YouVersion Logo
Search Icon

ກິດຈະການ 25

25
ໂປໂລ​ອຸທອນ​ໄປ​ເຖິງ​ຈັກກະພັດ​ກາຍຊາ
1ສາມ​ວັນ ຫລັງຈາກ​ທີ່​ເຟຊະໂຕ​ໄດ້​ມາ​ຮອດ​ແຂວງ​ນັ້ນ ເພິ່ນ​ກໍ​ຈາກ​ເມືອງ​ກາຍຊາເຣຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ. 2ໃນ​ທີ່ນັ້ນ ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາວ​ຢິວ ໄດ້​ສະເໜີ​ຄະດີ​ຕໍ່ສູ້​ໂປໂລ​ແກ່​ທ່ານ ພວກເຂົາ​ຂໍຮ້ອງ​ນຳ​ເຟຊະໂຕ. 3ເພື່ອ​ຊ່ວຍ​ພວກເຂົາ​ໃນ​ການ​ຕໍ່ສູ້​ໂປໂລ ໂດຍ​ໃຫ້​ສົ່ງ​ເພິ່ນ​ມາ​ທີ່​ນະຄອນ​ເຢຣູຊາເລັມ, ພວກເຂົາ​ມີ​ແຜນການ​ທີ່​ຈະ​ລັດ​ຂ້າ​ໂປໂລ​ກາງ​ທາງ. 4ແຕ່​ເຟຊະໂຕ​ຕອບ​ວ່າ, “ໂປໂລ​ຖືກ​ຄຸມ​ຂັງ​ໄວ້​ຢູ່​ເມືອງ​ກາຍຊາເຣຍ ແລະ​ເຮົາ​ເອງ​ກໍ​ຈະ​ກັບຄືນ​ໄປ​ທີ່​ນັ້ນ​ໃນ​ໄວໆ​ນີ້. 5ດັ່ງນັ້ນ ຈົ່ງ​ໃຫ້​ບັນດາ​ຜູ້​ມີ​ອຳນາດ​ໃນ​ພວກເຈົ້າ​ໄປ​ທີ່​ເມືອງ​ກາຍຊາເຣຍ​ກັບ​ເຮົາ ແລະ​ຟ້ອງ​ຜູ້ກ່ຽວ ຖ້າ​ລາວ​ເຮັດ​ຜິດ​ຢ່າງໃດ​ຢ່າງໜຶ່ງ.”
6ເຟຊະໂຕ​ພັກ​ຢູ່​ນຳ​ພວກເຂົາ​ພຽງແຕ່​ແປດ​ວັນ​ຫາ​ສິບ​ວັນ​ເທົ່ານັ້ນ ແລ້ວ​ເພິ່ນ​ກໍ​ກັບຄືນ​ເມືອ​ທີ່​ເມືອງ​ກາຍຊາເຣຍ, ວັນ​ຕໍ່ມາ ເພິ່ນ​ໄດ້​ນັ່ງ​ທີ່​ສານ ແລະ​ສັ່ງ​ໃຫ້​ທະຫານ​ນຳ​ໂປໂລ​ເຂົ້າ​ມາ. 7ເມື່ອ​ໂປໂລ​ເຂົ້າ​ມາ​ແລ້ວ ພວກ​ຢິວ​ທີ່​ມາ​ແຕ່​ນະຄອນ​ເຢຣູຊາເລັມ ກໍ​ຢືນ​ອ້ອມ​ໂປໂລ ແລະ​ເລີ່ມ​ຟ້ອງ​ຄະດີ​ໃຫຍ່ໆ​ຫລາຍ​ຄະດີ ຊຶ່ງ​ພວກເຂົາ​ບໍ່ມີ​ຫຼັກຖານ​ຢືນຢັນ​ໄດ້. 8ແຕ່​ໂປໂລ​ກ່າວ​ແກ້​ຄະດີ​ວ່າ, “ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່ສູ້​ກົດໝາຍ​ຂອງ​ພວກ​ຢິວ, ຕໍ່ສູ້​ພຣະວິຫານ ແລະ​ຕໍ່ສູ້​ຈັກກະພັດ​ໂຣມ.”
9ແຕ່​ເຟຊະໂຕ​ຢາກ​ໃຫ້​ພວກ​ຢິວ​ພໍໃຈ​ນຳ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຖາມ​ໂປໂລ​ວ່າ, “ເຈົ້າ​ຢາກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຊຳລະ​ຄວາມ​ເຖິງ​ການ​ກ່າວຫາ​ເຫຼົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”
10ໂປໂລ​ຕອບ​ວ່າ, “ຂ້ານ້ອຍ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ສານ​ຕັດສິນ​ຂອງ​ຈັກກະພັດ​ຢູ່​ແລ້ວ ຈົ່ງ​ພິພາກສາ​ຂ້ານ້ອຍ​ຢູ່​ທີ່​ນີ້​ສາ, ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກ​ຢິວ ດັ່ງ​ທີ່​ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ. 11ຖ້າ​ຫາກ​ຂ້ານ້ອຍ​ໄດ້​ເຮັດ​ຜິດ ແລະ​ເຮັດ​ອັນ​ໃດ​ທີ່​ຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ ຂ້ານ້ອຍ​ກໍ​ຍອມ​ຕາຍ​ໂດຍ​ບໍ່​ຂັດຂືນ, ແຕ່​ຖ້າ​ເລື່ອງ​ທີ່​ພວກເຂົາ​ກ່າວ​ຟ້ອງ​ຂ້ານ້ອຍ​ນັ້ນ ບໍ່​ເປັນ​ຄວາມຈິງ​ແລ້ວ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ມອບ​ຂ້ານ້ອຍ​ໃຫ້​ພວກເຂົາ​ໄດ້, ຂ້ານ້ອຍ​ຂໍ​ອຸທອນ​ໄປ​ເຖິງ​ຈັກກະພັດ.”
12ຫລັງຈາກ​ເຟຊະໂຕ​ໄດ້​ປຶກສາ​ຫາລື​ກັບ​ທີ່ປຶກສາ ແລ້ວ​ກໍ​ຕອບ​ວ່າ, “ເຈົ້າ​ໄດ້​ຂໍ​ອຸທອນ​ໄປ​ເຖິງ​ຈັກກະພັດ. ດັ່ງນັ້ນ ເຈົ້າ​ກໍ​ຈະ​ໄປ​ຢືນ​ຢູ່​ຕໍ່ໜ້າ​ຈັກກະພັດ.”
ໂປໂລ​ຕໍ່ໜ້າ​ອັກຄຼີປາ ແລະ ເບນີເກ
13ຫລາຍ​ອາທິດ​ຕໍ່ມາ ກະສັດ​ອັກຄຼີປາ ກັບ​ນາງ​ເບນີເກ​ຜູ້​ເປັນ​ນ້ອງສາວ ກໍ​ມາ​ທີ່​ເມືອງ​ກາຍຊາເຣຍ ເພື່ອ​ທຳ​ການ​ຕ້ອນຮັບ​ເຟຊະໂຕ. 14ຫລັງຈາກ​ພັກ​ຢູ່​ທີ່​ນັ້ນ ເປັນ​ເວລາ​ຫລາຍ​ວັນ ເຟຊະໂຕ​ກໍ​ເລົ່າ​ຄະດີ​ຂອງ​ໂປໂລ​ໃຫ້​ກະສັດ​ຟັງ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເຟລິກ​ໄດ້​ຂັງ​ປະ​ໄວ້​ໃນ​ຄຸກ, 15ເມື່ອ​ຂ້ານ້ອຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ໄດ້​ມາ​ສະເໜີ​ຄະດີ​ຕໍ່ສູ້​ຄົນ​ນີ້ ແລະ​ຂໍຮ້ອງ​ຂ້ານ້ອຍ​ໃຫ້​ຕັດສິນ​ລົງໂທດ​ລາວ. 16ແຕ່​ຂ້ານ້ອຍ​ຕອບ​ພວກເພິ່ນ​ວ່າ, ຊາວ​ໂຣມ​ບໍ່ມີ​ທຳນຽມ​ທີ່​ຈະ​ມອບ​ຕົວ​ຈຳເລີຍ ກ່ອນ​ທີ່​ໂຈດ​ກັບ​ຈຳເລີຍ​ມາ​ຊ້ອງໜ້າ​ກັນ ເພື່ອ​ໃຫ້​ຈຳເລີຍ​ມີ​ໂອກາດ​ກ່າວ​ແກ້​ຄະດີ​ຕໍ່​ຂໍ້​ກ່າວຫາ. 17ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ມາ​ທີ່​ນີ້​ກັບ​ຂ້ານ້ອຍ, ຝ່າຍ​ຂ້ານ້ອຍ​ກໍ​ບໍ່ໄດ້​ຊັກຊ້າ​ເສຍ​ເວລາ ແລະ​ໃນ​ວັນ​ຕໍ່ມາ ຂ້ານ້ອຍ​ກໍ​ນັ່ງ​ທີ່​ສານ ແລະ​ສັ່ງ​ໃຫ້​ທະຫານ​ນຳພາ​ຊາຍ​ຄົນ​ນັ້ນ​ເຂົ້າ​ມາ. 18ພວກ​ໂຈດ​ຈຶ່ງ​ຢືນ​ຂຶ້ນ​ຟ້ອງ ແຕ່​ພວກເພິ່ນ​ບໍ່ໄດ້​ກ່າວຫາ​ລາວ​ໃນ​ການ​ກະທຳ​ຊົ່ວ​ປະການ​ໃດ ຕາມ​ທີ່​ຂ້ານ້ອຍ​ໄດ້​ຄາດຄິດ​ໄວ້. 19ພຽງແຕ່​ເປັນ​ການ​ຖົກຖຽງ​ກັນ​ເຖິງ​ບັນຫາ​ເລື່ອງ​ລັດທິ​ສາສະໜາ​ຂອງ​ພວກເພິ່ນ​ເອງ ແລະ​ເຖິງ​ຊາຍ​ຄົນ​ໜຶ່ງ​ທີ່​ຕາຍໄປ​ແລ້ວ​ຊື່​ວ່າ ເຢຊູ, ແຕ່​ໂປໂລ​ກັບ​ອ້າງ​ວ່າ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່. 20ຍ້ອນ​ຂ້ານ້ອຍ​ບໍ່​ແນ່ໃຈ​ວ່າ ຈະ​ພິຈາລະນາ​ບັນຫາ​ນີ້​ຢ່າງ​ໃດ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຖາມ​ໂປໂລ​ວ່າ, ‘ເຈົ້າ​ຢາກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຊຳລະ​ຄວາມ​ທີ່​ນັ້ນ​ຫລື​ບໍ່?’ 21ແຕ່​ໂປໂລ​ໄດ້​ອຸທອນ​ຄະດີ ລາວ​ຂໍ​ໃຫ້​ຄຸມ​ຕົວ​ລາວ​ໄວ້ ເພື່ອ​ໃຫ້​ຈັກກະພັດ​ຕັດສິນ​ຄະດີ​ຂອງ​ລາວ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ຕົວ​ຜູ້ກ່ຽວ​ໄວ້ ຈົນກວ່າ​ຈະ​ໄດ້​ສົ່ງ​ໄປ​ເຖິງ​ຈັກກະພັດ.”
22ອັກຄຼີປາ​ຈຶ່ງ​ກ່າວ​ແກ່​ເຟຊະໂຕ​ວ່າ,
“ເຮົາ​ກໍ​ຢາກ​ຟັງ​ຄົນ​ນີ້​ເວົ້າ​ດ້ວຍ​ຕົນເອງ​ເໝືອນກັນ.” ເຟຊະໂຕ​ຕອບ​ວ່າ, “ມື້ອື່ນ​ທ່ານ​ຈະ​ໄດ້​ຍີນ​ລາວ​ເວົ້າ.”
23ດັ່ງນັ້ນ ວັນ​ຕໍ່ມາ ອັກຄຼີປາ​ກັບ​ນາງ​ເບນີເກ​ກໍ​ມາ​ເຖິງ​ພ້ອມ​ກັບ​ຂະບວນ​ແຫ່ແຫນ ແລະ​ເຂົ້າ​ໄປ​ໃນ​ຫໍ​ປະຊຸມ​ກັບ​ບັນດາ​ນາຍ​ທະຫານ ແລະ​ບຸກຄົນ​ສຳຄັນ​ໃນ​ເມືອງ. ຈາກ​ນັ້ນ ເຟຊະໂຕ​ໄດ້​ສັ່ງ​ທະຫານ​ໃຫ້​ນຳ​ໂປໂລ​ເຂົ້າ​ມາ. 24ເຟຊະໂຕ​ກ່າວ​ວ່າ, “ກາບຮຽນ​ກະສັດ​ອັກຄຼີປາ​ທີ່​ນັບຖື ຕະຫລອດ​ທັງ​ທຸກຄົນ​ທີ່​ມີ​ໜ້າ​ກັບ​ພວກ​ຂ້າພະເຈົ້າ​ໃນ​ທີ່​ນີ້, ພວກທ່ານ​ເຫັນ​ຊາຍ​ຄົນ​ນີ້​ແລ້ວ ຜູ້​ທີ່​ພວກ​ຢິວ​ທັງໝົດ​ທັງ​ໃນ​ທີ່​ນີ້ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ຮ້ອງ​ຂໍ​ຕໍ່​ຂ້າພະເຈົ້າ, ພວກເພິ່ນ​ຮ້ອງ​ຂໍ​ວ່າ ລາວ​ບໍ່ຄວນ​ມີ​ຊີວິດ​ຢູ່​ຕໍ່ໄປ. 25ສ່ວນ​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ ຄົນ​ນີ້​ບໍ່ໄດ້​ເຮັດ​ຜິດ​ອັນ​ໃດ​ທີ່​ຄວນ​ຈະ​ຕ້ອງ​ຕາຍ, ແຕ່​ເພາະ​ຜູ້ກ່ຽວ​ເອງ​ໄດ້​ອຸທອນ​ໄປ​ເຖິງ​ຈັກກະພັດ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຈະ​ສົ່ງ​ລາວ​ໄປ. 26ຂ້າພະເຈົ້າ​ບໍ່ມີ​ລາຍ​ລະອຽດ​ອັນ​ໃດ​ກ່ຽວກັບ​ລາວ​ຢ່າງ​ຄັກແນ່ ພໍ​ທີ່​ຈະ​ຂຽນ​ໄປ​ກາບ​ຮຽນ​ຈັກກະພັດ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ທີ່​ນີ້​ຕໍ່ໜ້າ​ພວກທ່ານ ແລະ​ໂດຍ​ສະເພາະ​ຕໍ່ໜ້າ​ກະສັດ​ອັກຄຼີປາ ເພື່ອ​ວ່າ​ຫລັງຈາກ​ສອບຖາມ​ຄະດີ​ຂອງ​ລາວ​ແລ້ວ ຂ້າພະເຈົ້າ​ອາດ​ຈະ​ມີ​ເລື່ອງ​ເພື່ອ​ຂຽນ​ເປັນ​ລາຍງານ. 27ເພາະ​ສຳລັບ​ຂ້າພະເຈົ້າ​ແລ້ວ​ເຫັນ​ວ່າ ເປັນ​ການ​ບໍ່​ເໝາະສົມ ທີ່​ຈະ​ສົ່ງ​ນັກໂທດ​ຄົນ​ໜຶ່ງ​ໄປ ໂດຍ​ບໍ່ມີ​ຂໍ້​ກ່າວຫາ​ຂອງ​ຜູ້ກ່ຽວ​ໄປ​ພ້ອມ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in