ປະຖົມມະການ 37
37
ໂຢເຊັບແລະພວກອ້າຍຂອງຕົນ
1ຢາໂຄບໄດ້ສືບຕໍ່ອາໄສຢູ່ໃນການາອານ ບ່ອນທີ່ພໍ່ຂອງຕົນເຄີຍອາໄສຢູ່ມາແຕ່ກ່ອນ. 2ປະຫວັດຄອບຄົວຂອງຢາໂຄບ ມີດັ່ງນີ້:
ໂຢເຊັບຊາຍໜຸ່ມອາຍຸ 17 ປີ ເຄີຍໄປລ້ຽງແກະ ແລະແບ້ນຳພວກອ້າຍຂອງຕົນເຊັ່ນ: ພວກລູກຊາຍຂອງນາງບິນຮາ ແລະນາງຊີລະປາຜູ້ເປັນເມຍນ້ອຍຂອງພໍ່ຕົນ. ໂຢເຊັບຟ້ອງການຊົ່ວຊ້າທີ່ພວກອ້າຍຂອງຕົນໄດ້ເຮັດ ສູ່ພໍ່ຟັງຢູ່ສະເໝີ.
3ຢາໂຄບຮັກໂຢເຊັບຫລາຍກວ່າລູກຊາຍຄົນອື່ນໆ ເພາະເພິ່ນໄດ້ລາວເມື່ອເພິ່ນແກ່ຕົວແລ້ວ. ເພິ່ນໄດ້ຕັດເສື້ອລ່າມ ມີແຂນຜືນໜຶ່ງໃຫ້ລາວ. 4ເມື່ອພວກອ້າຍເຫັນວ່າ ພໍ່ຂອງຕົນຮັກໂຢເຊັບຫລາຍກວ່າຮັກພວກຕົນ; ພວກເຂົາກໍອິດສາ ທັງກຽດຊັງໂຢເຊັບຫລາຍທີ່ສຸດຈົນບໍ່ເວົ້າດີນຳ.
5ຄືນໜຶ່ງ ໂຢເຊັບຝັນ ເມື່ອລາວເລົ່າຄວາມຝັນສູ່ພວກອ້າຍຟັງ ພວກເຂົາແຮ່ງກຽດຊັງລາວຫລາຍຂຶ້ນ. 6ລາວເວົ້າວ່າ, “ຟັງຄວາມຝັນທີ່ຂ້ອຍຈະເລົ່າສູ່ຟັງນີ້ແມ 7ພວກເຮົາກຳລັງພາກັນມັດເຂົ້າຢູ່ທີ່ທົ່ງນາ ເມື່ອມັດແລ້ວ ຟ່ອນເຂົ້າຂອງຂ້ອຍກໍຕັ້ງຂຶ້ນຊື່. ສ່ວນຟ່ອນເຂົ້າຂອງພວກເຈົ້າໄດ້ຕີວົງລ້ອມຟ່ອນເຂົ້າຂອງຂ້ອຍ ແລະຂາບລົງຕໍ່ໜ້າຟ່ອນເຂົ້າຂອງຂ້ອຍ.”
8ພວກອ້າຍຈຶ່ງຖາມລາວວ່າ, “ເຈົ້າຄິດວ່າ ເຈົ້າຈະໄດ້ເປັນກະສັດປົກຄອງພວກເຮົາຊັ້ນບໍ?” ດັ່ງນັ້ນ ພວກອ້າຍຈຶ່ງພາກັນກຽດຊັງລາວຫລາຍຍິ່ງຂຶ້ນ ເພາະຄວາມຝັນທີ່ລາວໄດ້ເລົ່າມານັ້ນ.
9ແລ້ວໂຢເຊັບກໍຝັນອີກ ແລະເລົ່າຄວາມຝັນສູ່ພວກອ້າຍຟັງຕື່ມວ່າ, “ຂ້ອຍຝັນອີກ. ຂ້ອຍຝັນເຫັນຕາເວັນ, ເດືອນ ແລະດວງດາວສິບເອັດດວງກົ້ມຂາບຂ້ອຍ.”
10ເມື່ອລາວເລົ່າຄວາມຝັນສູ່ພໍ່ ແລະພວກອ້າຍຟັງ ພໍ່ຈຶ່ງທ້ວງລາວວ່າ, “ເຈົ້າມາຊ່າງຝັນແທ້ ເຈົ້າຄິດວ່າແມ່, ພວກອ້າຍນ້ອງຂອງເຈົ້າ ແລະພໍ່ຈະພາກັນໄປກົ້ມຂາບເຈົ້າຊັ້ນບໍ?” 11ພວກອ້າຍຈຶ່ງອິດສາໂຢເຊັບຫລາຍຂຶ້ນ ສ່ວນຜູ້ເປັນພໍ່ກໍໄດ້ແຕ່ຄຸ່ນຄິດເຖິງເລື່ອງນັ້ນ.
ໂຢເຊັບຖືກຂາຍໄປປະເທດເອຢິບ
12ວັນໜຶ່ງ ພວກອ້າຍຂອງໂຢເຊັບໄປລ້ຽງສັດໃຫ້ຢາໂຄບພໍ່ຂອງຕົນທີ່ຊີເຄມ; 13ຢາໂຄບ ຈຶ່ງເວົ້າກັບໂຢເຊັບວ່າ, “ພໍ່ຢາກໃຫ້ເຈົ້າໄປຫາພວກອ້າຍຂອງເຈົ້າ ທີ່ກຳລັງລ້ຽງສັດຢູ່ທີ່ຊີເຄມ.”
ໂຢເຊັບຕອບວ່າ, “ລູກພ້ອມທີ່ຈະໄປ.”
14ພໍ່ເວົ້າຕື່ມອີກວ່າ, “ໃຫ້ເຈົ້າໄປເບິ່ງວ່າພວກອ້າຍຂອງເຈົ້າກຳລັງຢູ່ກັນຢ່າງໃດ ແລະໄປເບິ່ງຝູງສັດຂອງເຮົາອີກວ່າຍັງຢູ່ດີບໍ່? ແລ້ວໃຫ້ລູກກັບມາບອກພໍ່.” ສະນັ້ນ ພໍ່ຈຶ່ງໄດ້ສົ່ງໂຢເຊັບອອກເດີນທາງຈາກຮ່ອມພູເຮັບໂຣນ.
ລາວໄດ້ມາຮອດຊີເຄມ 15ແລະຂະນະທີ່ລາວຍ່າງໄປມາໃນເຂດນັ້ນ ມີຊາຍຄົນໜຶ່ງມາພົບລາວ ແລະຖາມວ່າ, “ເຈົ້າຊອກຫາໃຜ?”
16ໂຢເຊັບຕອບວ່າ, “ຂ້ອຍຊອກຫາພວກອ້າຍຂອງຂ້ອຍ ທີ່ກຳລັງລ້ຽງສັດຢູ່ໃນທີ່ນີ້ ກະລຸນາບອກຂ້ອຍແດ່ໄດ້ບໍ່ວ່າພວກເຂົາຢູ່ໃສ?”
17ຊາຍຄົນນັ້ນຕອບວ່າ, “ພວກເຂົາໜີໄປຈາກທີ່ນີ້ແລ້ວ. ຂ້ອຍໄດ້ຍິນວ່າພວກເຂົາຈະໄປໂດທານ.” ດັ່ງນັ້ນ ໂຢເຊັບຈຶ່ງນຳໄປ ແລະພົບພວກເຂົາຢູ່ທີ່ນັ້ນ.
18ພວກອ້າຍຫລຽວເຫັນໂຢເຊັບແຕ່ໄກໆ ແລະກ່ອນລາວຈະມາຮອດ ພວກເຂົາຈຶ່ງພາກັນວາງແຜນເພື່ອຈະຂ້າລາວເສຍ. 19ພວກເຂົາເວົ້າກັນວ່າ, “ຄົນຊ່າງຝັນມາທີ່ນີ້ແລ້ວ. 20ມາເທາະ ໃຫ້ພວກເຮົາຂ້າລາວ ແລະໂຍນຊາກສົບຂອງລາວຖິ້ມລົງໃນນໍ້າສ້າງທີ່ບໍ່ມີນໍ້າ. ພວກເຮົາເວົ້າວ່າສັດຮ້າຍກັດກິນລາວກໍໄດ້. ແລ້ວພວກເຮົາກໍຈະໄດ້ເຫັນວ່າ ຄວາມຝັນຂອງລາວນັ້ນຈະເປັນຢ່າງໃດກັນແທ້?”
21ເມື່ອຣູເບັນໄດ້ຍິນພວກເຂົາເວົ້າດັ່ງນັ້ນ ກໍຊອກຫາວິທີຊ່ວຍໂຢເຊັບ; ລາວເວົ້າວ່າ, “ຢ່າຂ້າລາວເທາະ 22ພຽງແຕ່ໂຍນລາວຖິ້ມລົງໃນນໍ້າສ້າງ ທີ່ຖິ່ນແຫ້ງແລ້ງກັນດານນີ້ກໍພໍແລ້ວ.” ລາວເວົ້າເຊັ່ນນີ້ ເພື່ອຊ່ວຍໂຢເຊັບໃຫ້ພົ້ນຈາກເງື້ອມມືຂອງພວກເຂົາ ແລະຈະສົ່ງລາວເມືອຫາພໍ່. 23ພໍໂຢເຊັບມາຮອດບ່ອນພວກເຂົາຢູ່ ພວກເຂົາກໍກຸມແກ້ເສື້ອລ່າມ ທີ່ລາວນຸ່ງນັ້ນອອກ. 24ແລ້ວພວກເຂົາກໍຈັບລາວໂຍນຖິ້ມລົງໃນສ້າງທີ່ບໍ່ມີນໍ້າ.
25ໃນຂະນະທີ່ຮັບປະທານອາຫານຢູ່ນັ້ນ ໃນທັນໃດ ພວກເຂົາກໍເຫັນພວກອິດຊະມາເອນ; ພວກນີ້ກຳລັງເດີນທາງມາຈາກເມືອງກີເລອາດເພື່ອຈະໄປປະເທດເອຢິບ. ໂຕອູດຂອງພວກເຂົາຕ່າງຢາງໄມ້ຫອມແລະເຄື່ອງເທດໄປຂາຍ. 26ຢູດາເວົ້າຕໍ່ພວກອ້າຍນ້ອງຂອງຕົນວ່າ, “ຖ້າພວກເຮົາຂ້າລາວແລະອຳຄວາມຜິດໄວ້ ພວກເຮົາຈະໄດ້ຫຍັງ? 27ຂາຍລາວໃຫ້ພວກອິດຊະມາເອນສາ. ແລ້ວພວກເຮົາກໍບໍ່ຕ້ອງທຳຮ້າຍລາວ ເພາະເຖິງຢ່າງໃດລາວກໍແມ່ນເລືອດເນື້ອເຊື້ອໄຂອັນດຽວກັນ.” ສະນັ້ນ ພວກອ້າຍນ້ອງທຸກຄົນຈຶ່ງເຫັນພ້ອມພຽງກັນ 28ແລະເມື່ອພໍ່ຄ້າຊາວມີດີອານບາງຄົນກາຍມາ ພວກເຂົາ ກໍດືງເອົາໂຢເຊັບຂຶ້ນມາແຕ່ນໍ້າສ້າງ ແລະຂາຍລາວໃຫ້ພໍ່ຄ້າຊາວອິດຊະມາເອນເປັນເງິນ 20 ຫລຽນ. ແລ້ວພວກພໍ່ຄ້າເຫຼົ່ານີ້ກໍພາໂຢເຊັບໄປປະເທດເອຢິບ.
29ເມື່ອຣູເບັນກັບໄປເບິ່ງທີ່ນໍ້າສ້າງ ແລະບໍ່ພົບໂຢເຊັບຢູ່ທີ່ນັ້ນ ລາວຈຶ່ງຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມທຸກໃຈຢ່າງໜັກ. 30ລາວກັບມາຫາພວກອ້າຍຂອງໂຢເຊັບ ແລະເວົ້າວ່າ, “ໂຢເຊັບບໍ່ຢູ່ໃນນໍ້າສ້າງ! ຂ້ອຍຈະເຮັດແນວໃດດີ?”
31ຕໍ່ມາ ພວກເຂົາກໍຂ້າແບ້ ແລະເອົາເສື້ອລ່າມຂອງໂຢເຊັບຈຸ່ມໃສ່ເລືອດນັ້ນ 32ແລ້ວພວກເຂົາກໍພາກັນຖືເສື້ອນັ້ນໄປຫາພໍ່ ແລະເວົ້າວ່າ, “ພວກລູກໄດ້ພົບເສື້ອຜືນນີ້. ເບິ່ງດູ, ມັນແມ່ນເສື້ອລູກຊາຍຂອງພໍ່ຫລືບໍ່?”
33ເພິ່ນຈື່ເສື້ອນັ້ນໄດ້ ແລະເວົ້າວ່າ, “ແມ່ນແລ້ວ ນີ້ແມ່ນເສື້ອຂອງລູກຊາຍເຮົາ ສັດຮ້າຍໄດ້ກັດກິນລາວແລ້ວ. ໂທ່ ໂຢເຊັບ! ລູກຊາຍຂອງພໍ່ ເຈົ້າຖືກສັດຮ້າຍຈີກກິນເປັນຊິ້ນໆເສຍແລ້ວ.” 34ຢາໂຄບຈີກເສື້ອຕົນເອງໄວ້ທຸກ ແລະນຸ່ງເສື້ອທີ່ເຮັດດ້ວຍຜ້າກະສອບເຂົ້າ. ເພິ່ນໄວ້ທຸກໃຫ້ລູກຊາຍຂອງຕົນເປັນເວລານານ. 35ລູກຊາຍແລະລູກສາວຕ່າງກໍເລົ້າໂລມເພິ່ນ, ແຕ່ເພິ່ນບໍ່ຟັງໃຜໝົດ ແລະເວົ້າວ່າ, “ຂ້ອຍຈະໄວ້ທຸກໃຫ້ລູກຊາຍຂອງຂ້ອຍ ຈົນກວ່າຈະຕາຍຕາມລາວໄປ.” ສະນັ້ນ ເພິ່ນຈຶ່ງສືບຕໍ່ໄວ້ທຸກໃຫ້ແກ່ໂຢເຊັບລູກຊາຍຂອງຕົນ.
36ໃນເວລາດຽວກັນນັ້ນໃນປະເທດເອຢິບ ຊາວມາດີອານໄດ້ຂາຍໂຢເຊັບໃຫ້ໂປຕີຟາ ນາຍທະຫານຄົນໜຶ່ງທີ່ເປັນຫົວໜ້າຮັກສາວັງຂອງກະສັດ.
Currently Selected:
ປະຖົມມະການ 37: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.