ປະຖົມມະການ 38
38
ຢູດາແລະຕາມາ
1ໃນເວລານັ້ນ ຢູດາໄດ້ໜີຈາກພວກອ້າຍນ້ອງຂອງຕົນ ແລະໄປອາໄສຢູ່ນຳຊາຍຄົນໜຶ່ງຊື່ວ່າ ຮີຣາ. ຮີຣາເປັນຄົນມາຈາກເມືອງອາດຸນລຳ. 2ຢູ່ໃນທີ່ນັ້ນ ຢູດາໄດ້ພົບກັບລູກສາວຂອງຊູອາຊາວການາອານ. ລາວຈຶ່ງແຕ່ງງານກັບນາງ 3ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ເອຣະ. 4ນາງຖືພາອີກ ແລະເກີດລູກຊາຍອີກຜູ້ໜຶ່ງໃຫ້ລາວຊື່ວ່າ ໂອນານ. 5ນາງໄດ້ລູກຊາຍອີກເປັນຄົນທີສາມແລະໃສ່ຊື່ໃຫ້ວ່າ ເຊລາ. ເວລາລູກຊາຍຜູ້ນີ້ເກີດມາ ຢູດາອາໄສຢູ່ທີ່ເມືອງອັກຊິບ.
6ເມື່ອເອຣະໃຫຍ່ແລ້ວ ພໍ່ໄດ້ແຕ່ງເມຍໃຫ້ລາວຊື່ວ່າ ຕາມາ. 7ເອຣະປະພຶດຊົ່ວ ແລະພຣະເຈົ້າຢາເວບໍ່ພໍໃຈນຳລາວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ລາວຕາຍ. 8ເມື່ອເປັນເຊັ່ນນີ້ຢູດາກໍເວົ້າຕໍ່ໂອນານວ່າ, “ຈົ່ງເອົາເມຍຂອງອ້າຍເຈົ້າສາ ເພື່ອສືບທອດຕະກຸນໄວ້, ແຕ່ໃຫ້ຖືນາງເປັນເອື້ອຍໃພ້ຢູ່.” 9ແຕ່ໂອນານຮູ້ວ່າ ເດັກນ້ອຍທີ່ຈະເກີດມານັ້ນບໍ່ແມ່ນລູກຂອງຕົນ. ດັ່ງນັ້ນ ເມື່ອລາວນອນກັບເມຍຂອງອ້າຍເທື່ອໃດ ລາວກໍເຮັດໃຫ້ນໍ້າກາມຕົກເຮ່ຍເທື່ອນັ້ນ ເພື່ອວ່າລາວຈະບໍ່ໄດ້ມີລູກສືບເຊື້ອສາຍໃຫ້ອ້າຍຂອງຕົນ. 10ສິ່ງທີ່ລາວກະທຳນັ້ນ ບໍ່ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະອົງເຮັດໃຫ້ລາວຕາຍຄືກັນ. 11ແລ້ວຢູດາກໍເວົ້າຕໍ່ຕາມາລູກໃພ້ຂອງຕົນວ່າ, “ຈົ່ງກັບຄືນເມືອບ້ານພໍ່ຂອງເຈົ້າສາ ແລະຢູ່ເປັນຍິງໝ້າຍຄອຍຖ້າໃຫ້ເຊລາລູກຊາຍຂອງຂ້ອຍໃຫຍ່.” ເພິ່ນເວົ້າເຊັ່ນນີ້ຍ້ອນເພິ່ນຢ້ານວ່າ ເຊລາອາດຈະຖືກຂ້າຄືກັນກັບອ້າຍຂອງລາວ. ສະນັ້ນ ຕາມາຈຶ່ງກັບຄືນເມືອຢູ່ບ້ານນຳພໍ່ຂອງຕົນ.
12ຢູ່ມາອີກດົນນານ ເມຍຂອງຢູດາກໍຕາຍໄປ. ເມື່ອຢູດາໝົດກຳນົດໄວ້ທຸກແລ້ວ ເພິ່ນກັບຮີຣາຊາວອາດຸນລຳໝູ່ຂອງເພິ່ນ ກໍໄປຕັດຂົນແກະຂອງຕົນທີ່ເມືອງຕິມນາ. 13ມີຄົນມາບອກຕາມາວ່າ, “ພໍ່ປູ່ຂອງເຈົ້າກຳລັງໄປຕັດຂົນແກະທີ່ເມືອງຕິມນາ.” 14ສະນັ້ນ ນາງຈຶ່ງປ່ຽນເຄື່ອງໄວ້ທຸກແລະເອົາຜ້າອັດໜ້າໄວ້ ແລ້ວໄປນັ່ງຢູ່ທາງເຂົ້າຂອງບ້ານເອນາອີມທີ່ຈະໄປເມືອງຕິມນາ ຍ້ອນນາງຮູ້ວ່າເຊລາກໍໃຫຍ່ແລ້ວ, ແຕ່ນາງບໍ່ທັນໄດ້ແຕ່ງງານກັບລາວເທື່ອ.
15ເມື່ອຢູດາເຫັນນາງ ເພິ່ນກໍຄິດວ່ານາງເປັນໂສເພນີ ຍ້ອນວ່ານາງໄດ້ເອົາຜ້າອັດໜ້າໄວ້. 16ເພິ່ນຈຶ່ງເຂົ້າໄປຫານາງທີ່ແຄມທາງ ແລະຖາມວ່າ, “ນ້ອງສາວໄປນອນກັບອ້າຍບໍ່?” (ເພິ່ນບໍ່ຮູ້ວ່ານາງເປັນລູກໃພ້ຂອງຕົນເອງ.)
ນາງຖາມຄືນວ່າ, “ອ້າຍຈະເອົາຫຍັງໃຫ້ນ້ອງ?”
17ເພິ່ນຕອບວ່າ, “ອ້າຍຈະເອົາລູກແບ້ຈາກຝູງໂຕໜຶ່ງສົ່ງມາໃຫ້ນ້ອງ.”
ນາງຕອບວ່າ, “ຕົກລົງ ແຕ່ອ້າຍຈະຕ້ອງມອບຂອງມັດຈຳໃຫ້ນ້ອງ ຈົນກວ່າອ້າຍຈະສົ່ງລູກແບ້ມາໃຫ້.”
18ເພິ່ນຖາມນາງວ່າ, “ອ້າຍຈະເອົາຫຍັງໃຫ້ນ້ອງເປັນຂອງມັດຈຳ?”
ນາງຕອບວ່າ, “ກາທີ່ມີເຊືອກຫ້ອຍ ແລະໄມ້ຄ້ອນເທົ້າທີ່ອ້າຍກຳລັງຖືຢູ່ນັ້ນເດ.” ເພິ່ນເອົາຂອງເຫຼົ່ານັ້ນໃຫ້ນາງ. ແລ້ວທັງສອງກໍໄປນອນນຳກັນແລະນາງກໍຕັ້ງທ້ອງ. 19ຕາມາລຸກຂຶ້ນໜີເມືອເຮືອນຂອງຕົນ; ນາງເອົາຜ້າອັດໜ້າອອກແລະນຸ່ງເຄື່ອງໄວ້ທຸກຕາມເຄີຍ.
20ຕໍ່ມາ ຢູດາໄດ້ສົ່ງຮີຣາເພື່ອນຊາວອາດຸນລຳຂອງຕົນນຳລູກແບ້ໄປໃຫ້ຍິງນັ້ນ ເພື່ອປ່ຽນເອົາຂອງທີ່ຕົນໄດ້ມັດຈຳໄວ້ ແຕ່ລາວໄປຫານາງບໍ່ພົບ. 21ລາວໄດ້ຖາມຊາວເອນາອີມບາງຄົນຢູ່ໃນທີ່ນັ້ນວ່າ, “ໂສເພນີຜູ້ທີ່ນັ່ງຢູ່ແຄມທາງນີ້ໄປຢູ່ໃສແລ້ວ?”
ພວກເຂົາຕອບວ່າ, “ຢູ່ທີ່ນີ້ບໍ່ເຄີຍມີໂສເພນີ.”
22ສະນັ້ນ ລາວຈຶ່ງກັບຄືນເມືອຫາຢູດາ ແລະເວົ້າຕໍ່ລາວວ່າ, “ຂ້ອຍບໍ່ພົບນາງ. ຄົນໃນເຂດນັ້ນເວົ້າວ່າໃນທີ່ນັ້ນບໍ່ເຄີຍມີໂສເພນີ.”
23ຢູດາເວົ້າວ່າ, “ຊ່າງເທາະ ປະຂອງເຫຼົ່ານັ້ນໄວ້ໃຫ້ນາງສາ. ພວກເຮົາບໍ່ຢາກໃຫ້ຄົນຫົວເລາະເຍາະເຍີ້ຍ. ຂ້ອຍພະຍາຍາມເອົາຂອງໄປໃຫ້ນາງ ແຕ່ເຈົ້າກໍບໍ່ພົບນາງ.”
24ຢູ່ຕໍ່ມາ ປະມານສາມເດືອນມີຄົນມາບອກຢູດາວ່າ, “ດຽວນີ້ຕາມາລູກໃພ້ຂອງເຈົ້າຖືກເຂົາຫລິ້ນມານສາແລ້ວ.”
ຢູດາຈຶ່ງສັ່ງວ່າ, “ເອົານາງອອກມາແລະເຜົາໃຫ້ຕາຍທັງເປັນ.”
25ເມື່ອເຂົາເອົານາງອອກມາຂ້າງນອກ ນາງຈຶ່ງສົ່ງຄົນໄປບອກກັບພໍ່ປູ່ວ່າ, “ຂ້ອຍຖືພານຳຄົນທີ່ມີຂອງເຫຼົ່ານີ້. ຈົ່ງເບິ່ງກາທີ່ມີເຊືອກຫ້ອຍກັບໄມ້ເທົ້ານີ້ດູ ວ່າເປັນຂອງໃຜ?”
26ຢູດາຈື່ຂອງເຫຼົ່ານັ້ນໄດ້ ແລະເວົ້າວ່າ, “ນາງເຮັດຖືກຕ້ອງແລ້ວ. ຂ້ອຍບໍ່ໄດ້ເຮັດຕາມຄຳຕົກລົງທີ່ມີຕໍ່ນາງ. ຂ້ອຍຄວນຈະໃຫ້ນາງແຕ່ງງານກັບເຊລາລູກຊາຍຂອງຂ້ອຍ.” ແຕ່ນັ້ນມາ ຢູດາກໍບໍ່ໄດ້ນອນນຳນາງອີກຈັກເທື່ອ.
27ຢູ່ມາ ເມື່ອເຖິງກຳນົດຄອດລູກ ກໍຮູ້ວ່າລູກໃນທ້ອງນັ້ນເປັນຝາແຝດ. 28ເມື່ອນາງຕາມາເບັ່ງລູກອອກ ລູກຜູ້ໜຶ່ງເອົາມືອອກມາ; ນາງຜະດຸງຄັນຈຶ່ງຈັບມືໄວ້ ແລະເອົາດ້າຍສີແດງມັດມືແລະເວົ້າວ່າ, “ຜູ້ນີ້ອອກກ່ອນ.” 29ແຕ່ເດັກນ້ອຍຫົດມືເຂົ້າຄືນ ແລະນ້ອງຂອງລາວຈຶ່ງເກີດກ່ອນ. ແລ້ວນາງຜະດຸງຄັນກໍເວົ້າວ່າ, “ອ້າວ! ຊ່າງແຫກອອກມາໄດ້.” ສະນັ້ນ ເດັກນ້ອຍຜູ້ນີ້ຈຶ່ງມີຊື່ວ່າ ເປເຣັດ. 30ແລ້ວອ້າຍຂອງລາວກໍອອກມາ ໂດຍມີດ້າຍສີແດງມັດທີ່ມືຂອງລາວ ເພິ່ນຈຶ່ງໃສ່ຊື່ໃຫ້ລາວວ່າ ເຊຣາ.
Currently Selected:
ປະຖົມມະການ 38: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.