ໂຢຮັນ 18
18
ການຈັບກຸມພຣະເຢຊູເຈົ້າ
(ມທ 26:47-56; ມຣກ 14:43-50; ລກ 22:47-53)
1ເມື່ອພຣະເຢຊູເຈົ້າໄດ້ກ່າວຖ້ອຍຄຳນີ້ແລ້ວ ພຣະອົງກໍໄດ້ອອກໄປກັບພວກສາວົກຂອງພຣະອົງ ແລະ ຂ້າມຫ້ວຍກິດໂຣນ ໃນບ່ອນນັ້ນມີສວນແຫ່ງໜຶ່ງ ພຣະອົງຈຶ່ງເຂົ້າໄປໃນສວນນັ້ນກັບພວກສາວົກ. 2ຝ່າຍຢູດາຜູ້ທີ່ທໍລະຍົດຕໍ່ພຣະອົງກໍຮູ້ບ່ອນນີ້ເໝືອນກັນ, ເພາະພຣະເຢຊູເຈົ້າໄດ້ປະຊຸມກັບພວກສາວົກຂອງພຣະອົງ ໃນບ່ອນນັ້ນຫລາຍເທື່ອແລ້ວ. 3ດັ່ງນັ້ນ ຢູດາຈຶ່ງພາພວກທະຫານແລະເຈົ້າໜ້າທີ່ ຄືຄົນທີ່ພວກຫົວໜ້າປະໂຣຫິດ ແລະພວກຟາຣີຊາຍໃຊ້ມານັ້ນໄປນຳ ພວກເຂົາມີອາວຸດ ຖືໂຄມໄຟແລະກະບອງມາພ້ອມ. 4ພຣະເຢຊູເຈົ້າຮູ້ດີເຖິງທຸກສິ່ງທີ່ກຳລັງເກີດຂຶ້ນກັບພຣະອົງ ຈຶ່ງຍ່າງອອກໄປຖາມພວກເຂົາວ່າ, “ພວກເຈົ້າຊອກຫາຜູ້ໃດ?”
5ພວກເຂົາຕອບວ່າ, “ເຢຊູໄທນາຊາເຣັດ.”
ພຣະເຢຊູເຈົ້າຕອບວ່າ, “ເຮົານີ້ແຫຼະ ເປັນຜູ້ນັ້ນ.”
ຝ່າຍຢູດາອິດສະກາຣີອົດ ຜູ້ທໍລະຍົດຕໍ່ພຣະອົງ ກໍຢືນຢູ່ກັບຄົນເຫຼົ່ານັ້ນເໝືອນກັນ. 6ພໍພຣະອົງບອກວ່າ, “ເຮົານີ້ແຫຼະ ເປັນຜູ້ນັ້ນ.” ພວກເຂົາກໍຍ່າງຖອຍຄືນຫລັງ ແລະລົ້ມລົງດິນ. 7ພຣະອົງຖາມອີກວ່າ, “ພວກເຈົ້າຊອກຫາຜູ້ໃດ?”
ພວກເຂົາຕອບວ່າ, “ເຢຊູໄທນາຊາເຣັດ.”
8ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ບອກພວກເຈົ້າແລ້ວວ່າ ‘ເຮົານີ້ແຫຼະ ແມ່ນຜູ້ນັ້ນ’ ຖ້າພວກເຈົ້າຊອກຫາເຮົາ ຈົ່ງປ່ອຍຄົນເຫຼົ່ານີ້ໃຫ້ໜີໄປສາ.” 9ທີ່ເວົ້າດັ່ງນີ້ ເພື່ອໃຫ້ສຳເລັດຕາມຖ້ອຍຄຳ ທີ່ພຣະອົງໄດ້ກ່າວໄວ້ວ່າ, “ພວກທີ່ພຣະອົງມອບໃຫ້ຂ້ານ້ອຍນັ້ນ ບໍ່ໄດ້ເສຍໄປຈັກຄົນ.”
10ຊີໂມນເປໂຕມີດາບດວງໜຶ່ງ ລາວຈຶ່ງຖອດດາບອອກຟັນຄົນຮັບໃຊ້ຜູ້ໜຶ່ງຂອງມະຫາປະໂຣຫິດ ຖືກຫູເບື້ອງຂວາຂາດ ຄົນຮັບໃຊ້ຜູ້ນີ້ຊື່ວ່າ, “ມາລະໂຂ.” 11ພຣະເຢຊູເຈົ້າກ່າວຕໍ່ເປໂຕວ່າ, “ຈົ່ງເອົາດາບຄືນໃສ່ຝັກໄວ້ເສຍ ເຈົ້າຄິດວ່າເຮົາຈະບໍ່ດື່ມຈອກແຫ່ງຄວາມທົນທຸກທໍລະມານ ທີ່ພຣະບິດາເຈົ້າໄດ້ມອບໃຫ້ເຮົານັ້ນບໍ?”
ພຣະເຢຊູເຈົ້າຖືກນຳໄປຫາມະຫາປະໂຣຫິດ
(ມທ 26:57-58; ມຣກ 14:53-54; ລກ 22:54)
12ພວກທະຫານພ້ອມທັງນາຍພັນ ແລະພວກເຈົ້າໜ້າທີ່ຢິວໄດ້ຫຸ້ມຈັບພຣະເຢຊູເຈົ້າ ແລ້ວມັດພຣະອົງໄວ້ 13ພວກເຂົາໄດ້ນຳພຣະອົງໄປຫາອັນນາກ່ອນ, ອັນນາເປັນພໍ່ເມຍຂອງກາຢະຟາ ຜູ້ທີ່ເປັນມະຫາປະໂຣຫິດປະຈຳການໃນປີນັ້ນ. 14ແມ່ນກາຢະຟາຜູ້ນີ້ແຫຼະ ທີ່ແນະນຳພວກເຈົ້າໜ້າທີ່ຢິວວ່າ ໃຫ້ຄົນດຽວຕາຍແທນປະຊາຊົນທັງໝົດກໍດີກວ່າ.
ເປໂຕປະຕິເສດພຣະເຢຊູເຈົ້າ
(ມທ 26:69-70; ມຣກ 14:66-68; ລກ 22:55-57)
15ຊີໂມນເປໂຕກັບສາວົກອີກຄົນໜຶ່ງ ໄດ້ຕິດຕາມພຣະເຢຊູເຈົ້າໄປ ສາວົກຄົນນັ້ນໄດ້ຮູ້ຈັກກັບມະຫາປະໂຣຫິດ, ລາວໄດ້ເຂົ້າໄປກັບພຣະເຢຊູເຈົ້າ ໃນເດີ່ນບ້ານຂອງມະຫາປະໂຣຫິດ. 16ແຕ່ເປໂຕໄດ້ຢືນຢູ່ແຄມປະຕູຂ້າງນອກ, ສາວົກຄົນທີ່ຮູ້ຈັກກັບມະຫາປະໂຣຫິດ ໄດ້ອອກມາເວົ້າກັບຜູ້ຍິງທີ່ເຝົ້າປະຕູ ແລະພາເປໂຕເຂົ້າໄປຂ້າງໃນ. 17ຜູ້ຍິງທີ່ເຝົ້າປະຕູຖາມເປໂຕວ່າ, “ເຈົ້າແມ່ນສາວົກຂອງຊາຍຄົນນັ້ນເໝືອນກັນບໍ?”
ເປໂຕຕອບວ່າ, “ບໍ່ແມ່ນ.”
18ພວກຄົນຮັບໃຊ້ແລະພວກເຝົ້າຍາມ ໄດ້ເອົາຖ່ານມາດັງໄຟ ແລະພວກເຂົາໄດ້ຢືນຝີງໄຟຢູ່ເພາະອາກາດໜາວ ສ່ວນເປໂຕກໍຢືນຝີງໄຟນຳພວກເຂົາເໝືອນກັນ.
ມະຫາປະໂຣຫິດສອບຖາມພຣະເຢຊູເຈົ້າ
(ມທ 26:59-66; ມຣກ 14:55-64; ລກ 22:66-71)
19ຝ່າຍມະຫາປະໂຣຫິດໄດ້ສອບຖາມພຣະເຢຊູເຈົ້າ ເຖິງພວກສາວົກຂອງພຣະອົງ ແລະຖາມເຖິງຄຳສັ່ງສອນຂອງພຣະອົງ. 20ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເຮົາໄດ້ກ່າວໃຫ້ໂລກຟັງຢ່າງເປີດເຜີຍ ເຮົາໄດ້ສັ່ງສອນໃນທຳມະສາລາ ແລະໃນພຣະວິຫານຢູ່ສະເໝີ ບ່ອນທີ່ປະຊາຊົນທັງໝົດມາເຕົ້າໂຮມກັນ ເຮົາບໍ່ໄດ້ເວົ້າສິ່ງໃດສິ່ງໜຶ່ງໃນທີ່ລັບລີ້. 21ທ່ານຖາມເຮົາເຮັດຫຍັງ? ຈົ່ງຖາມພວກທີ່ໄດ້ຍິນເຮົາໄດ້ກ່າວ ວ່າເຮົາໄດ້ເວົ້າຫຍັງແດ່ກັບພວກເຂົາ ພວກເຂົາຮູ້ສິ່ງທີ່ເຮົາໄດ້ກ່າວນັ້ນ.”
22ເມື່ອພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ທະຫານຍາມຄົນໜຶ່ງກໍຕົບໜ້າພຣະອົງ ແລະເວົ້າຂຶ້ນວ່າ, “ເຈົ້າກ້າເວົ້າກັບມະຫາປະໂຣຫິດແບບນີ້ບໍ?”
23ພຣະເຢຊູເຈົ້າຕອບລາວວ່າ, “ຖ້າເຮົາໄດ້ເວົ້າຜິດ ໃຫ້ບອກທຸກຄົນໃນທີ່ນີ້ວ່າ ເຮົາເວົ້າຜິດອັນໃດ? ແຕ່ຖ້າເຮົາເວົ້າຖືກ ເປັນຫຍັງເຈົ້າຈຶ່ງຕົບໜ້າເຮົາ?”
24ດັ່ງນັ້ນ ອັນນາຈຶ່ງສົ່ງພຣະເຢຊູເຈົ້າທີ່ຖືກລ່າມໂສ້ຢູ່ນັ້ນ ໄປຫາມະຫາປະໂຣຫິດກາຢະຟາ.
ເປໂຕປະຕິເສດພຣະເຢຊູເຈົ້າອີກ
(ມທ 26:71-75; ມຣກ 14:69-72; ລກ 22:58-62)
25ໃນຂະນະນັ້ນ ຊີໂມນເປໂຕກຳລັງຢືນຝີງໄຟຢູ່ ຄົນເຫຼົ່ານັ້ນຖາມລາວວ່າ, “ເຈົ້າແມ່ນສາວົກຂອງຊາຍຄົນນັ້ນເໝືອນກັນບໍ?” ເປໂຕປະຕິເສດວ່າ, “ບໍ່ແມ່ນ.”
26ຄົນຮັບໃຊ້ຜູ້ໜຶ່ງຂອງມະຫາປະໂຣຫິດ ທີ່ເປັນພີ່ນ້ອງກັບຜູ້ທີ່ຖືກເປໂຕຟັນຫູຂາດນັ້ນ ກໍໄດ້ຖາມວ່າ, “ຂ້ອຍເຫັນເຈົ້າຢູ່ໃນສວນນັ້ນກັບລາວບໍ່ແມ່ນບໍ?”
27ເປໂຕປະຕິເສດອີກວ່າ, “ບໍ່ແມ່ນ.” ແລະທັນໃດນັ້ນໄກ່ກໍຂັນ.
ພຣະເຢຊູເຈົ້າຖືກນຳຕົວໄປຢູ່ຕໍ່ໜ້າປີລາດ
(ມທ 27:1-2,11-14; ມຣກ 15:1-5; ລກ 23:1-5)
28ຕອນເຊົ້າມືດຢູ່ ພວກເຂົາໄດ້ນຳພຣະເຢຊູເຈົ້າອອກຈາກເຮືອນຂອງກາຢະຟາ ໄປທີ່ສຳນັກຂອງຜູ້ປົກຄອງ (ສານປະໄຣໂຕຣຽນ), ແຕ່ພວກຢິວບໍ່ໄດ້ເຂົ້າໄປໃນສານນັ້ນ ເພາະພວກເຂົາຢາກຮັກສາຕົວບໍ່ໃຫ້ເປັນມົນທິນຕາມທຳນຽມ ເພື່ອຈະກິນອາຫານໄດ້ໃນເທດສະການປັດສະຄາ. 29ດັ່ງນັ້ນ ປີລາດຈຶ່ງອອກໄປຖາມພວກເຂົາວ່າ, “ພວກທ່ານໄດ້ຟ້ອງຊາຍຄົນນີ້ໃນເລື່ອງໃດ?”
30ພວກເຂົາຕອບວ່າ, “ຖ້າລາວບໍ່ເປັນຜູ້ຮ້າຍແລ້ວ ພວກຂ້ານ້ອຍກໍຈະບໍ່ໄດ້ນຳລາວມາມອບໃຫ້ທ່ານດອກ.”
31ປີລາດເວົ້າຕໍ່ພວກເຂົາວ່າ, “ໃຫ້ພວກທ່ານເອົາຊາຍຄົນນີ້ ໄປຕັດສິນຕາມກົດໝາຍຂອງພວກທ່ານເອງສາ.”
ພວກເຂົາຕອບວ່າ, “ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ປະຫານຊີວິດຜູ້ໃດ.”
32ການນີ້ ກໍເພື່ອໃຫ້ເປັນຈິງຕາມຖ້ອຍຄຳທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ ຄືຖ້ອຍຄຳທີ່ພຣະອົງເຄີຍກ່າວວ່າ ພຣະອົງຈະຕາຍຢ່າງໃດ.
33ປີລາດໄດ້ກັບເຂົ້າໄປໃນສານ ແລະເອີ້ນພຣະເຢຊູເຈົ້າອອກມາ, ເພິ່ນຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວບໍ?”
34ພຣະເຢຊູເຈົ້າຕອບວ່າ, “ຄຳຖາມນີ້ມາຈາກທ່ານເອງ ຫລືມີຄົນບອກທ່ານເຖິງເລື່ອງຂອງເຮົາ?”
35ປີລາດຕອບວ່າ, “ຂ້ອຍເປັນຄົນຊາດຢິວຊັ້ນບໍ? ແມ່ນຄົນຂອງຊາດເຈົ້າເອງ ແລະພວກມະຫາປະໂຣຫິດໄດ້ມອບເຈົ້າໃຫ້ຂ້ອຍ ເຈົ້າໄດ້ເຮັດຫຍັງຜິດແດ່?”
36ພຣະເຢຊູເຈົ້າຕອບວ່າ, “ອານາຈັກຂອງເຮົາບໍ່ເປັນຂອງໂລກນີ້ ຖ້າອານາຈັກຂອງເຮົາເປັນຂອງໂລກນີ້ແລ້ວ ພວກຜູ້ຮັບໃຊ້ຂອງເຮົາຄົງຈະໄດ້ຕໍ່ສູ້ເອົາເຮົາໄວ້ ຈາກການຖືກມອບໃຫ້ພວກຢິວ, ແຕ່ອານາຈັກຂອງເຮົາບໍ່ເປັນຂອງໂລກນີ້.”
37ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງວ່າ, “ຖ້າດັ່ງນັ້ນ ເຈົ້າເປັນກະສັດບໍ?”
ພຣະເຢຊູເຈົ້າຕອບວ່າ, “ທ່ານເອງເປັນຜູ້ບອກວ່າ ເຮົາເປັນກະສັດ ເຮົາເກີດແລະເຂົ້າມາໃນໂລກນີ້ ກໍເພື່ອຈຸດປະສົງອັນດຽວນີ້ແຫຼະ ຄືເປັນພະຍານເຖິງຄວາມຈິງ, ທຸກຄົນທີ່ຢູ່ຝ່າຍຄວາມຈິງ ກໍຍ່ອມຟັງສຽງຂອງເຮົາ.”
38ປີລາດຖາມວ່າ, “ຄວາມຈິງນັ້ນແມ່ນຫຍັງ?”
ພຣະເຢຊູເຈົ້າຖືກຕັດສິນໃຫ້ປະຫານຊີວິດ
(ມທ 27:15-31; ມຣກ 15:6-20; ລກ 23:13-25)
ເມື່ອປີລາດຖາມດັ່ງນັ້ນແລ້ວ ເພິ່ນກໍອອກໄປຫາພວກຢິວອີກ ແລະບອກພວກເຂົາວ່າ, “ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້. 39ຕາມທຳນຽມຂອງພວກທ່ານແລ້ວ ເຮົາເຄີຍປ່ອຍນັກໂທດຄົນໜຶ່ງ ໃຫ້ພວກທ່ານໃນເທດສະການປັດສະຄາ ພວກທ່ານຢາກໃຫ້ເຮົາປ່ອຍກະສັດຂອງຊາດຢິວແກ່ພວກທ່ານບໍ?”
40ຄົນທັງຫລາຍຈຶ່ງຮ້ອງຂຶ້ນວ່າ, “ຢ່າປ່ອຍຊາຍຄົນນີ້ເລີຍ ໃຫ້ປ່ອຍບາຣາບາ.” (ບາຣາບາເປັນໂຈນ.)
Currently Selected:
ໂຢຮັນ 18: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.