວກເຈົ້າ​ເບິ່ງດູ ເພິ່ນ​ຈະ​ພໍໃຈ​ນຳ​ພວກເຈົ້າ​ບໍ? ຫລື​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມດີ​ຄວາມຊອບ​ຫຍັງ​ແດ່​ຈາກ​ເພິ່ນ?” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.
9“ບັດນີ້​ບັນດາ​ປະໂຣຫິດ​ເອີຍ ລອງ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະເຈົ້າ ໃຫ້​ກະລຸນາ​ພວກເຮົາ​ເບິ່ງດູ. ພຣະອົງ​ຈະ​ບໍ່​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ດອກ ແລະ​ຄົງ​ຈະ​ເປັນ​ເພາະ​ຄວາມຜິດ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. 10“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ. 11ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. 12“ແຕ່​ພວກເຈົ້າ​ນັ້ນ​ໝິ່ນປະໝາດ​ເຮົາ ເມື່ອ​ພວກເຈົ້າ​ເວົ້າ​ວ່າ, ‘ແທ່ນບູຊາ​ຂອງເຮົາ​ໜ້າລັງກຽດ’ ແລະ​ເວລາ​ທີ່​ພວກເຈົ້າ​ຖວາຍ​ອາຫານ​ເປັນ​ມົນທິນ​ທີ່​ເທິງ​ແທ່ນ​ນັ້ນ. 13ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ. 14“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ມາລາກີ 1