“ເມື່ອເຈົ້າທັງຫລາຍຖືສິນອົດອາຫານ ຢ່າເຮັດສີໜ້າເສົ້າໝອງເໝືອນດັ່ງຄົນໜ້າຊື່ໃຈຄົດ. ດ້ວຍວ່າ, ເຂົາເຮັດສີໜ້າເສົ້າໝອງ ເພື່ອໃຫ້ຄົນທັງຫລາຍເຫັນວ່າພວກຕົນຖືສິນອົດອາຫານ. ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ. ເມື່ອເຈົ້າຖືສິນອົດອາຫານນັ້ນ ຈົ່ງລ້າງໜ້າແລະຫວີຜົມ, ເພື່ອບໍ່ໃຫ້ຄົນອື່ນຮູ້ໄດ້ວ່າ ເຈົ້າກຳລັງຖືສິນອົດອາຫານ ມີແຕ່ພຣະບິດາຂອງເຈົ້າຜູ້ທີ່ຢູ່ໃນທີ່ລັບລີ້ຮູ້ຈັກ ຝ່າຍພຣະບິດາຂອງເຈົ້າຜູ້ທີ່ເຫັນໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.”