YouVersion Logo
Search Icon

ປະຖົມມະການ 32

32
ຢາໂຄບ​ຈັດຕຽມ​ເພື່ອ​ພົບ​ເອຊາວ
1ເມື່ອ​ຢາໂຄບ​ເດີນທາງ​ໄປ​ຕໍ່ ເທວະດາ​ຂອງ​ພຣະເຈົ້າ​ໄດ້​ມາ​ພົບ​ເພິ່ນ. 2ພໍ​ເຫັນ​ເທວະດາ​ຕົນ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນີ້​ແມ່ນ​ຄ້າຍ​ຂອງ​ພຣະເຈົ້າ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ ມະຫານາອິມ.
3ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ. 4ເພິ່ນ​ສັ່ງ​ຄົນນຳຂ່າວ​ໃຫ້​ໄປ​ບອກ​ເອຊາວ​ດັ່ງນີ້: “ຂ້ານ້ອຍ​ຢາໂຄບ ຄົນ​ຮັບໃຊ້​ຜູ້​ເຊື່ອຟັງ​ຂອງທ່ານ​ທີ່​ໄດ້​ໄປ​ອາໄສ​ຢູ່​ນຳ​ລາບານ​ນັ້ນ ແລະ​ດຽວ​ນີ້​ຫາ​ກໍ​ກັບ​ມາ ຂໍ​ລາຍງານ​ຕໍ່​ທ່ານ​ເອຊາວ​ວ່າ 5ຂ້ານ້ອຍ​ມີ​ຝູງງົວ, ຝູງ​ລໍ, ຝູງແບ້ ແລະ​ຝູງແກະ​ພ້ອມ​ທັງ​ຄົນ​ຮັບໃຊ້​ຊາຍ​ຍິງ​ຢ່າງ​ຫລວງຫລາຍ. ດັ່ງນັ້ນ ຈຶ່ງ​ໄດ້​ໃຊ້​ຄົນ​ມາ​ຄຳນັບ​ທ່ານ ໂດຍ​ຫວັງ​ວ່າ​ທ່ານ​ຈະ​ໃຫ້​ຄວາມ​ເຫັນອົກ​ເຫັນໃຈ.”
6ເມື່ອ​ຄົນນຳຂ່າວ​ກັບຄືນ​ມາ ພວກເຂົາ​ຈຶ່ງ​ເລົ່າ​ໃຫ້​ຢາໂຄບ​ຟັງ​ວ່າ, “ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງທ່ານ​ແລ້ວ ແລະ​ເພິ່ນ​ກຳລັງ​ອອກ​ເດີນທາງ​ມາ​ພົບ​ທ່ານ ພ້ອມ​ທັງ​ມີ​ຄົນ​ມາ​ນຳ​ສີ່ຮ້ອຍ​ຄົນ.” 7ຢາໂຄບ​ຢ້ານ​ແລະ​ອຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ແບ່ງ​ຄົນ​ຕະຫລອດ​ທັງ​ຝູງແກະ, ຝູງແບ້, ຝູງງົວ ແລະ ຝູງ​ອູດ​ອອກ​ເປັນ​ສອງ​ພວກ; 8ເພາະ​ເພິ່ນ​ຄິດ​ວ່າ, ຖ້າ​ເອຊາວ​ມາ​ບຸກໂຈມຕີ​ພວກ​ທີ​ໜຶ່ງ, ພວກ​ທີ​ສອງ​ກໍ​ຈະ​ສາມາດ​ຫລົບ​ໜີໄປ​ໄດ້.
9ແລ້ວ​ຢາໂຄບ​ກໍ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະເຈົ້າ​ຂອງ​ອັບຣາຮາມ​ຜູ້​ເປັນ​ປູ່ ແລະ​ພຣະເຈົ້າ​ຂອງ​ອີຊາກ​ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ, ໂອ ພຣະເຈົ້າຢາເວ ພຣະອົງ​ບອກ​ໃຫ້​ຂ້ານ້ອຍ​ກັບຄືນ​ເມືອ​ສູ່​ດິນແດນ​ຫາ​ຍາດຕິພີ່ນ້ອງ ແລະ​ພຣະອົງ​ຈະ​ໃຫ້​ທຸກສິ່ງ​ຜ່ານ​ພົ້ນ​ໄປ​ໂດຍ​ດີ​ສຳລັບ​ຂ້ານ້ອຍ. 10ຂ້ານ້ອຍ​ບໍ່​ສົມຄວນ​ກັບ​ພຣະ​ກະລຸນາ ແລະ​ຄວາມ​ສັດຊື່​ທີ່​ພຣະອົງ​ໄດ້​ສຳແດງ​ຕໍ່​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເລີຍ. ຂ້ານ້ອຍ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ມີ​ພຽງ​ໄມ້ເທົ້າ​ເທົ່ານັ້ນ; ແຕ່​ບັດນີ້ ຂ້ານ້ອຍ​ກັບ​ມາ​ພ້ອມ​ດ້ວຍ​ຈຳນວນ​ຄົນ​ແລະ​ຝູງສັດ​ສອງ​ໝວດ​ນີ້. 11ຂ້ານ້ອຍ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ໂຜດ​ຊ່ວຍ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ອ້າຍ​ເອຊາວ​ແດ່ທ້ອນ. ຂ້ານ້ອຍ​ຢ້ານ​ວ່າ ລາວ​ຈະ​ເຂົ້າ​ມາ​ບຸກໂຈມຕີ ແລະ​ທຳຮ້າຍ​ພວກ​ຂ້ານ້ອຍ​ທັງໝົດ​ຄື: ພວກຜູ້ຍິງ​ແລະ​ເດັກນ້ອຍ. 12ໂຜດ​ຈົດຈຳ​ຄຳສັນຍາ​ທີ່​ວ່າ ພຣະອົງ​ຈະ​ເຮັດ​ທຸກສິ່ງ​ໃຫ້​ຜ່ານ​ພົ້ນ​ໄປ​ໂດຍ​ດີ ແລະ​ໃຫ້​ຂ້ານ້ອຍ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ແຄມ​ທະເລ​ຊຶ່ງ​ບໍ່​ອາດ​ນັບ​ໄດ້.”
13-15ຫລັງຈາກ​ຢາໂຄບ​ໄດ້​ນອນ​ຄ້າງຄືນ​ທີ່​ມະຫານາອິມ​ແລ້ວ ເພິ່ນ​ກໍ​ເລືອກ​ເອົາ​ເຄື່ອງຂອງ​ທີ່​ເພິ່ນ​ມີ ເພື່ອ​ເປັນ​ຂອງຕ້ອນ​ໃຫ້​ແກ່​ເອຊາວ ອ້າຍ​ຂອງຕົນ​ດັ່ງນີ້: ແບ້ແມ່ 200 ໂຕ ແລະ​ແບ້ເຖິກ 20 ໂຕ, ແກະ​ແມ່ 200 ໂຕ ແລະ​ແກະເຖິກ 20 ໂຕ, ອູດແມ່​ແລະ​ລູກ​ທີ່​ຍັງ​ກິນ​ນົມ​ຢູ່ 30 ໂຕ, ງົວແມ່ 40 ໂຕ, ງົວເຖິກ 10 ໂຕ, ລໍແມ່ 20 ໂຕ, ລໍເຖິກ 10 ໂຕ. 16ເພິ່ນ​ມອບ​ຝູງສັດ​ແຕ່ລະ​ຝູງ​ໃຫ້​ຄົນ​ຮັບໃຊ້​ແຕ່ລະຄົນ​ເບິ່ງແຍງ​ຮັກສາ. ເພິ່ນ​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ເດີນທາງ​ໄປ​ກ່ອນ​ຂ້ອຍ ທັງ​ປ່ອຍ​ໄລຍະ​ໃຫ້​ຫ່າງ​ກັນ​ພໍສົມຄວນ.” 17ເພິ່ນ​ສັ່ງ​ຄົນ​ຮັບໃຊ້​ຜູ້​ທີ​ໜຶ່ງ​ວ່າ, “ເວລາ​ເອຊາວ​ພົບ​ເຈົ້າ​ແລະ​ຖາມ​ວ່າ, ‘ເຈົ້າ​ຈະ​ໄປ​ໃສ? ໃຜ​ເປັນ​ນາຍ​ຂອງ​ເຈົ້າ? ສັດ​ທີ່​ຍ່າງ​ໄປ​ກ່ອນ​ນັ້ນ​ເປັນ​ຂອງ​ໃຜ?’ 18ເຈົ້າ​ຕ້ອງ​ຕອບ​ເພິ່ນ​ວ່າ, ‘ສັດ​ເຫຼົ່ານັ້ນ​ເປັນ​ຂອງ​ຢາໂຄບ ຄົນ​ຮັບໃຊ້​ຂອງທ່ານ. ເພິ່ນ​ສັ່ງ​ໃຫ້​ນຳ​ສັດ​ເຫຼົ່ານີ້​ມາ​ເປັນ​ຂອງຕ້ອນ​ແກ່​ເອຊາວ ນາຍ​ຂອງ​ເພິ່ນ. ສ່ວນ​ເພິ່ນເອງ​ນັ້ນ​ກຳລັງ​ເດີນທາງ​ມາ​ຕາມຫລັງ.”’ 19ຢາໂຄບ​ສັ່ງ​ຜູ້​ທີ​ສອງ, ຜູ້​ທີ​ສາມ ແລະ​ທຸກຄົນ​ທີ່​ຮັບຜິດຊອບ​ເບິ່ງແຍງ​ຝູງສັດ​ວ່າ, “ເມື່ອ​ພວກເຈົ້າ​ພົບ​ເອຊາວ​ໃຫ້​ພາກັນ​ເວົ້າ​ດັ່ງນີ້: 20‘ທ່ານເອີຍ ຢາໂຄບ​ຄົນ​ຮັບໃຊ້​ຂອງທ່ານ​ກຳລັງ​ເດີນທາງ​ມາ​ຕາມຫລັງ.”’ ຢາໂຄບ​ຄິດ​ວ່າ, “ດ້ວຍ​ຂອງຕ້ອນ​ທີ່​ຂ້ອຍ​ສົ່ງ​ໄປ​ໃຫ້​ນັ້ນ ລາວ​ຄົງ​ຈະ​ເຫັນໃຈ​ຂ້ອຍ ແລະ​ເມື່ອ​ຂ້ອຍ​ພົບ​ລາວ ບາງທີ​ລາວ​ອາດ​ຈະ​ຍົກໂທດ​ໃຫ້​ຂ້ອຍ​ກໍໄດ້.” 21ຢາໂຄບ​ໄດ້​ສົ່ງ​ຂອງຕ້ອນ​ໄປ​ກ່ອນ ສ່ວນ​ເພິ່ນເອງ​ນັ້ນ​ຍັງ​ນອນ​ຄ້າງຄືນ​ຢູ່​ທີ່​ຄ້າຍພັກ.
ຢາໂຄບ​ປໍ້າສູ້​ກັບ​ຊາຍ​ຜູ້ໜຶ່ງ​ທີ່​ເປນີເອນ
22ໃນ​ຄືນ​ດຽວກັນ​ນັ້ນ ຢາໂຄບ​ຕື່ນ​ຂຶ້ນ​ພາ​ເມຍ​ທັງສອງ, ຄົນ​ຮັບໃຊ້​ຍິງ​ສອງ​ຄົນ ແລະ​ລູກ​ສິບເອັດ​ຄົນ​ຂອງຕົນ​ຂ້າມ​ແມ່ນໍ້າ​ຢັບໂບກ. 23ຫລັງຈາກ​ສົ່ງ​ພວກເຂົາ​ຂ້າມ​ແມ່ນໍ້າ​ໄປ​ໝົດ​ແລ້ວ ເພິ່ນ​ກໍ​ຈັດ​ເອົາ​ສິ່ງຂອງ​ຂ້າມ​ກັບ​ໄປ​ອີກ, 24ສ່ວນ​ເພິ່ນ​ເອງ​ຍັງ​ນອນ​ຄ້າງຄືນ​ຢູ່​ຟາກ​ແມ່ນໍ້າ​ພຸ້ນ​ແຕ່​ຜູ້​ດຽວ.
ແລ້ວ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ກຸມ​ປໍ້າສູ້​ກັບ​ເພິ່ນ​ຈົນເຖິງ​ຮຸ່ງ​ເຊົ້າ. 25ເມື່ອ​ຊາຍ​ຄົນ​ນີ້​ເຫັນ​ວ່າ​ຕົນ​ຈະ​ບໍ່​ຊະນະ ຈຶ່ງ​ຕີ​ແອວ​ຂອງ​ຢາໂຄບ​ຈົນ​ພິກໂບກ. 26ຊາຍ​ຜູ້ນັ້ນ​ເວົ້າ​ວ່າ, “ປ່ອຍ​ຂ້ອຍ​ແມ ເພາະ​ຕາເວັນ​ຈວນ​ຈະ​ຂຶ້ນ​ແລ້ວ.”
ແຕ່​ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຈະ​ບໍ່​ປ່ອຍ​ເຈົ້າ​ໄປ ຈົນກວ່າ​ເຈົ້າ​ຈະ​ອວຍພອນ​ຂ້ອຍ.”
27ຊາຍ​ຄົນ​ນັ້ນ​ຖາມ​ວ່າ, “ເຈົ້າ​ຊື່​ຫຍັງ?”
ລາວ​ຕອບ​ວ່າ, “ຢາໂຄບ”.
28ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”
29ຢາໂຄບ​ຂໍຮ້ອງ​ວ່າ, “ບັດນີ້ ຈົ່ງ​ບອກ​ຊື່​ຂອງ​ເຈົ້າ​ໃຫ້​ຂ້ອຍ​ຮູ້​ແດ່.”
ແຕ່​ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ເຈົ້າ​ຢາກ​ຮູ້​ຊື່​ຂອງຂ້ອຍ​ເຮັດ​ຫຍັງ?” ແລ້ວ​ເພິ່ນ​ກໍໄດ້​ອວຍພອນ​ຢາໂຄບ.
30ຢາໂຄບ​ເວົ້າ​ວ່າ, “ຂ້ອຍ​ໄດ້​ເຫັນ​ພຣະເຈົ້າ​ຕໍ່ໜ້າຕໍ່ຕາ ແລະ​ຂ້ອຍ​ຍັງ​ບໍ່​ຕາຍ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ “ເປນີເອນ.” 31ເມື່ອ​ຢາໂຄບ​ອອກ​ໄປ​ຈາກ​ເປນີເອນ ຕາເວັນ​ກໍ​ກຳລັງ​ຂຶ້ນ; ເພິ່ນ​ຍ່າງ​ຂາ​ເຢັກ​ໄປ​ເພາະ​ເຈັບ​ແອວ. 32ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ບໍ່​ກິນ​ຊີ້ນ​ເອັນ​ທີ່​ຕໍ່​ກັບ​ແອວ ເພາະ​ແມ່ນ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຕີ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in