YouVersion Logo
Search Icon

ກິດຈະການ 27

27
ໂປໂລ​ລົງ​ເຮືອ​ກຳປັ່ນ​ໄປ​ສູ່​ໂຣມ
1ເມື່ອ​ໄດ້ມີ​ການ​ຕັດສິນໃຈ​ວ່າ ຈະ​ໃຫ້​ພວກເຮົາ​ເດີນທາງ​ໄປ​ທາງ​ເຮືອ​ກຳປັ່ນ ໄປ​ທີ່​ປະເທດ​ອີຕາລີ ພວກເຂົາ​ຈຶ່ງ​ມອບ​ໂປໂລ​ກັບ​ນັກໂທດ​ຄົນອື່ນໆ​ໄວ້​ກັບ​ນາຍຮ້ອຍ​ຄົນ​ໜຶ່ງ​ຊື່​ວ່າ, ຢູລີໂອ ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ຈັກກະພັດ​ໂອຄຸດໂຕ. 2ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ອາຣະມິດ ຊຶ່ງ​ກຳລັງ​ຈະ​ອອກ​ໄປ​ທຽບ​ທ່າ​ຕ່າງໆ​ຕາມ​ແຂວງ​ເອເຊຍ ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ, ອາຣິດຕາໂຂ ຊາວ​ເມືອງ​ເທສະໂລນິກ​ໃນ​ແຂວງ​ມາເກໂດເນຍ ກໍ​ເດີນທາງ​ໄປ​ກັບ​ພວກເຮົາ​ດ້ວຍ. 3ວັນ​ຕໍ່ມາ ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີໂດນ, ຢູລີໂອ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່ເພື່ອນ​ໄດ້ ເພື່ອ​ຮັບ​ເອົາ​ເຄື່ອງຂອງ​ທີ່​ຕົນ​ຈຳເປັນ​ໃຊ້. 4ເມື່ອ​ເຮືອ​ອອກ​ຈາກ​ທີ່​ນັ້ນ​ແລ້ວ ພວກເຮົາ​ກໍ​ຕ້ອງ​ລຽບ​ຝັ່ງ​ຂອງ​ເກາະ​ໄຊປຣັດ​ໄປ ຊຶ່ງ​ເປັນ​ບ່ອນ​ທີ່​ຫລີກ​ທວນ​ລົມ​ໄດ້ ເພາະ​ຖືກ​ລົມ​ພັດ​ຂັດຂວາງ. 5ເມື່ອ​ຜ່ານ​ທະເລ​ໃກ້​ກັບ​ເມືອງ​ກີລີເກຍ ແລະ​ເມືອງ​ປຳຟີເລຍ​ໄປ​ແລ້ວ ພວກເຮົາ​ກໍ​ມາ​ເຖິງ​ເມືອງ​ມີຣາ ໃນ​ແຂວງ​ລີເກຍ. 6ໃນ​ທີ່ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ເມືອງ​ອາເລັກຊັນເດຍ ຊຶ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ. ດັ່ງນັ້ນ ນາຍຮ້ອຍ​ຈຶ່ງ​ໃຫ້​ພວກເຮົາ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.
7ເຮືອ​ຊຶ່ງ​ພວກເຮົາ​ຂີ່​ນັ້ນ​ໄປ​ຊ້າ​ຫລາຍ ແລະ​ກໍ​ໃຊ້​ເວລາ​ຫລາຍ​ວັນ​ດ້ວຍ​ຄວາມ​ຍາກ​ລຳບາກ ຈຶ່ງ​ມາ​ເຖິງ​ເມືອງ​ກະນີໂດ, ໃນ​ເມື່ອ​ລົມ​ພັດ​ຕ້ານ​ພວກເຮົາ​ແຮງ​ຫລາຍ ພວກເຮົາ​ຈຶ່ງ​ບໍ່​ອາດ​ໄປຕາມ​ທິດ​ທາງ​ນັ້ນ​ໄດ້. ດັ່ງນັ້ນ ພວກເຮົາ​ຈຶ່ງ​ລຽບ​ຝັ່ງ​ຂອງ​ເກາະ​ກະເຣເຕ​ໄປ ຊຶ່ງ​ເປັນ​ບ່ອນ​ທີ່​ຫລີກ​ລົມ​ໄດ້​ໂດຍ​ຜ່ານ​ແຫລມ​ສານໂມນ. 8ເມື່ອ​ລຽບ​ຝັ່ງ​ຂອງ​ເກາະ​ໄປ​ດ້ວຍ​ຄວາມ​ລຳບາກ​ແລ້ວ ພວກເຮົາ​ຈຶ່ງ​ມາ​ເຖິງ​ບ່ອນ​ໜຶ່ງ ຊຶ່ງ​ຢູ່​ໃກ້​ກັບ​ເມືອງ​ລາເຊ​ຊື່​ວ່າ, “ທ່າງາມ.”
9ພວກເຮົາ​ເສຍ​ເວລາ​ຫລາຍ​ຢູ່​ທີ່​ນັ້ນ ແລະ​ເດີນທາງ​ຕໍ່ໄປ​ອາດ​ເປັນ​ອັນຕະລາຍ​ກໍໄດ້ ເພາະ​ບັດນີ້ ເທດສະການ​ວັນ​ລຶບລ້າງ​ບາບ ກໍ​ຜ່ານ​ພົ້ນ​ໄປ​ແລ້ວ. ດັ່ງນັ້ນ ໂປໂລ​ຈຶ່ງ​ແນະນຳ​ພວກເຂົາ​ວ່າ, 10“ທ່ານ​ທັງຫລາຍ​ເອີຍ ເຮົາ​ເຫັນ​ວ່າ​ການ​ເດີນທາງ​ນີ້​ຈະ​ເປັນ​ອັນຕະລາຍ ເຮືອ​ກັບ​ເຄື່ອງ​ບັນທຸກ​ຈະ​ໄດ້​ຮັບ​ຄວາມ​ເສຍຫາຍ​ໜັກ ນອກ​ນີ້​ກໍ​ຍັງ​ເປັນ​ການ​ສ່ຽງ​ຕໍ່​ຊີວິດ​ຂອງ​ພວກເຮົາ​ເໝືອນກັນ.” 11ແຕ່​ນາຍຮ້ອຍ​ເຊື່ອ​ຄວາມ​ຫົວໜ້າ ແລະ​ເຈົ້າຂອງ​ເຮືອ​ຫລາຍກວ່າ​ຄຳແນະນຳ​ຂອງ​ໂປໂລ. 12ເພາະ​ທ່າ​ເຮືອ​ນັ້ນ​ບໍ່​ເໝາະ​ສຳລັບ​ຈອດ​ພັກ​ໃນ​ລະດູ​ໜາວ, ດັ່ງນັ້ນ ຄົນ​ເດີນ​ເຮືອ​ສ່ວນ​ຫລາຍ​ຈຶ່ງ​ຕັດສິນໃຈ​ອອກ​ຈາກ​ທີ່​ນັ້ນ ແລະ​ພະຍາຍາມ​ເດີນ​ເຮືອ​ໃຫ້​ເຖິງ​ເມືອງ​ໂຟນິກ ຖ້າ​ເປັນ​ໄປ​ໄດ້ ເພື່ອ​ຈອດ​ພັກ​ຍາມ​ລະດູ​ໜາວ ຊຶ່ງ​ເປັນ​ທ່າ​ເຮືອ​ຂອງ​ກະເຣເຕ ຢູ່​ທາງ​ດ້ານ​ຕາເວັນຕົກ​ສ່ຽງ​ໃຕ້​ກັບ​ຕາເວັນ​ຕົກ​ສ່ຽງ​ເໜືອ.
ເກີດ​ລົມພະຍຸ​ທີ່​ທະເລ
13ເມື່ອ​ລົມ​ທິດ​ໃຕ້​ເລີ່ມ​ພັດ​ມາ​ຄ່ອຍໆ​ພວກເຂົາ​ຄິດ​ວ່າ ຄົງ​ເຮັດ​ຕາມ​ແຜນການ​ຂອງ​ພວກເຂົາ​ໄດ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖອນ​ສະໝໍ​ຂຶ້ນ ແລະ​ແລ່ນ​ເຮືອ​ລຽບ​ໃກ້​ຝັ່ງ​ຂອງ​ກະເຣເຕ. 14ແຕ່​ເມື່ອ​ພວກເຂົາ​ແລ່ນ​ເຮືອ​ໄປ​ບໍ່​ເຫິງ​ປານໃດ​ລົມພະຍຸ​ທີ່​ຊື່​ວ່າ, “ລົມ​ຕາເວັນອອກ​ສ່ຽງ​ເໜືອ.” ກໍ​ພັດ​ຢ່າງ​ແຮງ ລົງ​ມາ​ແຕ່​ເທິງ​ພູ​ຂອງ​ເກາະ. 15ລົມພະຍຸ​ພັດ​ໃສ່​ເຮືອ​ຢ່າງ​ໜັກ ແລະ​ໃນ​ເມື່ອ​ແລ່ນ​ເຮືອ​ບຸ​ລົມພະຍຸ​ບໍ່ໄດ້ ພວກເຮົາ​ຈຶ່ງ​ຢຸດ​ຄວາມ​ພະຍາຍາມ ແລະ​ປ່ອຍ​ໃຫ້​ເຮືອ​ຖືກ​ພັດ​ໄປ​ຕາມ​ກະແສ​ລົມ. 16ພວກເຮົາ​ມີ​ບ່ອນ​ຊົ້ນ​ລົມພະຍຸ​ໜ້ອຍ​ໜຶ່ງ ເມື່ອ​ຜ່ານ​ໄປ​ສູ່​ທາງ​ໃຕ້​ຂອງ​ເກາະ​ນ້ອຍ​ແຫ່ງ​ໜຶ່ງ​ຊື່​ວ່າ ກາວດາ, ໃນ​ທີ່ນັ້ນ ພວກເຮົາ​ມັດ​ເຮືອ​ນ້ອຍ​ທີ່​ໃຊ້​ກູ້ໄພ​ໄວ້​ໄດ້​ຍາກ​ທີ່ສຸດ. 17ເມື່ອ​ຍົກ​ເຮືອ​ນ້ອຍ​ຂຶ້ນ​ແລ້ວ ພວກ​ລູກ​ເຮືອ​ກໍ​ເອົາ​ເຊືອກ​ມັດ​ກ້ຽວ​ເຮືອ​ໃຫຍ່​ໄວ້, ເພາະ​ພວກເຂົາ​ຢ້ານ​ວ່າ​ເຮືອ​ຈະ​ໄປ​ຄຸງ​ຫາດ​ຊາຍ​ທີ່​ແຄມ​ຝັ່ງ​ຂອງ​ຊີຣະຕີ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ລົດ​ໃບ​ເຮືອ​ລົງ ແລະ​ປ່ອຍ​ໃຫ້​ເຮືອ​ໄປ​ຕາມ​ກະແສ​ລົມ​ພັດ. 18ລົມພະຍຸ​ກ້າ​ສືບຕໍ່​ພັດ​ກະໜໍ່າ​ຢ່າງ​ແຮງ. ດັ່ງນັ້ນ ໃນ​ວັນ​ຕໍ່ມາ ພວກເຂົາ​ຈຶ່ງ​ເລີ່ມ​ໂຍນ​ເຄື່ອງ​ຂອງ​ບັນທຸກ​ຖິ້ມ​ອອກ​ຈາກ​ເຮືອ, 19ແລະ​ໃນ​ວັນ​ທີ​ສາມ ພວກເຂົາ​ກໍ​ໂຍນ​ເຄື່ອງໃຊ້​ໃນ​ເຮືອ​ຖິ້ມ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ. 20ເປັນ​ເວລາ​ຫລາຍ​ວັນ ທີ່​ພວກເຮົາ​ບໍ່​ອາດ​ເຫັນ​ຕາເວັນ ແລະ​ດວງດາວ​ໄດ້ ແລະ​ລົມພະຍຸ​ກໍ​ພັດ​ມາ​ຢ່າງ​ແຮງ​ຢູ່​ຕະຫລອດ, ໃນ​ທີ່ສຸດ ຄວາມຫວັງ​ທີ່​ພວກເຮົາ​ຈະ​ລອດຊີວິດ​ນັ້ນ ກໍ​ໝົດ​ສິ້ນ​ໄປ.
21ພວກ​ທີ່​ຂີ່​ເຮືອ​ນັ້ນ​ບໍ່ໄດ້​ກິນ​ເຂົ້າ​ເປັນ​ເວລາ​ຫລາຍ​ວັນ. ດັ່ງນັ້ນ ໂປໂລ​ຈຶ່ງ​ຢືນ​ຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ​ກ່າວ​ວ່າ, “ທ່ານ​ທັງຫລາຍ​ເອີຍ ພວກທ່ານ​ຄວນ​ຟັງ​ຄວາມ​ເຮົາ ແລະ​ບໍ່ຄວນ​ອອກ​ມາ​ຈາກ​ເກາະ​ກະເຣເຕ, ແລ້ວ​ພວກເຮົາ​ກໍ​ຄົງ​ບໍ່​ປະເຊີນ​ກັບ​ອັນຕະລາຍ ແລະ​ການ​ສູນເສຍ​ເຄື່ອງ​ຂອງ​ເຫຼົ່ານີ້. 22ແຕ່​ບັດນີ້ ເຮົາ​ຂໍ​ເຊີນ​ຊວນ​ພວກທ່ານ​ໃຫ້​ຊື່ນໃຈ​ເທາະ ເພາະ​ໃນ​ພວກທ່ານ​ຈະ​ບໍ່ມີ​ຜູ້ໃດ​ເສຍ​ຊີວິດ ຈະ​ເສຍ​ກໍ​ມີ​ແຕ່​ເຮືອ​ເທົ່ານັ້ນ. 23ເພາະວ່າ​ໃນ​ຄືນ​ນີ້​ເອງ​ເທວະດາ​ຂອງ​ພຣະເຈົ້າ ອົງ​ເປັນ​ເຈົ້າຂອງ​ຂອງເຮົາ ແລະ​ອົງ​ທີ່​ເຮົາ​ນະມັດສະການ​ນັ້ນ ໄດ້​ມາ​ຢືນ​ຢູ່​ໃກ້​ເຮົາ 24ແລ້ວ​ກ່າວ​ວ່າ, ‘ໂປໂລ​ເອີຍ ຢ່າ​ສູ່​ຢ້ານ ເຈົ້າ​ຈະ​ຕ້ອງ​ໄດ້​ຢືນຢູ່​ຕໍ່ໜ້າ​ຈັກກະພັດ, ສ່ວນ​ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ເຮືອ​ນຳ​ເຈົ້າ​ນັ້ນ ພຣະເຈົ້າ​ຈະ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຕາຍ​ເພາະ​ເຫັນ​ແກ່​ເຈົ້າ.’ 25ເພາະສະນັ້ນ ທ່ານ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນໃຈ​ເທາະ ເພາະ​ເຮົາ​ໄດ້​ວາງໃຈເຊື່ອ​ໃນ​ພຣະເຈົ້າ ເຮົາ​ຈຶ່ງ​ແນ່ໃຈ​ວ່າ ທຸກສິ່ງ​ຈະ​ເປັນ​ໄປ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ເຮົາ​ນັ້ນ. 26ແຕ່​ພວກເຮົາ​ຈະ​ຕ້ອງ​ຄຸງ​ເກາະ​ແຫ່ງ​ໜຶ່ງ.”
27ຕົກ​ມາ​ຮອດ​ຄືນ​ທີ​ສິບສີ່ ລົມພະຍຸ​ກໍ​ຍັງ​ພັດ​ພວກເຮົາ​ໄປມາ​ຢູ່​ຕະຫລອດ ໃນ​ທະເລ​ເມດີແຕຣາເນ ປະມານ​ທ່ຽງ​ຄືນ ພວກ​ລູກ​ເຮືອ​ກໍ​ຄິດ​ວ່າ ພວກເຂົາ​ມາ​ໃກ້​ບົກ​ແລ້ວ. 28ພວກເຂົາ​ໄດ້​ໂຍນ​ສາຍ​ແທກ​ລົງ​ໃນ​ນໍ້າ​ທະເລ ຈຶ່ງ​ຮູ້​ວ່າ​ນໍ້າ​ເລິກ​ສາມສິບເຈັດ​ແມັດ, ເມື່ອ​ໄປ​ຕື່ມ​ໜ້ອຍ​ໜຶ່ງ ກໍ​ໂຍນ​ສາຍ​ແທກ​ຢັ່ງ​ເບິ່ງ​ອີກ ຈຶ່ງ​ຮູ້​ວ່າ​ນໍ້າ​ເລິກ​ຊາວແປດ​ແມັດ. 29ພວກເຂົາ​ຢ້ານ​ວ່າ​ເຮືອ​ຂອງ​ພວກເຂົາ ຈະ​ຕຳ​ໂງ່ນຫີນ​ທີ່​ຝັ່ງ ຈຶ່ງ​ຖິ້ມ​ສະໝໍ​ທາງ​ທ້າຍ​ເຮືອ​ສີ່​ອັນ​ລົງ ແລະ​ພາວັນນາ​ອະທິຖານ​ຂໍ​ໃຫ້​ແຈ້ງ​ໄວໆ. 30ແລ້ວ​ພວກ​ລູກ​ເຮືອ ກໍ​ຊອກ​ຫາ​ທາງ​ທີ່​ຈະ​ອອກ​ໜີ​ຈາກ​ເຮືອ​ໄປ ພວກເຂົາ​ຢ່ອນ​ເຮືອ​ນ້ອຍ​ທີ່​ໃຊ້​ກູ້ໄພ​ລົງ​ນໍ້າ ແລະ​ເຮັດ​ຕັ້ງຕິ​ຈະ​ຖິ້ມ​ສະໝໍ​ລົງ​ທາງ​ຫົວ​ເຮືອ. 31ແຕ່​ໂປໂລ​ກ່າວ​ແກ່​ນາຍຮ້ອຍ​ໂຣມ​ກັບ​ພວກ​ທະຫານ​ວ່າ, “ຖ້າ​ຄົນ​ເຫຼົ່ານີ້​ບໍ່​ຢູ່​ໃນ​ເຮືອ ພວກທ່ານ​ຈະ​ບໍ່​ລອດຊີວິດ.” 32ດັ່ງນັ້ນ ພວກ​ທະຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ມັດ​ເຮືອ​ນ້ອຍ​ໄວ້​ນັ້ນ ໃຫ້​ເຮືອ​ຕົກ​ນໍ້າ​ໄຫລ​ໄປ.
33ເມື່ອ​ໃກ້​ຈະ​ຮຸ່ງ​ເຊົ້າ ໂປໂລ​ກໍ​ເຊີນຊວນ​ພວກເຂົາ​ທຸກຄົນ​ໃຫ້​ກິນ​ເຂົ້າ ແລະ​ກ່າວ​ວ່າ, “ບັດນີ້ ພວກທ່ານ​ລໍຖ້າ​ໄດ້​ສິບສີ່​ວັນ​ແລ້ວ ແລະ​ບໍ່ໄດ້​ກິນ​ຫຍັງ​ຕະຫລອດ​ເວລາ​ດັ່ງ​ກ່າວ​ນັ້ນ. 34ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ເຊີນຊວນ​ໃຫ້​ພວກທ່ານ​ກິນ​ອາຫານ ເພາະ​ພວກທ່ານ​ຕ້ອງການ​ກິນ​ອາຫານ​ເພື່ອ​ໃຫ້​ຢູ່​ລອດ. ດ້ວຍວ່າ, ບໍ່ມີ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກທ່ານ ຈະ​ສູນເສຍ​ແມ່ນແຕ່​ຜົມ​ເສັ້ນ​ດຽວ​ທີ່​ຫົວ​ຂອງຕົນ.” 35ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ໂປໂລ​ກໍ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ທຸກຄົນ ແລ້ວ​ກໍ​ຫັກ​ຮັບປະທານ. 36ພວກເຂົາ​ທຸກຄົນ ຕ່າງ​ກໍ​ຊື່ນໃຈ​ຂຶ້ນ​ຈຶ່ງ​ຮັບປະທານ​ອາຫານ​ດ້ວຍ​ກັນ. 37ພວກເຮົາ​ມີ​ດ້ວຍກັນ​ທັງໝົດ ສອງຮ້ອຍ​ເຈັດສິບຫົກ​ຄົນ ທີ່​ຢູ່​ໃນ​ເຮືອ​ນີ້. 38ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພວກເຂົາ​ກໍ​ຂົນ​ເຂົ້າ​ເປືອກ​ຖິ້ມ​ລົງ​ທະເລ ເພື່ອ​ໃຫ້​ເຮືອ​ເບົາ​ຂຶ້ນ.
ເຮືອ​ແຕກ​ເສຍ
39ເມື່ອ​ແຈ້ງ​ມາ​ແລ້ວ ພວກ​ລູກ​ເຮືອ​ກໍ​ບໍ່​ຮູ້​ວ່າ​ແມ່ນ​ແຄມ​ຝັ່ງ​ໃດ ແຕ່​ພວກເຂົາ​ຫລຽວ​ເຫັນ​ອ່າວ​ແຫ່ງ​ໜຶ່ງ​ທີ່​ມີ​ຫາດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກລົງ​ກັນ​ວ່າ ຖ້າ​ເປັນ​ໄປ​ໄດ້​ຈະ​ໃຫ້​ເຮືອ​ເຂົ້າ​ຄຸງ​ຫາດ​ນັ້ນ. 40ພວກເຂົາ​ຕັດ​ສາຍ​ສະໝໍ​ຖິ້ມ​ລົງ​ໃນ​ທະເລ, ໃນ​ເວລາ​ດຽວກັນ​ນັ້ນ ພວກເຂົາ​ກໍ​ແກ້​ເຊືອກ​ທີ່​ມັດ​ໂທມ​ຂັດທ້າຍ​ເຮືອ​ອອກ, ແລ້ວ​ພວກເຂົາ​ກໍ​ເລີ່ມ​ຊັກ​ໃບ​ເຮືອ​ທີ່​ຫົວ​ເຮືອ​ຂຶ້ນ​ໃຫ້​ລົມ​ພັດ ເພື່ອ​ເຮືອ​ຈະ​ແລ່ນ​ຊື່​ເຂົ້າ​ໄປ​ຫາ​ຝັ່ງ. 41ແຕ່​ເມື່ອ​ເຮືອ​ມາ​ຈຸ​ຫາດ​ດິນ​ຊາຍ​ລະຫວ່າງ​ສອງ​ກະແສ​ນໍ້າ​ໄຫລ ເຮືອ​ຈຶ່ງ​ຄາ​ຢູ່​ກັບ​ທີ່ ຫົວ​ເຮືອ​ຊົ້ນ​ເຂົ້າ​ໄປ​ໃນ​ດິນ​ຊາຍ ແລະ​ເຄື່ອນ​ໄຫວ​ບໍ່ໄດ້ ສ່ວນ​ທ້າຍເຮືອ​ນັ້ນ​ແຕກ ໂດຍ​ຖືກ​ກະແສ​ນໍ້າ​ທີ່​ໄຫລ​ແຮງ​ທັ່ງ​ໃສ່.
42ພວກ​ທະຫານ​ວາງແຜນ​ກັນ​ວ່າ, ຈະ​ຂ້າ​ພວກ​ນັກໂທດ ເພາະ​ຢ້ານ​ວ່າ​ຈະ​ມີ​ຜູ້​ລອຍ​ນໍ້າ​ໜີໄປ​ໄດ້, 43ແຕ່​ນາຍຮ້ອຍ​ໂຣມ​ມີ​ໃຈ​ຢາກ​ໃຫ້​ໂປໂລ​ລອດຊີວິດ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນ​ນັ້ນ, ນາຍຮ້ອຍ​ຈຶ່ງ​ສັ່ງ​ໃຫ້​ທຸກຄົນ​ທີ່​ລອຍ​ນໍ້າ​ເປັນ​ໂດດ​ລົງ​ນໍ້າ​ກ່ອນ​ໝູ່ ແລະ​ລອຍ​ເຂົ້າ​ໄປ​ຫາ​ຝັ່ງ. 44ສ່ວນ​ຜູ້​ທີ່​ເຫຼືອ​ນັ້ນ ໃຫ້​ລອຍ​ເຟືອ​ໄມ້​ແປ້ນ ຫລື​ເຟືອ​ທ່ອນ​ໄມ້​ທີ່​ຫັກ​ຈາກ​ເຮືອ​ຕາມ​ໄປ. ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ມາ​ເຖິງ​ຝັ່ງ​ດ້ວຍ​ຄວາມ​ປອດໄພ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in