1
ລູກາ 14:26
ພຣະຄຳພີສັກສິ
“ຖ້າຜູ້ໃດມາຫາເຮົາ ແລະບໍ່ຊັງພໍ່ແມ່, ລູກເມຍ, ອ້າຍນ້ອງຊາຍຍິງກັບທັງຊີວິດຂອງຕົນເອງ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.
ႏွိုင္းယွဥ္
ລູກາ 14:26ရွာေဖြေလ့လာလိုက္ပါ။
2
ລູກາ 14:27
ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.”
ລູກາ 14:27ရွာေဖြေလ့လာလိုက္ပါ။
3
ລູກາ 14:11
ເພາະວ່າ, ທຸກຄົນທີ່ຍົກຕົວຂຶ້ນ ຈະຕ້ອງຖືກຖອຍລົງ ແລະຜູ້ທີ່ຖ່ອມຕົວລົງ ຈະໄດ້ຮັບການຍົກຂຶ້ນ.”
ລູກາ 14:11ရွာေဖြေလ့လာလိုက္ပါ။
4
ລູກາ 14:33
ໃນທຳນອງດຽວກັນ ພວກເຈົ້າຈະເປັນສາວົກຂອງເຮົາບໍ່ໄດ້ ຖ້າບໍ່ຍອມສະຫລະທຸກໆສິ່ງທີ່ຕົນມີຢູ່.”
ລູກາ 14:33ရွာေဖြေလ့လာလိုက္ပါ။
5
ລູກາ 14:28-30
“ເພາະວ່າ ໃນພວກເຈົ້າມີຜູ້ໃດເມື່ອຈະສ້າງຫໍຄອຍແຫ່ງໜຶ່ງ ລາວຈະບໍ່ນັ່ງລົງຄິດໄລ່ລາຄາກ່ອນວ່າ ຕົນມີພຽງພໍສ້າງໃຫ້ສຳເລັດຫລືບໍ່. ຢ້ານວ່າຫລັງຈາກທີ່ວາງຮາກຖານລົງແລ້ວ ບໍ່ສາມາດເຮັດໃຫ້ສຳເລັດໄດ້ ຄົນທີ່ເຫັນກໍຈະກ່າວເຢາະເຢີ້ຍໃສ່ລາວວ່າ, ‘ຄົນນີ້ຕັ້ງຕົ້ນກໍ່ໄດ້ແລ້ວ ແຕ່ສ້າງໃຫ້ສຳເລັດບໍ່ໄດ້ເລີຍ.”’
ລູກາ 14:28-30ရွာေဖြေလ့လာလိုက္ပါ။
6
ລູກາ 14:13-14
ແຕ່ເມື່ອເຈົ້າຈັດງານກິນລ້ຽງຂຶ້ນ ຈົ່ງເຊີນຄົນຍາກຈົນ ຄົນພິການ ຄົນຂາເສັ້ງ ແລະຄົນຕາບອດ, ແລ້ວເຈົ້າກໍຈະເປັນສຸກ ເພາະພວກເຂົາບໍ່ມີຫຍັງຈະຕອບແທນເຈົ້າ, ແຕ່ພຣະເຈົ້າຈະຕອບແທນເຈົ້າ ເມື່ອຄົນຊອບທຳເປັນຄືນມາຈາກຕາຍ.”
ລູກາ 14:13-14ရွာေဖြေလ့လာလိုက္ပါ။
7
ລູກາ 14:34-35
“ເກືອເປັນຂອງດີ ແຕ່ຖ້າເກືອໝົດຣົດເຄັມແລ້ວ ກໍບໍ່ມີທາງທີ່ຈະເຮັດໃຫ້ກັບເຄັມໄດ້ອີກ. ຈະໃຊ້ມັນເປັນຝຸ່ນໃສ່ດິນກໍບໍ່ໄດ້ ຫລືຈະໃຊ້ປະສົມກັບກອງຂີ້ສັດ ເພື່ອເຮັດຝຸ່ນກໍບໍ່ໄດ້ ມີແຕ່ເອົາໂຍນຖິ້ມໄປເສຍເທົ່ານັ້ນ ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ລູກາ 14:34-35ရွာေဖြေလ့လာလိုက္ပါ။
ပင္မစာမ်က္ႏွာ
က်မ္းစာ
အစီအစဥ္
ဗီဒီယို