YouVersion Logo
Search Icon

ກິດຈະການ 10

10
ເປໂຕ ແລະ ໂກເນລີໂອ
1ຢູ່​ທີ່​ເມືອງ​ກາຍຊາເຣຍ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂກເນລີໂອ ເພິ່ນ​ເປັນ​ນາຍຮ້ອຍ​ຢູ່​ໃນ​ກອງ​ທະຫານ​ທີ່​ຊື່​ວ່າ, “ກອງ​ອີຕາລີ.” 2ໂກເນລີໂອ​ເປັນ​ຜູ້​ຖື​ສາສະໜາ​ຢ່າງ​ຖືກຕ້ອງ ແລະ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ ຕ່າງ​ກໍ​ຢຳເກງ​ພຣະເຈົ້າ ເພິ່ນ​ເຄີຍ​ໃຫ້​ທານ​ຢ່າງ​ຫລວງຫລາຍ ເພື່ອ​ຊ່ວຍ​ຜູ້​ຍາກຈົນ ແລະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຢ່າງ​ສະໝໍ່າ​ສະເໝີ​ບໍ່ໄດ້​ຂາດ. 3ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”
4ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?”
ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ. 5ບັດນີ້ ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊາຍ​ຜູ້ໜຶ່ງ ຊື່​ວ່າ ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເປໂຕ. 6ລາວ​ເປັນ​ແຂກ​ອາໄສ​ຢູ່​ນຳ​ຊ່າງ​ຟອກໜັງ​ຄົນ​ໜຶ່ງ ທີ່​ຊື່​ວ່າ​ຊີໂມນ ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທະເລ.” 7ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ໄປ. ດັ່ງນັ້ນ ໂກເນລີໂອ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ປະຈຳ​ເຮືອນ​ຂອງຕົນ​ສອງ​ຄົນ​ເຂົ້າ​ມາ ພ້ອມ​ກັບ​ທະຫານ​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ ແລະ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ທະຫານ​ທີ່​ຄອຍ​ຮັບໃຊ້​ຕົນ. 8ເມື່ອ​ໄດ້​ເລົ່າ​ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ສູ່​ພວກເຂົາ​ຟັງ​ແລ້ວ ເພິ່ນ​ກໍ​ໃຊ້​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.
9ຕອນ​ທ່ຽງ​ວັນ​ໃນ​ວັນ​ຕໍ່ມາ ເມື່ອ​ພວກເຂົາ​ເດີນທາງ​ມາ ແລະ​ໃກ້​ຈະ​ຮອດ​ເມືອງ​ຢົບປາ​ນັ້ນ ເປໂຕ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ ເພື່ອ​ພາວັນນາ​ອະທິຖານ. 10ເພິ່ນ​ຮູ້​ສຶກ​ຫິວ​ແລະ​ຢາກ​ກິນ​ເຂົ້າ ໃນ​ຂະນະທີ່​ພວກເຂົາ​ຕຽມ​ອາຫານ​ຢູ່​ນັ້ນ ເພິ່ນ​ກໍໄດ້​ເຫັນ​ນິມິດ. 11ເປໂຕ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ມີ​ສິ່ງ​ໜຶ່ງ​ກຳລັງ​ລົງ​ມາ ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ​ຖືກ​ຢ່ອນ​ລົງ​ມາ​ເທິງ​ໜ້າ​ດິນ. 12ໃນ​ຜ້າ​ຜືນ​ນັ້ນ ມີ​ສັດ​ທຸກ​ຊະນິດ ຄື​ສັດ​ສີ່​ຕີນ ສັດ​ເລືອຄານ ແລະ ນົກ​ທັງຫລາຍ. 13ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເປໂຕ​ເອີຍ ຈົ່ງ​ລຸກ​ຂຶ້ນ ແລ້ວ​ຂ້າ​ກິນ​ເສຍ.”
14ແຕ່​ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ເພາະ​ຕາມ​ທຳນຽມ​ແລ້ວ ຂ້ານ້ອຍ​ບໍ່ເຄີຍ​ກິນ​ສິ່ງໃດ​ທີ່​ບໍ່ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ແລະ​ສິ່ງ​ທີ່​ເປັນ​ມົນທິນ.”
15ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, “ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ ຖືກ​ຊຳລະ​ແລ້ວ ຢ່າ​ຖື​ວ່າ​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.” 16ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ນັ້ນ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ທ້ອງຟ້າ​ຄືນ​ທັນທີ.
17ຂະນະທີ່​ເປໂຕ​ຍັງ​ຄິດ​ບໍ່​ອອກ​ວ່າ ນິມິດ​ທີ່​ຕົນ​ໄດ້​ເຫັນ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ໃດ ແລະ​ເບິ່ງແມ! ຄົນ​ທີ່​ໂກເນລີໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ໄດ້​ສອບ​ຖາມ​ຫາ​ເຮືອນ​ຂອງ​ຊີໂມນ ແລະ​ໄດ້​ຮູ້​ວ່າ​ຢູ່​ທີ່​ໃດ​ແລ້ວ ພວກເຂົາ​ກໍໄດ້​ມາ​ຢືນ​ຢູ່​ທີ່​ໜ້າ​ປະຕູ​ເຮືອນ. 18ພວກເຂົາ​ຮ້ອງ​ຖາມ​ຂຶ້ນ​ວ່າ, “ທ່ານ​ຊີໂມນ ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເປໂຕ ພັກ​ຢູ່​ທີ່​ນີ້​ຫລື​ບໍ່?”
19ຂະນະທີ່​ເປໂຕ​ກຳລັງ​ຄິດ​ຊອກຫາ ທີ່​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ​ນັ້ນ​ຢູ່ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ເບິ່ງແມ! ມີ​ຊາຍ​ສາມ​ຄົນ ມາ​ຖາມ​ຫາ​ເຈົ້າ. 20ບັດນີ້ ຈົ່ງ​ລຸກ​ຂຶ້ນ ແລ້ວ​ລົງ​ໄປ​ຂ້າງ​ລຸ່ມ ແລະ​ຢ່າ​ລັງເລ​ໃຈ​ທີ່​ຈະ​ໄປ​ກັບ​ພວກເຂົາ ເພາະ​ແມ່ນ​ເຮົາ​ເອງ​ທີ່​ໄດ້​ໃຊ້​ພວກເຂົາ​ມາ.” 21ດັ່ງນັ້ນ ເປໂຕ​ຈຶ່ງ​ລົງ​ໄປ​ພົບ ແລະ​ບອກ​ກັບ​ພວກເຂົາ​ວ່າ, “ເຮົາ​ນີ້​ແຫຼະ ແມ່ນ​ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກ​ຫາ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ມາ​ທີ່​ນີ້?”
22ພວກເຂົາ​ຈຶ່ງ​ຕອບ​ວ່າ, “ນາຍຮ້ອຍ​ໂກເນລີໂອ​ເປັນ​ຄົນ​ສັດຊື່ ແລະ​ຢຳເກງ​ພຣະເຈົ້າ ທັງ​ເປັນ​ຜູ້​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ບັນດາ​ຊາວ​ຢິວ ເພິ່ນ​ຜູ້ນັ້ນ​ໄດ້​ຮັບ​ຄຳສັ່ງ​ຈາກ​ເທວະດາ​ບໍຣິສຸດ​ຕົນ​ໜຶ່ງ ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງເພິ່ນ ເພື່ອ​ຈະ​ໄດ້​ຟັງ​ຖ້ອຍຄຳ​ຈາກ​ທ່ານ.” 23ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ພັກ​ນຳ​ຕົນ.
ໃນ​ວັນ​ຕໍ່ມາ ເປໂຕ​ກໍໄດ້​ລຸກ​ຂຶ້ນ ແລະ​ໄປ​ກັບ​ພວກເຂົາ ແລະ​ຍັງ​ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໃນ​ເມືອງ​ຢົບປາ ກໍ​ໄປ​ນຳ​ເພິ່ນ​ດ້ວຍ. 24ວັນ​ຕໍ່ມາ ເປໂຕ​ໄດ້​ມາ​ເຖິງ​ເມືອງ​ກາຍຊາເຣຍ. ສ່ວນ​ໂກເນລີໂອ​ນັ້ນ​ກຳລັງ​ຄອຍ​ຖ້າ​ຕ້ອນຮັບ​ເປໂຕ ໂດຍ​ໄດ້​ເຊີນ​ເອົາ​ຍາດຕິພີ່ນ້ອງ ແລະ​ໝູ່​ເພື່ອນ​ສະໜິດ​ມາ​ເຕົ້າໂຮມ​ກັນ​ຢູ່. 25ເມື່ອ​ເປໂຕ​ກ້າວ​ເຂົ້າ​ໄປ ໂກເນລີໂອ​ກໍ​ອອກ​ມາ​ຕ້ອນຮັບ ໂດຍ​ຂາບລົງ​ທີ່​ຕີນ​ຂອງ​ເປໂຕ. 26ແຕ່​ເປໂຕ​ດຶງ​ໂກເນລີໂອ​ໃຫ້​ລຸກ​ຂຶ້ນ ແລະ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ ເຮົາ​ເອງ​ກໍ​ເປັນ​ພຽງແຕ່​ມະນຸດ​ເໝືອນກັນ.” 27ເປໂຕ​ສົນທະນາ​ກັບ​ໂກເນລີໂອ ໃນ​ຂະນະທີ່​ຍ່າງ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ພົບ​ຫລາຍ​ຄົນ​ທີ່​ເຕົ້າໂຮມ​ກັນ​ຢູ່. 28ເປໂຕ​ໄດ້​ກ່າວ​ກັບ​ຄົນ​ເຫຼົ່ານັ້ນ​ວ່າ, “ທ່ານ​ທັງຫລາຍ​ຮູ້​ດີ​ວ່າ ການ​ທີ່​ຄົນ​ຢິວ​ຈະ​ມາ​ຢ້ຽມຢາມ ຫລື​ເຂົ້າ​ຮ່ວມ​ຄົບຫາ​ສະມາຄົມ​ກັບ​ຄົນຕ່າງຊາດ ກໍ​ເປັນ​ການ​ຕ້ອງ​ຫ້າມ, ແຕ່​ພຣະເຈົ້າ​ໄດ້​ໂຜດ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ ບໍ່​ຕ້ອງ​ຖື​ຄົນໃດ​ຄົນໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື​ເປັນ​ມົນທິນ. 29ສະນັ້ນ ເມື່ອ​ພວກທ່ານ​ໃຊ້​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ. ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ ດ້ວຍເຫດໃດ​ພວກທ່ານ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຫາ​ຂ້າພະເຈົ້າ?”
30ໂກເນລີໂອ​ຕອບ​ວ່າ, “ໄດ້​ສີ່​ວັນ​ມາ​ແລ້ວ ທີ່​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ ປະມານ​ເວລາ​ນີ້​ແຫຼະ ຄື​ເວລາ​ບ່າຍ​ສາມ​ໂມງ ໃນ​ທັນໃດນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງ​ເຄື່ອງ​ເຫຼື້ອມໃສ ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ. 31ເພິ່ນ​ກ່າວ​ວ່າ, ‘ໂກເນລີໂອ​ເອີຍ, ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ​ພຣະເຈົ້າ​ໄດ້​ລະນຶກເຖິງ​ການ​ໃຫ້​ທານ​ທີ່​ເຈົ້າ​ໄດ້​ເຮັດ. 32ດ້ວຍເຫດນັ້ນ ເຈົ້າ​ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ໄປ​ເຊີນ​ເອົາ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ​ຊີໂມນ ແລະ​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ ເພິ່ນ​ເປັນ​ແຂກ​ທີ່​ອາໄສ​ຢູ່​ນຳ​ຊ່າງ​ຟອກໜັງ ຊື່​ວ່າ, ຊີໂມນ ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທະເລ.’ 33ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ທ່ານ​ໂດຍ​ທັນທີ ແລະ​ທ່ານ​ກໍດີ​ແທ້ໆ ທີ່​ໄດ້​ກະລຸນາ​ມາ, ບັດນີ້ ພວກ​ຂ້ານ້ອຍ​ທັງໝົດ ກໍ​ພ້ອມ​ກັນ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ທີ່​ນີ້​ແລ້ວ ເພື່ອ​ຈະ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ໄວ້​ກັບ​ທ່ານ.”
ເປໂຕ​ກ່າວ​ຄຳ​ປາໄສ​ທີ່​ເຮືອນ​ໂກເນລີໂອ
34ແລ້ວ​ເປໂຕ​ກໍ​ເລີ່ມຕົ້ນ​ກ່າວ​ວ່າ, “ບັດນີ້ ຂ້າພະເຈົ້າ​ຮູ້​ເຫັນ​ຄັກແນ່​ແລ້ວ​ວ່າ, ພຣະເຈົ້າ​ເຮັດ​ກັບ​ທຸກຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ. 35ທຸກຄົນ​ບໍ່​ວ່າ​ຊາດ​ໃດ​ກໍຕາມ ທີ່​ຢຳເກງ​ພຣະເຈົ້າ ແລະ​ປະຕິບັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຊອບທຳ ກໍ​ເປັນ​ທີ່​ພໍໃຈ​ພຣະອົງ. 36ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ. 37ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ອັນ​ຍິ່ງໃຫຍ່ ທີ່​ໄດ້​ເກີດຂຶ້ນ​ທົ່ວ​ທັງ​ດິນແດນ​ຂອງ​ຢູດາຍ ຄື​ເຫດການ​ທີ່​ໄດ້​ເລີ່ມຕົ້ນ​ໃນ​ແຂວງ​ຄາລີເລ. ເມື່ອ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ປະກາດ​ໃຫ້​ທຸກຄົນ ຮັບ​ບັບຕິສະມາ​ຂອງຕົນ. 38ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ. 39ພວກ​ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ​ໃນ​ນະຄອນ​ເຢຣູຊາເລັມ, ແລ້ວ​ພວກເຂົາ​ກໍໄດ້​ປະຫານ​ພຣະອົງ​ເສຍ ໂດຍ​ຕອກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. 40ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ໃນ​ວັນ​ຖ້ວນ​ສາມ ແລະ​ຊົງ​ບັນດານ​ໃຫ້​ພຣະອົງ​ປາກົດ​ແຈ້ງ. 41ບໍ່ໄດ້​ຊົງ​ໃຫ້​ປາກົດ​ແກ່​ພົນລະເມືອງ​ທົ່ວ​ໄປ, ແຕ່​ຊົງ​ປາກົດ​ແກ່​ພວກ​ພະຍານ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ລ່ວງໜ້າ ຄື​ຊົງ​ປາກົດ​ແກ່​ພວກ​ຂ້າພະເຈົ້າ ຜູ້​ໄດ້​ກິນ​ແລະ​ໄດ້​ດື່ມ​ດ້ວຍກັນ​ກັບ​ພຣະອົງ ພາຍ​ຫລັງ​ທີ່​ພຣະອົງ​ໄດ້​ຊົງ​ຄືນພຣະຊົນ. 42ພຣະອົງ​ໄດ້​ສັ່ງ​ໃຫ້​ພວກ​ຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ​ໃຫ້​ເປັນ​ພະຍານ​ວ່າ ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້​ໃຫ້​ເປັນ​ຜູ້​ພິພາກສາ ທັງ​ຄົນ​ເປັນ​ແລະ​ຄົນຕາຍ. 43ຜູ້ທຳນວາຍ​ທຸກຄົນ​ກໍໄດ້​ກ່າວ​ເຖິງ​ພຣະອົງ​ໂດຍ​ປະກາດ​ວ່າ ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ ຈະ​ໄດ້​ຮັບ​ການອະໄພ​ບາບກຳ​ໂດຍ​ນາມຊື່​ຂອງ​ພຣະອົງ.”
ຄົນຕ່າງຊາດ​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ
44ຂະນະທີ່​ເປໂຕ​ຍັງ​ກ່າວ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ. 45ສ່ວນ​ຜູ້​ທີ່​ເຊື່ອ ຄື​ຄົນ​ຢິວ​ທີ່​ມາ​ຈາກ​ເມືອງ​ຢົບປາ​ກັບ​ເປໂຕ​ນັ້ນ ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ທີ່​ພຣະເຈົ້າ​ໄດ້​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ໃຫ້​ແກ່​ຄົນຕ່າງຊາດ​ເໝືອນກັນ. 46ດ້ວຍວ່າ ພວກເຂົາ​ໄດ້ຍິນ​ຄົນ​ເຫຼົ່ານີ້​ປາກ​ພາສາ​ແປກໆ ແລະ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ ຝ່າຍ​ເປໂຕ​ຈຶ່ງ​ກ່າວ​ຂຶ້ນ​ວ່າ, 47“ຄົນ​ເຫຼົ່ານີ້​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຄື​ກັນ​ກັບ​ພວກເຮົາ. ດັ່ງນັ້ນ ຄົງ​ບໍ່ມີ​ຜູ້ໃດ​ຕີ້ ທີ່​ຈະ​ຫ້າມ​ພວກເຂົາ ບໍ່​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ.” 48ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ຄົນ​ເຫຼົ່ານັ້ນ ໃຫ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລ້ວ​ພວກເຂົາ​ກໍ​ຂໍ​ໃຫ້​ເປໂຕ​ຢູ່​ກັບ​ພວກ​ຕົນ​ອີກ​ສອງ​ສາມ​ວັນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in