Logótipo YouVersion
Ícone de pesquisa

ມັດທາຍ ຄຳນຳ

ຄຳນຳ
ຈຸດປະສົງ​ຂອງ​ມັດທາຍ​ແມ່ນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພຣະເຈົ້າ​ໄດ້​ຮັກສາ​ຄຳ​ສັນຍາ​ຂອງ​ພຣະອົງ​ຕໍ່​ອິດສະຣາເອນ​ຈາກ​ສະໄໝ​ບູຮານ​ໂດຍ​ຜ່ານ​ທາງ​ຊີວິດ, ຄວາມຕາຍ ແລະ ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພຣະເມຊີອາ. ການ​ຄອບຄອງ​ຂອງ​ສະຫວັນ​ທີ່​ຄາດຫວັງ​ໄວ້​ຢ່າງ​ດົນນານ ບັດນີ້​ກໍ​ມາ​ເຖິງ​ໂລກ​ແລ້ວ, ພ້ອມ​ທັງ​ນຳ​ເອົາ​ເລື່ອງລາວ​ຂອງ​ຄົນຢິວ​ມາ​ເຖິງ​ຕອນ​ສຳຄັນ. ມັດທາຍ​ໄດ້​ເລີ່ມຕົ້ນ​ໂດຍ​ການ​ເນັ້ນ​ເຖິງ​ພຣະເຢຊູເຈົ້າ​ໃນ​ຖານະ​ບຸດ​ຂອງ​ດາວິດ, ຜູ້​ເປັນ​ກະສັດ​ທີ່​ມີ​ຊື່ສຽງ​ຫລາຍ​ທີ່​ສຸດ​ຂອງ​ອິດສະຣາເອນ ແລະ ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ, ຜູ້​ເປັນ​ຕົ້ນ​ຕະກຸນ​ຂອງ​ອິດສະຣາເອນ. ພຣະເຢຊູເຈົ້າ​ເປັນ​ຄົນ​ອິດສະຣາເອນ​ໂດຍ​ແທ້ ແລະ ເປັນ​ພຣະເມຊີອາ​ຕາມ​ຄຳ​ສັນຍາ​ຂອງ​ພຣະເຈົ້າ.
ການ​ນຳ​ສະເໜີ​ເລື່ອງລາວ​ຂອງ​ພຣະເມຊີອາ​ເຮັດ​ໃຫ້​ຄິດ​ເຖິງ​ເລື່ອງລາວ​ຂອງ​ອິດສະຣາເອນ ຄື​ການ​ລົງ​ໄປ​ທີ່​ແມ່ນ້ຳ​ຈໍແດນ, ການ​ປະເຊີນ​ກັບ​ການ​ທົດລອງ​ໃນ​ຖິ່ນແຫ້ງແລ້ງກັນດານ, ການ​ຮວບຮວມ​ເອົາ​ສາວົກ​ສິບສອງ​ຄົນ​ໃຫ້​ເປັນ​ເໝືອນ​ສິບສອງ​ເຜົ່າ​ໃໝ່, ການ​ຂຶ້ນ​ໄປ​ເທິງ​ພູເຂົາ​ເພື່ອ​ມອບ​ໂຕຣາ​ໃໝ່ ແລະ ອື່ນໆ. ຜູ້ຂຽນ​ໄດ້​ເນັ້ນ​ແນວ​ຄວາມຄິດ​ກ່ຽວກັບ​ພຣະເຢຊູເຈົ້າ​ໃນ​ຖານະ​ໂມເຊ​ຄົນ​ໃໝ່ ໂດຍ​ການ​ຮວບຮວມ​ເອົາ​ຄຳສອນ​ເຫລົ່ານັ້ນ​ຂອງ​ພຣະອົງ​ໄວ້​ໃນ​ເລື່ອງລາວ​ທີ່​ມີ​ເນື້ອໄນ​ຍາວ​ຫ້າ​ຕອນ. ຄຳ​ສອນ​ແຕ່​ລະ​ຕອນ​ໃຊ້​ປະໂຫຍກ ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້​ຈົບ​ແລ້ວ. ມັດທາຍ​ກໍ​ໄດ້​ນຳ​ສະເໜີ​ຫ້າ​ຕອນ​ສຳຄັນ ເໝືອນ​ກັບ​ໂຕຣາ​ກໍ​ມີ​ຫ້າ​ເຫລັ້ມ.
ໜັງສື​ນີ້​ໄດ້​ສະຫລຸບ​ວິທີ​ທີ່​ພຣະເຢຊູເຈົ້າ​ໄດ້​ນຳ​ເອົາ​ພາລະກິດ​ແຫ່ງ​ການ​ໄຖ່​ບາບ​ຮູບແບບ​ໃໝ່​ທີ່​ຍິ່ງໃຫຍ່​ມາ​ໃຫ້​ກັບ​ບັນດາ​ຄົນ​ຂອງ​ພຣະອົງ. ເໝືອນ​ກັບ​ເລື່ອງລາວ​ຂອງ​ການ​ອົບພະຍົບ​ຂອງ​ອິດສະຣາເອນ ທີ່​ມີ​ການ​ກິນອາຫານ​ສະເຫລີມ​ສະຫລອງ​ວັນ​ປັດສະຄາ ແລະ ຫລັງຈາກ​ນັ້ນ​ການ​ກອບກູ້​ຈຶ່ງ​ມາ. ພຣະເຢຊູເຈົ້າ​ໄດ້​ມອບ​ຊີວິດ​ຂອງ​ພຣະອົງ​ເພື່ອ​ໂລກ​ນີ້ ແລະ ຫລັງຈາກ​ນັ້ນ​ຈຶ່ງ​ຖືກ​ເຮັດ​ໃຫ້​ເປັນຄືນມາ​ຈາກ​ຄວາມ​ຕາຍ. ໃນ​ຕອນ​ເລີ່ມຕົ້ນ​ຂອງ​ໜັງສື​ນີ້, ພຣະເຢຊູເຈົ້າ​ໄດ້​ຮັບ​ຊື່​ວ່າ: “ເອມານູເອນ” ເຊິ່ງ​ມີ​ຄວາມໝາຍ​ວ່າ: “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”. ໃນ​ຕອນ​ທ້າຍ ພຣະເຢຊູເຈົ້າ​ໄດ້​ສົ່ງ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະອົງ​ເຂົ້າ​ໄປ​ໃນ​ໂລກ​ນີ້​ພ້ອມ​ກັບ​ຄຳ​ສັນຍາ​ວ່າ: ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ຕະລອດ​ໄປ​ຢ່າງ​ແນ່ນອນ.

Destaque

Partilhar

Copiar

None

Quer salvar os seus destaques em todos os seus dispositivos? Faça o seu registo ou inicie sessão

YouVersion usa cookies para personalizar a sua experiência. Ao usar o nosso site, aceita o nosso uso de cookies como temos descrito na nossa Política de Privacidade