ໂຢຮັນ 4

4
ພຣະເຢຊູເຈົ້າ ແລະ ຍິງ​ຊາວ​ຊາມາເຣຍ
1ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮູ້​ວ່າ ພວກ​ຟາຣີຊາຍ​ໄດ້ຍິນ​ຂ່າວ​ວ່າ​ພຣະອົງ​ມີ​ສາວົກ ແລະ​ໄດ້​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ຫລາຍກວ່າ​ໂຢຮັນ ( 2ຄວາມຈິງ​ແລ້ວ ພຣະເຢຊູເຈົ້າ​ບໍ່ໄດ້​ໃຫ້​ຜູ້ໃດ​ຮັບ​ບັບຕິສະມາ ແຕ່​ແມ່ນ​ພວກ​ສາວົກ​ຂອງ​ພຣະອົງ​ທີ່​ເປັນ​ຜູ້​ໃຫ້). 3ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ກັບຄືນ​ໄປ​ແຂວງ​ຄາລີເລ. 4ພຣະອົງ​ຈຳເປັນ​ຕ້ອງ​ຜ່ານ​ແຂວງ​ຊາມາເຣຍ​ໄປ.
5ພຣະອົງ​ມາ​ເຖິງ​ເມືອງ​ໜຶ່ງ​ຢູ່​ໃນ​ແຂວງ​ຊາມາເຣຍ ທີ່​ຊື່​ວ່າ ຊີຂາ ຊຶ່ງ​ບໍ່​ໄກ​ຈາກ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ​ລູກຊາຍ​ຂອງຕົນ. 6ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.
7ມີ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ ໄດ້​ມາ​ຕັກ​ນໍ້າ​ໃນ​ສ້າງ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ເຮົາ​ຂໍ​ດື່ມ​ນໍ້າ​ແດ່.” ( 8ໃນ​ຂະນະ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ ໄດ້​ເຂົ້າ​ໄປ​ຊື້​ອາຫານ​ໃນ​ເມືອງ).
9ຍິງ​ຊາວ​ຊາມາເຣຍ​ຕອບ​ພຣະອົງ​ວ່າ, “ດ້ວຍເຫດໃດ​ທ່ານ​ຜູ້​ເປັນ​ຄົນ​ຢິວ ຈຶ່ງ​ຂໍ​ດື່ມ​ນໍ້າ​ຈາກ​ຂ້ານ້ອຍ ທີ່​ເປັນ​ຄົນ​ຊາມາເຣຍ?” (ຊາວ​ຢິວ ແລະ ຊາວ​ຊາມາເຣຍ​ບໍ່ມີ​ສ່ວນ​ກ່ຽວ​ຂ້ອງ​ກັນ).
10ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”
11ນາງ​ກ່າວ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ທ່ານ​ບໍ່ມີ​ຫຍັງ​ທີ່​ຈະ​ຕັກ​ນໍ້າ ແລະ​ສ້າງ​ນີ້​ກໍ​ເລິກ ທ່ານ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ນັ້ນ​ມາ​ແຕ່​ໃສ? 12ຢາໂຄບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຜູ້​ທີ່​ໄດ້​ຂຸດ​ນໍ້າສ້າງ​ນີ້​ໄວ້​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ກໍ​ດື່ມ​ນໍ້າ​ຈາກ​ສ້າງ​ນີ້​ພ້ອມ​ທັງ​ພວກ​ລູກຊາຍ ແລະ​ຝູງສັດ​ຂອງ​ເພິ່ນ ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ​ຊັ້ນບໍ?”
13ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ນາງ​ວ່າ, “ທຸກຄົນ​ທີ່​ດື່ມ​ນໍ້າ​ນີ້ ຍັງ​ຈະ​ຫິວ​ອີກ 14ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”
15ນາງ​ໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ຂໍ​ເອົາ​ນໍ້າ​ນັ້ນ​ໃຫ້​ຂ້ານ້ອຍ​ດື່ມ​ແດ່ທ້ອນ ເພື່ອ​ຂ້ານ້ອຍ​ຈະ​ບໍ່​ຢາກ ແລະ​ຈະ​ບໍ່ໄດ້​ມາ​ຕັກ​ນໍ້າ​ທີ່​ນີ້​ອີກ.”
16ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້.”
17ນາງ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ບໍ່ມີ​ຜົວ.”
ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ຄືນ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ​ວ່າ ເຈົ້າ​ບໍ່ມີ​ຜົວ. 18ເຈົ້າ​ເຄີຍ​ມີ​ຜົວ​ມາ​ແລ້ວ​ຫ້າ​ຄົນ ແລະ​ຜູ້​ທີ່​ເຈົ້າ​ມີ​ຢູ່​ດຽວ​ນີ້​ກໍ​ບໍ່ແມ່ນ​ຜົວ​ຂອງ​ເຈົ້າ ສິ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ກໍ​ເປັນ​ຄວາມຈິງ​ແທ້.”
19ນາງ​ກ່າວ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເຫັນ​ຄັກ​ແລ້ວ​ວ່າ ທ່ານ​ເປັນ​ຜູ້ທຳນວາຍ. 20ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ນະມັດສະການ​ພຣະເຈົ້າ​ເທິງ​ພູ​ໜ່ວຍ​ນີ້, ແຕ່​ພວກທ່ານ​ວ່າ ສະຖານທີ່​ຄວນ​ນະມັດສະການ ກໍ​ຄື​ນະຄອນ​ເຢຣູຊາເລັມ.”
21ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ຄົງ​ມີ​ວັນ​ໜຶ່ງ ພວກເຈົ້າ​ຈະ​ບໍ່ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ເທິງ​ພູ​ນີ້ ຫລື​ທີ່​ນະຄອນ​ເຢຣູຊາເລັມ. 22ຊຶ່ງ​ພວກເຈົ້າ​ນະມັດສະການ​ນັ້ນ ພວກເຈົ້າ​ບໍ່​ຮູ້ຈັກ ແຕ່​ພວກເຮົາ​ຮູ້​ດີ​ວ່າ ພວກເຮົາ​ນະມັດສະການ​ຜູ້ໃດ ເພາະ​ຄວາມ​ພົ້ນ​ນັ້ນ​ມາ​ທາງ​ຊາວ​ຢິວ. 23ແຕ່​ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ບັດນີ້​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ທີ່​ນະມັດສະການ​ຢ່າງ​ຖືກຕ້ອງ ຈະ​ນະມັດສະການ​ພຣະບິດາເຈົ້າ​ດ້ວຍ​ຈິດ​ວິນຍານ​ແລະ​ຄວາມຈິງ ເພາະ​ພຣະບິດາເຈົ້າ​ຊອກ​ຫາ​ຄົນ​ຢ່າງ​ນັ້ນ​ແຫຼະ ນະມັດສະການ​ພຣະອົງ. 24ພຣະເຈົ້າ​ຊົງ​ເປັນ​ພຣະວິນຍານ ແລະ​ຜູ້​ທີ່​ນະມັດສະການ​ພຣະອົງ ຕ້ອງ​ນະມັດສະການ​ດ້ວຍ​ຈິດ​ວິນຍານ ແລະ​ຄວາມຈິງ.”
25ຍິງ​ຜູ້​ນີ້​ໄດ້​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ຂ້ານ້ອຍ​ຮູ້​ວ່າ ພຣະ​ເມຊີອາ (ທີ່​ເອີ້ນ​ວ່າ ພຣະຄຣິດ)​ຈະ​ມາ ຖ້າ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ບອກ​ທຸກສິ່ງ​ແກ່​ພວກ​ຂ້ານ້ອຍ.”
26ພຣະເຢຊູເຈົ້າ​ໄດ້​ບອກ​ນາງ​ວ່າ, “ເຮົາ​ຜູ້​ທີ່​ກຳລັງ​ເວົ້າ​ກັບ​ເຈົ້າ​ຢູ່​ນີ້​ແຫຼະ ຄື​ຜູ້ນັ້ນ.”
27ໃນ​ຂະນະ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ເຖິງ ພວກເພິ່ນ​ປະຫລາດ​ໃຈ​ທີ່​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ເວົ້າ​ກັບ​ແມ່ຍິງ, ແຕ່​ບໍ່ມີ​ຜູ້ໃດ​ຖາມ​ວ່າ, “ທ່ານ​ຕ້ອງການ​ຫຍັງ? ຫລື​ຖາມ​ພຣະເຢຊູເຈົ້າ​ວ່າ ເປັນຫຍັງ​ພຣະອົງ​ຈຶ່ງ​ເວົ້າ​ກັບ​ນາງ?”
28ຍິງ​ຄົນ​ນັ້ນ​ໄດ້​ປະ​ໄຫນໍ້າ​ຂອງຕົນ, ກັບຄືນ​ເຂົ້າ​ໄປ​ໃນ​ເມືອງ ແລະ​ບອກ​ຄົນ​ທັງຫລາຍ​ວ່າ, 29“ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້ໜຶ່ງ ທີ່​ບອກ​ຂ້ອຍ​ເຖິງ​ທຸກໆ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ແລ້ວ ຜູ້​ນີ້​ບໍ່ແມ່ນ​ພຣະຄຣິດ​ບໍ?” 30ຄົນ​ທັງຫລາຍ​ຈຶ່ງ​ພາກັນ​ອອກ​ຈາກ​ເມືອງ​ມາ​ຫາ​ພຣະອົງ. 31ໃນ​ຂະນະ​ນັ້ນ ພວກ​ສາວົກ​ບອກ​ພຣະອົງ​ວ່າ, “ພຣະອາຈານ ຂໍ​ເຊີນ​ຮັບປະທານ​ອາຫານ​ສາເຖີດ.”
32ແຕ່​ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ເຮົາ​ມີ​ອາຫານ​ກິນ​ທີ່​ພວກເຈົ້າ​ບໍ່​ຮູ້.”
33ພວກ​ສາວົກ​ຈຶ່ງ​ເລີ່ມ​ຖາມ​ກັນ​ວ່າ, “ມີ​ຄົນ​ເອົາ​ອາຫານ​ມາ​ໃຫ້​ເພິ່ນ​ກິນ​ບໍ?”
34ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ. 35ເຈົ້າ​ທັງຫລາຍ​ເວົ້າ​ວ່າ, ‘ອີກ​ສີ່​ເດືອນ​ກໍ​ຈະ​ເຖິງ​ລະດູ​ກ່ຽວ​ເຂົ້າ​ບໍ່ແມ່ນ​ບໍ?’ ນີ້​ແຫຼະ ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ເງີຍ​ໜ້າ​ເບິງ​ທົ່ງນາ ເພາະ​ເຂົ້າ​ກໍ​ເຫລືອງ​ພໍ​ກ່ຽວ​ແລ້ວ 36ຜູ້​ທີ່​ກ່ຽວເຂົ້າ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ​ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ ເພື່ອ​ທັງ​ຜູ້​ຫວ່ານ ແລະ​ຜູ້​ເກັບກ່ຽວ​ຈະ​ຊົມຊື່ນ​ຍິນດີ​ນຳກັນ. 37ເພາະ​ເຫດ​ນີ້​ແຫຼະ ຄຳ​ທີ່​ວ່າ, ‘ຄົນ​ໜຶ່ງ​ຫວ່ານ ແລະ​ຄົນ​ໜຶ່ງ​ເກັບກ່ຽວ​ນັ້ນ​ກໍ​ເປັນ​ຄວາມຈິງ.’ 38ເຮົາ​ໄດ້​ໃຊ້​ເຈົ້າ​ທັງຫລາຍ​ໄປ​ເກັບກ່ຽວ ອັນ​ທີ່​ເຈົ້າ​ບໍ່ໄດ້​ລົງ​ແຮງ​ເຮັດ ຄົນອື່ນ​ໄດ້​ລົງ​ແຮງ​ເຮັດ​ໄວ້ ແລະ​ພວກເຈົ້າ​ເປັນ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະໂຫຍດ ຈາກ​ການງານ​ຂອງ​ພວກເຂົາ.”
39ຊາວ​ຊາມາເຣຍ​ເປັນ​ຈຳນວນ​ຫລວງຫລາຍ​ໃນ​ເມືອງ​ນີ້​ໄດ້​ເຊື່ອ​ໃນ​ພຣະອົງ ເພາະ​ຖ້ອຍຄຳ​ທີ່​ຍິງ​ນັ້ນ​ໄດ້​ເປັນ​ພະຍານ​ວ່າ, “ເພິ່ນ​ໄດ້​ບອກ​ຂ້ອຍ​ກ່ຽວກັບ​ທຸກໆ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ.” 40ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.
41ມີ​ຄົນອື່ນ​ອີກ​ຈຳນວນ​ຫລວງຫລາຍ​ທີ່​ໄດ້​ຮັບ​ເຊື່ອ ເພາະ​ໄດ້ຍິນ​ຖ້ອຍຄຳ​ຂອງ​ພຣະອົງ 42ແລະ ພວກເຂົາ​ໄດ້​ເວົ້າ​ກັບ​ແມ່ຍິງ​ຄົນ​ນັ້ນ​ວ່າ, “ບັດນີ້ ພວກເຮົາ​ໄດ້​ເຊື່ອ ບໍ່ແມ່ນ​ຍ້ອນ​ຄຳ​ເວົ້າ​ຂອງ​ເຈົ້າ ແຕ່​ຍ້ອນ​ພວກເຮົາ​ໄດ້ຍິນ​ເພິ່ນເອງ​ເວົ້າ ແລະ​ພວກເຮົາ​ກໍ​ຮູ້​ວ່າ ແມ່ນ​ທ່ານ​ຜູ້​ນີ້​ແທ້ ທີ່​ເປັນ​ພຣະ​ຜູ້ໂຜດຊ່ວຍ​ມະນຸດ​ສະໂລກ​ໃຫ້​ພົ້ນ.”
ພຣະເຢຊູເຈົ້າ​ຊົງ​ເຮັດ​ໃຫ້​ລູກຊາຍ​ຂອງ​ເຈົ້ານາຍ​ຄົນ​ໜຶ່ງ​ຫາຍ​ດີ
(ມທ 8:5-13; ລກ 7:1-10)
43ຫລັງຈາກ​ສອງ​ວັນ​ຜ່ານ​ໄປ​ແລ້ວ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ໄປ​ທີ່​ແຂວງ​ຄາລີເລ. ( 44ເພາະ​ພຣະເຢຊູເຈົ້າ​ເອງ​ໄດ້​ເປັນ​ພະຍານ​ວ່າ, ຜູ້ທຳນວາຍ​ບໍ່ໄດ້​ຮັບ​ກຽດ ແລະ​ຄວາມນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ). 45ເມື່ອ​ພຣະອົງ​ໄປ​ຮອດ​ແຂວງ​ຄາລີເລ​ແລ້ວ ຊາວ​ຄາລີເລ​ກໍ​ຕ້ອນຮັບ​ພຣະອົງ ເພາະ​ພວກເຂົາ​ກໍໄດ້​ໄປ​ໃນ​ເທດສະການ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ແລະ ເຫັນ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ໃນ​ພິທີ​ສະຫລອງ​ນັ້ນ​ເໝືອນກັນ.
46ແລ້ວ​ພຣະອົງ​ກໍໄດ້​ສະເດັດ​ກັບຄືນ​ໄປ​ຍັງ​ບ້ານ​ການາ​ແຂວງ​ຄາລີເລ​ອີກ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເຫຼົ້າ​ອະງຸ່ນ ມີ​ລູກຊາຍ​ຂອງ​ຂ້າຣາຊການ​ຄົນ​ໜຶ່ງ ທີ່​ເມືອງ​ກາເປນາອູມ​ກຳລັງ​ປ່ວຍ​ຢູ່. 47ເມື່ອ​ຂ້າຣາຊການ​ຄົນ​ນີ້​ໄດ້ຍິນ​ຂ່າວ​ວ່າ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ມາ​ຮອດ​ແຂວງ​ຄາລີເລ​ແລ້ວ ເພິ່ນ​ຈຶ່ງ​ໄປ​ຂໍຮ້ອງ​ພຣະອົງ ໃຫ້​ມາ​ຮັກສາ​ລູກຊາຍ​ຂອງຕົນ​ທີ່​ໃກ້​ຈະ​ຕາຍ. 48ພຣະເຢຊູເຈົ້າ​ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ​ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ.”
49ຂ້າຣາຊການ​ຜູ້ນັ້ນ​ຕອບ​ວ່າ, “ພຣະອົງເຈົ້າ​ຂ້າ ຂໍ​ເຊີນ​ທ່ານ​ລົງ​ໄປ​ກ່ອນ​ທີ່​ລູກ​ຂ້ານ້ອຍ​ຈະ​ຕາຍ.” 50ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສາ, ລູກ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່.”
ຊາຍ​ຄົນ​ນັ້ນ​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ ແລະ​ລາ​ກັບຄືນ​ເມືອ. 51ໃນ​ຂະນະທີ່​ລາວ​ກຳລັງ​ກັບຄືນ​ເມືອ​ນັ້ນ ພວກ​ຄົນ​ຮັບໃຊ້​ໄດ້​ອອກ​ມາ​ຕ້ອນຮັບ ແລະ​ບອກ​ຂ່າວ​ໃຫ້​ຮູ້​ວ່າ ລູກຊາຍ​ຂອງ​ລາວ​ຍັງ​ມີ​ຊີວິດ​ຢູ່.
52ລາວ​ຈຶ່ງ​ຖາມ​ພວກເຂົາ​ເຖິງ​ເວລາ​ທີ່​ລູກຊາຍ​ເລີ່ມ​ມີ​ອາການ​ດີ​ຂຶ້ນ​ມາ, ພວກເຂົາ​ຕອບ​ວ່າ, “ລາວ​ດີ​ໄຂ້​ມື້​ວານ​ນີ້​ໃນ​ເວລາ​ບ່າຍ​ໜຶ່ງ​ໂມງ.” 53ແລ້ວ​ຜູ້​ເປັນ​ພໍ່​ກໍ​ຈື່​ວ່າ ມັນ​ກົງກັບ​ເວລາ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຕົນ​ວ່າ, ລູກ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່. ດັ່ງນັ້ນ ລາວ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ຈຶ່ງ​ໄດ້​ເຊື່ອ.
54ນີ້​ເປັນ​ໝາຍສຳຄັນ​ການ​ອັດສະຈັນ​ຄັ້ງ​ທີ​ສອງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ ຫລັງຈາກ​ທີ່​ພຣະອົງ​ໄດ້​ຈາກ​ແຂວງ​ຢູດາຍ​ໄປ​ຍັງ​ແຂວງ​ຄາລີເລ.

Märk

Dela

Kopiera

None

Vill du ha dina höjdpunkter sparade på alla dina enheter? Registrera dig eller logga in