ເຮົາຈະບໍ່ປ່ອຍໃຫ້ຝູງແມງໄມ້ມາທຳລາຍຜົນລະປູກຂອງພວກເຈົ້າ ແລະຕົ້ນອະງຸ່ນຂອງພວກເຈົ້າກໍຈະມີໝາກຫລາຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. “ແລ້ວປະຊາຊົນທຸກຊາດກໍຈະເອີ້ນພວກເຈົ້າວ່າ, ‘ຜູ້ມີຄວາມສຸກ’ ເພາະດິນແດນຂອງພວກເຈົ້າຈະເປັນທີ່ຢູ່ອາໄສຢ່າງຜາສຸກ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.