YouVersion Logo
Search Icon

ເຊກາຣີຢາ 14

14
ນະຄອນ​ເຢຣູຊາເລັມ​ເຮັດ​ເສິກ​ຕໍ່ສູ້​ຊົນຊາດ​ຕ່າງໆ
1ວັນ​ທີ່​ພຣະເຈົ້າຢາເວ​ຈະ​ນັ່ງ​ຕັດສິນ​ມາ​ໃກ້​ແລ້ວ. ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ປຸ້ນ ແລະ​ພວກເຂົາ​ຈະ​ແບ່ງປັນ​ຂອງ​ທີ່​ປຸ້ນ​ມາ​ໄດ້​ນັ້ນ​ຕໍ່ໜ້າ​ພວກເຈົ້າ. 2ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ. 3ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ. 4ໃນ​ເວລາ​ນັ້ນ ພຣະອົງ​ຈະ​ຢືນ​ຢູ່​ທີ່​ເທິງ​ພູເຂົາ​ໝາກກອກເທດ ທີ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ. ແລ້ວ​ພູເຂົາ​ໝາກກອກເທດ​ກໍ​ຈະ​ຍະ​ອອກ ເປັນ​ສອງ​ສ່ວນ​ຈາກ​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ ໂດຍ​ມີ​ຮ່ອມພູ​ອັນ​ກວ້າງຂວາງ​ຢູ່​ຫວ່າງກາງ. ພູເຂົາ​ເຄິ່ງ​ໜຶ່ງ​ຈະ​ເຄື່ອນ​ໄປ​ທາງ​ທິດເໜືອ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ເຄື່ອນ​ໄປ​ທາງ​ທິດໃຕ້. 5ພວກເຈົ້າ​ຈະ​ປົບໜີໄປ​ທາງ​ຮ່ອມພູ​ນີ້ ຊຶ່ງ​ແຍກ​ພູເຂົາ​ເປັນ​ສອງ​ໜ່ວຍ. ພວກເຈົ້າ​ຈະ​ໜີໄປ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ໜີ ຄາວ​ແຜ່ນດິນ​ໄຫວ​ໃນ​ສະໄໝ​ຂອງ​ກະສັດ​ອຸດຊີຢາ​ແຫ່ງ​ຢູດາຍ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ຈະ​ມາ​ພ້ອມ​ດ້ວຍ​ຝູງ​ເທວະດາ​ທັງໝົດ​ຂອງ​ພຣະອົງ.
6ເມື່ອ​ວັນ​ນັ້ນ​ມາ​ເຖິງ ຈະ​ບໍ່ມີ​ໜາວ​ຫລື​ມີ​ນໍ້າ​ກ້າມ 7ທັງ​ຈະ​ບໍ່ມີ​ມືດ​ອີກ​ດ້ວຍ. ຈະ​ມີ​ແຕ່​ແສງ​ສະຫວ່າງ​ແມ່ນແຕ່​ຕອນ​ກາງຄືນ​ກໍດີ. ມີ​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ​ທີ່​ຮູ້ຈັກ ເມື່ອ​ເຫດການ​ນີ້​ຈະ​ເກີດຂຶ້ນ.
8ເມື່ອ​ວັນ​ນັ້ນ​ມາ​ເຖິງ ນໍ້າພຸ​ຈະ​ໄຫລ​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ. ເຄິ່ງ​ໜຶ່ງ​ຂອງ​ນໍ້າ​ນັ້ນ​ຈະ​ໄຫລ​ໄປ​ສູ່​ທະເລຕາຍ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫລ​ໄປ​ສູ່​ທະເລ​ເມດີແຕຣາເນ. ມັນ​ຈະ​ໄຫລ​ຢູ່​ຕະຫລອດ​ປີ ທັງ​ໃນ​ລະດູແລ້ງ​ແລະ​ລະດູ​ຝົນ. 9ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.
10ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ. 11ປະຊາຊົນ​ຈະ​ຢູ່​ໃນ​ທີ່ນັ້ນ​ຢ່າງ​ປອດໄພ ຄື​ບໍ່​ຖືກ​ຄຸກຄາມ​ໂດຍ​ໄພພິບັດ​ອີກ​ຕໍ່ໄປ.
12ພຣະເຈົ້າຢາເວ​ຈະ​ນຳ​ໂຣກ​ລະບາດ​ມາ​ສູ່​ຊົນຊາດ​ທັງໝົດ ຊຶ່ງ​ໄດ້​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ. ເນື້ອໜັງ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ ເມື່ອ​ຍັງ​ມີ​ຊີວິດ​ຢູ່; ຕາ​ແລະ​ລີ້ນ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ​ເຊັ່ນກັນ​ດ້ວຍ.
13ໃນ​ວັນນັ້ນ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ໃຫຍ່ ແລະ​ຢ້ານກົວ ຈົນ​ວ່າ​ຈະ​ໂຈມຕີ​ແລະ​ຈັບກຸມ​ຄົນ​ທີ່​ຢູ່​ໃກ້ຄຽງ​ຕົນ. 14ພວກ​ຜູ້ຊາຍ​ຊາວ​ຢູດາ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ປຸ້ນ​ເອົາ​ຊັບສົມບັດ​ຂອງ​ບັນດາ​ຊົນຊາດ​ທັງໝົດ​ເຊັ່ນ: ຄຳ, ເງິນ, ທັງ​ເຄື່ອງນຸ່ງຫົ່ມ​ເປັນ​ຈຳນວນ​ຫລວງຫລາຍ.
15ໂຣກ​ລະບາດ​ອັນ​ຮ້າຍແຮງ​ຍັງ​ຈະ​ຕົກ​ຖືກ​ຝູງມ້າ, ລາ, ອູດ ແລະ​ລໍ ຄື​ຕົກ​ຖືກ​ສັດ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ຂອງ​ເຫຼົ່າ​ສັດຕູ.
16ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ທີ່​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ຈະ​ໄປ​ທີ່​ນັ້ນ​ທຸກໆ​ປີ ເພື່ອ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ອົງ​ຊົງ​ເປັນ​ກະສັດ ແລະ​ເພື່ອ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່. 17ຖ້າ​ຊົນຊາດ​ໃດ​ບໍ່​ຍອມ​ໄປ​ນະມັດສະການ​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ອົງ​ຊົງ​ເປັນ​ກະສັດ​ແລ້ວ ຝົນ​ກໍ​ຈະ​ບໍ່​ຕົກລົງ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ. 18ຖ້າ​ຊາວ​ເອຢິບ​ບໍ່​ຍອມ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ດ້ວຍ​ໂຣກ​ລະບາດ ຊຶ່ງ​ພຣະເຈົ້າຢາເວ​ສົ່ງ​ມາ​ສູ່​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ໄປ​ທີ່​ນັ້ນ​ຄືກັນ. 19ອັນນີ້​ຈະ​ເປັນ​ການລົງໂທດ ທີ່​ປະເທດ​ເອຢິບ​ແລະ​ຊົນຊາດ​ອື່ນໆ​ທັງໝົດ​ຈະ​ໄດ້​ຮັບ ຖ້າ​ພວກເຂົາ​ບໍ່​ໄປ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່.
20ໃນ​ວັນນັ້ນ ແມ່ນແຕ່​ໝາກກະດິງ​ທີ່​ມັດ​ຄໍ​ມ້າ​ກໍ​ຈະ​ຂຽນ​ຖ້ອຍຄຳ​ວ່າ, “ບໍຣິສຸດ​ແດ່​ພຣະເຈົ້າຢາເວ.” ໝໍ້​ຄົວກິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ບໍຣິສຸດ ດັ່ງ​ຖ້ວຍ​ທີ່​ວາງ​ໄວ້​ຕໍ່ໜ້າ​ແທ່ນບູຊາ. 21ໝໍ້​ຄົວກິນ​ທຸກໆໜ່ວຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ຢູດາຍ​ຈະ​ຖືກ​ແຍກ​ໄວ້​ຕ່າງຫາກ ເພື່ອ​ໃຊ້​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ປະຊາຊົນ​ທີ່​ຖວາຍບູຊາ​ຈະ​ໃຊ້​ສິ່ງຂອງ​ເຫຼົ່ານີ້ ສຳລັບ​ຕົ້ມ​ຊີ້ນ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ. ເມື່ອ​ເວລາ​ນັ້ນ​ມາເຖິງ ຈະ​ບໍ່ມີ​ພໍ່ຄ້າ​ຄົນໃດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ ຊົງຣິດ​ອຳນາດ​ຍິ່ງໃຫຍ່, ໃນວັນນັ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Video for ເຊກາຣີຢາ 14