ລູກາ 24
24
ພຣະເຢຊູເຈົ້າໄດ້ເປັນຄືນມາຈາກຕາຍ
(ມທ 28:1-8; ມຣກ 16:1-8; ຢຮ 20:1-8)
1ແຕ່ຮຸ່ງເຊົ້າຂອງວັນຕົ້ນສັບປະດາ ພວກແມ່ຍິງໄດ້ນຳເອົາເຄື່ອງຫອມທີ່ຕຽມໄວ້ນັ້ນມາທີ່ອຸບມຸງ. 2ພວກເຂົາໄດ້ເຫັນວ່າກ້ອນຫີນໄດ້ຖືກກຶ່ງອອກຈາກປາກອຸບມຸງແລ້ວ, 3ແຕ່ເມື່ອພວກເຂົາເຂົ້າໄປ ພວກເຂົາກໍບໍ່ພົບສົບຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ. 4ໃນຂະນະທີ່ພວກເຂົາກຳລັງສົງໄສກ່ຽວກັບເລື່ອງນີ້ຢູ່, ໃນທັນໃດນັ້ນ ກໍມີຊາຍສອງຄົນນຸ່ງເຄື່ອງທີ່ຮຸ່ງເຫລື້ອມເໝືອນຟ້າແມບມາຢືນຢູ່ທາງຂ້າງພວກເຂົາ. 5ດ້ວຍຄວາມຢ້ານກົວຂອງພວກເຂົາ ພວກແມ່ຍິງຈຶ່ງໄດ້ໝອບລົງທີ່ພື້ນດິນ ແຕ່ຊາຍສອງຄົນໄດ້ເວົ້າກັບພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງມາຊອກຫາຄົນເປັນໃນທ່າມກາງຄົນຕາຍ? 6ພຣະອົງບໍ່ໄດ້ຢູ່ທີ່ນີ້, ພຣະອົງເປັນຄືນມາແລ້ວ! ຈົ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ບອກພວກເຈົ້າໄວ້ໃນຂະນະທີ່ພຣະອົງຍັງຢູ່ກັບພວກເຈົ້າໃນແຂວງຄາລີເລວ່າ: 7‘ບຸດມະນຸດຈະຕ້ອງຖືກມອບໄວ້ໃນມືຂອງບັນດາຄົນບາບ, ພຣະອົງຈະຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ໃນວັນທີສາມຈະເປັນຄືນມາອີກ’”. 8ແລ້ວພວກເຂົາຈຶ່ງລະນຶກເຖິງຖ້ອຍຄຳຂອງພຣະອົງ.
9ເມື່ອພວກເຂົາກັບມາຈາກອຸບມຸງແລ້ວ, ພວກເຂົາກໍເລົ່າເຫດການທັງໝົດນີ້ໃຫ້ພວກອັກຄະສາວົກສິບເອັດຄົນ ແລະ ຄົນອື່ນທັງໝົດຟັງ. 10ເຊິ່ງມີມາຣີຊາວມັກດາລາ, ໂຢຮັນນາ, ມາຣີແມ່ຂອງຢາໂກໂບ ແລະ ພ້ອມກັບແມ່ຍິງຄົນອື່ນທີ່ຢູ່ກັບພວກເຂົາທີ່ໄດ້ເລົ່າເຫດການນີ້ໃຫ້ພວກອັກຄະສາວົກຟັງ. 11ແຕ່ພວກເພິ່ນບໍ່ເຊື່ອພວກແມ່ຍິງ ເພາະຄຳເວົ້າຂອງພວກເຂົາເບິ່ງຄືໄຮ້ສາລະ. 12ເຖິງຢ່າງໃດກໍຕາມ ເປໂຕໄດ້ລຸກຂຶ້ນແລ້ວແລ່ນໄປທີ່ອຸບມຸງ. ເພິ່ນກົ້ມລົງເບິ່ງໄປທົ່ວ. ເພິ່ນເຫັນແຕ່ຜ້າຝ້າຍລິນິນກອງຢູ່ ແລະ ເພິ່ນກໍກັບຄືນໄປດ້ວຍຄວາມຄິດສົງໄສໃນສິ່ງທີ່ເກີດຂຶ້ນ.
ຕາມທາງໄປບ້ານເອມາອູດ
13ບັດນີ້ ໃນວັນດຽວກັນນັ້ນສາວົກສອງຄົນກຳລັງເດີນທາງໄປບ້ານໜຶ່ງທີ່ມີຊື່ວ່າເອມາອູດ, ເຊິ່ງໄກຈາກເຢຣູຊາເລັມປະມານ 7 ໄມ.#24:13 ຫລື ປະມານ 11 ກິໂລແມັດ 14ພວກເພິ່ນໄດ້ສົນທະນາກັນກ່ຽວກັບທຸກສິ່ງທີ່ໄດ້ເກີດຂຶ້ນນັ້ນ. 15ຂະນະທີ່ພວກເພິ່ນກຳລັງສົນທະນາ ແລະ ປຶກສາກັນເຖິງສິ່ງເຫລົ່ານັ້ນຢູ່, ພຣະເຢຊູເຈົ້າເອງໄດ້ມາ ແລະ ຍ່າງໄປກັບພວກເພິ່ນ, 16ແຕ່ພວກເພິ່ນກໍຖືກເຮັດໃຫ້ຈື່ພຣະອົງບໍ່ໄດ້.
17ພຣະອົງຖາມພວກເພິ່ນວ່າ, “ຂະນະທີ່ຍ່າງມາຕາມທາງນັ້ນພວກເຈົ້າໄດ້ສົນທະນາກັນເຖິງເລື່ອງຫຍັງ?”
ແລ້ວພວກເພິ່ນກໍຢຸດຢືນຢູ່, ຕ່າງກໍມີສີໜ້າໂສກເສົ້າ. 18ແລ້ວຄົນໜຶ່ງຊື່ກະໂລປາໄດ້ຖາມພຣະອົງວ່າ, “ທ່ານເປັນພຽງແຂກທີ່ມາຢ້ຽມຢາມເຢຣູຊາເລັມຈຶ່ງບໍ່ຮູ້ເຫດການຕ່າງໆທີ່ເກີດຂຶ້ນລະຫວ່າງວັນເຫລົ່ານັ້ນບໍ?”
19ພຣະອົງຖາມວ່າ, “ເຫດການອັນໃດ?”
ພວກເພິ່ນຈຶ່ງຕອບວ່າ, “ເລື່ອງພຣະເຢຊູເຈົ້າໄທນາຊາເຣັດ, ພຣະອົງເປັນຜູ້ທຳນວາຍ, ມີລິດອຳນາດໃນຖ້ອຍຄຳ ແລະ ການກະທຳຕໍ່ໜ້າພຣະເຈົ້າ ແລະ ຕໍ່ໜ້າຄົນທັງປວງ. 20ພວກຫົວໜ້າປະໂລຫິດ ແລະ ພວກຜູ້ປົກຄອງຂອງພວກເຮົາໄດ້ມອບພຣະອົງໄວ້ໃຫ້ຮັບໂທດເຖິງຕາຍ, ພວກເຂົາຄຶງພຣະອົງໄວ້ທີ່ໄມ້ກາງແຂນ, 21ແຕ່ພວກເຮົາຫວັງວ່າພຣະອົງຄືຜູ້ທີ່ຈະມາໄຖ່ຊົນຊາດອິດສະຣາເອນ. ແລະ ຫລາຍກວ່ານັ້ນອີກ ວັນນີ້ກໍເປັນວັນທີສາມແລ້ວນັບຕັ້ງແຕ່ເຫດການນັ້ນໄດ້ເກີດຂຶ້ນ. 22ນອກຈາກນີ້ ແມ່ຍິງບາງຄົນໃນພວກເຮົາຍັງເຮັດໃຫ້ພວກເຮົາປະຫລາດໃຈຄື ພວກເຂົາໄດ້ໄປທີ່ອຸບມຸງແຕ່ຮຸ່ງເຊົ້າວັນນີ້. 23ແຕ່ບໍ່ພົບສົບຂອງພຣະອົງ. ພວກເຂົາໄດ້ກັບມາບອກພວກເຮົາວ່າພວກເຂົາໄດ້ເຫັນນິມິດຄືມີເທວະດາມາບອກວ່າພຣະອົງຍັງມີຊີວິດຢູ່. 24ແລ້ວສະຫາຍຂອງພວກເຮົາບາງຄົນກໍໄດ້ໄປທີ່ອຸບມຸງ ແລະ ໄດ້ພົບເຫັນເໝືອນທີ່ພວກແມ່ຍິງໄດ້ບອກນັ້ນ, ແຕ່ພວກເພິ່ນບໍ່ໄດ້ເຫັນພຣະເຢຊູເຈົ້າ”.
25ພຣະອົງກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຄືໂງ່ແທ້ ແລະ ຊ້າທີ່ຈະເຊື່ອທຸກຄຳທີ່ບັນດາພວກຜູ້ທຳນວາຍໄດ້ກ່າວໄວ້! 26ພຣະຄຣິດເຈົ້າ#24:26 ຫລື ພຣະເມຊີອາ ເຊັ່ນດຽວກັບຂໍ້ 46ຕ້ອງທົນທຸກທໍລະມານຕໍ່ສິ່ງເຫລົ່ານັ້ນກ່ອນ ແລ້ວຈຶ່ງເຂົ້າສູ່ສະຫງ່າລາສີຂອງພຣະອົງບໍ່ແມ່ນບໍ?” 27ຈາກນັ້ນ ພຣະອົງຈຶ່ງອະທິບາຍທຸກຢ່າງທີ່ກ່າວໄວ້ໃນພຣະຄຳພີກ່ຽວກັບພຣະອົງເອງໃຫ້ພວກເພິ່ນທັງສອງຟັງຕັ້ງແຕ່ໂມເຊຕະຫລອດຈົນບັນດາຜູ້ທຳນວາຍທັງໝົດ.
28ເມື່ອພວກເພິ່ນມາໃກ້ບ້ານທີ່ພວກເພິ່ນກຳລັງຈະໄປນັ້ນ, ພຣະເຢຊູເຈົ້າເຮັດຄືຈະຜ່ານໄປເລີຍ. 29ແຕ່ພວກເພິ່ນໄດ້ໜ່ວງໜ່ຽວພຣະອົງວ່າ, “ແວ່ພັກເຊົາຢູ່ກັບພວກເຮົາກ່ອນເພາະໃກ້ຈະຄ່ຳ, ກາງເວັນກໍຈະໝົດໄປແລ້ວ”. ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປພັກເຊົາຢູ່ກັບພວກເພິ່ນ.
30ເມື່ອພຣະອົງນັ່ງຮ່ວມໂຕະກັບພວກເພິ່ນ ພຣະອົງໄດ້ຈັບເອົາເຂົ້າຈີ່, ໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ແລ້ວເລີ່ມຍື່ນໃຫ້ພວກເພິ່ນ. 31ຫລັງຈາກນັ້ນ ຕາຂອງພວກເພິ່ນກໍຖືກເປີດອອກ ແລະ ພວກເພິ່ນຈື່ພຣະອົງໄດ້ ແລ້ວພຣະອົງກໍຫາຍໄປຈາກສາຍຕາຂອງພວກເພິ່ນ. 32ພວກເພິ່ນຈຶ່ງເວົ້າກັນວ່າ, “ໃຈຂອງພວກເຮົາກໍຮ້ອນຮົນຢູ່ພາຍໃນຂະນະທີ່ພຣະອົງກ່າວກັບພວກເຮົາຕາມທາງ ແລະ ໄດ້ຍົກພຣະຄຳພີມາອະທິບາຍໃຫ້ພວກເຮົາຟັງບໍ່ແມ່ນບໍ?”
33ພວກເພິ່ນທັງສອງກໍລຸກຂຶ້ນກັບໄປທີ່ເຢຣູຊາເລັມທັນທີ. ພວກເພິ່ນໄດ້ພົບສາວົກສິບເອັດຄົນກັບຄົນອື່ນໆເຕົ້າໂຮມກັນຢູ່ 34ແລະ ກຳລັງເວົ້າກັນວ່າ, “ເປັນຄວາມຈິງແທ້! ອົງພຣະຜູ້ເປັນເຈົ້າເປັນຄືນມາແລ້ວ, ແລະ ພຣະອົງໄດ້ປາກົດແກ່ຊີໂມນ”. 35ແລ້ວທັງສອງຄົນນັ້ນກໍໄດ້ເລົ່າເຫດການທີ່ເກີດຂຶ້ນຕາມທາງ ແລະ ທີ່ພວກເພິ່ນຈື່ພຣະເຢຊູເຈົ້າໄດ້ແມ່ນເວລາທີ່ພຣະອົງຫັກເຂົ້າຈີ່.
ພຣະເຢຊູເຈົ້າປາກົດແກ່ພວກສາວົກ
36ຂະນະທີ່ພວກເຂົາກຳລັງເລົ່າເຫດການນີ້ຢູ່, ພຣະເຢຊູເຈົ້າເອງກໍໄດ້ມາຢືນຢູ່ທ່າມກາງພວກເພິ່ນ ແລະ ກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າທັງຫລາຍ”.
37ພວກເພິ່ນສະດຸ້ງຕົກໃຈຢ້ານຫລາຍ, ຄິດວ່າຕົນເຫັນຜີ. 38ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ເປັນຫຍັງພວກເຈົ້າຈຶ່ງວຸ້ນວາຍໃຈ? ເປັນຫຍັງຈຶ່ງຄິດສົງໄສຂຶ້ນໃນຈິດໃຈຂອງພວກເຈົ້າ? 39ຈົ່ງເບິ່ງມື ແລະ ຕີນຂອງເຮົາ. ນີ້ແມ່ນເຮົາເອງ! ສຳພັດເຮົາເບິ່ງ; ເພາະວ່າຜີບໍ່ມີເນື້ອໜັງ ແລະ ກະດູກ ເໝືອນທີ່ພວກເຈົ້າເຫັນຢູ່ວ່າເຮົາມີ”.
40ເມື່ອພຣະອົງກ່າວດັ່ງນີ້ແລ້ວ ພຣະອົງກໍໄດ້ໃຫ້ພວກເພິ່ນເບິ່ງມື ແລະ ຕີນຂອງພຣະອົງ. 41ແລະ ໃນຂະນະທີ່ພວກເພິ່ນຍັງບໍ່ເຊື່ອເລື່ອງນີ້ເພາະຄວາມຊື່ນຊົມຍິນດີ ແລະ ຍັງປະຫລາດໃຈຢູ່, ພຣະອົງຈຶ່ງຖາມພວກເພິ່ນວ່າ, “ຢູ່ທີ່ນີ້ພວກເຈົ້າມີຫຍັງໃຫ້ກິນບໍ?” 42ພວກເພິ່ນກໍເອົາປາປີ້ງຕ່ອນໜຶ່ງມາໃຫ້ພຣະອົງ, 43ແລະ ພຣະອົງຮັບເອົາປາມາກິນຕໍ່ໜ້າພວກເພິ່ນ.
44ແລ້ວພຣະອົງກໍໄດ້ກ່າວກັບພວກເພິ່ນວ່າ, “ນີ້ຄືສິ່ງທີ່ເຮົາບອກໄວ້ໃນຂະນະທີ່ເຮົາຍັງຢູ່ກັບພວກເຈົ້າຄື: ທຸກສິ່ງຈະຕ້ອງເກີດຂຶ້ນຕາມທີ່ມີຂຽນໄວ້ກ່ຽວກັບເຮົາໃນກົດບັນຍັດຂອງໂມເຊ, ຂໍ້ຂຽນຜູ້ທຳນວາຍ ແລະ ໃນເພງສັນລະເສີນ”.
45ຫລັງຈາກນັ້ນ ພຣະອົງໄດ້ເປີດຈິດໃຈຂອງພວກເພິ່ນເພື່ອພວກເພິ່ນຈະສາມາດເຂົ້າໃຈພຣະຄຳພີ. 46ແລ້ວພຣະອົງກໍກ່າວແກ່ພວກເພິ່ນວ່າ, “ນີ້ຄືສິ່ງທີ່ຂຽນໄວ້ຄື ພຣະຄຣິດເຈົ້າຕ້ອງທົນທຸກທໍລະມານ ແລະ ຕ້ອງເປັນຄືນມາຈາກຕາຍໃນວັນທີສາມ, 47ແລະ ການຖິ້ມໃຈເກົ່າເອົາໃຈໃໝ່ເພື່ອການອະໄພບາບຈະຖືກປະກາດໃນນາມຂອງພຣະອົງແກ່ທຸກຊົນຊາດ, ເຊິ່ງເລີ່ມຕັ້ງແຕ່ທີ່ເຢຣູຊາເລັມ. 48ພວກເຈົ້າທັງຫລາຍຄືພະຍານໃນເລື່ອງເຫລົ່ານີ້. 49ເຮົາຈະສົ່ງສິ່ງທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ມາໃຫ້ພວກເຈົ້າ, ແຕ່ຈົ່ງຢູ່ໃນເມືອງນີ້ຈົນກວ່າພວກເຈົ້າຈະໄດ້ຮັບລິດອຳນາດທີ່ມາຈາກເບື້ອງເທິງ”.
ການຂຶ້ນສູ່ສະຫວັນຂອງພຣະເຢຊູເຈົ້າ
50ເມື່ອພຣະອົງພາພວກເພິ່ນອອກໄປທີ່ຂົງເຂດໃກ້ຄຽງໃນເບັດທານີແລ້ວ, ພຣະອົງຍົກມືຂອງພຣະອົງຂຶ້ນອວຍພອນພວກເພິ່ນ. 51ໃນຂະນະທີ່ພຣະອົງກຳລັງອວຍພອນພວກເພິ່ນຢູ່ນັ້ນ ພຣະອົງກໍຈາກພວກເພິ່ນໄປ ແລະ ຖືກຮັບຂຶ້ນສູ່ສະຫວັນ. 52ພວກເພິ່ນທັງຫລາຍຈຶ່ງນະມັດສະການພຣະອົງ ແລະ ກັບຄືນໄປທີ່ເຢຣູຊາເລັມດ້ວຍຄວາມຊື່ນຊົມຍິນດີອັນໃຫຍ່. 53ແລະ ພວກເພິ່ນໄດ້ຢູ່ໃນບໍລິເວນວິຫານເປັນປະຈຳເພື່ອສັນລະເສີນພຣະເຈົ້າ.
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.