ປະຖົມມະການ 31
31
ຢາໂຄບປົບໜີຈາກລາບານ
1ຢາໂຄບໄດ້ຍິນພວກລູກຊາຍຂອງລາບານເວົ້າວ່າ, “ຢາໂຄບໄດ້ເອົາຊັບສົມບັດທຸກສິ່ງທີ່ເປັນຂອງພໍ່ພວກເຮົາໄປ. ຊັບສົມບັດທັງໝົດທີ່ລາວມີນັ້ນເປັນຂອງພໍ່ພວກເຮົາ.” 2ຢາໂຄບເຫັນໄດ້ອີກວ່າ ທ່າທີຂອງລາບານທີ່ມີຕໍ່ຕົນນັ້ນບໍ່ດີຄືແຕ່ກ່ອນ. 3ແລ້ວພຣະເຈົ້າຢາເວກໍບອກລາວວ່າ, “ຈົ່ງກັບຄືນເມືອສູ່ດິນແດນຂອງບັນພະບຸລຸດ ແລະຍາດຕິພີ່ນ້ອງຂອງເຈົ້າສາ ເຮົາຈະຢູ່ກັບເຈົ້າ.”
4ສະນັ້ນ ຢາໂຄບຈຶ່ງສັ່ງຄວາມໄປຫານາງຣາເຊັນ ແລະນາງເລອາ ໃຫ້ມາພົບຕົນທີ່ທົ່ງລ້ຽງສັດ. 5ລາວເວົ້າກັບເມຍທັງສອງວ່າ, “ອ້າຍສັງເກດເຫັນວ່າພໍ່ຂອງພວກນ້ອງນັ້ນ ບໍ່ມີທ່າທີດີຕໍ່ອ້າຍເໝືອນດັ່ງແຕ່ກ່ອນ, ແຕ່ພຣະເຈົ້າຂອງພໍ່ອ້າຍສະຖິດຢູ່ນຳອ້າຍ. 6ພວກນ້ອງທັງສອງກໍຮູ້ແລ້ວວ່າ ອ້າຍໄດ້ເຮັດວຽກໃຫ້ເພິ່ນເຕັມກຳລັງ. 7ນອກນີ້ເພິ່ນຍັງໂກງອ້າຍ ແລະປ່ຽນຄ່າຈ້າງຂອງອ້າຍເຖິງສິບເທື່ອ. ແຕ່ພຣະເຈົ້າບໍ່ອະນຸຍາດໃຫ້ເພິ່ນທຳຮ້າຍອ້າຍແຕ່ຢ່າງໃດ. 8ເມື່ອໃດທີ່ພໍ່ຂອງນ້ອງເວົ້າວ່າ, ‘ແບ້ທີ່ມີຂົນກ່ານຈະເປັນຄ່າຈ້າງຂອງອ້າຍ’ ແລະແບ້ທຸກໂຕໄດ້ອອກລູກມາເປັນສີກ່ານ. ເມື່ອໃດທີ່ເພິ່ນເວົ້າວ່າ ‘ແບ້ທີ່ມີຂົນດ່າງດາວຈະເປັນຄ່າຈ້າງຂອງອ້າຍ’ ແບ້ທຸກໂຕໄດ້ອອກລູກມາເປັນສີດ່າງດາວ. 9ພຣະເຈົ້າໄດ້ເອົາຝູງສັດຂອງພໍ່ພວກນ້ອງມາໃຫ້ອ້າຍ.
10ໃນລະດູປະສົມພັນຂອງສັດນັ້ນ ອ້າຍໄດ້ຝັນເຫັນແບ້ປະສົມພັນກັນ ມີຂົນເປັນສີກ່ານ, ເປັນຈຸດ ແລະດ່າງດາວ. 11ເທວະດາຂອງພຣະເຈົ້າໄດ້ກ່າວແກ່ອ້າຍທາງຄວາມຝັນວ່າ, ‘ຢາໂຄບເອີຍ’ ອ້າຍຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້.’ 12ແລະເພິ່ນກ່າວຕໍ່ໄປວ່າ, ‘ຈົ່ງເບິ່ງພຸ້ນດູ ແບ້ເຖິກທີ່ປະສົມພັນກັນຢູ່ນັ້ນ ເປັນຈຸດດ່າງດາວແລະກ່ານ. ເຮົາບັນດານໃຫ້ເປັນເຊັ່ນນີ້ ເພາະເຮົາຮູ້ຈັກທຸກໆສິ່ງທີ່ລາບານກຳລັງເຮັດກັບເຈົ້າ. 13ເຮົາແມ່ນພຣະເຈົ້າຜູ້ທີ່ປາກົດໃຫ້ເຈົ້າເຫັນທີ່ເບັດເອນ ບ່ອນທີ່ເຈົ້າໄດ້ຖວາຍເສົາອະນຸສອນ ໂດຍຖອກນໍ້າມັນຫອມຖວາຍ ແລະສາບານໄວ້ກັບເຮົານັ້ນ. ບັດນີ້ ຈົ່ງຕຽມຕົວອອກໜີຈາກດິນແດນນີ້ ແລະກັບຄືນສູ່ບ້ານເກີດເມືອງນອນຂອງເຈົ້າ.”’
14ນາງຣາເຊັນ ແລະນາງເລອາຈຶ່ງຕອບເພິ່ນວ່າ, “ພໍ່ຂອງພວກເຮົາບໍ່ມີມໍຣະດົກຫຍັງເຫຼືອໄວ້ໃຫ້ພວກເຮົາແລ້ວ. 15ເພິ່ນຖືພວກເຮົາຄືຄົນອື່ນ ເພິ່ນຂາຍພວກເຮົາ ແລະດຽວນີ້ ເພິ່ນກໍຈ່າຍຄືນສິ່ງທີ່ເພິ່ນໄດ້ມາຈາກການຂາຍພວກເຮົານັ້ນ. 16ຊັບສົມບັດທຸກຢ່າງທີ່ພຣະເຈົ້າໄດ້ເອົາມາຈາກພໍ່ຂອງພວກນ້ອງ ເປັນຂອງພວກເຮົາແລະລູກໆ. ຈົ່ງເຮັດຕາມທີ່ພຣະເຈົ້າໄດ້ບອກອ້າຍເຖີດ.”
17ດັ່ງນັ້ນ ຢາໂຄບຈຶ່ງຕຽມຕົວກັບຄືນເມືອຫາພໍ່ຂອງຕົນທີ່ການາອານ. ລາວຕຽມເອົາລູກກັບເມຍຂຶ້ນຂີ່ຫລັງອູດ ແລະມ້ຽນມັດເອົາສິ່ງຂອງທຸກຢ່າງ ຊຶ່ງຕົນໄດ້ທີ່ເມໂຊໂປຕາເມຍ 18ແລະປ້ອງຝູງສັດນຳໜ້າອອກເດີນທາງກັບຄືນເມືອຫາເມືອງພໍ່ຂອງຕົນ. 19ລາບານອອກໄປຕັດຂົນແກະ ແລະໃນຂະນະທີ່ເພິ່ນບໍ່ຢູ່ນັ້ນ ນາງຣາເຊັນໄດ້ເຂົ້າໄປລັກເອົາຮູບເຄົາຣົບປະຈຳຄອບຄົວຂອງພໍ່ຕົນໄປນຳ. 20ຢາໂຄບໄດ້ຫລອກລວງລາບານຊາວອາຣາມດ້ວຍການໜີໄປໂດຍບໍ່ຄອບ. 21ລາວໄດ້ເອົາຊັບສົມບັດທັງໝົດໜີຂ້າມແມ່ນໍ້າເອີຟຣັດ ແລະມຸ່ງໜ້າໄປສູ່ເຂດເນີນພູກີເລອາດ.
ລາບານໄລ່ຕິດຕາມຢາໂຄບ
22ສາມວັນຕໍ່ມາ ລາບານຈຶ່ງຮູ້ວ່າຢາໂຄບໄດ້ໜີໄປແລ້ວ. 23ສະນັ້ນ ເພິ່ນຈຶ່ງພາຄົນໄລ່ຕິດຕາມຢາໂຄບໄປເປັນເວລາເຈັດວັນ ແລະທັນລາວທີ່ເຂດເນີນພູກີເລອາດ. 24ໃນຄືນນັ້ນ ພຣະເຈົ້າໄດ້ປາກົດໃນຄວາມຝັນຂອງລາບານຊາວອາຣາມ ແລະກ່າວແກ່ລາວວ່າ, “ຈົ່ງລະວັງ ເຈົ້າຢ່າຂູ່ເຂັນຢາໂຄບແຕ່ຢ່າງໃດເລີຍ.” 25ຢາໂຄບຕັ້ງຄ້າຍພັກຂອງຕົນຢູ່ເທິງເນີນພູ; ສ່ວນລາບານແລະພວກທີ່ຕິດຕາມຕົນມານັ້ນຕັ້ງຄ້າຍພັກຢູ່ທີ່ເນີນພູກີເລອາດ.
26ລາບານເວົ້າຕໍ່ຢາໂຄບວ່າ, “ເປັນຫຍັງເຈົ້າຈຶ່ງຫຼອກລວງຂ້ອຍ ແລະພາລູກສາວຂ້ອຍໜີໄປເໝືອນດັ່ງຍິງຊະເລີຍເສິກ? 27ເປັນຫຍັງເຈົ້າຈຶ່ງປົບໜີຂ້ອຍມາຢ່າງລັບໆ ແລະໜີມາໂດຍບໍ່ຄອບຂ້ອຍ? ຖ້າເຈົ້າບອກ ຂ້ອຍກໍຈະໄປສົ່ງເຖິງທາງດ້ວຍຄວາມຍິນດີ ໂດຍມີຂະບວນແຫ່ທັງສຽງຄ້ອງ, ສຽງກອງ, ສຽງພິນ ແລະສຽງຮ້ອງລຳທຳເພງ. 28ເຈົ້າບໍ່ໃຫ້ຂ້ອຍຈູບສັ່ງລາແມ່ນແຕ່ລູກສາວ ແລະຫລານໆຂອງຂ້ອຍເລີຍ. ເຈົ້າຄືມາເຮັດແບບໂງ່ໆເຊັ່ນນີ້ 29ຂ້ອຍມີສິດທີ່ຈະທຳຮ້າຍເຈົ້າ, ແຕ່ຄືນນີ້ພຣະເຈົ້າຂອງພໍ່ເຈົ້າໄດ້ບອກຂ້ອຍ ບໍ່ໃຫ້ຂູ່ເຂັນເຈົ້າແຕ່ປະການໃດ. 30ຂ້ອຍຮູ້ວ່າເຈົ້າປົບໜີ ເພາະຢາກກັບເມືອບ້ານແຮງ, ແຕ່ເປັນຫຍັງ ເຈົ້າຈຶ່ງເອົາຮູບເຄົາຣົບປະຈຳຄອບຄົວຂອງຂ້ອຍມານຳ.”
31ຢາໂຄບຕອບວ່າ, “ຂ້ອຍຄິດຢ້ານເຈົ້າ ແລະຢ້ານວ່າເຈົ້າຈະເອົາລູກສາວຂອງເຈົ້າຄືນ. 32ແຕ່ຖ້າເຈົ້າພົບຮູບເຄົາຣົບນຳຜູ້ໃດຜູ້ໜຶ່ງໃນທີ່ນີ້ ໃຫ້ຂ້າຜູ້ນັ້ນຖິ້ມໂລດ. ຄົນຂອງເຮົາກໍຢູ່ທີ່ນີ້ເພື່ອເປັນພະຍານ. ຈົ່ງຄົ້ນຫາເອົາທຸກສິ່ງທີ່ເປັນຂອງເຈົ້າຄືນໄປ.” ຢາໂຄບບໍ່ຮູ້ວ່າ ຣາເຊັນໄດ້ລັກເອົາຮູບເຄົາຣົບມານຳ.
33ລາບານເຂົ້າໄປຄົ້ນໃນຜ້າເຕັນຂອງຢາໂຄບ. ແລ້ວເຂົ້າໄປໃນຜ້າເຕັນຂອງເລອາ ແລະຜ້າເຕັນຂອງຄົນຮັບໃຊ້ຍິງສອງຄົນ ແຕ່ບໍ່ພົບຮູບພະນັ້ນເລີຍ. ແລ້ວເພິ່ນກໍໄດ້ເຂົ້າໄປໃນຜ້າເຕັນຂອງນາງຣາເຊັນ. 34ນາງຣາເຊັນເອົາຮູບພະປະຈຳຄອບຄົວເຫຼົ່ານັ້ນ ເຊື່ອງໄວ້ໃນຖົງອານໃສ່ຫລັງອູດ ແລະນັ່ງເທິງອານນັ້ນ. ລາບານຊອກເບິ່ງໝົດໃນຜ້າເຕັນແຕ່ບໍ່ພົບ. 35ນາງຣາເຊັນເວົ້າຕໍ່ພໍ່ຂອງຕົນວ່າ, “ພໍ່ຢ່າຮ້າຍລູກເດີ ທີ່ລູກບໍ່ອາດລຸກຢືນຂຶ້ນໄດ້ເມື່ອພໍ່ເຂົ້າມາ ຍ້ອນວ່າລູກເປັນປະຈຳເດືອນ.” ລາບານຊອກຄົ້ນເບິ່ງໝົດທຸກບ່ອນ ແຕ່ເພິ່ນບໍ່ພົບຮູບພະນັ້ນ.
36ແລ້ວຢາໂຄບກໍຮ້າຍຂຶ້ນຈຶ່ງຖາມວ່າ, “ຂ້ອຍໄດ້ເຮັດຫຍັງຜິດ? ຂ້ອຍໄດ້ສ້າງອາດຊະຍາກຳຫຍັງຈຶ່ງເຮັດໃຫ້ເຈົ້າຕ້ອງຕາມຂ້ອຍມາ? 37ບັດນີ້ ເຈົ້າໄດ້ຄົ້ນເບິ່ງສິ່ງຂອງຂອງຂ້ອຍທັງໝົດແລ້ວ ມີສິ່ງໃດແດ່ທີ່ເຈົ້າເຫັນວ່າມັນເປັນຂອງເຈົ້າ? ເອົາອອກມາໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍເບິ່ງດູ ແລະໃຫ້ພວກເຂົາຕັດສິນວ່າລະຫວ່າງເຈົ້າກັບຂ້ອຍແມ່ນຜູ້ໃດຜິດຜູ້ໃດຖືກ. 38ເບິ່ງດູ ຂ້ອຍໄດ້ອາໄສຢູ່ກັບເຈົ້າເປັນເວລາຊາວປີ ແລະແກະກັບແບ້ຂອງເຈົ້າໄດ້ອອກແມ່ແຜ່ລູກຢູ່ບໍ່ຂາດ, ແຕ່ຂ້ອຍບໍ່ໄດ້ກິນແກະເຖິກຢູ່ໃນຝູງຂອງເຈົ້າແມ່ນແຕ່ໂຕດຽວ. 39ເທື່ອໃດທີ່ແກະຂອງເຈົ້າຖືກສັດປ່າກັດຕາຍ ຂ້ອຍກໍຈ່າຍຄ່າເສຍຫາຍເອງເທື່ອນັ້ນ. ຂ້ອຍບໍ່ໄດ້ເອົາມາໃຫ້ເຈົ້າເບິ່ງ ແລະບອກວ່າມັນບໍ່ແມ່ນຄວາມຜິດຂອງຂ້ອຍ. ເຈົ້າໄດ້ທວງຄືນສິ່ງທີ່ຖືກລັກໄປຍາມກາງເວັນແລະຍາມກາງຄືນ. 40ມີຫລາຍເທື່ອທີ່ຂ້ອຍຕ້ອງທົນຕໍ່ແສງແດດເຜົາຜານໃນເວລາກາງເວັນ ແລະທົນຕໍ່ຄວາມໜາວໃນເວລາກາງຄືນ ຈົນຂ້ອຍບໍ່ອາດຈະນອນຕາຫລັບໄດ້. 41ແມ່ນແບບນີ້ແຫຼະ ທີ່ຂ້ອຍໄດ້ອາໄສຢູ່ນຳເຈົ້າເປັນເວລາສິບສີ່ປີ ເພື່ອຈະໄດ້ລູກສາວຂອງເຈົ້າສອງຄົນມາເປັນເມຍ ແລະອີກຫົກປີເພື່ອມີຝູງສັດເປັນຂອງຕົນເອງ, ແຕ່ເຖິງປານນັ້ນ ເຈົ້າຍັງປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ. 42ຖ້າພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ອຍ ຄືພຣະເຈົ້າຂອງອັບຣາຮາມແລະອີຊາກ ບໍ່ໄດ້ສະຖິດຢູ່ນຳຂ້ອຍ; ປານນີ້ເຈົ້າຄົງໄລ່ຂ້ອຍໜີໄປມືເປົ່າແລ້ວ. ແຕ່ພຣະເຈົ້າເຫັນຄວາມທຸກລຳບາກຂອງຂ້ອຍ ທັງຮູ້ຈັກວຽກງານທີ່ຂ້ອຍໄດ້ເຮັດ ແລະໃນຄືນວານນີ້ ພຣະອົງຈຶ່ງຕັດສິນຄວາມໃຫ້.”
ຢາໂຄບແລະລາບານຕົກລົງກັນ
43ລາບານຕອບຢາໂຄບວ່າ, “ຍິງພວກນີ້ເປັນຂອງຂ້ອຍ ແລະລູກຂອງພວກເຂົາກໍເປັນຂອງຂ້ອຍ ຕະຫລອດທັງຝູງສັດກໍເປັນຂອງຂ້ອຍດ້ວຍ. ທີ່ຈິງແລ້ວທຸກສິ່ງທີ່ເຈົ້າເຫັນຢູ່ນີ້ເປັນຂອງຂ້ອຍໝົດ, ແຕ່ໃນເມື່ອຂ້ອຍບໍ່ສາມາດກີດກັ້ນ ລູກສາວກັບພວກຫລານໆຂອງຂ້ອຍບໍ່ໃຫ້ໄປກັບເຈົ້າໄດ້ 44ຂ້ອຍພ້ອມແລ້ວທີ່ຈະເຮັດຂໍ້ຕົກລົງກັບເຈົ້າ. ພວກເຮົາຈົ່ງພາກັນຂົນຫີນມາກອງໄວ້ ເພື່ອໃຫ້ເປັນສິ່ງເຕືອນໃຈພວກເຮົາໃນເລື່ອງນີ້.”
45ສະນັ້ນ ຢາໂຄບຈຶ່ງຕັ້ງເສົາຫີນເສົາໜຶ່ງຂຶ້ນເປັນທີ່ລະນຶກ. 46ລາວບອກຄົນຂອງຕົນຂົນຫີນມາກອງໄວ້ ແລະພວກເຂົາໄດ້ກິນລ້ຽງໃກ້ກອງຫີນນັ້ນ. 47ລາບານໃສ່ຊື່ກອງຫີນນັ້ນວ່າ ເຢກາສາຮາດູທາ; ໃນຂະນະດຽວກັນນັ້ນ ຢາໂຄບໃສ່ຊື່ກອງຫີນນັ້ນວ່າ ຄາລີເອັດ. 48ລາບານເວົ້າວ່າ, “ກອງຫີນນີ້ຈະເປັນສິ່ງເຕືອນໃຈລະຫວ່າງພວກເຮົາທັງສອງ.” ດ້ວຍເຫດນີ້ ບ່ອນນັ້ນຈຶ່ງມີຊື່ວ່າ ຄາລີເອັດ. 49ລາບານອວຍພອນອີກວ່າ,
“ຂໍໃຫ້ພຣະເຈົ້າຢາເວເຝົ້າຄອຍເບິ່ງພວກເຮົາ
ເວລາຫ່າງຈາກກັນໄປ.”
ດັ່ງນັ້ນ ບ່ອນນີ້ຈຶ່ງມີຊື່ອີກວ່າ, “ມີຊະປາ.” 50ລາບານເວົ້າຕໍ່ໄປວ່າ, “ຖ້າເຈົ້າຂົ່ມເຫັງລູກສາວຂອງຂ້ອຍ ຫລືແຕ່ງງານກັບຍິງອື່ນອີກ; ເຖິງແມ່ນຂ້ອຍບໍ່ຮູ້ກໍຕາມ ຈົ່ງຈົດຈຳໄວ້ວ່າພຣະເຈົ້າຄອຍເຝົ້າເບິ່ງພວກເຮົາສະເໝີ.” ລາບານເວົ້າຕໍ່ຢາໂຄບວ່າ, 51“ອັນນີ້ແມ່ນກອງຫີນທີ່ຂ້ອຍກອງຂຶ້ນກັ້ນເຂດແດນລະຫວ່າງພວກເຮົາທັງສອງ ເພື່ອໃຫ້ເປັນທີ່ຄິດຮອດຄິດເຖິງ. 52ເສົາຫີນທັງສອງນີ້ຈະເປັນສິ່ງເຕືອນໃຈວ່າ ຂ້ອຍຈະບໍ່ຂ້າມເຂດແດນໄປໂຈມຕີເຈົ້າ ແລະເຈົ້າກໍຈະບໍ່ຂ້າມເຂດແດນມາໂຈມຕີຂ້ອຍ. 53ພຣະເຈົ້າຂອງອັບຣາຮາມ ແລະພຣະເຈົ້າຂອງນາໂຮ ຈະເປັນຜູ້ຕັດສິນລະຫວ່າງພວກເຮົາທັງສອງ.” ແລ້ວຢາໂຄບກໍສາບານໃນນາມຂອງພຣະເຈົ້າ ອົງທີ່ອີຊາກພໍ່ຂອງຕົນນະມັດສະການ. 54ຢາໂຄບໄດ້ຖວາຍເຄື່ອງບູຊາທີ່ເນີນພູ ແລະໄດ້ເຊີນພີ່ນ້ອງຂອງຕົນມາຮ່ວມກິນເຂົ້າຈີ່ນຳກັນ. ຫລັງຈາກກິນເຂົ້າຈີ່ແລ້ວ ພວກເຂົາກໍໄດ້ນອນຄ້າງຄືນຢູ່ທີ່ນັ້ນ. 55ວັນຕໍ່ມາແຕ່ເຊົ້າໆ ລາບານໄດ້ຈູບສັ່ງລາລູກສາວກັບພວກຫລານໆຂອງຕົນ ແລ້ວເພິ່ນກໍກັບຄືນເມືອບ້ານເມືອງຂອງຕົນ.
Currently Selected:
ປະຖົມມະການ 31: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.