ກິດຈະການ 5
5
ອານາເນຍ ແລະ ຊາຟີຣາ
1ແຕ່ມີຊາຍຄົນໜຶ່ງຊື່ວ່າ, ອານາເນຍພ້ອມກັບເມຍຂອງລາວຊື່ວ່າ, ຊາຟີຣາ ໄດ້ຂາຍທີ່ດິນ ຊຶ່ງເປັນຂອງພວກເຂົາ. 2ອານາເນຍໄດ້ເອົາເງິນສ່ວນໜຶ່ງໃນຈຳນວນນັ້ນ ມ້ຽນໄວ້ສຳລັບຕົນ, ຝ່າຍເມຍຂອງລາວກໍຮູ້ນຳກັນ ອີກສ່ວນໜຶ່ງນັ້ນ ລາວໄດ້ນຳມາມອບໃຫ້ພວກອັກຄະສາວົກ. 3ດັ່ງນັ້ນ ເປໂຕຈຶ່ງຖາມລາວວ່າ, “ອານາເນຍເອີຍ ດ້ວຍເຫດໃດໃຈຂອງເຈົ້າຈຶ່ງເຕັມໄປດ້ວຍມານຊາຕານ, ເຈົ້າຈຶ່ງຕົວະຕໍ່ພຣະວິນຍານບໍຣິສຸດເຈົ້າ ໂດຍເອົາເງິນສ່ວນໜຶ່ງ ຊຶ່ງເປັນຄ່າຂາຍທີ່ດິນນັ້ນມ້ຽນໄວ້? 4ກ່ອນທີ່ເຈົ້າບໍ່ທັນໄດ້ຂາຍ ດິນນັ້ນກໍເປັນຂອງເຈົ້າບໍ່ແມ່ນບໍ? ແລະຫລັງຈາກທີ່ເຈົ້າຂາຍແລ້ວ ເງິນນັ້ນກໍຍັງເປັນສິດຂອງເຈົ້າບໍ່ແມ່ນບໍ? ດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງໄດ້ຕັດສິນໃຈເຮັດເຊັ່ນນີ້? ເຈົ້າບໍ່ໄດ້ຕົວະຕໍ່ມະນຸດ ແຕ່ຕົວະຕໍ່ພຣະເຈົ້າ.” 5ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫຼົ່ານີ້ ລາວກໍລົ້ມລົງສິ້ນໃຈຕາຍ ຝ່າຍຄົນທັງປວງທີ່ໄດ້ຍິນເຖິງເຫດການນັ້ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່. 6ພວກຊາຍໜຸ່ມໄດ້ເຂົ້າມາຫໍ່ຊາກສົບຂອງລາວໄວ້ ແລ້ວຫາມອອກໄປຂ້າງນອກເພື່ອນຳເອົາໄປຝັງ.
7ປະມານສາມຊົ່ວໂມງຕໍ່ມາ ເມຍຂອງອານາເນຍກໍເຂົ້າມາໂດຍບໍ່ຮູ້ເລື່ອງທີ່ໄດ້ເກີດຂຶ້ນ. 8ເປໂຕຖາມນາງວ່າ, “ຈົ່ງບອກເຮົາມາເບິ່ງດູ ເຈົ້າທັງສອງຂາຍທີ່ດິນໄດ້ເງິນຈຳນວນເທົ່ານັ້ນແທ້ບໍ?”
ນາງຕອບວ່າ, “ແມ່ນແລ້ວ ໄດ້ເທົ່ານັ້ນແຫຼະ.”
9ດັ່ງນັ້ນ ເປໂຕຈຶ່ງກ່າວຕໍ່ນາງວ່າ, “ເປັນຫຍັງເຈົ້າກັບຜົວຂອງເຈົ້າ ຈຶ່ງພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ບັດນີ້ ພວກຜູ້ຊາຍທີ່ໄດ້ໄປຝັງສົບຜົວຂອງເຈົ້າ ກໍມາເຖິງປະຕູແລ້ວ ແລະພວກເຂົາກໍຈະຫາມຊາກສົບຂອງເຈົ້າອອກໄປເໝືອນກັນ.” 10ໃນທັນໃດນັ້ນ ນາງກໍລົ້ມລົງທີ່ຕີນຂອງເປໂຕ ແລະສິ້ນໃຈຕາຍ ເມື່ອພວກຊາຍໜຸ່ມເຂົ້າມາກໍເຫັນວ່ານາງຕາຍແລ້ວ. ດັ່ງນັ້ນ ພວກເຂົາຈຶ່ງຫາມຊາກສົບຂອງນາງອອກໄປ ແລະຝັງໄວ້ທີ່ຂ້າງຊາກສົບຜົວຂອງນາງ. 11ຄຣິສຕະຈັກທັງໝົດ ແລະທຸກຄົນທີ່ໄດ້ຍິນເຫດການນີ້ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່.
ການອັດສະຈັນ ແລະ ໝາຍສຳຄັນຫລາຍຢ່າງເກີດຂຶ້ນ
12ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະສິ່ງທີ່ໜ້າງຶດງໍ້ຫລາຍຢ່າງໃນທ່າມກາງປະຊາຊົນ, ຄົນທີ່ເຊື່ອທຸກຄົນກໍຢູ່ຮ່ວມກັນ ທີ່ລະບຽງຂອງໂຊໂລໂມນ. 13ສ່ວນຄົນອື່ນໆນັ້ນ ບໍ່ມີຜູ້ໃດກ້າເຂົ້າມາຕິດພັນຢູ່ນຳ ແລະແມ່ນແຕ່ປະຊາຊົນທົ່ວໄປ ຕ່າງກໍຍ້ອງຍໍສັນລະເສີນພວກເພິ່ນຢູ່. 14ແຕ່ມີຊາຍແລະຍິງທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ ເພີ່ມຈຳນວນເຂົ້າມາຕື່ມອີກຫລາຍກວ່າເກົ່າ. 15ຈົນວ່າເຂົາໄດ້ເອົາຄົນເຈັບປ່ວຍໃສ່ບ່ອນນອນນ້ອຍໃຫຍ່ ຫາມອອກໄປວາງໄວ້ຕາມຫົນທາງ ເພື່ອວ່າເມື່ອເປໂຕຍ່າງຜ່ານໄປນັ້ນ ຢ່າງໜ້ອຍເງົາຂອງທ່ານຈະຖືກບາງຄົນ. 16ປະຊາຊົນໄດ້ຫລັ່ງໄຫລກັນອອກມາຈາກເມືອງຕ່າງໆ ທີ່ຢູ່ອ້ອມແອ້ມນະຄອນເຢຣູຊາເລັມ ພ້ອມທັງນຳຄົນເຈັບໄຂ້ໄດ້ປ່ວຍ ແລະຄົນທີ່ຜີຊົ່ວຮ້າຍເຂົ້າສິງມາຫາ ແລະທຸກຄົນຕ່າງກໍໄດ້ຮັບການຊົງໂຜດໃຫ້ຫາຍດີ.
ພວກອັກຄະສາວົກຖືກຂົ່ມເຫັງ
17ແລ້ວມະຫາປະໂຣຫິດກັບພັກພວກທັງໝົດຂອງຕົນ ຄືພວກຊາດູກາຍກໍເກີດອິດສາພວກອັກຄະສາວົກຢ່າງສຸດຂີດ. 18ພວກເຂົາໄດ້ຈັບພວກອັກຄະສາວົກ ແລະໄປຂັງໄວ້ໃນຄຸກ. 19ແຕ່ໃນຄືນນັ້ນ ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ໄຂປະຕູຄຸກ ແລະນຳພວກອັກຄະສາວົກອອກມາ ເທວະດາຕົນນັ້ນກ່າວແກ່ພວກອັກຄະສາວົກວ່າ, 20“ຈົ່ງໄປຢືນຢູ່ໃນບໍລິເວນພຣະວິຫານ ແລ້ວປະກາດບັນດາຖ້ອຍຄຳທັງໝົດເຖິງເລື່ອງຊີວິດໃໝ່ນີ້ ສູ່ປະຊາຊົນຟັງ.” 21ເມື່ອອັກຄະສາວົກໄດ້ຍິນດັ່ງນັ້ນແລ້ວ ພໍຮຸ່ງເຊົ້າກໍເຂົ້າໄປໃນພຣະວິຫານ ແລະຕັ້ງຕົ້ນສັ່ງສອນ.
ມະຫາປະໂຣຫິດກັບພັກພວກຂອງຕົນ ໄດ້ເອີ້ນເຖົ້າແກ່ຊາວຢິວທຸກຄົນມາ ສຳລັບປະຊຸມສະພາສູງສຸດຄົບຄະນະ, ແລ້ວພວກເຂົາກໍສັ່ງເຈົ້າໜ້າທີ່ໃຫ້ໄປທີ່ຄຸກ ເພື່ອນຳເອົາພວກອັກຄະສາວົກອອກມາປາກົດຕົວຕໍ່ໜ້າພວກເຂົາ. 22ແຕ່ເມື່ອເຈົ້າໜ້າທີ່ພຣະວິຫານໄປຮອດແລ້ວ ພວກເຂົາກໍບໍ່ພົບພວກອັກຄະສາວົກໃນຄຸກເລີຍ. ດັ່ງນັ້ນ ພວກເຂົາຈຶ່ງກັບຄືນມາຫາທີ່ປະຊຸມ ແລະລາຍງານວ່າ, 23“ເມື່ອພວກຂ້ານ້ອຍໄດ້ໄປທີ່ຄຸກ ກໍເຫັນປະຕູຄຸກອັດໄວ້ຢ່າງແໜ້ນໜາ ແລະຄົນເຝົ້າຍາມທຸກຄົນກໍຢືນຍາມທີ່ປະຕູນັ້ນ, ແຕ່ເມື່ອພວກຂ້ານ້ອຍໄຂເຂົ້າໄປຂ້າງໃນແລ້ວ ກໍບໍ່ເຫັນຜູ້ໃດຈັກຄົນ.” 24ເມື່ອພວກຫົວໜ້າພຣະວິຫານກັບຫົວໜ້າປະໂຣຫິດໄດ້ຍິນດັ່ງນັ້ນ ພວກເຂົາກໍປະຫລາດໃຈ ເຖິງເຫດການທີ່ໄດ້ເກີດຂຶ້ນກັບພວກອັກຄະສາວົກ. 25ແລ້ວກໍມີຊາຍຄົນໜຶ່ງເຂົ້າມາແຈ້ງແກ່ພວກເຂົາວ່າ, “ເບິ່ງແມ! ຄົນທີ່ທ່ານທັງຫລາຍໄດ້ຂັງໄວ້ໃນຄຸກນັ້ນ ໃນເວລານີ້ກຳລັງຢືນສັ່ງສອນປະຊາຊົນ ຢູ່ໃນບໍລິເວນພຣະວິຫານ.” 26ດັ່ງນັ້ນ ພວກຫົວໜ້າຈຶ່ງອອກໄປກັບເຈົ້າໜ້າທີ່ພຣະວິຫານ ແລະນຳພວກອັກຄະສາວົກກັບມາໂດຍດີ ເພາະຢ້ານປະຊາຊົນແກວ່ງຫີນໃສ່.
27ເມື່ອພວກເຂົາໄດ້ນຳພວກອັກຄະສາວົກເຂົ້າມາແລ້ວ ຈຶ່ງໃຫ້ຢືນຢູ່ຕໍ່ໜ້າສະພາສູງສຸດ ແລ້ວມະຫາປະໂຣຫິດກໍໂຈດຖາມພວກອັກຄະສາວົກວ່າ, 28“ພວກເຮົາສັ່ງຫ້າມພວກເຈົ້າຢ່າງເຄັ່ງຄັດແລ້ວ ບໍ່ໃຫ້ສັ່ງສອນໃນນາມຂອງຊາຍຄົນນີ້, ແຕ່ພວກເຈົ້າໄດ້ເຮັດໃຫ້ຄຳສັ່ງສອນຂອງພວກເຈົ້າແຜ່ອອກໄປທົ່ວນະຄອນເຢຣູຊາເລັມ ແລະປາຖະໜາໃຫ້ຄວາມຜິດກ່ຽວກັບຄວາມຕາຍຂອງຜູ້ນັ້ນ ຕົກໃສ່ພວກເຮົາ.”
29ແຕ່ເປໂຕກັບອັກຄະສາວົກຄົນອື່ນໆຕອບວ່າ, “ພວກຂ້ານ້ອຍຈຳຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າມະນຸດ. 30ພຣະເຈົ້າແຫ່ງບັນພະບຸລຸດຂອງພວກຂ້ານ້ອຍ ໄດ້ບັນດານໃຫ້ພຣະເຢຊູເຈົ້າເປັນຄືນມາຈາກຕາຍ ຫລັງຈາກທີ່ພວກທ່ານໄດ້ຂ້າພຣະອົງ ໂດຍຄຶງພຣະອົງໄວ້ທີ່ໄມ້ກາງແຂນ. 31ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນສູ່ກໍ້າຂວາພຣະຫັດຂອງພຣະອົງ ໃຫ້ເປັນພຣະຜູ້ນຳ ແລະພຣະຜູ້ໂຜດຊ່ວຍໃຫ້ພົ້ນ ເພື່ອຈະໃຫ້ປະຊາຊົນອິດສະຣາເອນມີໂອກາດກັບໃຈໃໝ່ ແລະຮັບເອົາການອະໄພບາບກຳຂອງພວກເຂົາ. 32ພວກຂ້ານ້ອຍຈຶ່ງເປັນພະຍານເຖິງເລື່ອງເຫຼົ່ານີ້ ແລະພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະເຈົ້າໄດ້ຊົງປະທານໃຫ້ທຸກຄົນທີ່ເຊື່ອຟັງພຣະອົງນັ້ນ ກໍຊົງເປັນພະຍານເໝືອນກັນ.”
33ເມື່ອສະມາຊິກສະພາສູງສຸດໄດ້ຍິນດັ່ງນັ້ນ ກໍເຈັບແຄ້ນຢ່າງສຸດຂີດ ຈົນຄິດຢາກຂ້າພວກອັກຄະສາວົກເສຍ. 34ແຕ່ມີສະມາຊິກຄົນໜຶ່ງໃນສະພາສູງສຸດຊື່ວ່າ ຄາມາລິເອັນ ແລະເປັນຄົນຟາຣີຊາຍ ເພິ່ນເປັນອາຈານ ແລະເປັນທີ່ນັບຖືຢ່າງສູງຂອງປະຊາຊົນທົ່ວໄປ ເພິ່ນໄດ້ຢືນຂຶ້ນໃນທີ່ປະຊຸມ ແລະສັ່ງໃຫ້ເຈົ້າໜ້າທີ່ນຳພວກອັກຄະສາວົກອອກໄປຂ້າງນອກຊົ່ວໄລຍະໜຶ່ງ 35ແລ້ວເພິ່ນກໍກ່າວແກ່ສະພາສູງສຸດວ່າ, “ຊາວອິດສະຣາເອນເອີຍ, ຈົ່ງລະວັງເລື່ອງທີ່ພວກທ່ານຈະເຮັດຕໍ່ຄົນເຫຼົ່ານີ້. 36ເມື່ອບໍ່ດົນມານີ້ ໄດ້ມີຊາຍຄົນໜຶ່ງ ຊື່ວ່າ ທູດາ ທີ່ອ້າງຕົວເອງວ່າເປັນຜູ້ສຳຄັນ ແລະມີຄົນປະມານສີ່ຮ້ອຍຄົນ ຮ່ວມຕິດຕາມລາວໄປ, ແຕ່ທູດາຖືກຂ້າເສຍ ຜູ້ທີ່ຕິດຕາມລາວທັງໝົດ ກໍແຕກກະຈັດກະຈາຍ ແລະຂະບວນການຂອງລາວ ກໍດັບສູນໄປ. 37ຫລັງຈາກຜູ້ນີ້ ກໍແມ່ນຢູດາຊາວຄາລີເລທີ່ປາກົດຕົວຂຶ້ນ ໃນຄາວຈົດບັນຊີສຳມະໂນຄົວ, ຢູດາໄດ້ຊັກນຳປະຊາຊົນໃຫ້ຕິດຕາມລາວ ແຕ່ລາວກໍຖືກຂ້າເໝືອນກັນ ແລະຜູ້ທີ່ຕິດຕາມລາວທັງໝົດ ກໍແຕກກະຈັດກະຈາຍໄປ. 38ໃນກໍລະນີນີ້ ຂ້າພະເຈົ້າຂໍບອກເຈົ້າທັງຫລາຍວ່າ ຢ່າດຳເນີນການໃດໆຕໍ່ຄົນເຫຼົ່ານີ້ເລີຍ, ຈົ່ງປ່ອຍພວກເຂົາໄປສາ ຖ້າແຜນການຫລືກິດຈະການຂອງພວກເຂົາມາຈາກມະນຸດ ມັນກໍຈະເສື່ອມສູນໄປເອງ, 39ແຕ່ຖ້າສິ່ງນັ້ນມາຈາກພຣະເຈົ້າ ພວກເຈົ້າກໍຈະທຳລາຍພວກເຂົາບໍ່ໄດ້ ພວກເຈົ້າຈະກັບກາຍມາເປັນຜູ້ຕໍ່ສູ້ພຣະເຈົ້າ.”
ແລ້ວພວກເຂົາກໍຍອມຟັງຄວາມຂອງຄາມາລິເອັນ. 40ພວກເຂົາຈຶ່ງເອີ້ນພວກອັກຄະສາວົກເຂົ້າມາ ເມື່ອຂ້ຽນແລ້ວກໍສັ່ງຫ້າມບໍ່ໃຫ້ເວົ້າອອກນາມຊື່ພຣະເຢຊູເຈົ້າອີກຈັກເທື່ອ ແລ້ວກໍປ່ອຍຕົວໄປ. 41ພວກອັກຄະສາວົກອອກໄປຈາກສະພາສູງສຸດດ້ວຍຄວາມຊົມຊື່ນຍິນດີ ເພາະພວກເພິ່ນຖືວ່າ ຕົນເປັນຜູ້ສົມຄວນທີ່ຕ້ອງຖືກໝິ່ນປະໝາດ ເພາະເຫັນແກ່ພຣະນາມຂອງພຣະເຢຊູເຈົ້າ. 42ແລະທຸກໆວັນໃນບໍລິເວນພຣະວິຫານ ແລະທີ່ເຮືອນຂອງປະຊາຊົນ ພວກອັກຄະສາວົກໄດ້ສືບຕໍ່ສັ່ງສອນ ແລະປະກາດຂ່າວປະເສີດບໍ່ໄດ້ຂາດວ່າ ພຣະເຢຊູເຈົ້າເປັນພຣະຄຣິດ.
Currently Selected:
ກິດຈະການ 5: ພຄພ
Highlight
Share
Copy
![None](/_next/image?url=https%3A%2F%2Fimageproxy.youversionapi.com%2F58%2Fhttps%3A%2F%2Fweb-assets.youversion.com%2Fapp-icons%2Fen.png&w=128&q=75)
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.