ໂຢຮັນ 9
9
ພຣະເຢຊູເຈົ້າຮັກສາຊາຍຕາບອດມາແຕ່ເກີດ
1ຂະນະທີ່ພຣະອົງຍ່າງໄປຕາມທາງ, ພຣະອົງເຫັນຊາຍຄົນໜຶ່ງຕາບອດມາແຕ່ເກີດ. 2ພວກສາວົກຖາມພຣະອົງວ່າ, “ອາຈານເອີຍ, ຜູ້ໃດນໍທີ່ໄດ້ເຮັດບາບ ຊາຍຄົນນີ້ ຫລື ພໍ່ແມ່ຂອງລາວ, ລາວຈຶ່ງເກີດມາຕາບອດ?”
3ພຣະເຢຊູເຈົ້າກ່າວວ່າ, “ບໍ່ແມ່ນຊາຍຄົນນີ້ ຫລື ພໍ່ແມ່ຂອງລາວທີ່ເຮັດບາບ ແຕ່ສິ່ງນີ້ເກີດຂຶ້ນເພື່ອພາລະກິດຂອງພຣະເຈົ້າຈະສະແດງໃນຊີວິດຂອງລາວ. 4ຕາບໃດທີ່ຍັງເປັນເວລາກາງເວັນຢູ່, ພວກເຮົາທັງຫລາຍຕ້ອງເຮັດພາລະກິດຂອງພຣະອົງຜູ້ໃຊ້ເຮົາມາ. ເວລາກາງຄືນກໍໃກ້ຈະມາເຖິງແລ້ວ, ເວລານັ້ນບໍ່ມີຜູ້ໃດເຮັດການໄດ້. 5ໃນຂະນະທີ່ເຮົາຍັງຢູ່ໃນໂລກນີ້ ເຮົາກໍເປັນຄວາມສະຫວ່າງຂອງໂລກ”.
6ເມື່ອພຣະອົງກ່າວດັ່ງນີ້ແລ້ວພຣະອົງກໍຖົ່ມນ້ຳລາຍລົງພື້ນດິນ ເຮັດເປັນຂີ້ຕົມ ແລະ ທາໃສ່ຕາຂອງຊາຍຄົນນັ້ນ. 7ພຣະອົງສັ່ງລາວວ່າ, “ຈົ່ງໄປລ້າງອອກທີ່ສະນ້ຳສີໂລອາມ” (ສີໂລອາມແປວ່າ ໃຊ້ໄປ). ດັ່ງນັ້ນ ຊາຍຄົນນັ້ນຈຶ່ງໄປລ້າງຂີ້ຕົມອອກ ແລະ ຂະນະທີ່ກັບຄືນມາເຮືອນກໍເຫັນຮຸ່ງ.
8ເພື່ອນບ້ານຂອງລາວ ແລະ ຜູ້ທີ່ເຄີຍເຫັນລາວນັ່ງຂໍທານກໍຖາມກັນວ່າ, “ຄົນນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍທານນັ້ນບໍ?” 9ບາງຄົນກໍວ່າແມ່ນແລ້ວ.
ຄົນອື່ນໆກໍເວົ້າວ່າ, “ບໍ່ແມ່ນ ພຽງແຕ່ໜ້າຕາລາວຄືກັນເທົ່ານັ້ນ”.
ແຕ່ໂຕລາວເອງຢືນຢັນວ່າ, “ຂ້ອຍຄືຊາຍຄົນນັ້ນ”.
10ພວກເຂົາຖາມລາວວ່າ, “ແລ້ວຕາຂອງເຈົ້າເຫັນຮຸ່ງໄດ້ແນວໃດ?”
11ລາວຕອບວ່າ, “ມີຊາຍຄົນໜຶ່ງຊື່ວ່າເຢຊູ ໄດ້ເຮັດຂີ້ຕົມແລ້ວທາໃສ່ຕາທັງສອງເບື້ອງຂອງຂ້ອຍ ແລະ ສັ່ງໃຫ້ຂ້ອຍໄປລ້າງອອກທີ່ສະນ້ຳສີໂລອາມ. ດັ່ງນັ້ນ ຂ້ອຍຈຶ່ງໄປລ້າງອອກແລ້ວຂ້ອຍກໍເບິ່ງເຫັນໄດ້”.
12ພວກເຂົາຖາມວ່າ, “ຊາຍຄົນນັ້ນຢູ່ໃສ?”
ລາວຕອບວ່າ, “ຂ້ອຍບໍ່ຮູ້”.
ພວກຟາຣີຊາຍສືບສວນເລື່ອງການຮັກສາ
13ພວກເຂົາຈຶ່ງພາຄົນທີ່ເຄີຍຕາບອດມາພົບພວກຟາຣີຊາຍ. 14ວັນທີ່ພຣະເຢຊູເຈົ້າໄດ້ເຮັດຂີ້ຕົມ ແລະ ຮັກສາຕາຂອງຊາຍຄົນນັ້ນໃຫ້ເຊົາບອດເປັນວັນຊະບາໂຕ. 15ດັ່ງນັ້ນ ພວກຟາຣີຊາຍຈຶ່ງຖາມຊາຍຄົນນັ້ນເໝືອນກັນວ່າລາວເຫັນຮຸ່ງໄດ້ຢ່າງໃດ. ຊາຍຄົນນັ້ນກໍຕອບວ່າ, “ເພິ່ນຜູ້ນັ້ນໄດ້ເອົາຂີ້ຕົມທາໃສ່ຕາທັງສອງເບື້ອງຂອງຂ້ານ້ອຍ, ແລ້ວຂ້ານ້ອຍໄປລ້າງອອກ ແລະ ດຽວນີ້ຂ້ານ້ອຍກໍເຫັນຮຸ່ງ”.
16ພວກຟາຣີຊາຍບາງຄົນຈຶ່ງເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະເຈົ້າ ເພາະລາວບໍ່ຖືຮັກສາວັນຊະບາໂຕ”.
ແຕ່ຄົນອື່ນກໍຖາມວ່າ, “ຄົນບາບຈະສະແດງໝາຍສຳຄັນຢ່າງນີ້ໄດ້ແນວໃດ?” ດັ່ງນັ້ນ ພວກເຂົາຈຶ່ງແຕກແຍກກັນ.
17ໃນທີ່ສຸດ ພວກເຂົາຈຶ່ງຖາມຊາຍຕາບອດອີກວ່າ, “ເຈົ້າຈະວ່າຢ່າງໃດກ່ຽວກັບເລື່ອງຄົນນັ້ນ? ໃນເມື່ອລາວຮັກສາຕາຂອງເຈົ້າໃຫ້ເຊົາບອດ”.
ລາວຕອບວ່າ, “ເພິ່ນເປັນຜູ້ທຳນວາຍ”.
18ພວກຢິວຍັງບໍ່ເຊື່ອວ່າລາວເຄີຍຕາບອດ ແລະ ກັບມາເຫັນຮຸ່ງໄດ້ ຈົນວ່າພວກເຂົາໄດ້ໄປເອີ້ນເອົາພໍ່ແມ່ຂອງລາວມາ. 19ພວກເຂົາຖາມວ່າ, “ຄົນນີ້ເປັນລູກຊາຍຂອງພວກເຈົ້າແມ່ນບໍ? ຄົນນີ້ເປັນຄົນທີ່ພວກເຈົ້າບອກວ່າຕາບອດມາແຕ່ເກີດແມ່ນບໍ? ບັດນີ້ ລາວເຫັນຮຸ່ງໄດ້ແນວໃດ?”
20ພໍ່ແມ່ຂອງລາວຕອບວ່າ, “ພວກຂ້ານ້ອຍຮູ້ວ່າລາວເປັນລູກຊາຍຂອງພວກຂ້ານ້ອຍ ແລະ ພວກຂ້ານ້ອຍຮູ້ວ່າລາວຕາບອດມາຕັ້ງແຕ່ເກີດ. 21ແຕ່ພວກຂ້ານ້ອຍບໍ່ຮູ້ວ່າ ດຽວນີ້ລາວເຫັນຮຸ່ງໄດ້ແນວໃດ ຫລື ຜູ້ໃດຮັກສາຕາຂອງລາວໃຫ້ເຊົາບອດ. ຈົ່ງຖາມລາວສາ. ລາວເປັນຜູ້ໃຫຍ່ແລ້ວ ລາວເວົ້າເອງໄດ້”. 22ພໍ່ແມ່ຂອງລາວເວົ້າຢ່າງນີ້ກໍເພາະຢ້ານພວກຜູ້ນຳຂອງຢິວ ເພາະພວກເຂົາໄດ້ຕົກລົງກັນໄວ້ແລ້ວວ່າຖ້າຜູ້ໃດຍອມຮັບພຣະເຢຊູເຈົ້າວ່າເປັນພຣະຄຣິດເຈົ້າ#9:22 ຫລື ພຣະເມຊີອາຈະຕ້ອງຖືກໄລ່ອອກຈາກທຳມະສາລາ. 23ດ້ວຍເຫດນີ້ພໍ່ແມ່ຂອງລາວຈຶ່ງບອກວ່າ, “ລາວເປັນຜູ້ໃຫຍ່ແລ້ວ, ຈົ່ງຖາມລາວເອງ”.
24ພວກເຂົາຈຶ່ງເອີ້ນເອົາຄົນທີ່ເຄີຍຕາບອດມາພົບເປັນເທື່ອທີສອງ ແລະ ເວົ້າວ່າ, “ຈົ່ງຖວາຍກຽດແກ່ພຣະເຈົ້າດ້ວຍການເວົ້າຄວາມຈິງ. ພວກເຮົາຮູ້ວ່າຄົນນັ້ນເປັນຄົນບາບ”.
25ລາວຕອບວ່າ, “ເພິ່ນເປັນຄົນບາບ ຫລື ບໍ່ນັ້ນ, ຂ້ານ້ອຍບໍ່ຮູ້. ສິ່ງດຽວທີ່ຂ້ານ້ອຍຮູ້ຄື ຂ້ານ້ອຍເຄີຍຕາບອດ ແຕ່ມາດຽວນີ້ຂ້ານ້ອຍເຫັນຮຸ່ງແລ້ວ!”
26ແລ້ວພວກເຂົາຈຶ່ງຖາມວ່າ, “ເພິ່ນໄດ້ເຮັດຢ່າງໃດກັບເຈົ້າ? ເພິ່ນເຮັດວິທີໃດຕາຂອງເຈົ້າຈຶ່ງເຊົາບອດ?”
27ລາວຕອບວ່າ, “ຂ້ານ້ອຍໄດ້ບອກພວກທ່ານແລ້ວ ແລະ ພວກທ່ານບໍ່ຟັງ. ເປັນຫຍັງພວກທ່ານຈຶ່ງຢາກຟັງອີກ? ບໍ່ແມ່ນພວກທ່ານຢາກເປັນສາວົກຂອງເພິ່ນເໝືອນກັນບໍ?”
28ແລ້ວພວກເຂົາຈຶ່ງພາກັນເວົ້າດູຖູກລາວຢ່າງໃຫຍ່ ແລະ ເວົ້າວ່າ, “ເຈົ້າເປັນສາວົກຂອງຄົນນັ້ນ! ສ່ວນພວກເຮົາເປັນສາວົກຂອງໂມເຊ! 29ພວກເຮົາຮູ້ວ່າພຣະເຈົ້າໄດ້ກ່າວກັບໂມເຊ ແຕ່ສຳລັບຄົນນັ້ນ, ພວກເຮົາບໍ່ຮູ້ຈັກວ່າລາວມາຈາກໃສ”.
30ຊາຍຄົນນັ້ນຕອບວ່າ, “ປະຫລາດໃຈແທ້! ພວກທ່ານບໍ່ຮູ້ຈັກວ່າເພິ່ນມາຈາກໃສ ແຕ່ເພິ່ນໄດ້ຮັກສາຕາຂອງຂ້ານ້ອຍໃຫ້ເຊົາບອດ. 31ພວກເຮົາຮູ້ຈັກວ່າພຣະເຈົ້າບໍ່ຟັງຄົນບາບ. ພຣະອົງຟັງຄົນທີ່ຢຳເກງພຣະເຈົ້າ ແລະ ເຮັດໄປຕາມຄວາມປະສົງຂອງພຣະອົງ. 32ບໍ່ມີຜູ້ໃດເຄີຍໄດ້ຍິນເລື່ອງການຮັກສາຄົນຕາບອດຕັ້ງແຕ່ເກີດໃຫ້ເຫັນຮຸ່ງໄດ້. 33ຖ້າຊາຍຄົນນີ້ບໍ່ໄດ້ມາຈາກພຣະເຈົ້າແລ້ວເພິ່ນກໍບໍ່ສາມາດເຮັດສິ່ງໃດໄດ້”.
34ພວກເຂົາຕອບໂຕ້ລາວວ່າ, “ເຈົ້າຕົກຢູ່ໃນຄວາມບາບມາຕັ້ງແຕ່ເກີດ; ເຈົ້າກ້າມາສັ່ງສອນພວກເຮົາໄດ້ຢ່າງໃດ!” ແລ້ວພວກເຂົາກໍໄລ່ລາວອອກໄປ.
ຕາບອດຝ່າຍຈິດວິນຍານ
35ພຣະເຢຊູເຈົ້າໄດ້ຍິນວ່າພວກເຂົາໄດ້ໄລ່ລາວອອກໄປແລ້ວ ແລະ ເມື່ອພຣະອົງພົບລາວ, ພຣະອົງຈຶ່ງຖາມລາວວ່າ, “ເຈົ້າເຊື່ອໃນບຸດມະນຸດບໍ?”
36ຊາຍຄົນນັ້ນເວົ້າວ່າ, “ນາຍເອີຍ, ຜູ້ໃດຄືບຸດມະນຸດ? ຂໍບອກຂ້ານ້ອຍແດ່ ເພື່ອວ່າຂ້ານ້ອຍຈະໄດ້ເຊື່ອໃນພຣະອົງ”.
37ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ເຈົ້າກໍໄດ້ເຫັນພຣະອົງແລ້ວ, ແທ້ຈິງແລ້ວ ພຣະອົງຄືຜູ້ທີ່ກຳລັງເວົ້າກັບເຈົ້າຢູ່”.
38ຄົນນັ້ນຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍເຊື່ອແລ້ວ” ແລະ ລາວກໍຂາບໄຫວ້ນະມັດສະການພຣະອົງ.
39ພຣະເຢຊູເຈົ້າກ່າວວ່າ,#9:38,39 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບບໍ່ມີຂໍ້ 38 ແລະ 39ກ. “ເຮົາໄດ້ມາໃນໂລກນີ້ເພື່ອການພິພາກສາ, ເພື່ອວ່າຄົນຕາບອດຈະເຫັນຮຸ່ງ ແລະ ຜູ້ທີ່ເຫັນຮຸ່ງຈະກາຍເປັນຄົນຕາບອດ”.
40ພວກຟາຣີຊາຍບາງຄົນທີ່ຢູ່ກັບພຣະອົງໄດ້ຍິນດັ່ງນັ້ນ ຈຶ່ງຖາມວ່າ, “ແມ່ນຫຍັງ? ພວກເຮົາກໍຕາບອດເໝືອນກັນບໍ?”
41ພຣະເຢຊູເຈົ້າກ່າວວ່າ, “ຖ້າພວກເຈົ້າຕາບອດພວກເຈົ້າກໍຄົງຈະບໍ່ມີຄວາມບາບ, ແຕ່ບັດນີ້ ພວກເຈົ້າເວົ້າວ່າເຮົາເຫັນຮຸ່ງຢູ່, ເຫດສະນັ້ນ ຄວາມຜິດບາບຂອງພວກເຈົ້າຈຶ່ງຍັງມີຢູ່.
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.