ກິດຈະການ 12
12
ຢາໂກໂບຖືກຂ້າ ແລະ ເປໂຕຖືກຄຸກ
1ໃນເວລານັ້ນ ກະສັດເຮໂຣດ ໄດ້ລົງມືທຳຮ້າຍບາງຄົນຂອງຄຣິສຕະຈັກ. 2ເພິ່ນໄດ້ຂ້າຢາໂກໂບອ້າຍຂອງໂຢຮັນດ້ວຍດາບ. 3ເມື່ອເຫັນວ່າການກະທຳເຊັ່ນນີ້ ເປັນທີ່ພໍໃຈຂອງພວກຢິວ, ເພິ່ນຈຶ່ງຈັບເປໂຕ. (ເຫດການນີ້ໄດ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.) 4ຫລັງຈາກຈັບເປໂຕແລ້ວ ກໍຂັງເພິ່ນໄວ້ຄຸກໂດຍມອບໃຫ້ທະຫານສີ່ໝູ່, ໝູ່ລະສີ່ຄົນເປັນຜູ້ຄຸມຮັກສາ, ໂດຍໝາຍໃຈໄວ້ວ່າ ຫລັງຈາກງານສະຫລອງປັດສະຄາໄດ້ຜ່ານພົ້ນໄປແລ້ວ ຈະນຳເປໂຕອອກມາສອບສວນເປີດເຜີຍຕໍ່ປະຊາຊົນ. 5ດັ່ງນັ້ນ ເປໂຕຈຶ່ງຖືກຄຸມຂັງໄວ້ຢູ່ໃນຄຸກ ແຕ່ພີ່ນ້ອງທີ່ເຊື່ອໃນຄຣິສຕະຈັກໄດ້ພາວັນນາອະທິຖານຕໍ່ພຣະເຈົ້າ ເພື່ອເປໂຕດ້ວຍໃຈຮ້ອນຮົນ.
ເປໂຕຖືກຊ່ວຍໃຫ້ອອກຈາກຄຸກ
6ໃນກາງຄືນ ກ່ອນທີ່ເຮໂຣດຈະນຳເປໂຕອອກມາໃຫ້ປະຊາຊົນນັ້ນ ເປໂຕກໍນອນຫລັບຢູ່ລະຫວ່າງທະຫານຍາມສອງຄົນ ໂດຍມີໂສ້ສອງເສັ້ນລ່າມເປໂຕໄວ້ ແລະຕໍ່ໜ້າປະຕູຄຸກກໍມີທະຫານຍາມເຝົ້າຢູ່. 7ໃນທັນໃດນັ້ນ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ມາຢືນຢູ່ທີ່ນັ້ນ ແລະມີແສງສະຫວ່າງສ່ອງເຂົ້າໄປໃນຫ້ອງຄຸມຂັງ, ເທວະດາຕົນນັ້ນຕົບຂ້າງຂອງເປໂຕ ປຸກລາວໃຫ້ລຸກຂຶ້ນ ແລະເວົ້າວ່າ, “ລຸກຂຶ້ນໄວໆ.” ແລ້ວໂສ້ທີ່ລ່າມມືຂອງເປໂຕກໍຫລຸດອອກ. 8ແລ້ວເທວະດາໄດ້ບອກວ່າ, “ຈົ່ງຮັດແອວ ແລະໃສ່ເກີບສາ.” ເປໂຕໄດ້ເຮັດຕາມ ແລະເທວະດາກໍບອກວ່າ, “ຈົ່ງນຸ່ງເສື້ອຊັ້ນນອກຂອງເຈົ້າ ແລະຕາມເຮົາມາ.” 9ເປໂຕກໍໄດ້ຕາມອອກໄປໂດຍບໍ່ຮູ້ວ່າ ການທີ່ເທວະດາເຮັດນີ້ເປັນຄວາມຈິງຫລືບໍ່, ແຕ່ເປໂຕຄິດວ່າຕົນກຳລັງເຫັນນິມິດ. 10ເມື່ອເປໂຕຜ່ານທະຫານຍາມຊັ້ນທີໜຶ່ງ ແລະຊັ້ນທີສອງແລ້ວ ກໍມາເຖິງປະຕູເຫຼັກທີ່ເຂົ້າໄປສູ່ຕົວເມືອງ, ປະຕູນີ້ກໍໄຂເອງໃຫ້ພວກເພິ່ນຍ່າງອອກໄປ, ພວກເພິ່ນຍ່າງລົງຕາມຖະໜົນສາຍໜຶ່ງ ແລະໃນທັນໃດນັ້ນ ເທວະດາກໍຈາກເພິ່ນໄປ.
11ແລ້ວເປໂຕກໍຮູ້ສຶກຕົວໂດຍຮູ້ວ່າແມ່ນຫຍັງໄດ້ເກີດຂຶ້ນກັບຕົນ, ເພິ່ນກ່າວວ່າ, “ບັດນີ້ເຮົາຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຊ້ເທວະດາຂອງພຣະອົງ ມາຊ່ວຍກອບກູ້ເອົາເຮົາໃຫ້ພົ້ນຈາກມືຂອງເຮໂຣດ ແລະຈາກການປອງຮ້າຍຂອງພວກຢິວ.”
12ເມື່ອເປໂຕຄິດໄດ້ດັ່ງນີ້ແລ້ວ ເພິ່ນກໍໄປທີ່ເຮືອນຂອງມາຣີແມ່ຂອງໂຢຮັນ ຜູ້ມີຊື່ອີກວ່າ ມາຣະໂກ, ທີ່ນັ້ນ ມີຫລາຍຄົນໄດ້ມາຮ່ວມຊຸມນຸມກັນ ແລະພາວັນນາອະທິຖານຢູ່. 13ເມື່ອເປໂຕເຄາະປະຕູເຮືອນ ກໍມີສາວໃຊ້ຄົນໜຶ່ງຊື່ວ່າ, ໂຣດາ ໄດ້ໄປເບິ່ງທີ່ປະຕູ. 14ເມື່ອນາງຈື່ສຽງຂອງເປໂຕໄດ້ ຈຶ່ງດີໃຈທີ່ສຸດ ແລ້ວໄດ້ແລ່ນກັບຄືນມາໂດຍບໍ່ໄດ້ໄຂປະຕູໃຫ້ ແລະບອກວ່າ, “ເປໂຕກຳລັງຢືນຢູ່ໜ້າປະຕູເຮືອນ.” 15ພວກເຂົາໄດ້ເວົ້າໃຫ້ນາງວ່າ, “ເຈົ້າເສຍສະຕິແລ້ວ” ແຕ່ນາງຢືນຢັນວ່າ ແມ່ນເປໂຕແທ້. ດັ່ງນັ້ນ ພວກເຂົາຈຶ່ງຕອບວ່າ, “ຄົງແມ່ນເທວະດາປະຈຳຕົວຂອງເປໂຕ.”
16ແຕ່ເປໂຕຍັງເຄາະປະຕູຢູ່ ແລ້ວໃນທີ່ສຸດພວກເຂົາກໍໄຂປະຕູໃຫ້ ເມື່ອພວກເຂົາເຫັນວ່າແມ່ນເປໂຕ ພວກເຂົາກໍມີຄວາມງຶດປະຫລາດໃຈຫລາຍ. 17ເປໂຕໃຊ້ມືເຮັດສັນຍານໃຫ້ພວກເຂົາມິດ ແລະໄດ້ເລົ່າໃຫ້ພວກເຂົາຟັງ ເຖິງເລື່ອງທີ່ອົງພຣະຜູ້ເປັນເຈົ້າໄດ້ນຳຕົນອອກມາຈາກຄຸກຢ່າງໃດ ແລ້ວເປໂຕໄດ້ສັ່ງວ່າ, “ຈົ່ງບອກເລື່ອງນີ້ໃຫ້ຢາໂກໂບ ແລະພວກພີ່ນ້ອງທີ່ເຊື່ອທັງຫລາຍໃຫ້ຮູ້ດ້ວຍ.” ເມື່ອເພິ່ນສັ່ງແລ້ວກໍອອກໄປທີ່ອື່ນ.
18ເມື່ອຮຸ່ງເຊົ້າມາ ກໍເກີດການສັບສົນວຸ້ນວາຍຢ່າງໃຫຍ່ໃນທ່າມກາງພວກທະຫານຍາມ ພວກເຂົາຖາມກັນວ່າ, “ມີຫຍັງເກີດຂຶ້ນກັບເປໂຕ?” 19ເມື່ອເຮໂຣດຊອກຫາເປໂຕບໍ່ພົບ. ດັ່ງນັ້ນ ເພິ່ນຈຶ່ງສືບຖາມທະຫານຍາມ ແລະສັ່ງໃຫ້ປະຫານຊີວິດພວກເຂົາເສຍ.
ຫລັງຈາກເຫດການນີ້ແລ້ວ ເຮໂຣດກໍໜີຈາກແຂວງຢູດາຍ ແລະໄປອາໄສຢູ່ທີ່ເມືອງກາຍຊາເຣຍ.
ເຮໂຣດຕາຍ
20ໃນຂະນະນັ້ນ ເຮໂຣດໄດ້ເກີດມີຄວາມໂກດຮ້າຍຕໍ່ຊາວຕີເຣ ແລະຊາວຊີໂດນຫລາຍທີ່ສຸດ, ແຕ່ຊາວເມືອງເຫຼົ່ານັ້ນໄດ້ຕົກລົງກັນມາພົບເພິ່ນ, ໂດຍມີບຣາຊະໂຕຜູ້ຮັບຜິດຊອບວັງຂອງກະສັດເປັນເພື່ອນພວກເຂົາ, ຈຶ່ງໄດ້ໄປຂໍໃຫ້ກະສັດເຮໂຣດສ້າງຄວາມເປັນມິດໄມຕຼີກັບພວກເຂົາ ເພາະເມືອງຂອງພວກເຂົາຕ້ອງໄດ້ອາໄສສະບຽງອາຫານຈາກແຜ່ນດິນຂອງເພິ່ນ.
21ເມື່ອເຖິງວັນນັດເຂົ້າພົບ ຝ່າຍກະສັດເຮໂຣດກໍນຸ່ງເຄື່ອງກະສັດນັ່ງເທິງບັນລັງ ແລະກ່າວຄຳປາໄສແກ່ບັນດາຜູ້ຕາງໜ້າຊາວເມືອງເຫຼົ່ານັ້ນ. 22ພວກເຂົາຮ້ອງຂຶ້ນວ່າ, “ບໍ່ແມ່ນຄົນເວົ້າ ແຕ່ແມ່ນພຣະຕົນໜຶ່ງເວົ້າ.” 23ໃນທັນໃດນັ້ນ ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ລົງໂທດເຮໂຣດໃຫ້ລົ້ມລົງ ເພາະເພິ່ນບໍ່ໄດ້ຍົກຍໍໃຫ້ກຽດພຣະເຈົ້າ, ແລ້ວເກີດມີຕົວໜອນກັດກິນຮ່າງກາຍຂອງເພິ່ນຈົນເສຍຊີວິດ.
24ສ່ວນພຣະທຳຂອງພຣະເຈົ້າກໍແຜ່ຂະຫຍາຍ ຈະເລີນທະວີຍິ່ງຂຶ້ນ.
25ຝ່າຍບາຣະນາບາກັບໂຊໂລ ຫລັງຈາກໄດ້ເຮັດສຳເລັດພາລະກິດຂອງພວກເພິ່ນ ທີ່ນະຄອນເຢຣູຊາເລັມແລ້ວ ກໍໄດ້ກັບຄືນເມືອ ໂດຍພາໂຢຮັນ ຜູ້ທີ່ມີຊື່ອີກວ່າ ມາຣະໂກໄປນຳ.
Currently Selected:
ກິດຈະການ 12: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.