ໂຢຮັນ 11
11
ການຕາຍຂອງລາຊາໂຣ
1ບັດນີ້ມີຊາຍຄົນໜຶ່ງກຳລັງປ່ວຍຢູ່ຊື່ວ່າລາຊາໂຣ. ລາວມາຈາກບ້ານເບັດທານີ, ບ້ານທີ່ມາຣີ ແລະ ມາທາເອື້ອຍຂອງລາວຢູ່. 2(ມາຣີຜູ້ນີ້ແມ່ນຜູ້ທີ່ນ້ອງຊາຍຂອງລາວຄືລາຊາໂຣກຳລັງປ່ວຍຢູ່, ໄດ້ເອົານ້ຳມັນຫອມຖອກຫົດສົງອົງພຣະຜູ້ເປັນເຈົ້າ ແລະ ເອົາຜົມຂອງຕົນເຊັດຕີນຂອງພຣະອົງ). 3ດັ່ງນັ້ນ ເອື້ອຍທັງສອງຈຶ່ງໃຫ້ຄົນໄປບອກພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຜູ້ທີ່ພຣະອົງຮັກນັ້ນກຳລັງປ່ວຍຢູ່”.
4ເມື່ອພຣະອົງໄດ້ຍິນດັ່ງນັ້ນແລ້ວ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ຄວາມເຈັບປ່ວຍນີ້ຈະບໍ່ເຖິງແກ່ຄວາມຕາຍ. ແຕ່ເກີດຂຶ້ນເພື່ອກຽດຕິຍົດຂອງພຣະເຈົ້າ ເພື່ອໃຫ້ພຣະບຸດຂອງພຣະເຈົ້າໄດ້ຮັບກຽດເພາະການນີ້”. 5ພຣະເຢຊູເຈົ້າຮັກມາທາກັບນ້ອງສາວຂອງນາງ ແລະ ລາຊາໂຣ. 6ເມື່ອພຣະອົງໄດ້ຍິນວ່າລາຊາໂຣເຈັບປ່ວຍ ພຣະອົງຍັງພັກຢູ່ບ່ອນທີ່ພຣະອົງພັກຢູ່ນັ້ນອີກສອງວັນ. 7ແລະ ຫລັງຈາກນັ້ນ ພຣະອົງຈຶ່ງກ່າວກັບພວກສາວົກວ່າ, “ໃຫ້ພວກເຮົາກັບໄປແຂວງຢູດາຍ”.
8ພວກສາວົກໄດ້ກ່າວວ່າ, “ອາຈານເອີຍ, ເມື່ອບໍ່ດົນມານີ້ພວກຢິວພະຍາຍາມຈະເອົາກ້ອນຫີນແກວ່ງໃສ່ພຣະອົງ ແລ້ວພຣະອົງຍັງຈະກັບຄືນໄປທີ່ນັ້ນອີກບໍ?”
9ພຣະເຢຊູເຈົ້າຕອບວ່າ, “ກາງເວັນມີສິບສອງຊົ່ວໂມງບໍ່ແມ່ນບໍ? ຜູ້ທີ່ຍ່າງໃນເວລາກາງເວັນຈະບໍ່ຊູນສະດຸດ ເພາະພວກເຂົາເບິ່ງເຫັນໂດຍຄວາມສະຫວ່າງຂອງໂລກນີ້. 10ແຕ່ຖ້າລາວຍ່າງໃນເວລາກາງຄືນລາວກໍຈະຊູນສະດຸດ ເພາະພວກເຂົາບໍ່ມີຄວາມສະຫວ່າງໃນໂຕ”.
11ຫລັງຈາກທີ່ພຣະອົງກ່າວດັ່ງນັ້ນແລ້ວ, ພຣະອົງກໍບອກພວກສາວົກຕື່ມອີກວ່າ, “ລາຊາໂຣເພື່ອນຂອງເຮົາກໍນອນຫລັບໄປແລ້ວ ແຕ່ເຮົາຈະໄປທີ່ນັ້ນເພື່ອປຸກລາວໃຫ້ຕື່ນຂຶ້ນ”.
12ພວກສາວົກຂອງພຣະອົງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າລາວນອນຫລັບລາວກໍຄົງຈະດີຂຶ້ນ”. 13ພຣະເຢຊູເຈົ້າໄດ້ກ່າວເຖິງການຕາຍຂອງລາຊາໂຣ, ແຕ່ພວກສາວົກຄິດວ່າພຣະອົງໝາຍເຖິງການນອນຫລັບທຳມະດາ.
14ດັ່ງນັ້ນ ພຣະອົງຈຶ່ງບອກພວກເພິ່ນຢ່າງຈະແຈ້ງວ່າ, “ລາຊາໂຣໄດ້ຕາຍແລ້ວ, 15ແລະ ເພາະເຫັນແກ່ພວກເຈົ້າເຮົາຈຶ່ງດີໃຈທີ່ບໍ່ໄດ້ຢູ່ທີ່ນັ້ນ ເພື່ອວ່າພວກເຈົ້າຈະໄດ້ເຊື່ອ. ແຕ່ໃຫ້ພວກເຮົາໄປຫາລາວເທາະ”.
16ໂທມາທີ່ມີຊື່ອີກວ່າດີໄດມັດ#11:16 ໂທມາ (ພາສາອາຣາມິກ) ແລະ ດີໄດມັດ (ພາສາກຣີກ) ທັງສອງແປວ່າ ຝາແຝດ ໄດ້ເວົ້າກັບພວກສາວົກຄົນອື່ນໆວ່າ, “ໃຫ້ພວກເຮົາພາກັນໄປນຳກັນ ເພື່ອພວກເຮົາຈະໄດ້ຕາຍກັບພຣະອົງ”.
ພຣະເຢຊູເຈົ້າເລົ້າໂລມໃຈເອື້ອຍຂອງລາຊາໂຣ
17ເມື່ອພຣະເຢຊູເຈົ້າມາຮອດກໍພົບວ່າລາຊາໂຣຢູ່ໃນອຸບມຸງຝັງສົບໄດ້ສີ່ວັນແລ້ວ. 18ບ້ານເບັດທານີກໍຢູ່ຫ່າງຈາກນະຄອນເຢຣູຊາເລັມປະມານ 3 ກິໂລແມັດ,#11:18 ຫລື ໜ້ອຍກວ່າ 2 ໄມ 19ຊາວຢິວຫລາຍຄົນໄດ້ມາຫາມາທາ ແລະ ມາຣີເພື່ອເລົ້າໂລມໃຈພວກເຂົາທີ່ໄດ້ສູນເສຍນ້ອງຊາຍ. 20ເມື່ອມາທາໄດ້ຍິນວ່າພຣະເຢຊູເຈົ້າກຳລັງມາ, ນາງກໍອອກໄປຕ້ອນຮັບພຣະອົງ ສ່ວນມາຣີນັ້ນຍັງຢູ່ທີ່ເຮືອນ.
21ມາທາເວົ້າກັບພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພຣະອົງຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍຄົງຈະບໍ່ຕາຍ. 22ແຕ່ຂ້ານ້ອຍຮູ້ວ່າແມ່ນແຕ່ເວລານີ້ສິ່ງໃດທີ່ພຣະອົງຂໍ ພຣະເຈົ້າຈະມອບໃຫ້ແກ່ພຣະອົງ”.
23ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ນ້ອງຊາຍຂອງເຈົ້າຈະຟື້ນຄືນມາອີກ”.
24ມາທາຕອບວ່າ, “ຂ້ານ້ອຍກໍຮູ້ຈັກແລ້ວວ່າລາວຈະຟື້ນຄືນມາອີກໃນການເປັນຄືນມາຈາກຕາຍໃນວັນສຸດທ້າຍ”.
25ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ເຮົານີ້ແຫລະເປັນເຫດໃຫ້ຄົນທັງປວງເປັນຄືນມາຈາກຕາຍ ແລະ ເປັນຊີວິດ. ຜູ້ທີ່ເຊື່ອໃນເຮົາເຖິງວ່າຕາຍໄປແລ້ວກໍຈະມີຊີວິດຢູ່ 26ຜູ້ໃດກໍຕາມທີ່ມີຊີວິດຢູ່ໂດຍເຊື່ອໃນເຮົາກໍຈະບໍ່ຕາຍຈັກເທື່ອ. ເຈົ້າເຊື່ອຢ່າງນີ້ບໍ?”
27ນາງຕອບວ່າ, “ເຊື່ອຢູ່ແລ້ວອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍເຊື່ອແລ້ວວ່າພຣະອົງເປັນພຣະຄຣິດເຈົ້າ#11:27 ຫລື ພຣະເມຊີອາ ພຣະບຸດຂອງພຣະເຈົ້າຜູ້ເຂົ້າມາໃນໂລກນີ້”.
28ຫລັງຈາກທີ່ມາທາກ່າວດັ່ງນີ້ແລ້ວ ນາງກໍກັບຄືນໄປ ແລະ ເອີ້ນມາຣີນ້ອງສາວຂອງຕົນ ແລະ ບອກວ່າ, “ອາຈານຢູ່ທີ່ນີ້ແລ້ວ ແລະ ກຳລັງຖາມຫາເຈົ້າ”. 29ເມື່ອມາຣີໄດ້ຟັງຢ່າງນັ້ນ ນາງຈຶ່ງຟ້າວລຸກຂຶ້ນແລ້ວໄປຫາພຣະອົງ. 30ໃນຂະນະນັ້ນ ພຣະເຢຊູເຈົ້າຍັງບໍ່ໄດ້ເຂົ້າມາໃນບ້ານເທື່ອ ແຕ່ຍັງຢູ່ໃນບ່ອນທີ່ມາທາມາພົບພຣະອົງນັ້ນ. 31ເມື່ອພວກຢິວທີ່ກຳລັງເລົ້າໂລມໃຈມາຣີຢູ່ໃນເຮືອນເຫັນວ່ານາງຟ້າວລຸກອອກໄປ, ພວກເຂົາຈຶ່ງຕາມນາງໄປ ເພາະຄິດວ່ານາງຈະໄປຮ້ອງໄຫ້ຢູ່ທີ່ອຸບມຸງຝັງສົບພຸ້ນ.
32ເມື່ອມາຣີມາຮອດບ່ອນທີ່ພຣະເຢຊູເຈົ້າຢູ່ ແລະ ໄດ້ເຫັນພຣະອົງ, ນາງກໍໝູບລົງທີ່ຕີນຂອງພຣະອົງ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພຣະອົງຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ”.
33ເມື່ອພຣະເຢຊູເຈົ້າເຫັນນາງຮ້ອງໄຫ້ ແລະ ພວກຢິວທີ່ມາກັບນາງກໍຮ້ອງໄຫ້ເໝືອນກັນ, ພຣະອົງກໍເປັນທຸກ ແລະ ສະເທືອນໃຈຫລາຍ 34ແລະ ຖາມວ່າ, “ພວກເຈົ້າໄດ້ເອົາສົບໄປວາງໄວ້ຢູ່ໃສ?”
ພວກເຂົາຕອບວ່າ, “ອົງພຣະຜູ້ເປັນເຈົ້າ ຂໍເຊີນມາເບິ່ງ”.
35ພຣະເຢຊູເຈົ້າຮ້ອງໄຫ້.
36ແລ້ວພວກຢິວຈຶ່ງເວົ້າວ່າ, “ເບິ່ງແມ, ພຣະອົງຮັກລາວຫລາຍປານໃດ!”
37ແຕ່ບາງຄົນເວົ້າວ່າ, “ພຣະອົງຜູ້ໄດ້ເຮັດໃຫ້ຊາຍຕາບອດເຫັນຮຸ່ງໄດ້ ແລ້ວຈະເຮັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ບໍ?”
ພຣະເຢຊູເຈົ້າໃຫ້ລາຊາໂຣເປັນຄືນມາຈາກຕາຍ
38ພຣະເຢຊູເຈົ້າສະເທືອນໃຈຫລາຍອີກ, ພຣະອົງມາທີ່ອຸບມຸງຝັງສົບ ເຊິ່ງເປັນຖ້ຳທີ່ມີຫີນກ້ອນໜຶ່ງວາງຕັນທາງເຂົ້າ. 39ພຣະອົງກ່າວວ່າ, “ຈົ່ງກຶ່ງກ້ອນຫີນອອກ”.
ມາທາເອື້ອຍຂອງຜູ້ຕາຍນັ້ນເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ປານນີ້ສົບຄົງມີກິ່ນເໝັນແລ້ວ ເພາະລາວຢູ່ໃນອຸບມຸງມາໄດ້ສີ່ວັນແລ້ວ”.
40ຫລັງຈາກນັ້ນ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາບອກເຈົ້າແລ້ວບໍ່ແມ່ນບໍວ່າ ຖ້າເຈົ້າເຊື່ອ ເຈົ້າຈະໄດ້ເຫັນສະຫງ່າລາສີຂອງພຣະເຈົ້າ?”
41ດັ່ງນັ້ນ ພວກເຂົາຈຶ່ງກຶ່ງກ້ອນຫີນອອກ ແລ້ວພຣະເຢຊູເຈົ້າເງີຍໜ້າຂຶ້ນ ແລະ ກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ຂ້ານ້ອຍຂອບພຣະຄຸນພຣະອົງທີ່ພຣະອົງຮັບຟັງຂ້ານ້ອຍ. 42ຂ້ານ້ອຍຮູ້ຈັກວ່າພຣະອົງຮັບຟັງຂ້ານ້ອຍຢູ່ສະເໝີ, ແຕ່ທີ່ຂ້ານ້ອຍເວົ້າຢ່າງນີ້ກໍເພື່ອເຫັນແກ່ຄົນທັງຫລາຍທີ່ຢືນຢູ່ທີ່ນີ້ ເພື່ອພວກເຂົາຈະໄດ້ເຊື່ອວ່າພຣະອົງໃຊ້ຂ້ານ້ອຍມາ”.
43ເມື່ອກ່າວດັ່ງນີ້ແລ້ວ ພຣະເຢຊູເຈົ້າເອີ້ນດ້ວຍສຽງອັນດັງວ່າ, “ລາຊາໂຣເອີຍ, ຈົ່ງອອກມາສາ!” 44ຜູ້ຕາຍນັ້ນກໍອອກມາ ມີແຜ່ນຜ້າຝ້າຍລິນິນພັນມື ແລະ ຕີນຂອງລາວ ແລະ ມີຜ້າຜືນໜຶ່ງຄຸມໜ້າຂອງລາວໄວ້.
ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ແກ້ຜ້າພັນສົບອອກ ແລະ ປ່ອຍລາວໄປ”.
ແຜນການຂ້າພຣະເຢຊູເຈົ້າ
45ເຫດສະນັ້ນ ຊາວຢິວຫລາຍຄົນທີ່ມາຢ້ຽມຢາມມາຣີ ແລະ ໄດ້ເຫັນສິ່ງທີ່ພຣະເຢຊູເຈົ້າໄດ້ເຮັດນັ້ນ ກໍເຊື່ອພຣະອົງ. 46ແຕ່ບາງຄົນໃນພວກເຂົາໄດ້ໄປພົບພວກຟາຣີຊາຍ ແລະ ເລົ່າສິ່ງທີ່ພຣະເຢຊູເຈົ້າໄດ້ເຮັດໃຫ້ພວກເຂົາຟັງ. 47ແລ້ວພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍຈຶ່ງໄດ້ເອີ້ນປະຊຸມສະພາແຊນເຮດຣິນ.
ພວກເຂົາຖາມກັນວ່າ, “ພວກເຮົາເຮັດຫຍັງໄດ້ແດ່? ຊາຍຄົນນີ້ກຳລັງສະແດງໝາຍສຳຄັນຫລາຍຢ່າງ. 48ຖ້າພວກເຮົາປ່ອຍໃຫ້ລາວເຮັດແບບນີ້ຕໍ່ໄປ ທຸກຄົນກໍຈະພາກັນເຊື່ອລາວ ແລ້ວພວກໂຣມກໍຈະມາເອົາທັງວິຫານ ແລະ ຊາດຂອງພວກເຮົາໄປ”.
49ຫລັງຈາກນັ້ນ ມີຜູ້ໜຶ່ງໃນພວກເຂົາຊື່ວ່າກາຢະຟາ ຜູ້ທີ່ເປັນມະຫາປະໂລຫິດປະຈຳການໃນປີນັ້ນ ໄດ້ເວົ້າຂຶ້ນວ່າ, “ພວກທ່ານບໍ່ຮູ້ຈັກຫຍັງເລີຍ! 50ພວກທ່ານບໍ່ໄດ້ເຂົ້າໃຈວ່າມັນຈະເປັນປະໂຫຍດສຳລັບພວກທ່ານ ທີ່ໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນກໍດີກວ່າຈະໃຫ້ຄົນທັງຊາດຕ້ອງຈິບຫາຍ”.
51ເພິ່ນບໍ່ໄດ້ເວົ້າດັ່ງນີ້ຕາມຄວາມຄິດຂອງຕົນເອງ ແຕ່ເວົ້າໃນຖານະມະຫາປະໂລຫິດປະຈຳການໃນປີນັ້ນ, ເພິ່ນໄດ້ທຳນວາຍວ່າພຣະເຢຊູເຈົ້າຈະຕາຍເພື່ອຊົນຊາດຢິວ, 52ແລະ ບໍ່ພຽງແຕ່ຊົນຊາດນີ້ເທົ່ານັ້ນແຕ່ຍັງຕາຍເພື່ອລູກຂອງພຣະເຈົ້າທີ່ກະຈັດກະຈາຍຢູ່, ເພື່ອນໍາພວກເຂົາເຂົ້າມາຮວມກັນເປັນອັນໜຶ່ງອັນດຽວກັນ. 53ດັ່ງນັ້ນ ຕັ້ງແຕ່ມື້ນັ້ນມາ ພວກເຂົາຈຶ່ງວາງແຜນຈະເອົາຊີວິດຂອງພຣະອົງ.
54ເຫດສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ເຄື່ອນໄຫວຢ່າງເປີດເຜີຍໃນທ່າມກາງປະຊາຊົນໃນແຂວງຢູດາຍອີກຕໍ່ໄປ. ແຕ່ພຣະອົງໄດ້ແຍກໄປຍັງເຂດໃກ້ຖິ່ນແຫ້ງແລ້ງກັນດານຈົນຮອດບ້ານເອຟະຣາອິມ, ພຣະອົງພັກຢູ່ທີ່ນັ້ນກັບພວກສາວົກຂອງພຣະອົງ.
55ເມື່ອໃກ້ຈະເຖິງເທດສະການປັດສະຄາຂອງຊາວຢິວ, ຄົນຈໍານວນຫລວງຫລາຍຈາກຊົນນະບົດເດີນທາງໄປຍັງນະຄອນເຢຣູຊາເລັມເພື່ອປະກອບພິທີຊຳລະໂຕກ່ອນເທດສະການປັດສະຄາ. 56ພວກເຂົາສືບຕໍ່ຊອກຫາພຣະເຢຊູເຈົ້າ ແລະ ຂະນະທີ່ພວກເຂົາຢືນຢູ່ໃນເດີ່ນວິຫານພວກເຂົາກໍຖາມກັນວ່າ, “ເຈົ້າຄິດຢ່າງໃດ? ເພິ່ນຄົງຈະບໍ່ມາໃນງານເທດສະການນີ້ເລີຍແມ່ນບໍ?” 57ຝ່າຍພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍໄດ້ອອກຄຳສັ່ງໄວ້ວ່າຖ້າຜູ້ໃດຮູ້ວ່າພຣະເຢຊູເຈົ້າຢູ່ບ່ອນໃດໃຫ້ມາລາຍງານ, ເພື່ອວ່າພວກເຂົາຈະໄດ້ໄປຈັບພຣະອົງ.
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.