ກິດຈະການ 9
9
ໂຊໂລກັບໃຈ
(ກຈກ 22:6-16; 26:12-18)
1ຝ່າຍໂຊໂລສືບຕໍ່ຂູ່ເຂັນວ່າຈະຂ້າພວກສິດຂອງອົງພຣະຜູ້ເປັນເຈົ້າເສຍ ຈຶ່ງໄປຫາມະຫາປະໂຣຫິດ, 2ແລະຂໍໜັງສືແນະນຳຕົວໄປທີ່ທຳມະສາລາໃນເມືອງດາມັສກັດ ເພື່ອວ່າຖ້າພົບຜູ້ໃດບໍ່ວ່າຍິງ ຫລືຊາຍກໍຕາມທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ ລາວກໍຈະຈັບພວກເຂົາມັດໄວ້ ແລ້ວນຳມາທີ່ນະຄອນເຢຣູຊາເລັມ.
3ພໍເມື່ອໂຊໂລເດີນທາງໃກ້ຈະຮອດເມືອງດາມັສກັດ ໃນທັນໃດນັ້ນ ກໍມີແສງສະຫວ່າງຈາກທ້ອງຟ້າແມບມາບລົງມາອ້ອມລາວ. 4ລາວລົ້ມລົງພື້ນດິນ ແລະໄດ້ຍິນສຽງໜຶ່ງກ່າວແກ່ຕົນວ່າ, “ໂຊໂລ ໂຊໂລເອີຍ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?”
5ໂຊໂລໄດ້ທູນຖາມວ່າ, “ພຣະອົງເຈົ້າເອີຍ ພຣະອົງແມ່ນຜູ້ໃດ?”
ພຣະອົງຕອບວ່າ, “ເຮົານີ້ແມ່ນເຢຊູຜູ້ເຈົ້າຂົ່ມເຫັງນັ້ນແຫຼະ 6ເຈົ້າຈົ່ງລຸກຂຶ້ນ ເຂົ້າໄປໃນເມືອງ ແລ້ວຈະມີຜູ້ບອກເຈົ້າວ່າຕ້ອງເຮັດຢ່າງໃດ.”
7ສ່ວນຄົນທີ່ເດີນທາງໄປກັບໂຊໂລນັ້ນ ຕ່າງກໍຢືນນິ້ງຢູ່ ແລະປາກບໍ່ອອກ ພວກເຂົາໄດ້ຍິນສຽງ ແຕ່ບໍ່ເຫັນຜູ້ໃດ. 8ໂຊໂລຈຶ່ງລຸກຂຶ້ນຈາກພື້ນດິນ ແລະມືນຕາແລ້ວ ແຕ່ເບິ່ງບໍ່ເຫັນສິ່ງໃດ. ດັ່ງນັ້ນ ພວກເຂົາຈຶ່ງຈູງລາວເຂົ້າໄປໃນເມືອງດາມັສກັດ. 9ເປັນເວລາສາມວັນ ທີ່ໂຊໂລບໍ່ສາມາດເຫັນຮຸ່ງໄດ້ ແລະທັງບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ.
10ຢູ່ໃນເມືອງດາມັສກັດນີ້ ຍັງມີຜູ້ທີ່ເຊື່ອຄົນໜຶ່ງຊື່ວ່າ ອານາເນຍ ອົງພຣະຜູ້ເປັນເຈົ້າກ່າວແກ່ລາວທາງນິມິດວ່າ, “ອານາເນຍເອີຍ.”
ລາວຕອບວ່າ, “ຂ້າແດ່ພຣະອົງເຈົ້າ ຂ້ານ້ອຍຢູ່ທີ່ນີ້.”
11ອົງພຣະຜູ້ເປັນເຈົ້າກ່າວແກ່ລາວວ່າ, “ຈົ່ງລຸກຂຶ້ນ ແລະໄປສູ່ຖະໜົນທີ່ເອີ້ນວ່າ ສາຍຊື່ ແລ້ວຈົ່ງຖາມຫາຊາຍຄົນໜຶ່ງທີ່ເຮືອນຂອງຢູດາຊື່ວ່າ ໂຊໂລ, ຊາວເມືອງຕາໂຊ ລາວກຳລັງພາວັນນາອະທິຖານຢູ່ 12ແລະລາວໄດ້ເຫັນໃນນິມິດນັ້ນວ່າ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ໄດ້ເຂົ້າມາວາງມືໃສ່ ເພື່ອໃຫ້ລາວໄດ້ເຫັນຮຸ່ງອີກ.”
13ເມື່ອອານາເນຍໄດ້ຍິນເຊັ່ນນັ້ນ ກໍຕອບວ່າ, “ຂ້າແດ່ພຣະອົງເຈົ້າ ຫລາຍຄົນໄດ້ບອກຂ້ານ້ອຍເຖິງເລື່ອງຊາຍຄົນນີ້ ຕະຫລອດທັງຄວາມຊົ່ວຮ້າຍທີ່ລາວໄດ້ເຮັດຕໍ່ໄພ່ພົນບໍຣິສຸດຂອງພຣະອົງໃນນະຄອນເຢຣູຊາເລັມ. 14ລາວມາທີ່ນີ້ ກໍເພາະຖືອຳນາດຈາກຫົວໜ້າປະໂຣຫິດ ເພື່ອຈັບກຸມທຸກຄົນທີ່ນະມັດສະການ ພຣະອົງ.”
15ແຕ່ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ອານາເນຍວ່າ, “ເຈົ້າຈົ່ງໄປເທາະ ເພາະເຮົາໄດ້ເລືອກເອົາຊາຍຄົນນີ້ ໃຫ້ຮັບໃຊ້ເຮົາ ເພື່ອລາວຈະນຳເອົານາມຊື່ຂອງເຮົາໄປຕໍ່ໜ້າຄົນຕ່າງຊາດ, ບັນດາກະສັດ ແລະຕໍ່ໜ້າປະຊາຊົນອິດສະຣາເອນ. 16ເພາະວ່າ ຝ່າຍເຮົາຈະສຳແດງໃຫ້ລາວເຫັນວ່າ ລາວຕ້ອງທົນທຸກລຳບາກຫລາຍເທົ່າໃດ ເພາະນາມຊື່ຂອງເຮົາ.”
17ແລ້ວອານາເນຍກໍໄປ ແລະເຂົ້າໃນເຮືອນນັ້ນວາງມືໃສ່ໂຊໂລ ແລ້ວກ່າວວ່າ, “ອ້າຍໂຊໂລເອີຍ, ອົງພຣະເຢຊູເຈົ້າ ຜູ້ໄດ້ຊົງປາກົດແກ່ເຈົ້າຕາມທາງທີ່ເຈົ້າກຳລັງມານັ້ນ ໄດ້ຊົງໃຊ້ເຮົາມາເພື່ອເຈົ້າຈະໄດ້ເຫັນຮຸ່ງອີກ ແລະເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ.” 18ໃນທັນໃດນັ້ນ ກໍມີສິ່ງໜຶ່ງຄືເກັດປາຕົກຈາກຕາຂອງໂຊໂລ ແລະເພິ່ນກໍເຫັນຮຸ່ງອີກ ໂຊໂລຈຶ່ງລຸກຂຶ້ນຮັບບັບຕິສະມາ, 19ເມື່ອກິນເຂົ້າແລ້ວ ເພິ່ນກໍມີແຮງຂຶ້ນ.
ໂຊໂລເທດສະໜາປະກາດທີ່ດາມັສກັດ
ໂຊໂລໄດ້ພັກຢູ່ນຳພວກຄົນທີ່ເຊື່ອໃນເມືອງດາມັສກັດ ເປັນເວລາຫລາຍວັນ. 20ແລ້ວເພິ່ນກໍໄດ້ໄປທີ່ທຳມະສາລາ ແລະເລີ່ມຕົ້ນເທດສະໜາປະກາດວ່າ ພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າ.
21ເມື່ອຄົນທັງຫລາຍໄດ້ຍິນໂຊໂລກ່າວ ທຸກຄົນຕ່າງກໍງຶດປະຫລາດໃຈ ແລະຖາມວ່າ, “ບໍ່ແມ່ນຄົນນີ້ບໍ ທີ່ຂ້າຄົນຜູ້ທີ່ຮ້ອງອອກນາມຊື່ພຣະເຢຊູເຈົ້າ ທີ່ນະຄອນເຢຣູຊາເລັມ? ລາວມາທີ່ນີ້ ມີເປົ້າໝາຍເພື່ອຈັບກຸມຄົນເຫຼົ່ານັ້ນ ແລະນຳກັບຄືນໄປຫາບັນດາຫົວໜ້າປະໂຣຫິດ ບໍ່ແມ່ນບໍ?”
22ແຕ່ການເທດສະໜາປະກາດຂອງໂຊໂລມີຣິດອຳນາດຫລາຍຂຶ້ນ ແລະການທີ່ເພິ່ນພິສູດໃຫ້ເຫັນຢ່າງໜັກແໜ້ນວ່າ ພຣະເຢຊູເຈົ້າເປັນພຣະຄຣິດນັ້ນ ໄດ້ສ້າງຄວາມອັດອັ້ນຕັນໃຈໃຫ້ແກ່ຊາວຢິວໃນເມືອງດາມັສກັດ.
23ແລ້ວຕໍ່ມາອີກຫລາຍວັນ ພວກຢິວກໍມາປຶກສາກັນເພື່ອວາງແຜນຂ້າໂຊໂລ 24ແຕ່ມີຄົນມາບອກເພິ່ນ ເຖິງແຜນການປອງຮ້າຍຂອງພວກເຂົາ ຄົນເຫຼົ່ານີ້ເຝົ້າຍາມປະຕູເມືອງທັງເວັນທັງຄືນ ເພື່ອໝາຍຈະຂ້າໂຊໂລ. 25ໃນເວລາກາງຄືນ ລູກສິດຂອງໂຊໂລໄດ້ຢ່ອນເພິ່ນລົງໃນກວຍໃຫຍ່ ຕາມປ່ອງຂອງກຳແພງເມືອງ.
ໂຊໂລໃນນະຄອນເຢຣູຊາເລັມ
26ເມື່ອໂຊໂລມາຮອດນະຄອນເຢຣູຊາເລັມແລ້ວ ເພິ່ນກໍພະຍາຍາມຈະເຂົ້າຮ່ວມກັບພວກສິດ, ແຕ່ພວກເຫຼົ່ານີ້ຍັງຢ້ານໂຊໂລຢູ່ ແລະບໍ່ເຊື່ອວ່າເພິ່ນກັບໃຈມາເປັນສິດຄົນໜຶ່ງແລ້ວ. 27ຕໍ່ມາ ບາຣະນາບາກໍຊ່ວຍໂຊໂລໃຫ້ໄດ້ເຂົ້າຮ່ວມນຳພວກອັກຄະສາວົກ ເພິ່ນໄດ້ອະທິບາຍສູ່ພວກອັກຄະສາວົກຟັງວ່າ ໂຊໂລໄດ້ເຫັນອົງພຣະຜູ້ເປັນເຈົ້າ ໃນກາງທາງຢ່າງໃດ ແລະພຣະອົງໄດ້ກ່າວແກ່ໂຊໂລຢ່າງໃດ ໂຊໂລໄດ້ເທດສະໜາປະກາດອອກພຣະນາມພຣະເຢຊູເຈົ້າ ດ້ວຍໃຈກ້າຫານຢູ່ໃນເມືອງດາມັສກັດຢ່າງໃດດ້ວຍ. 28ດັ່ງນັ້ນ ໂຊໂລຈຶ່ງຢູ່ກັບພວກອັກຄະສາວົກ ແລະທຽວໄປໆມາໆທົ່ວນະຄອນເຢຣູຊາເລັມ ເທດສະໜາປະກາດອອກພຣະນາມຂອງອົງພຣະຜູ້ເປັນເຈົ້າດ້ວຍໃຈກ້າຫານ. 29ແລະທ່ານຍັງໄດ້ສົນທະນາໂຕ້ຕອບກັບຊາວຢິວ ທີ່ປາກພາສາກຣີກ ແຕ່ຄົນເຫຼົ່ານີ້ພະຍາຍາມຈະຂ້າເພິ່ນ. 30ເມື່ອພວກພີ່ນ້ອງທີ່ເຊື່ອຮູ້ເຖິງເລື່ອງນີ້ ຈຶ່ງພາໂຊໂລໄປທີ່ເມືອງກາຍຊາເຣຍ ແລະສົ່ງເພິ່ນຕໍ່ໄປສູ່ເມືອງຕາໂຊ.
31ໃນຂະນະນັ້ນ ຄຣິສຕະຈັກທົ່ວແຂວງຢູດາຍ, ແຂວງຄາລີເລ ແລະ ຊາມາເຣຍ ຈຶ່ງມີຄວາມສະຫງົບສຸກແລະຈະເລີນຂຶ້ນ ພ້ອມກັນນັ້ນກໍດຳເນີນໄປໃນຄວາມຢຳເກງອົງພຣະຜູ້ເປັນເຈົ້າ ແລະຄຣິສຕະຈັກກໍເຕີບໂຕຂຶ້ນ ສ່ວນຈຳນວນຄຣິສຕະຈັກກໍເພີ່ມທະວີຫລາຍຂຶ້ນ ໂດຍໄດ້ຮັບການຊົງນຳ ຈາກອົງພຣະວິນຍານບໍຣິສຸດເຈົ້າ.
ໄອເນດີພະຍາດ
32ຝ່າຍເປໂຕນັ້ນ, ເມື່ອທຽວໄປທຸກທີ່ທຸກບ່ອນແລ້ວ ເພິ່ນກໍໄດ້ໄປຢ້ຽມຢາມໄພ່ພົນບໍຣິສຸດຂອງພຣະເຈົ້າທີ່ຢູ່ໃນເມືອງລິດດາ. 33ໃນທີ່ນີ້ ເປໂຕໄດ້ພົບຊາຍຄົນໜຶ່ງ ຊື່ວ່າ ໄອເນ ຜູ້ທີ່ນອນຢູ່ກັບບ່ອນໄດ້ແປດປີແລ້ວເພາະເປັນເປ້ຍ. 34ເປໂຕກ່າວແກ່ລາວວ່າ, “ໄອເນເອີຍ ພຣະເຢຊູຄຣິດເຈົ້າໄດ້ຊົງເຮັດໃຫ້ເຈົ້າຫາຍດີແລ້ວ ຈົ່ງລຸກຂຶ້ນ ແລະມ້ຽນບ່ອນນອນຂອງເຈົ້າສາ.” ແລະໃນທັນໃດນັ້ນ ໄອເນກໍລຸກຂຶ້ນຢືນ. 35ເມື່ອປະຊາຊົນທັງໝົດທີ່ຢູ່ໃນເມືອງລິດດາ ແລະ ຊາໂຣນ ໄດ້ເຫັນດັ່ງນັ້ນ, ພວກເຂົາຈຶ່ງກັບໃຈມາຫາອົງພຣະຜູ້ເປັນເຈົ້າ.
ໂດຣະກາເປັນຄືນຈາກຕາຍ
36ແລ້ວໃນເມືອງຢົບປາກໍມີລູກສິດຜູ້ໜຶ່ງ ຊື່ວ່າ ຕາບີທາ (ນາງມີຊື່ເປັນພາສາກຣີກວ່າ ໂດຣະກາ ໝາຍຄວາມວ່າ ກວາງແມ່). ນາງເຮັດແຕ່ຄຸນງາມຄວາມດີ ແລະເຄີຍໃຫ້ທານຄົນຍາກຈົນຕະຫລອດມາ. 37ໃນເວລານັ້ນ ນາງໄດ້ເຈັບປ່ວຍແລະຕາຍໄປ ເມື່ອພວກເຂົາອາບນໍ້າໃຫ້ຊາກສົບຂອງນາງແລ້ວ ກໍນຳເອົາຂຶ້ນໄປວາງໄວ້ທີ່ຫ້ອງຊັ້ນເທິງ. 38ເມືອງຢົບປາຢູ່ໃກ້ເມືອງລິດດາ ແລະເມື່ອຄົນທີ່ເຊື່ອໄດ້ຍິນວ່າ ເປໂຕຢູ່ທີ່ເມືອງລິດດາ ພວກເຂົາຈຶ່ງໃຊ້ສອງຄົນນຳຄຳຮ້ອງຂໍໄປຫາເພິ່ນວ່າ, “ຂໍຄວາມກະລຸນາ ຟ້າວມາຫາພວກເຮົາດ້ວຍ ຢ່າໄດ້ຊັກຊ້າ.” 39ດັ່ງນັ້ນ ເປໂຕຈຶ່ງລຸກຂຶ້ນໄປກັບພວກເຂົາ ເມື່ອມາເຖິງແລ້ວ ພວກເຂົາກໍນຳເພິ່ນຂຶ້ນໄປທີ່ຫ້ອງຊັ້ນເທິງ ຊຶ່ງມີແມ່ໝ້າຍທັງໝົດໄດ້ມາອ້ອມເພິ່ນໄວ້ ທັງຮ້ອງໄຫ້ ແລະຊີ້ໃຫ້ເຫັນເສື້ອຜ້າ ແລະເສື້ອຊັ້ນນອກຕ່າງໆທີ່ໂດຣະກາເປັນຜູ້ເຮັດ ເມື່ອນາງຍັງມີຊີວິດຢູ່ກັບພວກຕົນ. 40ເປໂຕບອກໃຫ້ທຸກຄົນອອກໄປຂ້າງນອກ ສ່ວນເພິ່ນນັ້ນຄຸເຂົ່າລົງພາວັນນາອະທິຖານຂໍ ແລ້ວກໍຫັນໜ້າໄປທາງຊາກສົບ ແລະກ່າວວ່າ, “ຕາບີທາ ຈົ່ງລຸກຂຶ້ນ.” ນາງກໍມືນຕາ ແລະເມື່ອເຫັນເປໂຕ ນາງຈຶ່ງລຸກຂຶ້ນນັ່ງ. 41ຝ່າຍເປໂຕກໍຍື່ນມືຊ່ວຍເຫຼືອນາງໃຫ້ລຸກຂຶ້ນ, ແລ້ວເພິ່ນກໍເອີ້ນພີ່ນ້ອງຜູ້ທີ່ເຊື່ອທຸກຄົນເຂົ້າມາ ລວມທັງບັນດາແມ່ໝ້າຍ ແລະເພິ່ນໄດ້ມອບນາງທີ່ເປັນຄືນມາຈາກຕາຍນັ້ນ ໃຫ້ແກ່ພວກເຂົາ. 42ຂ່າວກ່ຽວກັບເລື່ອງນີ້ ໄດ້ແຜ່ອອກໄປທົ່ວເມືອງຢົບປາ ແລະມີຫລາຍຄົນໄດ້ເຊື່ອໃນອົງພຣະຜູ້ເປັນເຈົ້າ. 43ຈາກນັ້ນ ເປໂຕໄດ້ອາໄສຢູ່ໃນເມືອງຢົບປາເປັນເວລາຫລາຍວັນ ຢູ່ກັບຊາຍຄົນໜຶ່ງ ຊື່ວ່າ ຊີໂມນເປັນຊ່າງຟອກໜັງ.
Currently Selected:
ກິດຈະການ 9: ພຄພ
Highlight
Share
Copy
![None](/_next/image?url=https%3A%2F%2Fimageproxy.youversionapi.com%2F58%2Fhttps%3A%2F%2Fweb-assets.youversion.com%2Fapp-icons%2Fen.png&w=128&q=75)
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.