YouVersion Logo
Search Icon

ກິດຈະການ 26

26
ໂປໂລ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ອັກຄຼີປາ
1ແລ້ວ​ກະສັດ​ອັກຄຼີປາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ບັດນີ້ ເຮົາ​ອະນຸຍາດ​ໃຫ້​ເຈົ້າ​ກ່າວ​ແກ້​ຄະດີ​ໄດ້.” ດັ່ງນັ້ນ ໂປໂລ​ຈຶ່ງ​ຢຽດ​ມື​ອອກ ແລະ​ກ່າວ​ແກ້​ຄະດີ​ວ່າ,
2“ຂໍ​ກາບຮຽນ​ກະສັດ​ອັກຄຼີປາ ຂ້ານ້ອຍ​ຖື​ວ່າ​ວັນ​ນີ້ ຂ້ານ້ອຍ​ເອງ​ມີ​ຄວາມສຸກ​ທີ່ສຸດ​ທີ່​ໄດ້​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ກະສັດ​ໃນ​ເລື່ອງ​ທັງໝົດ​ທີ່​ພວກ​ຢິວ​ກ່າວຫາ​ຂ້ານ້ອຍ​ນັ້ນ, 3ໂດຍ​ສະເພາະ​ຢ່າງ​ຍິ່ງ ກະສັດ​ເອງ​ກໍ​ເປັນ​ຜູ້​ຮອບຮູ້​ດີ ເຖິງ​ທຳນຽມ​ທັງໝົດ​ຂອງ​ຊາວ​ຢິວ ແລະ​ບັນຫາ​ຕ່າງໆ​ຂອງ​ພວກເຂົາ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ກາບຮຽນ​ກະສັດ​ໄດ້​ອົດທົນ​ຟັງ​ຂ້ານ້ອຍ​ກ່າວ​ດ້ວຍ​ເຖີດ.”
4“ພວກ​ຢິວ​ທຸກຄົນ​ຮູ້​ວ່າ, ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ຢ່າງ​ໃດ​ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ໜຸ່ມ​ນ້ອຍ​ພຸ້ນ, ພວກເຂົາ​ຮູ້​ວ່າ ຂ້ານ້ອຍ​ໃຊ້​ຊີວິດ​ຢ່າງ​ໃດ ຄື​ເບື້ອງຕົ້ນ​ຢູ່​ທ່າມກາງ​ຊົນຊາດ​ຂອງ​ຂ້ານ້ອຍ​ເອງ ແລະ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. 5ພວກເຂົາ​ຮູ້​ຂ້ານ້ອຍ​ແຕ່​ໃດໆ​ມາ ແລະ​ພວກເຂົາ​ກໍ​ຍ່ອມ​ເປັນ​ພະຍານ​ໄດ້​ວ່າ, ເປັນ​ຄວາມຈິງ ໃນ​ຕອນ​ທຳອິດ ຂ້ານ້ອຍ​ດຳເນີນ​ຊີວິດ​ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ຄະນະ​ຟາຣີຊາຍ ຄື​ພວກ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ທີ່ສຸດ. 6ບັດນີ້ ທີ່​ຂ້ານ້ອຍ​ຖືກ​ນຳ​ມາ​ພິພາກສາ​ກໍ ເພາະ​ຄວາມຫວັງ​ທີ່​ຂ້ານ້ອຍ​ມີ​ໃນ​ພຣະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ. 7ປະຊາຊົນ​ຂອງ​ພວກ​ຂ້ານ້ອຍ​ທັງ​ສິບສອງ​ເຜົ່າ ຫວັງ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ນັ້ນ ຈຶ່ງ​ນະມັດສະການ​ພຣະເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ທັງເວັນ​ທັງຄືນ, ກະສັດ​ອັກຄຼີປາ​ທີ່​ນັບຖື ຍ້ອນ​ຄວາມຫວັງ​ອັນນີ້ ທີ່​ພວກ​ຢິວ​ກ່າວຫາ​ຂ້ານ້ອຍ. 8ດ້ວຍເຫດໃດ ທ່ານ​ທັງຫລາຍ​ຈຶ່ງ​ຖື​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ເປັນ​ເລື່ອງ​ທີ່​ເຫລືອເຊື່ອ?”
9“ຝ່າຍ​ຂ້ານ້ອຍ​ເອງ​ກໍ​ເຄີຍ​ຄິດ​ຢູ່​ໃນ​ໃຈ​ວ່າ, ຕ້ອງ​ເຮັດ​ທຸກ​ວິທີ​ທາງ ເພື່ອ​ຂັດຂວາງ​ພຣະນາມ​ຂອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ. 10ການ​ຂັດຂວາງ​ເຊັ່ນນັ້ນ ຂ້ານ້ອຍ​ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ຂ້ານ້ອຍ​ໄດ້​ຮັບ​ສິດ​ອຳນາດ​ພິເສດ​ຈາກ​ພວກ​ມະຫາ​ປະໂຣຫິດ ແລະ​ໄດ້​ຈັບກຸມ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ແລະ​ເມື່ອ​ພວກເຂົາ​ຖືກ​ຕັດສິນ​ລົງໂທດ​ໃຫ້​ປະຫານ​ຊີວິດ ຂ້ານ້ອຍ​ກໍ​ເຫັນ​ພ້ອມ​ດ້ວຍ. 11ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”
ໂປໂລ​ເລົ່າ​ເຖິງ​ການ​ກັບໃຈ​ຂອງຕົນ
(ກຈກ 9:1-19; 22:6-16)
12“ດ້ວຍເຫດນີ້, ຂ້ານ້ອຍ​ຈຶ່ງ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ດາມັສກັດ ໂດຍ​ອາໄສ​ສິດ​ອຳນາດ ແລະ​ຄຳສັ່ງ​ຂອງ​ມະຫາ​ປະໂຣຫິດ. 13ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ. 14ເມື່ອ​ທຸກຄົນ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ຂ້ານ້ອຍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ເປັນ​ພາສາ​ເຮັບເຣີ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເຈົ້າ​ເຮັດ​ໃຫ້​ເຈັບ​ຕົວ​ເອງ​ລ້າໆ ດັ່ງ​ສັດ​ທີ່​ລູ່​ໃສ່​ໄມ້ແສ້​ຂອງ​ຜູ້​ເປັນ​ນາຍ.’ 15ຂ້ານ້ອຍ​ຈຶ່ງ​ຖາມ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?’ ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ. 16ແຕ່​ຈົ່ງ​ລຸກ​ຂຶ້ນ ແລະ​ຢືນ​ຢູ່, ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ເພື່ອ​ແຕ່ງຕັ້ງ​ເຈົ້າ ໃຫ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ, ເຈົ້າ​ຈະ​ເປັນ​ພະຍານ​ຂອງເຮົາ ເພື່ອ​ບອກ​ຄົນອື່ນ​ວ່າ​ໃນວັນນີ້ ເຈົ້າ​ໄດ້​ເຫັນ​ເຮົາ ແລະ​ບອກ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ຮູ້​ໃນ​ອະນາຄົດ. 17ເຮົາ​ຈະ​ຊ່ວຍ​ກອບກູ້​ເອົາ​ເຈົ້າ​ຈາກ​ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ອື່ນໆ​ທີ່​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ. 18ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’
ໂປໂລ​ເລົ່າ​ເຖິງ​ພາລະກິດ​ຂອງຕົນ
19“ກະສັດ​ອັກຄຼີປາ​ທີ່​ນັບຖື ເມື່ອ​ເປັນ​ເຊັ່ນນັ້ນ ຂ້ານ້ອຍ​ບໍ່ໄດ້​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ທີ່​ມາ​ເຖິງ​ຂ້ານ້ອຍ. 20ກ່ອນ​ອື່ນ ຂ້ານ້ອຍ​ໄດ້​ປະກາດ​ແກ່​ປະຊາຊົນ​ຢູ່​ໃນ​ເມືອງ​ດາມັສກັດ ແລະ​ຕໍ່ມາ ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ທົ່ວ​ເຂດ​ແຂວງ​ຢູດາຍ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ ໂດຍ​ຮຽກຮ້ອງ​ພວກເຂົາ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່, ຫັນ​ມາ​ຫາ​ພຣະເຈົ້າ ແລະ​ປະພຶດ​ຕົນ​ສົມ​ກັບ​ການ​ກັບ​ໃຈ​ໃໝ່. 21ດ້ວຍ​ເຫດຜົນ​ດັ່ງ​ກ່າວ​ມາ​ນີ້​ແຫຼະ, ທີ່​ພວກ​ຢິວ​ໄດ້​ຈັບກຸມ​ຂ້ານ້ອຍ ໃນ​ຂະນະທີ່​ຂ້ານ້ອຍ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແລະ​ພວກເຂົາ​ພະຍາຍາມ​ທີ່​ຈະ​ສັງຫານ​ຂ້ານ້ອຍ​ເສຍ. 22ແຕ່​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ມາ​ຈາກ​ພຣະເຈົ້າ​ເທົ່າ​ເຖິງທຸກ​ວັນ​ນີ້. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຢືນ​ຢູ່​ໃນ​ທີ່​ນີ້ ເປັນ​ພະຍານ​ແກ່​ທຸກຄົນ​ບໍ່​ວ່າ​ຜູ້ໃຫຍ່ ຫລື​ຜູ້ນ້ອຍ​ກໍດີ, ຂ້ານ້ອຍ​ບໍ່ໄດ້​ເວົ້າ​ເລື່ອງ​ອື່ນ​ໃດ ນອກຈາກ​ຢືນຢັນ​ເລື່ອງ​ທີ່​ພວກ​ຜູ້ທຳນວາຍ ແລະ​ໂມເຊ​ໄດ້​ກ່າວ​ໄວ້​ເທົ່ານັ້ນ​ວ່າ ຈະ​ຕ້ອງ​ເກີດຂຶ້ນ​ຄື: 23ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຜູ້​ທຳອິດ ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ ເພື່ອ​ຈະ​ປະກາດ​ຄວາມ​ສະຫວ່າງ​ທີ່​ນຳ​ໄປ​ສູ່​ຄວາມ​ລອດພົ້ນ​ແກ່​ຄົນ​ຢິວ ແລະ​ແກ່​ຄົນຕ່າງຊາດ.”
ໂປໂລ​ຊວນ​ໃຫ້​ອັກຄຼີປາ​ຮັບ​ເຊື່ອ
24ຂະນະທີ່​ໂປໂລ​ກຳລັງ​ກ່າວ​ແກ້​ຄະດີ​ຢ່າງ​ນັ້ນ ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂປໂລ​ເອີຍ ເຈົ້າ​ເປັນ​ບ້າ​ໄປ​ແລ້ວ ການ​ຮຽນຮູ້​ຫລາຍ​ຂອງ​ເຈົ້າ ພາ​ໃຫ້​ເຈົ້າ​ເປັນ​ບ້າ.”
25ໂປໂລ​ຕອບ​ວ່າ, “ພະນະທ່ານ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ ຂ້ານ້ອຍ​ກຳລັງ​ກ່າວ​ຄວາມຈິງ​ອັນ​ສົມເຫດ​ສົມຜົນ. 26ກະສັດ​ເອງ​ກໍ​ສືບຮູ້​ຂໍ້​ຄວາມຈິງ​ເຫຼົ່ານີ້​ແລ້ວ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກ້າ​ກ່າວ​ເລື່ອງ​ນີ້​ຕໍ່ໜ້າ​ກະສັດ​ດ້ວຍ​ຄວາມ​ໝັ້ນໃຈ, ຂ້ານ້ອຍ​ເຊື່ອ​ແນ່​ວ່າ ກະສັດ​ຮູ້​ເຫດການ​ຕ່າງໆ​ແຕ່ລະ​ຢ່າງ​ໝົດ​ແລ້ວ. ດ້ວຍວ່າ, ເຫດການ​ເຫຼົ່ານີ້​ບໍ່ໄດ້​ເກີດຂຶ້ນ​ໃນ​ບ່ອນ​ລັບລີ້​ທີ່​ຄົນ​ບໍ່​ຮູ້. 27ກະສັດ​ອັກຄຼີປາ​ທີ່​ນັບຖື ພຣະອົງ​ເຊື່ອ​ບັນດາ​ຜູ້ທຳນວາຍ​ຫລື​ບໍ່? ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ເຊື່ອ.” 28ອັກຄຼີປາ​ກ່າວ​ແກ່​ໂປໂລ​ວ່າ, “ໃນ​ເວລາ​ສັ້ນໆ​ນີ້ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄຣິສຕຽນ​ຊັ້ນບໍ?”
29ໂປໂລ​ຕອບ​ວ່າ, “ຊ້ອງ​ພຣະພັກ​ພຣະເຈົ້າ ຂ້ານ້ອຍ​ປາຖະໜາ​ບໍ່​ວ່າ​ຄຳ​ຊັກຊວນ​ໜ້ອຍ ຫລື​ຫລາຍ​ກໍຕາມ ຝ່າຍ​ຂ້ານ້ອຍ​ຂໍ​ພາວັນນາ​ອະທິຖານ​ພຣະເຈົ້າ ບໍ່ແມ່ນ​ເພື່ອ​ພຣະອົງ​ເທົ່ານັ້ນ, ແຕ່​ເພື່ອ​ທຸກໆ​ຄົນ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນວັນນີ້ ເພື່ອ​ໃຫ້​ກາຍເປັນ​ດັ່ງ​ທີ່​ຂ້ານ້ອຍ​ເປັນ ເວັ້ນ​ແຕ່​ການ​ເປັນ​ນັກໂທດ.”
30ແລ້ວ​ກະສັດ​ກັບ​ຜູ້​ປົກຄອງ, ນາງ​ເບນີເກ ແລະ​ຄົນອື່ນໆ​ທຸກຄົນ​ກໍ​ລຸກ​ຂຶ້ນ, 31ແລະ​ເມື່ອ​ອອກ​ໄປ​ແລ້ວ ພວກເຂົາ​ຕ່າງ​ກໍ​ເວົ້າ​ແກ່​ກັນແລະກັນ​ວ່າ, “ຊາຍ​ຄົນ​ນີ້ ບໍ່ໄດ້​ເຮັດ​ຫຍັງ ພໍ​ທີ່​ລາວ​ສົມຄວນ​ຕ້ອງ​ຕາຍ ຫລື​ຖືກ​ຄຸກ.” 32ຝ່າຍ​ອັກຄຼີປາ​ກໍ​ກ່າວ​ແກ່​ເຟຊະໂຕ​ວ່າ, “ຊາຍ​ຄົນ​ນີ້ ສົມຄວນ​ໃຫ້​ປ່ອຍຕົວ​ໄປ ຖ້າ​ລາວ​ບໍ່​ອຸທອນ​ໄປ​ເຖິງ​ຈັກກະພັດ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in