ກິດຈະການ 11
11
ເປໂຕລາຍງານຕໍ່ຄຣິສຕະຈັກທີ່ນະຄອນເຢຣູຊາເລັມ
1ບັດນີ້ພວກອັກຄະສາວົກ ແລະພີ່ນ້ອງທີ່ເຊື່ອທົ່ວທັງແຂວງຢູດາຍໄດ້ຍິນວ່າ ຄົນຕ່າງຊາດໄດ້ຮັບພຣະທຳຂອງພຣະເຈົ້າເໝືອນກັນ. 2ເມື່ອເປໂຕກັບເມືອນະຄອນເຢຣູຊາເລັມ ພວກທີ່ເປັນຝ່າຍພິທີຕັດກໍຕິຕຽນເພິ່ນ ໂດຍເວົ້າວ່າ, 3“ເປັນຫຍັງທ່ານຈຶ່ງເຂົ້າໄປຫາຄົນທີ່ບໍ່ໄດ້ຮັບພິທີຕັດ ແລະຮັບປະທານອາຫານກັບພວກເຂົາດ້ວຍ.” 4ຫລັງຈາກນັ້ນ ເປໂຕຈຶ່ງອະທິບາຍຢ່າງລະອຽດຕາມລຳດັບເຫດການ ທີ່ໄດ້ເກີດຂຶ້ນໃຫ້ພວກເຂົາຟັງວ່າ,
5“ຂະນະທີ່ຂ້າພະເຈົ້າກຳລັງພາວັນນາອະທິຖານຢູ່ໃນເມືອງຢົບປາ ຂ້າພະເຈົ້າໄດ້ເຫັນນິມິດຢ່າງໜຶ່ງ, ຂ້າພະເຈົ້າໄດ້ເຫັນສິ່ງໜຶ່ງ ກຳລັງລົງມາເບິ່ງຄືກັບຜ້າຜືນໃຫຍ່ ມີເຊືອກຜູກທັງສີ່ແຈ ຢ່ອນລົງມາໃກ້ເຖິງຂ້າພະເຈົ້າ. 6ເມື່ອຂ້າພະເຈົ້າເພັ່ງຕາເບິ່ງ ກໍສັງເກດເຫັນທັງສັດບ້ານແລະສັດປ່າ ໃນນັ້ນຄືສັດສີ່ຕີນ, ສັດເລືອຄານ ແລະ ນົກທີ່ບິນໃນອາກາດ. 7ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງ ບອກຂ້າພະເຈົ້າວ່າ, ‘ເປໂຕເອີຍ ຈົ່ງລຸກຂຶ້ນ ແລະ ຂ້າກິນເສຍ’ 8ແຕ່ຂ້າພະເຈົ້າໄດ້ຕອບວ່າ, ‘ພຣະອົງເຈົ້າເອີຍ ເປັນໄປບໍ່ໄດ້ເດັດຂາດ ດ້ວຍວ່າ ຂ້ານ້ອຍບໍ່ເຄີຍເອົາສິ່ງທີ່ເປັນຂອງຕ້ອງຫ້າມຫລືເປັນມົນທິນ ເຂົ້າໄປໃນປາກຂອງຂ້ານ້ອຍຈັກເທື່ອ’, 9ແຕ່ມີສຽງຈາກທ້ອງຟ້າກ່າວເປັນຄັ້ງທີສອງອີກວ່າ, ‘ສິ່ງທີ່ພຣະເຈົ້າປະກາດວ່າຖືກຊຳລະແລ້ວ ຢ່າຖືເປັນສິ່ງທີ່ຕ້ອງຫ້າມເລີຍ.’ 10ເຫດການເຊັ່ນນີ້ໄດ້ເກີດຂຶ້ນເຖິງສາມເທື່ອ ແລ້ວສິ່ງທັງໝົດກໍຖືກຮັບຄືນຂຶ້ນໄປໃນສະຫວັນອີກ. 11ໃນຂະນະນັ້ນເອງ ມີຊາຍສາມຄົນ ທີ່ຖືກໃຊ້ໃຫ້ມາຫາຂ້າພະເຈົ້າຈາກກາຍຊາເຣຍ ກໍມາຮອດເຮືອນທີ່ຂ້າພະເຈົ້າອາໄສຢູ່ 12ພຣະວິນຍານໄດ້ສັ່ງຂ້າພະເຈົ້າໃຫ້ໄປກັບພວກເຂົາ ໂດຍບໍ່ໃຫ້ຈຳແນກລະຫວ່າງຄົນຕ່າງຊາດແລະພວກເຮົາ. ພີ່ນ້ອງທັງຫົກຄົນນີ້ກໍໄປກັບຂ້າພະເຈົ້າດ້ວຍ ແລະພວກເຮົາທັງໝົດໄດ້ເຂົ້າໄປໃນເຮືອນຂອງໂກເນລີໂອນັ້ນ. 13ເພິ່ນຜູ້ນີ້ໄດ້ເລົ່າເຫດການໃຫ້ພວກຂ້າພະເຈົ້າຟັງ ເຖິງເລື່ອງທີ່ເພິ່ນໄດ້ເຫັນເທວະດາຕົນໜຶ່ງ ຢືນຢູ່ໃນເຮືອນຂອງເພິ່ນ ແລະສັ່ງວ່າ, ‘ຈົ່ງໃຊ້ບາງຄົນໄປທີ່ເມືອງຢົບປາ ເພື່ອເຊີນເອົາຊາຍຜູ້ໜຶ່ງ ຊື່ວ່າ ຊີໂມນ ຜູ້ມີຊື່ໜຶ່ງອີກວ່າ ເປໂຕ. 14ລາວຈະກ່າວຖ້ອຍຄຳໃຫ້ເຈົ້າຟັງ ຊຶ່ງເຈົ້າກັບທຸກຄົນໃນຄອບຄົວຂອງເຈົ້າຈະໄດ້ລອດພົ້ນ.’ 15ເມື່ອຂ້າພະເຈົ້າເລີ່ມຕົ້ນກ່າວ, ພຣະວິນຍານບໍຣິສຸດເຈົ້າກໍລົງມາເທິງພວກເຂົາ ຢ່າງດຽວກັນກັບທີ່ລົງມາເທິງພວກເຮົາໃນຕອນຕົ້ນນັ້ນ. 16ແລ້ວຂ້າພະເຈົ້າກໍລະນຶກເຖິງຖ້ອຍຄຳ ທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ‘ໂຢຮັນໄດ້ໃຫ້ຮັບບັບຕິສະມາດ້ວຍນໍ້າ, ແຕ່ຝ່າຍເຈົ້າທັງຫລາຍຈະໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າ.’ 17ດັ່ງນັ້ນ ຖ້າພຣະເຈົ້າໃຫ້ພວກເຂົາ ໄດ້ຮັບຂອງພຣະຣາຊທານຢ່າງດຽວກັນກັບໃຫ້ພວກເຮົາ ເມື່ອພວກເຮົາໄດ້ຮັບເຊື່ອໃນອົງພຣະເຢຊູຄຣິດເຈົ້າ, ຝ່າຍຂ້າພະເຈົ້າເປັນຜູ້ໃດ ຈຶ່ງຈະຂັດຂວາງພຣະເຈົ້າໄດ້.”
18ເມື່ອພວກເຂົາໄດ້ຍິນດັ່ງນັ້ນແລ້ວ, ຕ່າງກໍເຊົາຕິຕຽນເປໂຕ ແລ້ວໄດ້ພາກັນສັນລະເສີນພຣະເຈົ້າໂດຍກ່າວວ່າ, “ຖ້າເປັນດັ່ງນີ້ ກໍແມ່ນພຣະເຈົ້າທີ່ໃຫ້ຄົນຕ່າງຊາດມີໂອກາດກັບໃຈໃໝ່ ແລະຮັບຊີວິດໃໝ່ເໝືອນກັນ.”
ຄຣິສຕະຈັກທີ່ເມືອງອັນຕີໂອເຂຍ
19ຝ່າຍພວກຄົນທີ່ເຊື່ອ ທີ່ໄດ້ກະຈັດກະຈາຍໄປເພາະການຂົ່ມເຫັງເນື່ອງຈາກຊະເຕຟາໂນຖືກຂ້ານັ້ນ ຕ່າງກໍໜີໄປທີ່ເມືອງໂຟນີເຊຍ, ເກາະໄຊປຣັດ ແລະ ເມືອງອັນຕີໂອເຂຍ ໂດຍປະກາດພຣະທຳໃຫ້ແຕ່ຊາວຢິວເທົ່ານັ້ນ. 20ແຕ່ມີຄົນທີ່ເຊື່ອບາງຄົນ ທີ່ເປັນຊາວເກາະໄຊປຣັດ ແລະຊາວກີເຣເນ ໄດ້ໄປທີ່ເມືອງອັນຕີໂອເຂຍ ກ່າວແກ່ຄົນອື່ນໆທີ່ບໍ່ແມ່ນຢິວ ໂດຍໄດ້ປະກາດຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າ. 21ຣິດອຳນາດຂອງອົງພຣະຜູ້ເປັນເຈົ້າໄດ້ຢູ່ນຳພວກເຂົາ ແລະຄົນເປັນຈຳນວນຫລາຍໄດ້ເຊື່ອ ແລະຫັນກັບມາຫາອົງພຣະຜູ້ເປັນເຈົ້າ.
22ຂ່າວກ່ຽວກັບເລື່ອງນີ້ ໄດ້ໄປເຖິງຄຣິສຕະຈັກໃນນະຄອນເຢຣູຊາເລັມ, ດັ່ງນັ້ນ ພວກເຂົາຈຶ່ງໃຊ້ບາຣະນາບາໄປທີ່ເມືອງອັນຕີໂອເຂຍ. 23ເມື່ອເພິ່ນໄດ້ມາຮອດ ແລະເຫັນພຣະຄຸນພຣະເຈົ້າອວຍພອນຄົນເຫຼົ່ານັ້ນຢ່າງໃດເພິ່ນກໍດີໃຈ ແລະເຕືອນເຂົາທຸກຄົນໃຫ້ສັດຊື່ ແລະຕັ້ງໝັ້ນຄົງໃນອົງພຣະຜູ້ເປັນເຈົ້າດ້ວຍສຸດຈິດສຸດໃຈຂອງເຂົາ. 24ບາຣະນາບາເປັນຄົນດີ ເຕັມດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະຄວາມເຊື່ອ. ດັ່ງນັ້ນ ຫລາຍຄົນຈຶ່ງເຂົ້າມາເຊື່ອໃນອົງພຣະຜູ້ເປັນເຈົ້າ.
25ແລ້ວບາຣະນາບາກໍໄປທີ່ເມືອງຕາໂຊເພື່ອຊອກຫາໂຊໂລ. 26ເມື່ອພົບແລ້ວ ເພິ່ນກໍນຳລາວໄປທີ່ເມືອງອັນຕີໂອເຂຍ ແລະຕະຫລອດປີນັ້ນທັງສອງໄດ້ພົບປະກັບພີ່ນ້ອງທີ່ເຊື່ອໃນຄຣິສຕະຈັກ ແລະສັ່ງສອນຄົນເປັນຈຳນວນຫລາຍ, ໃນເມືອງອັນຕີໂອເຂຍນີ້ເອງ ພວກຄົນທີ່ເຊື່ອຖືກເອີ້ນວ່າ, “ຄຣິສຕຽນ” ເປັນເທື່ອທຳອິດ.
27ໃນເວລານັ້ນ ມີຜູ້ທຳນວາຍບາງຄົນລົງໄປຈາກນະຄອນເຢຣູຊາເລັມ ມາທີ່ເມືອງອັນຕີໂອເຂຍ. 28ຄົນໜຶ່ງໃນພວກນັ້ນຊື່ວ່າ, ອາຄະໂບ ໂດຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ລາວໄດ້ຢືນຂຶ້ນກ່າວວ່າ, ການອຶດຢາກຢ່າງໜັກໃກ້ຈະເກີດຂຶ້ນທົ່ວແຜ່ນດິນໂລກ. (ການອຶດຢາກນີ້ໄດ້ເກີດຂຶ້ນໃນສະໄໝຂອງກະສັດກະລາວດີໂອ.) 29ພວກສາວົກຈຶ່ງຕັດສິນໃຈວ່າ ແຕ່ລະຄົນໃນພວກເພິ່ນຄວນບໍລິຈາກຕາມຄວາມສາມາດຂອງຕົນ ເພື່ອສົ່ງໄປຊ່ວຍເຫລືອພີ່ນ້ອງທີ່ເຊື່ອ ທີ່ອາໄສຢູ່ໃນແຂວງຢູດາຍ. 30ພວກເພິ່ນໄດ້ເຮັດດັ່ງນັ້ນແລ້ວ, ຈຶ່ງຝາກໄປນຳບາຣະນາບາ ແລະ ໂຊໂລ ໄປໃຫ້ບັນດາເຖົ້າແກ່ໃນຄຣິສຕະຈັກ.
Currently Selected:
ກິດຈະການ 11: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.