ປະຖົມມະການ 3
3
ມະນຸດບໍ່ເຊື່ອຟັງພຣະເຈົ້າ
1ງູເປັນສັດທີ່ສະຫລາດກວ່າສັດທັງປວງ ທີ່ພຣະເຈົ້າຢາເວພຣະເຈົ້າໄດ້ສ້າງຂຶ້ນມາ. ມັນຖາມຜູ້ຍິງວ່າ, “ແມ່ນແທ້ບໍ ທີ່ພຣະເຈົ້າຫ້າມເຈົ້າ ບໍ່ໃຫ້ກິນໝາກໄມ້ໃດໆໃນສວນນີ້?”
2ຜູ້ຍິງຈຶ່ງຕອບງູວ່າ, “ໝາກໄມ້ທຸກຕົ້ນຢູ່ໃນສວນນີ້ ພວກເຮົາກິນໄດ້ໝົດ ເວັ້ນໄວ້ແຕ່ໝາກໄມ້ໃນຕົ້ນທີ່ຢູ່ກາງສວນ. 3ພຣະເຈົ້າບອກພວກເຮົາບໍ່ໃຫ້ກິນ ຫລືແມ່ນແຕ່ແຕະຕ້ອງມັນເປັນເດັດຂາດ. ຖ້າພວກເຮົາຂືນກິນເມື່ອໃດ ພວກເຮົາກໍຈະຕາຍເມື່ອນັ້ນ.”
4ແຕ່ງູໄດ້ກ່າວຕໍ່ຜູ້ຍິງວ່າ, “ບໍ່ເປັນຄວາມຈິງດອກ ເຈົ້າຈະບໍ່ຕາຍ. 5ພຣະເຈົ້າກ່າວເຊັ່ນນັ້ນເພາະພຣະອົງຮູ້ວ່າ ຖ້າເຈົ້າກິນໝາກໄມ້ນັ້ນເມື່ອໃດ ເຈົ້າກໍຈະເປັນເໝືອນພຣະເຈົ້າ ເມື່ອນັ້ນ, ແລ້ວເຈົ້າກໍຈະຮູ້ຈັກຄວາມດີ ແລະຮູ້ຈັກຄວາມຊົ່ວ.”
6ຜູ້ຍິງເຫັນວ່າ ຕົ້ນໄມ້ນັ້ນຊ່າງງາມແທ້ ແລະໝາກໄມ້ກໍເປັນຕາຢາກກິນອີຫລີ ທັງຄິດວ່າ ຖ້າຕົນສະຫລາດຂຶ້ນອີກກໍຄົງດີຫລາຍ. ດັ່ງນັ້ນ ນາງຈຶ່ງປິດເອົາໝາກໄມ້ມາກິນ ແລ້ວກໍຍື່ນໃຫ້ຜົວຂອງຕົນກິນນຳດ້ວຍ ລາວກໍໄດ້ກິນ. 7ຫລັງຈາກກິນໝາກໄມ້ແລ້ວ ພວກເຂົາກໍມີຄວາມເຂົ້າໃຈໃນທັນໃດ ແລະທັງຮູ້ວ່າພວກຕົນປະເປືອຍຢູ່. ດັ່ງນັ້ນ ພວກເຂົາຈຶ່ງພາກັນເອົາໃບໄມ້ມາຫຍິບເຂົ້າກັນ ເພື່ອປົກປິດຮ່າງກາຍຕົນເອງໄວ້.
8ໃນແລງວັນນັ້ນ ພວກເຂົາໄດ້ຍິນສຽງຍ່າງຂອງພຣະເຈົ້າຢາເວພຣະເຈົ້າຢູ່ໃນສວນ ແລະຊາຍຄົນນັ້ນກັບເມຍຂອງຕົນໄດ້ພາກັນໄປຫລົບລີ້ຊ່ອນຕົວໃຫ້ພົ້ນຈາກພຣະເຈົ້າຢາເວພຣະເຈົ້າຢູ່ໃນທ່າມກາງຕົ້ນໄມ້ທັງຫລາຍ. 9ແຕ່ພຣະເຈົ້າຢາເວພຣະເຈົ້າໄດ້ເອີ້ນຫາຊາຍຜູ້ນັ້ນວ່າ, “ເຈົ້າຢູ່ໃສ?”
10ລາວຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນ; ຂ້ານ້ອຍຢ້ານຫລາຍ ຈຶ່ງຫລົບລີ້ຊ່ອນຕົວຢູ່ ເພາະຂ້ານ້ອຍປະເປືອຍຢູ່.”
11ພຣະອົງຖາມວ່າ, “ໃຜບອກວ່າເຈົ້າປະເປືອຍຢູ່? ບໍ່ແມ່ນເຈົ້າກິນໝາກໄມ້ ທີ່ເຮົາໄດ້ຫ້າມເຈົ້າບໍ່ໃຫ້ກິນນັ້ນບໍ?”
12ຜູ້ຊາຍຕອບວ່າ, “ຜູ້ຍິງທີ່ພຣະອົງມອບໃຫ້ຂ້ານ້ອຍນັ້ນ ຍື່ນໝາກໄມ້ໃຫ້ຂ້ານ້ອຍກິນ ແລະຂ້ານ້ອຍກໍໄດ້ກິນ.”
13ພຣະເຈົ້າຢາເວພຣະເຈົ້າຖາມຍິງນັ້ນວ່າ, “ເປັນຫຍັງເຈົ້າຈຶ່ງເຮັດແນວນັ້ນ?”
ນາງຕອບວ່າ, “ງູໄດ້ລໍ້ລວງຂ້ານ້ອຍໃຫ້ກິນ.”
ພຣະເຈົ້າລົງໂທດມະນຸດ
14ແລ້ວພຣະເຈົ້າຢາເວພຣະເຈົ້າກໍໄດ້ກ່າວແກ່ງູນັ້ນວ່າ,
“ດ້ວຍວ່າ ມຶງໄດ້ເຮັດສິ່ງນີ້ ມຶງຈຶ່ງຖືກສາບແຊ່ງ,
ໃນຈຳພວກສັດແຫ່ງໂລກນີ້ທັງໝົດ.
ແຕ່ນີ້ຕໍ່ໄປມຶງຈະເລືອດ້ວຍທ້ອງຂອງມຶງ
ແລະຈະໄດ້ກິນຂີ້ຝຸ່ນດິນເປັນອາຫານໄປເລື້ອຍໆ.
15ກູຈະໃຫ້ມຶງກັບຍິງນັ້ນກຽດຊັງກັນ,
ເຊື້ອສາຍຂອງມຶງ ແລະເຊື້ອສາຍຂອງຍິງຈະເປັນສັດຕູກັນ.
ເຊື້ອສາຍຂອງຍິງນັ້ນຈະຢຽບຫົວມຶງໃຫ້ແຕກໝຸ່ນ;
ແລະມຶງກໍຈະກັດສົ້ນໜ່ອງເຂົາ ໃຫ້ບວບຊໍ້າ.”
16ແລ້ວພຣະອົງກໍໄດ້ກ່າວກັບຍິງນັ້ນວ່າ,
“ເຮົາຈະເພີ່ມຄວາມລຳບາກເມື່ອເຈົ້າຖືພາ,
ເຈົ້າຈະຕ້ອງເບັ່ງລູກອອກມາຢ່າງເຈັບປວດເຫລືອລົ້ນ.
ເຖິງປານນັ້ນເຈົ້າກໍບໍ່ພົ້ນທີ່ຢາກໄດ້ຜົວ,
ແລ້ວຜົວຂອງເຈົ້ານັ້ນຈະເປັນນາຍເໜືອເຈົ້າ.”
17ແລ້ວພຣະອົງກໍໄດ້ກ່າວກັບຊາຍນັ້ນວ່າ,
“ເພາະເຈົ້າໄດ້ຍິນຍອມຟັງຄວາມເມຍ;
ເຈົ້າຈຶ່ງກິນໝາກໄມ້ທີ່ເຮົາຫ້າມບໍ່ໃຫ້ກິນນັ້ນ.
ແຜ່ນດິນຈະຖືກສາບແຊ່ງ ເພາະສິ່ງທີ່ເຈົ້າໄດ້ເຮັດມາ;
ຊົ່ວຊີວິດຂອງເຈົ້າຈະເຮັດວຽກໜັກ ເພື່ອຫາລ້ຽງທ້ອງ.
18ແຜ່ນດິນຈະເກີດຫຍ້າ ແລະມີໜາມເຕັມທົ່ວໄປ;
ແລະຕົວເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ.
19ເຈົ້າຈະເຮັດວຽກໜັກຈົນເຫື່ອໄຫລໄຄຍ້ອຍອອກມາ;
ເພື່ອຈະເຮັດໃຫ້ດິນເກີດຜົນພຽງພໍລ້ຽງຊີວິດເຈົ້າ.
ຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ;
ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ.”
20ອາດາມ ໃສ່ຊື່ໃຫ້ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງມະນຸດທັງປວງ. 21ຕໍ່ມາ ພຣະເຈົ້າຢາເວພຣະເຈົ້າໄດ້ໃຫ້ເສື້ອ ທີ່ເຮັດດ້ວຍໜັງສັດແກ່ອາດາມ ແລະເມຍຂອງລາວນຸ່ງ.
ອາດາມແລະເອວາຖືກໄລ່ອອກຈາກສວນ
22ແລ້ວພຣະເຈົ້າຢາເວພຣະເຈົ້າກໍກ່າວວ່າ, “ບັດນີ້ ມະນຸດໄດ້ກາຍເປັນເໝືອນຜູ້ໜຶ່ງຢູ່ໃນພວກເຮົາ ແລະທັງຮູ້ຈັກຄວາມດີ ແລະຮູ້ຈັກຄວາມຊົ່ວ. ເຮົາຈະບໍ່ອະນຸຍາດໃຫ້ພວກເຂົາຢື້ມືໄປປິດເອົາໝາກໄມ້ຈາກຕົ້ນທີ່ໃຫ້ຊີວິດມາກິນ ແລະມີຊີວິດນິຣັນດອນ.” 23ສະນັ້ນ ພຣະເຈົ້າຢາເວພຣະເຈົ້າຈຶ່ງຂັບໄລ່ພວກເຂົາໃຫ້ອອກໄປຈາກສວນເອເດນ ແລະໃຫ້ຂຸດດິນຟັນໄມ້ໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ. 24ເມື່ອພຣະເຈົ້າຂັບໄລ່ມະນຸດອອກຈາກສວນແລ້ວ ພຣະອົງກໍເອົາເທວະດາເຄຣຸບ ມາເຝົ້າສວນຢູ່ທາງທິດຕາເວັນອອກ; ແລະມີດາບທີ່ລຸກເປັນແສງໄຟແກວ່ງໄປມາທົ່ວທຸກທິດ ເພື່ອປ້ອງກັນບໍ່ໃຫ້ເຂົ້າໄປໃກ້ຕົ້ນໄມ້ແຫ່ງຊີວິດນັ້ນ.
@ 2012 United Bible Societies. All Rights Reserved.