1
ລູກາ 22:42
ພຣະຄຳພີລາວສະບັບສະໄໝໃໝ່
LCV
“ພຣະບິດາເຈົ້າເອີຍ, ຖ້າເປັນພຣະອົງຍິນດີ ຂໍເອົາຈອກນີ້ໄປຈາກລູກດ້ວຍ; ແຕ່ເຖິງຢ່າງໃດກໍຕາມ ຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ ແຕ່ຂໍໃຫ້ສຳເລັດຕາມຄວາມປະສົງຂອງພຣະອົງ”.
ႏွိုင္းယွဥ္
ລູກາ 22:42ရွာေဖြေလ့လာလိုက္ပါ။
2
ລູກາ 22:32
ແຕ່ຊີໂມນເອີຍ ເຮົາໄດ້ອະທິຖານເພື່ອເຈົ້າ ເພື່ອຄວາມເຊື່ອຂອງເຈົ້າຈະບໍ່ລົ້ມເຫລວ ແລະ ເມື່ອເຈົ້າຫັນຄືນກັບມາແລ້ວ ຈົ່ງຊູກຳລັງບັນດາພີ່ນ້ອງຂອງເຈົ້າໃຫ້ເຂັ້ມແຂງຂຶ້ນ”.
ລູກາ 22:32ရွာေဖြေလ့လာလိုက္ပါ။
3
ລູກາ 22:19
ແລະ ພຣະອົງຈັບເອົາເຂົ້າຈີ່, ໂມທະນາຂອບພຣະຄຸນພຣະເຈົ້າແລ້ວຫັກເຂົ້າຈີ່ນັ້ນ ແລ້ວຍື່ນໃຫ້ພວກເພິ່ນ ແລະ ກ່າວວ່າ: “ນີ້ຄືກາຍຂອງເຮົາ ເຊິ່ງໃຫ້ແກ່ພວກເຈົ້າທັງຫລາຍ, ຈົ່ງເຮັດຢ່າງນີ້ເພື່ອເປັນການລະນຶກເຖິງເຮົາ”.
ລູກາ 22:19ရွာေဖြေလ့လာလိုက္ပါ။
4
ລູກາ 22:20
ຫລັງຈາກກິນອາຫານແລງແລ້ວ ພຣະອົງກໍຈັບເອົາຈອກມາ ແລະ ເຮັດຢ່າງດຽວກັນ ໂດຍກ່າວວ່າ, “ຈອກນີ້ຄືພັນທະສັນຍາໃໝ່ດ້ວຍເລືອດຂອງເຮົາ ເຊິ່ງຖອກອອກມາເພື່ອພວກເຈົ້າທັງຫລາຍ.
ລູກາ 22:20ရွာေဖြေလ့လာလိုက္ပါ။
5
ລູກາ 22:44
ພຣະເຢຊູເຈົ້າທຸກໃຈຫລາຍ, ພຣະອົງຕັ້ງໃຈອະທິຖານຫລາຍຂຶ້ນ ແລະ ເຫື່ອຂອງພຣະອົງເປັນຄືເລືອດໄຫລຢາດລົງທີ່ພື້ນດິນ.
ລູກາ 22:44ရွာေဖြေလ့လာလိုက္ပါ။
6
ລູກາ 22:26
ແຕ່ສຳລັບພວກເຈົ້າແລ້ວບໍ່ເປັນດັ່ງນັ້ນ. ກົງກັນຂ້າມຜູ້ທີ່ເປັນໃຫຍ່ທີ່ສຸດໃນທ່າມກາງພວກເຈົ້າ ຕ້ອງເປັນເໝືອນດັ່ງຜູ້ນ້ອຍທີ່ສຸດ ແລະ ຜູ້ທີ່ປົກຄອງໃຫ້ເປັນເໝືອນດັ່ງຜູ້ທີ່ຮັບໃຊ້.
ລູກາ 22:26ရွာေဖြေလ့လာလိုက္ပါ။
7
ລູກາ 22:34
ພຣະເຢຊູເຈົ້າຕອບວ່າ, “ເປໂຕ ເຮົາບອກເຈົ້າວ່າ, ວັນນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”.
ລູກາ 22:34ရွာေဖြေလ့လာလိုက္ပါ။
ပင္မစာမ်က္ႏွာ
သမၼာက်မ္းစာ
အစီအစဥ္မ်ား
ဗီဒီယိုမ်ား