ກິດຈະການ 5

5
ອານາເນຍ ແລະ ຊາຟີຣາ
1ແຕ່​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ອານາເນຍ​ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ, ຊາຟີຣາ ໄດ້​ຂາຍ​ທີ່ດິນ ຊຶ່ງ​ເປັນ​ຂອງ​ພວກເຂົາ. 2ອານາເນຍ​ໄດ້​ເອົາ​ເງິນ​ສ່ວນ​ໜຶ່ງ​ໃນ​ຈຳນວນ​ນັ້ນ ມ້ຽນ​ໄວ້​ສຳລັບ​ຕົນ, ຝ່າຍ​ເມຍ​ຂອງ​ລາວ​ກໍ​ຮູ້​ນຳ​ກັນ ອີກ​ສ່ວນ​ໜຶ່ງ​ນັ້ນ ລາວ​ໄດ້​ນຳ​ມາ​ມອບ​ໃຫ້​ພວກ​ອັກຄະສາວົກ. 3ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້? 4ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ນັ້ນ​ກໍ​ເປັນ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ແລະ​ຫລັງຈາກ​ທີ່​ເຈົ້າ​ຂາຍ​ແລ້ວ ເງິນ​ນັ້ນ​ກໍ​ຍັງ​ເປັນ​ສິດ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນີ້? ເຈົ້າ​ບໍ່ໄດ້​ຕົວະ​ຕໍ່​ມະນຸດ ແຕ່​ຕົວະ​ຕໍ່​ພຣະເຈົ້າ.” 5ເມື່ອ​ອານາເນຍ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ລາວ​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ເຖິງ​ເຫດການ​ນັ້ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງໃຫຍ່. 6ພວກ​ຊາຍ​ໜຸ່ມ​ໄດ້​ເຂົ້າ​ມາ​ຫໍ່​ຊາກສົບ​ຂອງ​ລາວ​ໄວ້ ແລ້ວ​ຫາມ​ອອກ​ໄປ​ຂ້າງ​ນອກ​ເພື່ອ​ນຳ​ເອົາ​ໄປ​ຝັງ.
7ປະມານ​ສາມ​ຊົ່ວໂມງ​ຕໍ່ມາ ເມຍ​ຂອງ​ອານາເນຍ​ກໍ​ເຂົ້າ​ມາ​ໂດຍ​ບໍ່​ຮູ້​ເລື່ອງ​ທີ່​ໄດ້​ເກີດຂຶ້ນ. 8ເປໂຕ​ຖາມ​ນາງ​ວ່າ, “ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ເຈົ້າ​ທັງສອງ​ຂາຍ​ທີ່ດິນ​ໄດ້​ເງິນ​ຈຳນວນ​ເທົ່ານັ້ນ​ແທ້​ບໍ?”
ນາງ​ຕອບ​ວ່າ, “ແມ່ນແລ້ວ ໄດ້​ເທົ່ານັ້ນ​ແຫຼະ.”
9ດັ່ງນັ້ນ ເປໂຕ​ຈຶ່ງ​ກ່າວ​ຕໍ່​ນາງ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ຜົວ​ຂອງ​ເຈົ້າ ຈຶ່ງ​ພ້ອມໃຈ​ກັນ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ? ບັດນີ້ ພວກ​ຜູ້ຊາຍ​ທີ່​ໄດ້​ໄປ​ຝັງສົບ​ຜົວ​ຂອງ​ເຈົ້າ ກໍ​ມາ​ເຖິງ​ປະຕູ​ແລ້ວ ແລະ​ພວກເຂົາ​ກໍ​ຈະ​ຫາມ​ຊາກສົບ​ຂອງ​ເຈົ້າ​ອອກ​ໄປ​ເໝືອນກັນ.” 10ໃນ​ທັນໃດນັ້ນ ນາງ​ກໍ​ລົ້ມ​ລົງ​ທີ່​ຕີນ​ຂອງ​ເປໂຕ ແລະ​ສິ້ນໃຈ​ຕາຍ ເມື່ອ​ພວກ​ຊາຍ​ໜຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຫາມ​ຊາກສົບ​ຂອງ​ນາງ​ອອກ​ໄປ ແລະ​ຝັງ​ໄວ້​ທີ່​ຂ້າງ​ຊາກສົບ​ຜົວ​ຂອງ​ນາງ. 11ຄຣິສຕະຈັກ​ທັງໝົດ ແລະ​ທຸກຄົນ​ທີ່​ໄດ້ຍິນ​ເຫດການ​ນີ້ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່.
ການ​ອັດສະຈັນ ແລະ ໝາຍສຳຄັນ​ຫລາຍ​ຢ່າງ​ເກີດຂຶ້ນ
12ພວກ​ອັກຄະສາວົກ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ, ຄົນ​ທີ່​ເຊື່ອ​ທຸກຄົນ​ກໍ​ຢູ່​ຮ່ວມ​ກັນ ທີ່​ລະບຽງ​ຂອງ​ໂຊໂລໂມນ. 13ສ່ວນ​ຄົນອື່ນໆ​ນັ້ນ ບໍ່ມີ​ຜູ້ໃດ​ກ້າ​ເຂົ້າ​ມາ​ຕິດພັນ​ຢູ່​ນຳ ແລະ​ແມ່ນແຕ່​ປະຊາຊົນ​ທົ່ວ​ໄປ ຕ່າງ​ກໍ​ຍ້ອງຍໍ​ສັນລະເສີນ​ພວກເພິ່ນ​ຢູ່. 14ແຕ່​ມີ​ຊາຍ​ແລະ​ຍິງ​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພີ່ມ​ຈຳນວນ​ເຂົ້າ​ມາ​ຕື່ມ​ອີກ​ຫລາຍກວ່າ​ເກົ່າ. 15ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນ​ນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນທາງ ເພື່ອ​ວ່າ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງໜ້ອຍ​ເງົາ​ຂອງທ່ານ​ຈະ​ຖືກ​ບາງຄົນ. 16ປະຊາຊົນ​ໄດ້​ຫລັ່ງໄຫລ​ກັນ​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ນຳ​ຄົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ມາ​ຫາ ແລະ​ທຸກຄົນ​ຕ່າງ​ກໍໄດ້​ຮັບ​ການ​ຊົງ​ໂຜດ​ໃຫ້​ຫາຍ​ດີ.
ພວກ​ອັກຄະສາວົກ​ຖືກ​ຂົ່ມເຫັງ
17ແລ້ວ​ມະຫາ​ປະໂຣຫິດ​ກັບ​ພັກພວກ​ທັງໝົດ​ຂອງຕົນ ຄື​ພວກ​ຊາດູກາຍ​ກໍ​ເກີດ​ອິດສາ​ພວກ​ອັກຄະສາວົກ​ຢ່າງ​ສຸດຂີດ. 18ພວກເຂົາ​ໄດ້​ຈັບ​ພວກ​ອັກຄະສາວົກ ແລະ​ໄປ​ຂັງ​ໄວ້​ໃນ​ຄຸກ. 19ແຕ່​ໃນ​ຄືນ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ໄຂ​ປະຕູ​ຄຸກ ແລະ​ນຳ​ພວກ​ອັກຄະສາວົກ​ອອກ​ມາ ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກ​ອັກຄະສາວົກ​ວ່າ, 20“ຈົ່ງ​ໄປ​ຢືນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແລ້ວ​ປະກາດ​ບັນດາ​ຖ້ອຍຄຳ​ທັງໝົດ​ເຖິງ​ເລື່ອງ​ຊີວິດ​ໃໝ່​ນີ້ ສູ່​ປະຊາຊົນ​ຟັງ.” 21ເມື່ອ​ອັກຄະສາວົກ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຕັ້ງຕົ້ນ​ສັ່ງສອນ.
ມະຫາ​ປະໂຣຫິດ​ກັບ​ພັກພວກ​ຂອງຕົນ ໄດ້​ເອີ້ນ​ເຖົ້າແກ່​ຊາວ​ຢິວ​ທຸກຄົນ​ມາ ສຳລັບ​ປະຊຸມ​ສະພາ​ສູງສຸດ​ຄົບ​ຄະນະ, ແລ້ວ​ພວກເຂົາ​ກໍ​ສັ່ງ​ເຈົ້າໜ້າທີ່​ໃຫ້​ໄປ​ທີ່​ຄຸກ ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ​ປາກົດ​ຕົວ​ຕໍ່ໜ້າ​ພວກເຂົາ. 22ແຕ່​ເມື່ອ​ເຈົ້າໜ້າທີ່​ພຣະວິຫານ​ໄປ​ຮອດ​ແລ້ວ ພວກເຂົາ​ກໍ​ບໍ່​ພົບ​ພວກ​ອັກຄະສາວົກ​ໃນ​ຄຸກ​ເລີຍ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບຄືນ​ມາ​ຫາ​ທີ່​ປະຊຸມ ແລະ​ລາຍງານ​ວ່າ, 23“ເມື່ອ​ພວກ​ຂ້ານ້ອຍ​ໄດ້​ໄປ​ທີ່​ຄຸກ ກໍ​ເຫັນ​ປະຕູ​ຄຸກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ຄົນເຝົ້າຍາມ​ທຸກຄົນ​ກໍ​ຢືນ​ຍາມ​ທີ່​ປະຕູ​ນັ້ນ, ແຕ່​ເມື່ອ​ພວກ​ຂ້ານ້ອຍ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ ກໍ​ບໍ່​ເຫັນ​ຜູ້ໃດ​ຈັກ​ຄົນ.” 24ເມື່ອ​ພວກ​ຫົວໜ້າ​ພຣະວິຫານ​ກັບ​ຫົວໜ້າ​ປະໂຣຫິດ​ໄດ້ຍິນ​ດັ່ງນັ້ນ ພວກເຂົາ​ກໍ​ປະຫລາດ​ໃຈ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ອັກຄະສາວົກ. 25ແລ້ວ​ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເຂົ້າ​ມາ​ແຈ້ງ​ແກ່​ພວກເຂົາ​ວ່າ, “ເບິ່ງແມ! ຄົນ​ທີ່​ທ່ານ​ທັງຫລາຍ​ໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ ໃນ​ເວລາ​ນີ້​ກຳລັງ​ຢືນ​ສັ່ງສອນ​ປະຊາຊົນ ຢູ່​ໃນ​ບໍລິເວນ​ພຣະວິຫານ.” 26ດັ່ງນັ້ນ ພວກ​ຫົວໜ້າ​ຈຶ່ງ​ອອກ​ໄປ​ກັບ​ເຈົ້າໜ້າທີ່​ພຣະວິຫານ ແລະ​ນຳ​ພວກ​ອັກຄະສາວົກ​ກັບ​ມາ​ໂດຍ​ດີ ເພາະ​ຢ້ານ​ປະຊາຊົນ​ແກວ່ງ​ຫີນ​ໃສ່.
27ເມື່ອ​ພວກເຂົາ​ໄດ້​ນຳ​ພວກ​ອັກຄະສາວົກ​ເຂົ້າ​ມາ​ແລ້ວ ຈຶ່ງ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ ແລ້ວ​ມະຫາ​ປະໂຣຫິດ​ກໍ​ໂຈດ​ຖາມ​ພວກ​ອັກຄະສາວົກ​ວ່າ, 28“ພວກເຮົາ​ສັ່ງ​ຫ້າມ​ພວກເຈົ້າ​ຢ່າງ​ເຄັ່ງຄັດ​ແລ້ວ ບໍ່​ໃຫ້​ສັ່ງສອນ​ໃນ​ນາມ​ຂອງ​ຊາຍ​ຄົນ​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ຂອງ​ພວກເຈົ້າ​ແຜ່​ອອກ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ປາຖະໜາ​ໃຫ້​ຄວາມຜິດ​ກ່ຽວກັບ​ຄວາມ​ຕາຍ​ຂອງ​ຜູ້ນັ້ນ ຕົກ​ໃສ່​ພວກເຮົາ.”
29ແຕ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈຳ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍກວ່າ​ມະນຸດ. 30ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ໄດ້​ບັນດານ​ໃຫ້​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຕາຍ ຫລັງຈາກ​ທີ່​ພວກທ່ານ​ໄດ້​ຂ້າ​ພຣະອົງ ໂດຍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ. 31ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ກໍ້າ​ຂວາ​ພຣະຫັດ​ຂອງ​ພຣະອົງ ໃຫ້​ເປັນ​ພຣະ​ຜູ້ນຳ ແລະ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ມີ​ໂອກາດ​ກັບໃຈ​ໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ​ຂອງ​ພວກເຂົາ. 32ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫຼົ່ານີ້ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ໃຫ້​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ຊົງ​ເປັນ​ພະຍານ​ເໝືອນກັນ.”
33ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ດັ່ງນັ້ນ ກໍ​ເຈັບແຄ້ນ​ຢ່າງ​ສຸດຂີດ ຈົນ​ຄິດ​ຢາກ​ຂ້າ​ພວກ​ອັກຄະສາວົກ​ເສຍ. 34ແຕ່​ມີ​ສະມາຊິກ​ຄົນ​ໜຶ່ງ​ໃນ​ສະພາ​ສູງສຸດ​ຊື່​ວ່າ ຄາມາລິເອັນ ແລະ​ເປັນ​ຄົນ​ຟາຣີຊາຍ ເພິ່ນ​ເປັນ​ອາຈານ ແລະ​ເປັນ​ທີ່​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ທົ່ວ​ໄປ ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ ແລະ​ສັ່ງ​ໃຫ້​ເຈົ້າໜ້າທີ່​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວ​ໄລຍະ​ໜຶ່ງ 35ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ສະພາ​ສູງສຸດ​ວ່າ, “ຊາວ​ອິດສະຣາເອນ​ເອີຍ, ຈົ່ງ​ລະວັງ​ເລື່ອງ​ທີ່​ພວກທ່ານ​ຈະ​ເຮັດ​ຕໍ່​ຄົນ​ເຫຼົ່ານີ້. 36ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ມີ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ທູດາ ທີ່​ອ້າງ​ຕົວ​ເອງ​ວ່າ​ເປັນ​ຜູ້​ສຳຄັນ ແລະ​ມີ​ຄົນ​ປະມານ​ສີ່ຮ້ອຍ​ຄົນ ຮ່ວມ​ຕິດຕາມ​ລາວ​ໄປ, ແຕ່​ທູດາ​ຖືກ​ຂ້າ​ເສຍ ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ ກໍ​ແຕກ​ກະຈັດ​ກະຈາຍ ແລະ​ຂະບວນ​ການ​ຂອງ​ລາວ ກໍ​ດັບສູນ​ໄປ. 37ຫລັງຈາກ​ຜູ້​ນີ້ ກໍ​ແມ່ນ​ຢູດາ​ຊາວ​ຄາລີເລ​ທີ່​ປາກົດ​ຕົວ​ຂຶ້ນ ໃນ​ຄາວ​ຈົດ​ບັນຊີ​ສຳມະໂນຄົວ, ຢູດາ​ໄດ້​ຊັກ​ນຳ​ປະຊາຊົນ​ໃຫ້​ຕິດຕາມ​ລາວ ແຕ່​ລາວ​ກໍ​ຖືກ​ຂ້າ​ເໝືອນກັນ ແລະ​ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ ກໍ​ແຕກ​ກະຈັດ​ກະຈາຍ​ໄປ. 38ໃນ​ກໍລະນີ​ນີ້ ຂ້າພະເຈົ້າ​ຂໍ​ບອກ​ເຈົ້າ​ທັງຫລາຍ​ວ່າ ຢ່າ​ດຳເນີນ​ການ​ໃດໆ​ຕໍ່​ຄົນ​ເຫຼົ່ານີ້​ເລີຍ, ຈົ່ງ​ປ່ອຍ​ພວກເຂົາ​ໄປ​ສາ ຖ້າ​ແຜນການ​ຫລື​ກິດຈະການ​ຂອງ​ພວກເຂົາ​ມາ​ຈາກ​ມະນຸດ ມັນ​ກໍ​ຈະ​ເສື່ອມສູນ​ໄປ​ເອງ, 39ແຕ່​ຖ້າ​ສິ່ງ​ນັ້ນ​ມາ​ຈາກ​ພຣະເຈົ້າ ພວກເຈົ້າ​ກໍ​ຈະ​ທຳລາຍ​ພວກເຂົາ​ບໍ່ໄດ້ ພວກເຈົ້າ​ຈະ​ກັບ​ກາຍ​ມາ​ເປັນ​ຜູ້​ຕໍ່ສູ້​ພຣະເຈົ້າ.”
ແລ້ວ​ພວກເຂົາ​ກໍ​ຍອມ​ຟັງ​ຄວາມ​ຂອງ​ຄາມາລິເອັນ. 40ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ເມື່ອ​ຂ້ຽນ​ແລ້ວ​ກໍ​ສັ່ງ​ຫ້າມ​ບໍ່​ໃຫ້​ເວົ້າ​ອອກ​ນາມຊື່​ພຣະເຢຊູເຈົ້າ​ອີກ​ຈັກເທື່ອ ແລ້ວ​ກໍ​ປ່ອຍ​ຕົວ​ໄປ. 41ພວກ​ອັກຄະສາວົກ​ອອກ​ໄປ​ຈາກ​ສະພາ​ສູງສຸດ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ພວກເພິ່ນ​ຖື​ວ່າ ຕົນ​ເປັນ​ຜູ້​ສົມຄວນ​ທີ່​ຕ້ອງ​ຖືກ​ໝິ່ນປະໝາດ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະເຢຊູເຈົ້າ. 42ແລະ​ທຸກໆ​ວັນ​ໃນ​ບໍລິເວນ​ພຣະວິຫານ ແລະ​ທີ່​ເຮືອນ​ຂອງ​ປະຊາຊົນ ພວກ​ອັກຄະສາວົກ​ໄດ້​ສືບຕໍ່​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ​ບໍ່ໄດ້​ຂາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ.

Highlight

Kongsi

Salin

None

Ingin menyimpan sorotan merentas semua peranti anda? Mendaftar atau log masuk