YouVersion Logo
Search Icon

ກິດຈະການ 11

11
ເປໂຕ​ລາຍງານ​ຕໍ່​ຄຣິສຕະຈັກ​ທີ່​ນະຄອນ​ເຢຣູຊາເລັມ
1ບັດນີ້​ພວກ​ອັກຄະສາວົກ ແລະ​ພີ່ນ້ອງ​ທີ່​ເຊື່ອ​ທົ່ວ​ທັງ​ແຂວງ​ຢູດາຍ​ໄດ້ຍິນ​ວ່າ ຄົນຕ່າງຊາດ​ໄດ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ເໝືອນກັນ. 2ເມື່ອ​ເປໂຕ​ກັບ​ເມືອ​ນະຄອນ​ເຢຣູຊາເລັມ ພວກ​ທີ່​ເປັນ​ຝ່າຍ​ພິທີຕັດ​ກໍ​ຕິຕຽນ​ເພິ່ນ ໂດຍ​ເວົ້າ​ວ່າ, 3“ເປັນຫຍັງ​ທ່ານ​ຈຶ່ງ​ເຂົ້າ​ໄປ​ຫາ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ແລະ​ຮັບປະທານ​ອາຫານ​ກັບ​ພວກເຂົາ​ດ້ວຍ.” 4ຫລັງຈາກ​ນັ້ນ ເປໂຕ​ຈຶ່ງ​ອະທິບາຍ​ຢ່າງ​ລະອຽດ​ຕາມ​ລຳດັບ​ເຫດການ ທີ່​ໄດ້​ເກີດຂຶ້ນ​ໃຫ້​ພວກເຂົາ​ຟັງ​ວ່າ,
5“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ເມືອງ​ຢົບປາ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ໜຶ່ງ ກຳລັງ​ລົງ​ມາ​ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ໃກ້​ເຖິງ​ຂ້າພະເຈົ້າ. 6ເມື່ອ​ຂ້າພະເຈົ້າ​ເພັ່ງ​ຕາ​ເບິ່ງ ກໍ​ສັງເກດ​ເຫັນ​ທັງ​ສັດ​ບ້ານ​ແລະ​ສັດປ່າ ໃນ​ນັ້ນ​ຄື​ສັດ​ສີ່​ຕີນ, ສັດ​ເລືອຄານ ແລະ ນົກ​ທີ່​ບິນ​ໃນ​ອາກາດ. 7ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ບອກ​ຂ້າພະເຈົ້າ​ວ່າ, ‘ເປໂຕ​ເອີຍ ຈົ່ງ​ລຸກ​ຂຶ້ນ ແລະ ຂ້າ​ກິນ​ເສຍ’ 8ແຕ່​ຂ້າພະເຈົ້າ​ໄດ້​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ດ້ວຍວ່າ ຂ້ານ້ອຍ​ບໍ່ເຄີຍ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ຫລື​ເປັນ​ມົນທິນ ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກເທື່ອ’, 9ແຕ່​ມີ​ສຽງ​ຈາກ​ທ້ອງຟ້າ​ກ່າວ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ​ຖືກ​ຊຳລະ​ແລ້ວ ຢ່າ​ຖື​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.’ 10ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ທັງໝົດ​ກໍ​ຖືກ​ຮັບ​ຄືນ​ຂຶ້ນ​ໄປ​ໃນ​ສະຫວັນ​ອີກ. 11ໃນ​ຂະນະ​ນັ້ນ​ເອງ ມີ​ຊາຍ​ສາມ​ຄົນ ທີ່​ຖືກ​ໃຊ້​ໃຫ້​ມາ​ຫາ​ຂ້າພະເຈົ້າ​ຈາກ​ກາຍຊາເຣຍ ກໍ​ມາ​ຮອດ​ເຮືອນ​ທີ່​ຂ້າພະເຈົ້າ​ອາໄສ​ຢູ່ 12ພຣະວິນຍານ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ໂດຍ​ບໍ່​ໃຫ້​ຈຳແນກ​ລະຫວ່າງ​ຄົນຕ່າງຊາດ​ແລະ​ພວກເຮົາ. ພີ່ນ້ອງ​ທັງ​ຫົກ​ຄົນ​ນີ້​ກໍ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ ແລະ​ພວກເຮົາ​ທັງໝົດ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂກເນລີໂອ​ນັ້ນ. 13ເພິ່ນ​ຜູ້​ນີ້​ໄດ້​ເລົ່າ​ເຫດການ​ໃຫ້​ພວກ​ຂ້າພະເຈົ້າ​ຟັງ ເຖິງ​ເລື່ອງ​ທີ່​ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ ຢືນ​ຢູ່​ໃນ​ເຮືອນ​ຂອງ​ເພິ່ນ ແລະ​ສັ່ງ​ວ່າ, ‘ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊາຍ​ຜູ້ໜຶ່ງ ຊື່​ວ່າ ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ. 14ລາວ​ຈະ​ກ່າວ​ຖ້ອຍຄຳ​ໃຫ້​ເຈົ້າ​ຟັງ ຊຶ່ງ​ເຈົ້າ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ໄດ້​ລອດພົ້ນ.’ 15ເມື່ອ​ຂ້າພະເຈົ້າ​ເລີ່ມຕົ້ນ​ກ່າວ, ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ຢ່າງ​ດຽວກັນ​ກັບ​ທີ່​ລົງ​ມາ​ເທິງ​ພວກເຮົາ​ໃນ​ຕອນ​ຕົ້ນ​ນັ້ນ. 16ແລ້ວ​ຂ້າພະເຈົ້າ​ກໍ​ລະນຶກເຖິງ​ຖ້ອຍຄຳ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, ‘ໂຢຮັນ​ໄດ້​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ຝ່າຍ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.’ 17ດັ່ງນັ້ນ ຖ້າ​ພຣະເຈົ້າ​ໃຫ້​ພວກເຂົາ ໄດ້​ຮັບ​ຂອງ​ພຣະຣາຊທານ​ຢ່າງ​ດຽວກັນ​ກັບ​ໃຫ້​ພວກເຮົາ ເມື່ອ​ພວກເຮົາ​ໄດ້​ຮັບ​ເຊື່ອ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ, ຝ່າຍ​ຂ້າພະເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ຈະ​ຂັດຂວາງ​ພຣະເຈົ້າ​ໄດ້.”
18ເມື່ອ​ພວກເຂົາ​ໄດ້ຍິນ​ດັ່ງນັ້ນ​ແລ້ວ, ຕ່າງ​ກໍ​ເຊົາ​ຕິຕຽນ​ເປໂຕ ແລ້ວ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າ​ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນີ້ ກໍ​ແມ່ນ​ພຣະເຈົ້າ​ທີ່​ໃຫ້​ຄົນຕ່າງຊາດ​ມີ​ໂອກາດ​ກັບ​ໃຈ​ໃໝ່ ແລະ​ຮັບ​ຊີວິດ​ໃໝ່​ເໝືອນກັນ.”
ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ
19ຝ່າຍ​ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ເນື່ອງ​ຈາກ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ໜີໄປ​ທີ່​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ໂດຍ​ປະກາດ​ພຣະທຳ​ໃຫ້​ແຕ່​ຊາວ​ຢິວ​ເທົ່ານັ້ນ. 20ແຕ່​ມີ​ຄົນ​ທີ່​ເຊື່ອ​ບາງຄົນ ທີ່​ເປັນ​ຊາວ​ເກາະ​ໄຊປຣັດ ແລະ​ຊາວ​ກີເຣເນ ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ກ່າວ​ແກ່​ຄົນອື່ນໆ​ທີ່​ບໍ່ແມ່ນ​ຢິວ ໂດຍ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ. 21ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ​ຄົນ​ເປັນ​ຈຳນວນ​ຫລາຍ​ໄດ້​ເຊື່ອ ແລະ​ຫັນ​ກັບ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ.
22ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ໄປ​ເຖິງ​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃຊ້​ບາຣະນາບາ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. 23ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ. 24ບາຣະນາບາ​ເປັນ​ຄົນ​ດີ ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຄວາມເຊື່ອ. ດັ່ງນັ້ນ ຫລາຍ​ຄົນ​ຈຶ່ງ​ເຂົ້າ​ມາ​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.
25ແລ້ວ​ບາຣະນາບາ​ກໍ​ໄປ​ທີ່​ເມືອງ​ຕາໂຊ​ເພື່ອ​ຊອກ​ຫາ​ໂຊໂລ. 26ເມື່ອ​ພົບ​ແລ້ວ ເພິ່ນ​ກໍ​ນຳ​ລາວ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ​ຕະຫລອດ​ປີ​ນັ້ນ​ທັງສອງ​ໄດ້​ພົບປະ​ກັບ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ ແລະ​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລາຍ, ໃນ​ເມືອງ​ອັນຕີໂອເຂຍ​ນີ້​ເອງ ພວກ​ຄົນ​ທີ່​ເຊື່ອ​ຖືກ​ເອີ້ນ​ວ່າ, “ຄຣິສຕຽນ” ເປັນ​ເທື່ອ​ທຳອິດ.
27ໃນ​ເວລາ​ນັ້ນ ມີ​ຜູ້ທຳນວາຍ​ບາງຄົນ​ລົງ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ທີ່​ເມືອງ​ອັນຕີໂອເຂຍ. 28ຄົນ​ໜຶ່ງ​ໃນ​ພວກ​ນັ້ນ​ຊື່​ວ່າ, ອາຄະໂບ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ລາວ​ໄດ້​ຢືນ​ຂຶ້ນ​ກ່າວ​ວ່າ, ການ​ອຶດຢາກ​ຢ່າງ​ໜັກ​ໃກ້​ຈະ​ເກີດຂຶ້ນ​ທົ່ວ​ແຜ່ນດິນ​ໂລກ. (ການ​ອຶດຢາກ​ນີ້​ໄດ້​ເກີດຂຶ້ນ​ໃນ​ສະໄໝ​ຂອງ​ກະສັດ​ກະລາວດີໂອ.) 29ພວກ​ສາວົກ​ຈຶ່ງ​ຕັດສິນໃຈ​ວ່າ ແຕ່ລະຄົນ​ໃນ​ພວກເພິ່ນ​ຄວນ​ບໍລິຈາກ​ຕາມ​ຄວາມ​ສາມາດ​ຂອງຕົນ ເພື່ອ​ສົ່ງ​ໄປ​ຊ່ວຍເຫລືອ​ພີ່ນ້ອງ​ທີ່​ເຊື່ອ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ. 30ພວກເພິ່ນ​ໄດ້​ເຮັດ​ດັ່ງນັ້ນ​ແລ້ວ, ຈຶ່ງ​ຝາກ​ໄປ​ນຳ​ບາຣະນາບາ ແລະ ໂຊໂລ ໄປ​ໃຫ້​ບັນດາ​ເຖົ້າແກ່​ໃນ​ຄຣິສຕະຈັກ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in