ໂຢຮັນ 19
19
1ແລ້ວປີລາດກໍໄດ້ສັ່ງທະຫານໃຫ້ນຳພຣະເຢຊູເຈົ້າໄປຂ້ຽນ. 2ພວກທະຫານໄດ້ເຮັດມົງກຸດດ້ວຍເຄືອໜາມ ແລະສຸບໃສ່ຫົວຂອງພຣະອົງ ແລ້ວພວກເຂົາກໍເອົາເສື້ອຄຸມສີມ່ວງອ່ອນນຸ່ງໃຫ້ພຣະອົງ 3ແລະໄດ້ຫຍັບເຂົ້າມາຫາພຣະອົງທັງເວົ້າວ່າ, “ຂໍໃຫ້ກະສັດຂອງຊາດຢິວ ຈົ່ງໝັ້ນຍືນ.” ແລ້ວພວກເຂົາກໍຕົບໜ້າພຣະອົງ. 4ປີລາດໄດ້ອອກໄປອີກເທື່ອໜຶ່ງ ແລະກ່າວຕໍ່ປະຊາຊົນວ່າ, “ເຮົາຈະນຳລາວອອກມາເພື່ອໃຫ້ພວກທ່ານຮູ້ວ່າ ເຮົາບໍ່ພົບຄວາມຜິດຈັກຢ່າງໃນຄົນນີ້.” 5ພຣະເຢຊູເຈົ້າອອກມາໂດຍມີມົງກຸດໜາມສວມທີ່ຫົວ ແລະນຸ່ງເສື້ອຄຸມສີມ່ວງອ່ອນ, ປີລາດກ່າວຕໍ່ພວກເຂົາວ່າ, “ເບິ່ງຊາຍຄົນນີ້ແມ.”
6ເມື່ອພວກຫົວໜ້າປະໂຣຫິດ ແລະພວກເຈົ້າໜ້າທີ່ໄດ້ເຫັນພຣະອົງ ກໍພາກັນຮ້ອງຂຶ້ນວ່າ, “ຄຶງໄວ້ທີ່ໄມ້ກາງແຂນ ຄຶງໄວ້ທີ່ໄມ້ກາງແຂນ.”
ປີລາດຈຶ່ງກ່າວຕໍ່ພວກເຂົາວ່າ, “ຖ້າເປັນດັ່ງນັ້ນ ໃຫ້ພວກທ່ານເອົາລາວໄປຄຶງໄວ້ທີ່ໄມ້ກາງແຂນສາ ຝ່າຍເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້.”
7ປະຊາຊົນຕອບເພິ່ນຄືນວ່າ, “ພວກເຮົາມີກົດໝາຍທີ່ວ່າ ລາວຕ້ອງຕາຍ ເພາະລາວປະກາດຕົວເອງວ່າ ເປັນພຣະບຸດຂອງພຣະເຈົ້າ.”
8ເມື່ອປີລາດໄດ້ຍິນດັ່ງນັ້ນແລ້ວ ເພິ່ນກໍຕົກໃຈຫລາຍຂຶ້ນ. 9ເພິ່ນຈຶ່ງກັບຄືນເຂົ້າໄປໃນສານ ແລະຖາມພຣະເຢຊູເຈົ້າວ່າ, “ເຈົ້າມາແຕ່ໃສ?”
ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບຫຍັງໝົດ. 10ປີລາດເວົ້າຕໍ່ພຣະອົງວ່າ, “ເຈົ້າບໍ່ເວົ້າກັບເຮົາບໍ? ເຈົ້າຮູ້ບໍວ່າເຮົາມີສິດອຳນາດທີ່ຈະປ່ອຍເຈົ້າໄດ້ ແລະມີສິດອຳນາດທີ່ຈະຄຶງເຈົ້າໄວ້ທີ່ໄມ້ກາງແຂນ.”
11ພຣະເຢຊູເຈົ້າຕອບວ່າ, “ເຈົ້າຈະບໍ່ມີສິດອຳນາດເໜືອເຮົາຈັກປະການ ນອກຈາກອຳນາດນັ້ນຈະປະທານແຕ່ເບື້ອງເທິງໃຫ້ແກ່ເຈົ້າ ເຫດສະນັ້ນ ຜູ້ທີ່ມອບເຮົາໄວ້ກັບເຈົ້າ ກໍມີຄວາມຜິດບາບຫລາຍກວ່າເຈົ້າ.”
12ເມື່ອປີລາດໄດ້ຍິນດັ່ງນັ້ນແລ້ວ ເພິ່ນຈຶ່ງຊອກຫາວິທີທາງທີ່ຈະປ່ອຍພຣະອົງ, ແຕ່ປະຊາຊົນໄດ້ຮ້ອງໃສ່ເພິ່ນວ່າ, “ຖ້າທ່ານປ່ອຍຄົນນີ້ໄປ ກໍສະແດງວ່າທ່ານບໍ່ເປັນມິດກັບຈັກກະພັດ ຜູ້ໃດທີ່ປະກາດຕົວເອງວ່າເປັນກະສັດ ລາວກໍປະກາດຕົວຕໍ່ສູ້ຈັກກະພັດ.”
13ພໍປີລາດໄດ້ຍິນດັ່ງນັ້ນ, ເພິ່ນກໍພາພຣະເຢຊູເຈົ້າອອກມາທາງນອກ ເພິ່ນໄດ້ນັ່ງບັນລັງສານຕັດສິນບ່ອນທີ່ຄົນເອີ້ນວ່າ ລານຫີນ. (ພາສາເຮັບເຣີເອີ້ນວ່າ, “ຄັບບາທາ.”) 14ໃນວັນນັ້ນ ເປັນວັນຈັດຕຽມກ່ອນເທດສະການປັດສະຄາ ເວລາປະມານທ່ຽງ ປີລາດເວົ້າຕໍ່ປະຊາຊົນວ່າ, “ນີ້ຄືກະສັດຂອງພວກທ່ານ.”
15ພວກເຂົາຮ້ອງຕອບຄືນວ່າ, “ເອົາມັນໄປ ເອົາມັນໄປ ຄຶງມັນໄວ້ທີ່ໄມ້ກາງແຂນ.”
ປີລາດຖາມວ່າ, “ພວກທ່ານຢາກໃຫ້ເຮົາຄຶງກະສັດຂອງພວກທ່ານທີ່ໄມ້ກາງແຂນບໍ?”
ພວກຫົວໜ້າປະໂຣຫິດໄດ້ຕອບວ່າ, “ພວກເຮົາບໍ່ມີກະສັດ ນອກຈາກຈັກກະພັດ(ກາຍຊາ).”
16ແລ້ວປີລາດກໍມອບພຣະເຢຊູເຈົ້າໃຫ້ພວກເຂົາ ເພື່ອນຳໄປຄຶງໄວ້ທີ່ໄມ້ກາງແຂນ.
ພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນ
(ມທ 27:32-44; ມຣກ 15:21-32; ລກ 23:26-43)
17ດັ່ງນັ້ນ ພວກເຂົາຈຶ່ງຄຸມພຣະເຢຊູເຈົ້າອອກໄປ ພຣະອົງແບກໄມ້ກາງແຂນຂອງພຣະອົງອອກໄປ ໃນບ່ອນທີ່ມີຊື່ວ່າ ກະໂຫລກຫົວ. (ພາສາເຮັບເຣີເອີ້ນວ່າ ໂຄລະໂຄທາ.) 18ໃນທີ່ນັ້ນ ພວກເຂົາໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນກັບຊາຍສອງຄົນ ຄົນລະຂ້າງ, ພຣະເຢຊູເຈົ້າຢູ່ທາງກາງ. 19ປີລາດໄດ້ສັ່ງໃຫ້ຂຽນປ້າຍຕິດໃສ່ເທິງໄມ້ກາງແຂນວ່າ, “ເຢຊູໄທນາຊາເຣັດ ກະສັດຂອງຊາດຢິວ.” 20ມີຊາວຢິວຫລາຍຄົນໄດ້ອ່ານປ້າຍນັ້ນ ເພາະບ່ອນທີ່ພຣະເຢຊູເຈົ້າຖືກຄຶງນັ້ນຢູ່ໃກ້ຕົວເມືອງ, ປ້າຍນີ້ຂຽນເປັນພາສາເຮັບເຣີ, ພາສາລາຕິນ ແລະພາສາກຣີກ. 21ພວກຫົວໜ້າປະໂຣຫິດໄດ້ບອກປີລາດວ່າ, “ຢ່າຂຽນວ່າ ‘ກະສັດຂອງຊາດຢິວ’ ແຕ່ໃຫ້ຂຽນວ່າ, ‘ຊາຍຄົນນີ້ບອກວ່າ ລາວເປັນກະສັດຂອງຊາດຢິວ.”’
22ປີລາດຕອບພວກເຂົາວ່າ, “ສິ່ງທີ່ເຮົາໄດ້ຂຽນແລ້ວ ກໍແລ້ວໄປ.”
23ເມື່ອພວກທະຫານຄຶງພຣະເຢຊູເຈົ້າໄວ້ແລ້ວ ພວກເຂົາກໍແບ່ງປັນເຄື່ອງນຸ່ງຂອງພຣະອົງເປັນສີ່ພູດ ແລະປັນກັນຄົນລະພູດ, ພວກເຂົາຍັງເອົາເສື້ອຊັ້ນໃນຂອງພຣະອົງ ຊຶ່ງເປັນຜ້າຕໍ່າຕ່ອນດຽວໂດຍບໍ່ມີບ່ອນຕໍ່ຫຍິບດູກທັງຜືນ. 24ພວກທະຫານໄດ້ເວົ້າກັນວ່າ, “ຢ່າຈີກຜ້າຕ່ອນນີ້ ໃຫ້ພວກເຮົາຈົກສະຫລາກເອົາວ່າ ແມ່ນຜູ້ໃດຈະໄດ້.” ການນີ້ໄດ້ເກີດຂຶ້ນກໍເພື່ອໃຫ້ສຳເລັດ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ,
“ພວກເຂົາໄດ້ເອົາເສື້ອຜ້າ
ຂອງຂ້ານ້ອຍແບ່ງປັນກັນ
ພວກເຂົາຈົກສະຫລາກ
ເອົາເສື້ອຄຸມຂອງຂ້ານ້ອຍ.”
ພວກທະຫານໄດ້ເຮັດສິ່ງເຫຼົ່ານີ້.
25ຝ່າຍແມ່ຂອງພຣະເຢຊູເຈົ້າພ້ອມທັງນ້າສາວກັບນາງມາຣີ ຜູ້ເປັນເມຍຂອງກະໂລປາ ແລະນາງມາຣີໄທມັກດາລາກໍຢືນຢູ່ໃກ້ໄມ້ກາງແຂນຂອງພຣະອົງ. 26ເມື່ອພຣະເຢຊູເຈົ້າຫລຽວເຫັນຜູ້ເປັນແມ່ ພ້ອມທັງສາວົກຜູ້ທີ່ພຣະອົງຮັກຢືນຢູ່ທີ່ນັ້ນ, ພຣະອົງຈຶ່ງເວົ້າຕໍ່ແມ່ຂອງພຣະອົງວ່າ, “ນາງເອີຍ ນີ້ແຫລະ ຄືລູກຊາຍຂອງເຈົ້າ.”
27ແລ້ວພຣະອົງກໍກ່າວແກ່ສາວົກຄົນນັ້ນວ່າ, “ນາງຄືແມ່ຂອງເຈົ້າ.” ນັບຕັ້ງແຕ່ນັ້ນມາ ສາວົກຄົນນີ້ກໍຮັບເອົານາງມາຣີໄປຢູ່ໃນເຮືອນຂອງຕົນ.
ພຣະເຢຊູເຈົ້າຊົງສິ້ນພຣະຊົນ
(ມທ 27:45-56; ມຣກ 15:33-41; ລກ 23:44-49)
28ຫລັງຈາກນັ້ນ ພຣະເຢຊູເຈົ້າຮູ້ວ່າທຸກສິ່ງໄດ້ສຳເລັດແລ້ວ, ເພື່ອໃຫ້ສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ ພຣະອົງໄດ້ຊົງກ່າວວ່າ, “ເຮົາຫິວນໍ້າ.”
29ໃນທີ່ນັ້ນ ມີອ່າງໜ່ວຍໜຶ່ງ ທີ່ມີເຫຼົ້າອະງຸ່ນສົ້ມເຕັມຢູ່, ພວກທະຫານຈຶ່ງເອົາຟອງນໍ້າຈຸ່ມໃສ່ເຫຼົ້າອະງຸ່ນສົ້ມ ແລ້ວເອົາສຽບໃສ່ປາຍໄມ້ຍື່ນໃສ່ປາກຂອງພຣະອົງ. 30ເມື່ອພຣະເຢຊູເຈົ້າໄດ້ຮັບເຫຼົ້າອະງຸ່ນສົ້ມນັ້ນແລ້ວ ພຣະອົງຈຶ່ງກ່າວວ່າ, “ສຳເລັດແລ້ວ.”
ແລ້ວພຣະອົງກໍກົ້ມຫົວລົງ ແລະຊົງມອບຈິດວິນຍານໄວ້.
ທະຫານເອົາຫອກແທງທີ່ຂ້າງຂອງພຣະເຢຊູເຈົ້າ
31ແລ້ວພວກຢິວກໍຂໍອະນຸຍາດຈາກປີລາດ ໃຫ້ຫັກກະດູກຂາຂອງພວກທີ່ຖືກຄຶງໄວ້ນັ້ນ ແລະໃຫ້ເອົາຊາກສົບລົງຈາກໄມ້ກາງແຂນໄປເສຍ, ພວກເຂົາຂໍຮ້ອງຢ່າງນີ້ ເພາະເປັນວັນຈັດຕຽມ ແລະພວກເຂົາບໍ່ຢາກໃຫ້ສົບເຫຼົ່ານັ້ນຄ້າງໄວ້ທີ່ໄມ້ກາງແຂນໃນວັນຊະບາໂຕ. (ເພາະວັນຊະບາໂຕທີ່ຈະມາເຖິງນັ້ນເປັນວັນທີ່ສຳຄັນ) 32ພວກທະຫານຈຶ່ງທຸບຂາຂອງຊາຍຜູ້ທີໜຶ່ງ ແລະທຸບຂາຂອງຊາຍຜູ້ທີສອງ ຄືພວກທີ່ຖືກຄຶງຮ່ວມກັບພຣະອົງ. 33ພໍພວກເຂົາມາຮອດບ່ອນພຣະເຢຊູເຈົ້າ ກໍເຫັນວ່າພຣະອົງຕາຍແລ້ວ ພວກເຂົາຈຶ່ງບໍ່ໄດ້ທຸບຂາຂອງພຣະອົງ. 34ແຕ່ທະຫານຄົນໜຶ່ງໄດ້ໃຊ້ຫອກແທງຂ້າງຂອງພຣະອົງ ເລືອດແລະນໍ້າໄດ້ໄຫລອອກມາທັນທີ. 35ຜູ້ທີ່ເຫັນເຫດການໄດ້ເປັນພະຍານຢືນຢັນໃນເລື່ອງນີ້ ແລະຄຳພະຍານຂອງຜູ້ນັ້ນເປັນຄວາມຈິງ (ແລະພຣະອົງຮູ້ວ່າ ລາວເວົ້າຄວາມຈິງ ເພື່ອເຈົ້າທັງຫລາຍຈະໄດ້ເຊື່ອເໝືອນກັນ.) 36ສິ່ງເຫຼົ່ານີ້ເກີດຂຶ້ນ ເພື່ອໃຫ້ສຳເລັດຕາມຂໍ້ພຣະຄຳພີທີ່ວ່າ, “ກະດູກຂອງເພິ່ນ ຈະບໍ່ຖືກຫັກຈັກເຫຼັ້ມ.” 37ແລະ ຍັງມີຄຳຂຽນໄວ້ໃນພຣະທຳຂໍ້ໜຶ່ງອີກວ່າ, “ພວກເຂົາຈະຫລຽວເບິ່ງ ຜູ້ທີ່ພວກເຂົາໄດ້ແທງນັ້ນ.”
ການວາງພຣະສົບໃສ່ໃນອຸບມຸງ
(ມທ 27:57-61; ມຣກ 15:42-47; ລກ 23:50-56)
38ຫລັງຈາກນັ້ນ ໂຢເຊັບໄທບ້ານອາຣີມາທາຍ (ໂຢເຊັບເປັນລູກສິດຢ່າງລັບໆຂອງພຣະເຢຊູເຈົ້າ ເພາະລາວຢ້ານພວກຢິວ.) ກໍໄດ້ຂໍເອົາຊາກສົບຂອງພຣະເຢຊູເຈົ້າຈາກປີລາດ, ປີລາດອະນຸຍາດໃຫ້ໂຢເຊັບເອົາພຣະສົບຂອງພຣະອົງໄປ ດັ່ງນັ້ນ ໂຢເຊັບຈຶ່ງເອົາພຣະສົບຂອງພຣະອົງລົງຈາກໄມ້ກາງແຂນໄປ. 39ນີໂກເດມ ຜູ້ທີ່ມາຫາພຣະເຢຊູເຈົ້າຄັ້ງໜຶ່ງໃນຕອນກາງຄືນນັ້ນ ກໍໄປເໝືອນກັນ ໂດຍຖືເຄື່ອງຫອມປະມານສາມກິໂລກຼາມປະສົມຢາງໄມ້ຫອມກັບອາໂຣເອ ມາດ້ວຍ. 40ທ່ານທັງສອງໄດ້ນຳຊາກສົບຂອງພຣະເຢຊູເຈົ້າລົງມາ ແລ້ວເອົາຜ້າປ່ານກັບເຄື່ອງຫອມພັນສົບນັ້ນ ຕາມທຳນຽມມ້ຽນຊາກສົບຂອງຊາວຢິວ. 41ໃນບ່ອນຄຶງພຣະເຢຊູເຈົ້ານັ້ນມີສວນແຫ່ງໜຶ່ງ ແລະຢູ່ໃນບ່ອນນັ້ນ ມີອຸບມຸງໃໝ່ທີ່ບໍ່ເຄີຍວາງສົບຜູ້ໃດຈັກເທື່ອ. 42ເນື່ອງຈາກວ່າເປັນວັນຈັດຕຽມກ່ອນວັນຊະບາໂຕຂອງຊາວຢິວ ແລະອຸບມຸງນັ້ນກໍຢູ່ໃກ້ ພວກເພິ່ນຈຶ່ງເອົາພຣະສົບຂອງພຣະເຢຊູເຈົ້າວາງໄວ້ຢູ່ໃນທີ່ນັ້ນ.
Currently Selected:
ໂຢຮັນ 19: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.