ໂຢຮັນ 20
20
ອຸບມຸງຫວ່າງເປົ່າ
(ມທ 28:1-10; ມຣກ 16:1-8; ລກ 24:1-12)
1ໃນເຊົ້າວັນອາທິດຂະນະທີ່ຍັງມືດຢູ່ ນາງມາຣີໄທມັກດາລາໄດ້ມາເຖິງອຸບມຸງ ແລະນາງກໍເຫັນວ່າ ກ້ອນຫີນຖືກກຶ່ງອອກຈາກປາກອຸບມຸງແລ້ວ. 2ນາງຈຶ່ງໄປຫາຊີໂມນເປໂຕ ແລະສາວົກຄົນອື່ນທີ່ພຣະເຢຊູເຈົ້າຮັກນັ້ນ, ແລ້ວບອກວ່າ, “ພວກເຂົາໄດ້ເອົາພຣະສົບຂອງພຣະອົງເຈົ້າອອກຈາກອຸບມຸງແລ້ວ ແລະພວກເຮົາບໍ່ຮູ້ວ່າ ພວກເຂົາເອົາໄປໄວ້ໃສ.”
3ແລ້ວເປໂຕກັບສາວົກຄົນອື່ນນັ້ນກໍອອກໄປທີ່ອຸບມຸງ. 4ທ່ານທັງສອງແລ່ນໄປ, ແຕ່ສາວົກຄົນອື່ນແລ່ນໄວກວ່າເປໂຕ ມາຮອດອຸບມຸງກ່ອນ. 5ລາວກົ້ມລົງເຫັນຜ້າປ່ານກອງໄວ້, ແຕ່ລາວບໍ່ໄດ້ເຂົ້າໄປທາງໃນ. 6ສ່ວນຊີໂມນເປໂຕແລ່ນມາຕາມຫລັງ ຈຶ່ງເຂົ້າໄປໃນອຸບມຸງ, ລາວເຫັນຜ້າປ່ານກອງໄວ້ 7ແລະ ຜ້າພັນຫົວຂອງພຣະອົງທີ່ບໍ່ໄດ້ກອງໃສ່ກັບຜ້າອື່ນໆ ແຕ່ພັບໄວ້ຕ່າງຫາກ. 8ແລ້ວສາວົກຄົນອື່ນ ຜູ້ທີ່ມາຮອດກ່ອນນັ້ນກໍເຂົ້າໄປທາງໃນເໝືອນກັນ ລາວໄດ້ເຫັນແລະໄດ້ເຊື່ອ. 9ໃນຂະນະນັ້ນ ພວກເພິ່ນບໍ່ເຂົ້າໃຈໃນຂໍ້ພຣະຄຳພີ ທີ່ມີຂຽນໄວ້ວ່າ, ພຣະອົງຈະຕ້ອງເປັນຄືນມາຈາກຕາຍ. 10ແລ້ວສາວົກທັງສອງກໍກັບຄືນເມືອບ້ານຂອງຕົນ.
ພຣະເຢຊູເຈົ້າສຳແດງແກ່ນາງມາຣີໄທມັກດາລາ
(ມທ 28:9-10; ມຣກ 16:9-11)
11ຝ່າຍນາງມາຣີໄດ້ຢືນຮ້ອງໄຫ້ຢູ່ຂ້າງນອກອຸບມຸງ ໃນຂະນະທີ່ນາງກຳລັງຮ້ອງໄຫ້ຢູ່ນັ້ນ, ນາງໄດ້ກົ້ມຫລຽວໄປທາງອຸບມຸງ 12ແລະໄດ້ເຫັນເທວະດາສອງຕົນໃສ່ເຄື່ອງຂາວ ນັ່ງຢູ່ບ່ອນທີ່ພວກເຂົາວາງພຣະສົບຂອງພຣະເຢຊູເຈົ້າ ຕົນໜຶ່ງຢູ່ເບື້ອງຫົວ ແລະຕົນໜຶ່ງຢູ່ເບື້ອງຕີນ. 13ເທວະດາທັງສອງໄດ້ຖາມນາງມາຣີວ່າ, “ນາງເອີຍ ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້?”
ນາງຕອບວ່າ, “ເພາະພວກເຂົາໄດ້ເອົາພຣະສົບຂອງພຣະອົງເຈົ້າຂອງຂ້ານ້ອຍໄປແລ້ວ ແລະຂ້ານ້ອຍບໍ່ຮູ້ວ່າພວກເຂົາເອົາໄປໄວ້ໃສ?”
14ເມື່ອເວົ້າດັ່ງນັ້ນແລ້ວ ນາງໄດ້ຫລຽວຫລັງມາເຫັນພຣະເຢຊູເຈົ້າຢືນຢູ່ທີ່ນັ້ນ, ແຕ່ນາງບໍ່ຮູ້ວ່າແມ່ນພຣະເຢຊູເຈົ້າ. 15ພຣະເຢຊູເຈົ້າຈຶ່ງຖາມນາງວ່າ, “ນາງເອີຍ ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເຈົ້າຊອກຫາຜູ້ໃດ?”
ນາງຄິດວ່າເປັນຄົນຮັກສາສວນ ນາງຈຶ່ງຕອບວ່າ, “ທ່ານເອີຍ ຖ້າທ່ານໄດ້ເອົາພຣະສົບຂອງເພິ່ນໄປ ບອກໃຫ້ຂ້ານ້ອຍຮູ້ແດ່ວ່າ ທ່ານເອົາໄປໄວ້ໃສ? ແລ້ວຂ້ານ້ອຍກໍຈະໄປນຳເອົາພຣະສົບຂອງພຣະອົງອອກໄປ.”
16ພຣະເຢຊູເຈົ້າຈຶ່ງກ່າວແກ່ນາງວ່າ, “ມາຣີ.”
ນາງປິ່ນໜ້າມາຫາພຣະອົງ ແລະເວົ້າເປັນພາສາເຮັບເຣີວ່າ, “ຣັບໂບນີ” (ແປວ່າ, “ພຣະອາຈານ.”)
17ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.”
18ດັ່ງນັ້ນ ນາງມາຣີໄທມັກດາລາຈຶ່ງໄປບອກຂ່າວນີ້ ແກ່ພວກສາວົກວ່າ ຕົນໄດ້ເຫັນອົງພຣະຜູ້ເປັນເຈົ້າ ແລະບອກພວກເພິ່ນຕາມທີ່ພຣະອົງໄດ້ບອກແກ່ນາງ.
ພຣະເຢຊູເຈົ້າສຳແດງແກ່ພວກສາວົກ
(ມທ 28:16-20; ມຣກ 16:14-18; ລກ 24:36-49)
19ໃນຄໍ່າວັນດຽວກັນນັ້ນຄືວັນອາທິດ ຊຶ່ງເປັນວັນທີ່ພວກສາວົກຮ່ວມກັນຢູ່ໃນຫ້ອງ ແລະປິດປະຕູໃສ່ໄລໄວ້ເພາະຢ້ານພວກຢິວ ແລ້ວພຣະເຢຊູເຈົ້າກໍສະເດັດເຂົ້າມາຢືນຢູ່ທ່າມກາງພວກເພິ່ນ, ພຣະອົງກ່າວວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າທັງຫລາຍ.” 20ເມື່ອພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ ພຣະອົງກໍເດ່ມື ແລະປິ່ນຂ້າງຂອງພຣະອົງໃຫ້ພວກເພິ່ນເບິ່ງ, ພວກສາວົກຈຶ່ງເຕັມໄປດ້ວຍຄວາມຊົມຊື່ນຍິນດີ ທີ່ເຫັນພຣະອົງເຈົ້າ. 21ພຣະເຢຊູເຈົ້າກ່າວແກ່ພວກເພິ່ນອີກວ່າ, “ສັນຕິສຸກ ຈົ່ງຢູ່ກັບເຈົ້າທັງຫລາຍ ພຣະບິດາເຈົ້າໄດ້ໃຊ້ເຮົາມາຢ່າງໃດ ເຮົາກໍໃຊ້ພວກເຈົ້າໄປຢ່າງນັ້ນ.” 22ເມື່ອກ່າວຈົບແລ້ວ ພຣະອົງໄດ້ລະບາຍລົມຫາຍໃຈອອກໃສ່ພວກເພິ່ນ ແລະບອກວ່າ, “ຈົ່ງຮັບເອົາພຣະວິນຍານບໍຣິສຸດເຈົ້າເຖີດ. 23ຖ້າເຈົ້າທັງຫລາຍຈະຍົກຄວາມຜິດບາບຂອງຜູ້ໃດ ຄວາມຜິດບາບຂອງຜູ້ນັ້ນ ພຣະເຈົ້າໄດ້ຊົງຍົກເສຍແລ້ວ ແລະຖ້າພວກເຈົ້າທັງຫລາຍກັກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ ພຣະເຈົ້າໄດ້ຊົງກັກຄວາມຜິດບາບໃຫ້ຢູ່ກັບຜູ້ນັ້ນແລ້ວ.”
ໂທມາບໍ່ເຊື່ອ
24ໂທມາທີ່ເອີ້ນວ່າຝາແຝດເປັນສາວົກຄົນໜຶ່ງໃນສິບສອງຄົນ, ລາວບໍ່ໄດ້ຢູ່ກັບພວກເພິ່ນເມື່ອພຣະເຢຊູເຈົ້າມາປາກົດນັ້ນ. 25ສາວົກຄົນອື່ນຈຶ່ງບອກໂທມາວ່າ, “ພວກເຮົາໄດ້ເຫັນພຣະອົງເຈົ້າແລ້ວ.”
ແຕ່ໂທມາຕອບພວກເພິ່ນວ່າ, “ຂ້ອຍຈະບໍ່ເຊື່ອ ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝາມືຂອງເພິ່ນ ແລະເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະປູນັ້ນ ແລະຈັບບາຍຂ້າງຂອງເພິ່ນ.”
26ຫລັງຈາກນັ້ນແປດວັນຕໍ່ມາ ພວກສາວົກຂອງພຣະອົງໄດ້ຢູ່ພ້ອມພຽງກັນໃນເຮືອນນັ້ນອີກ ໂທມາກໍຢູ່ນຳພວກເພິ່ນດ້ວຍ, ປະຕູກໍປິດແລະໃສ່ໄລກອນໄວ້ ແຕ່ພຣະເຢຊູເຈົ້າສະເດັດເຂົ້າມາຢືນຢູ່ທ່າມກາງພວກເພິ່ນ ແລະກ່າວວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າທັງຫລາຍ.” 27ແລ້ວພຣະອົງກໍກ່າວຕໍ່ໂທມາວ່າ, “ຈົ່ງເອົານິ້ວມືຂອງເຈົ້າມານີ້ ແລະລູບເບິ່ງຝາມືຂອງເຮົາ ແລະເອົາມືຂອງເຈົ້າແປະຂ້າງຂອງເຮົາດ້ວຍ ຢ່າຂາດຄວາມເຊື່ອ ແຕ່ຈົ່ງເຊື່ອ.”
28ໂທມາຕອບພຣະອົງວ່າ, “ພຣະອົງເຈົ້າຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍ.”
29ພຣະເຢຊູເຈົ້າກ່າວຕໍ່ໂທມາວ່າ, “ເພາະເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອບໍ? ຜູ້ທີ່ບໍ່ເຫັນເຮົາ ແຕ່ໄດ້ເຊື່ອກໍເປັນສຸກ.”
ຈຸດປະສົງຂອງໜັງສືນີ້
30ພຣະເຢຊູເຈົ້າເຮັດການອັດສະຈັນອື່ນໆອີກຫລາຍປະການ ຕໍ່ໜ້າພວກສາວົກຂອງພຣະອົງ ແຕ່ບໍ່ໄດ້ຈົດໄວ້ໃນໜັງສືເຫຼັ້ມນີ້. 31ການທີ່ໄດ້ຈົດເຫດການເຫຼົ່ານີ້ໄວ້ເພື່ອເຈົ້າທັງຫລາຍຈະໄດ້ເຊື່ອ ວ່າພຣະເຢຊູເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະໂດຍທາງຄວາມເຊື່ອໃນພຣະນາມຂອງພຣະອົງນັ້ນ ພວກເຈົ້າຈະມີຊີວິດ.
Currently Selected:
ໂຢຮັນ 20: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.