YouVersion Logo
Search Icon

ປະຖົມມະການ 36

36
ເຊື້ອສາຍ​ຂອງ​ເອຊາວ
(1 ຂຄ 1:34-37)
1ເຊື້ອສາຍ​ຂອງ​ເອຊາວ ຫລື​ມີ​ຊື່​ໜຶ່ງ​ອີກ​ວ່າ ເອໂດມ ມີ​ດັ່ງນີ້: 2ເອຊາວ​ມີ​ເມຍ​ຊາວ​ການາອານ​ສາມ​ຄົນ​ຄື: ນາງ​ອາດາ​ລູກສາວ​ຂອງ​ເອໂລນ​ຊາວ​ຮິດຕີ, ນາງ​ໂອໂຮລີບາມາ​ລູກສາວ​ຂອງ​ອານາ, ຫລານຊາຍ​ຂອງ​ຊີເບໂອນ​ຊາວ​ຮີວີ; 3ແລະ​ນາງ​ບາເສມາດ​ລູກສາວ​ຂອງ​ອິດຊະມາເອນ ແລະ​ຜູ້​ເປັນ​ນ້ອງສາວ​ຂອງ​ເນບາໂຢດ. 4ອາດາ ມີ​ລູກຊາຍ​ກັບ​ເອຊາວ​ຜູ້ໜຶ່ງ​ຊື່​ວ່າ ເອລີຟັດ. ບາເສມາດ ມີ​ລູກຊາຍ​ກັບ​ເອຊາວ​ຜູ້ໜຶ່ງ​ຊື່​ວ່າ ເຣອູເອນ 5ແລະ​ໂອໂຮລີບາມາ ມີ​ລູກຊາຍ​ດັ່ງນີ້: ເຢອຸດ, ຢາລາມ ແລະ​ໂກຣາ. ທັງໝົດ​ເປັນ​ລູກຊາຍ​ຂອງ​ເອຊາວ ທີ່​ເກີດ​ໃນ​ເວລາ​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ການາອານ.
6ແລ້ວ​ເອຊາວ​ກໍ​ພາ​ບັນດາ​ເມຍ​ຂອງຕົນ, ບັນດາ​ລູກ​ຊາຍ​ຍິງ​ແລະ​ພວກ​ຄົນ​ຮັບໃຊ້​ທຸກຄົນ​ໃນ​ເຮືອນ, ຕະຫລອດ​ທັງ​ເອົາ​ສັດ ແລະ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ໃນ​ການາອານ​ນັ້ນ ອອກ​ໜີ​ຈາກ​ຢາໂຄບ​ນ້ອງຊາຍ​ຂອງຕົນ ໄປ​ຢູ່​ປະເທດ​ອື່ນ. 7ເພິ່ນ​ໜີໄປ ເພາະວ່າ​ດິນ​ບ່ອນ​ທີ່​ເພິ່ນ​ແລະ​ຢາໂຄບ​ຢູ່​ນັ້ນ ບໍ່​ອຸດົມສົມບູນ​ພຽງພໍ​ສຳລັບ​ພວກເພິ່ນ; ພວກເພິ່ນ​ມີ​ຝູງສັດ​ຫລວງຫລາຍ ແລະ​ບໍ່​ສາມາດ​ຢູ່​ຮ່ວມ​ກັນ​ຕໍ່ໄປ​ໄດ້. 8ສະນັ້ນ ເອຊາວ​ຈຶ່ງ​ໄປ​ອາໄສ​ຢູ່​ໃນ​ເຂດ​ເນີນພູ​ເສອີ​ຂອງ​ດິນແດນ​ເອໂດມ.
9ຕໍ່ໄປນີ້ ແມ່ນ​ເຊື້ອສາຍ​ຂອງ​ເອຊາວ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊາວ​ເອໂດມ​ທີ່​ເນີນພູ​ເສອີ. 10-13ນາງ​ອາດາ​ເມຍ​ຂອງ​ເອຊາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອລີຟັດ; ແລະ​ເອລີຟັດ​ມີ​ລູກຊາຍ​ຢູ່​ຫ້າ​ຄົນ​ດັ່ງນີ້: ເຕມານ, ໂອມາກ, ເຊໂຟ, ຄາຕາມ ແລະ​ເກນາດ. ຕີມນາ​ເມຍ​ຜູ້ໜຶ່ງ​ອີກ​ຂອງ​ເອລີຟັດ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາມາເຫຼັກ.
ນາງ​ບາເສມາດ​ເມຍ​ຂອງ​ເອຊາວ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຣອູເອນ; ແລະ​ເຣອູເອນ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ​ມິດຊາ.
14ນາງ​ໂອໂຮລີບາມາ ລູກສາວ​ຂອງ​ອານາ ແລະ​ຫລານສາວ​ຂອງ​ຊີເບໂອນ ຜູ້​ທີ່​ເປັນ​ເມຍ​ຂອງ​ເອຊາວ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ເຢອຸດ, ຢາລາມ ແລະ​ໂກຣາ.
15ເຜົ່າ​ເຫຼົ່ານີ້​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເອຊາວ. ເອລີຟັດ​ລູກຊາຍກົກ​ຂອງ​ເອຊາວ ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ເຕມານ, ໂອມາກ, ເຊໂຟ, ເກນາດ, 16ໂກຣາ, ຄາຕາມ ແລະ​ອາມາເຫຼັກ. ເຜົ່າ​ທັງໝົດ​ນີ້​ສືບ​ເຊື້ອສາຍ​ທາງ​ອາດາ ເມຍ​ຂອງ​ເອຊາວ.
17ເຣອູເອນ​ລູກຊາຍ​ຂອງ​ເອຊາວ ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ນາຮາດ, ເຊຣາ, ຊາມມາ ແລະ​ມິດຊາ. ເຜົ່າ​ທັງໝົດ​ນີ້​ສືບ​ເຊື້ອສາຍ​ທາງ​ບາເສມາດ ເມຍ​ຂອງ​ເອຊາວ.
18ເຜົ່າ​ຕ່າງໆ​ທີ່​ສືບ​ເຊື້ອສາຍ​ທາງ​ນາງ​ໂອໂຮລີບາມາ ເມຍ​ຂອງ​ເອຊາວ ມີ​ດັ່ງ​ຕໍ່ໄປນີ້: ເຢອຸດ, ຢາລາມ ແລະ​ໂກຣາ. 19ເຜົ່າ​ເຫຼົ່ານີ້​ທັງໝົດ​ສືບ​ເຊື້ອສາຍ​ມາ​ຈາກ​ເອຊາວ.
ເຊື້ອສາຍ​ຂອງ​ເສອີ
(1 ຂຄ 1:38-42)
20ຊາວ​ພື້ນເມືອງ​ໃນ​ດິນແດນ​ເອໂດມ​ແບ່ງ​ອອກ​ເປັນ​ຫລາຍ​ເຜົ່າ; ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ສືບ​ເຊື້ອສາຍ​ມາ​ແຕ່​ເສອີ​ຊາວ​ໂຮຣີ ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, 21ດີໂຊນ, ເອເຊ ແລະ​ດີຊານ.
22ໂລຕັນ​ແມ່ນ​ບັນພະບຸລຸດ​ຂອງ​ຕະກຸນ​ໂຮຣີ​ແລະ​ໂຮມາມ. (ໂລຕັນ​ມີ​ນ້ອງສາວ​ຜູ້ໜຶ່ງ​ຊື່​ວ່າ ຕີມນາ.)
23ໂຊບານ​ເປັນ​ບັນພະບຸລຸດ​ຂອງ​ຕະກຸນ​ດັ່ງ​ຕໍ່ໄປນີ້: ອັນວານ, ມານາຮາດ, ເອບານ, ເຊໂຟ ແລະ​ໂອນາມ.
24ຊີເບໂອນ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ອາອີຢາ​ແລະ​ອານາ. (ອານາ​ແມ່ນ​ຜູ້​ພົບ​ບໍ່ນໍ້າ​ຮ້ອນ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເມື່ອ​ເວລາ​ກຳລັງ​ລ້ຽງ​ຝູງ​ລໍ​ພໍ່​ຂອງຕົນ​ຢູ່.) 25-26ອານາ​ເປັນ​ພໍ່​ຂອງ​ດີໂຊນ ຜູ້​ທີ່​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ເຮັມດານ, ເອັດຊະບານ, ອີທະຣານ ແລະ​ເກຣານ. ອານາ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ໂອໂຮລີບາມາ.
27ເອເຊ​ເປັນ​ບັນພະບຸລຸດ​ຂອງ​ບິນຮານ, ຊາອາວານ ແລະ​ອາການ.
28ດີຊານ​ເປັນ​ບັນພະບຸລຸດ​ຂອງ​ອູເຊ​ແລະ​ອາຣານ.
29ເຜົ່າ​ຕ່າງໆ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ໂຮຣີ ແລະ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເອໂດມ ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, 30ດີໂຊນ, ເອເຊ ແລະ​ດີຊານ.
ບັນດາ​ກະສັດ​ຂອງ​ເອໂດມ
(1 ຂຄ 1:43-54)
31-39ແຕ່​ກ່ອນ​ບໍ່ມີ​ກະສັດ​ຢູ່​ໃນ​ອິດສະຣາເອນ ກະສັດ​ທີ່​ໄດ້​ປົກຄອງ​ສືບຕໍ່​ກັນ​ມາ ໃນ​ດິນແດນ​ເອໂດມ ມີ​ດັ່ງນີ້:
ເຈົ້າ​ເບລາ, ລູກຊາຍ​ຂອງ​ເບອໍ, ຈາກ​ເມືອງ​ດິນຮາບາ
ໂຢບັບ, ລູກຊາຍ​ຂອງ​ເຊຣາ, ຈາກ​ເມືອງ​ໂບຊະຣາ
ຮູຊາມ, ມາ​ຈາກ​ເມືອງ​ເຕມານ
ຮາດັດ, ລູກຊາຍ​ຂອງ​ເບດັດ, ມາ​ຈາກ​ເມືອງ​ອາວິດ (ຜູ້​ທີ່​ເອົາ​ຊະນະ​ຊາວ​ມີດີອານ​ໃນ​ບັ້ນ​ຮົບ ຂອງ​ດິນແດນ​ໂມອາບ)
ສາມລາ, ມາ​ຈາກ​ເມືອງ​ມາສະເຣກາ
ຊາອູນ, ຊາວ​ເມືອງ​ເຣໂຮໂບດ​ທີ່​ຢູ່​ແຄມ​ແມ່ນໍ້າ
ບາອານຮານານ, ລູກຊາຍ​ຂອງ​ອັກໂບ
ຮາດັດ, ມາ​ຈາກ​ເມືອງ​ປາອູ. (ເມຍ​ຂອງ​ເພິ່ນ​ມີ​ຊື່​ວ່າ ເມເຮຕາເບນ, ລູກສາວ​ຂອງ​ມັດເຣັດ ແລະ​ຫລານ​ສາວ​ຂອງ​ເມຊາຮາບ.)
40-43ເອຊາວ​ໄດ້​ສືບ​ເຊື້ອສາຍ​ໃຫ້​ຊາວ​ເອໂດມ ແລະ​ເຜົ່າ​ຕ່າງໆ​ດັ່ງນີ້: ຕີມນາ, ອານວາ, ເຢເທັດ, ໂອໂຮລີບາມາ, ເອລາ, ປີໂນນ, ເກນັດ, ເຕມານ, ມິບຊາ, ມັກດີເອນ ແລະ​ອີຣາມ. ທ້ອງຖິ່ນ​ຕ່າງໆ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ ກໍ​ໃສ່​ຊື່​ຕາມ​ແຕ່ລະເຜົ່າ​ຂອງ​ພວກເຂົາ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in