1
ມັດທາຍ 16:24
ພຣະຄຳພີລາວສະບັບສະໄໝໃໝ່
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກຂອງພຣະອົງວ່າ, “ຖ້າຜູ້ໃດຢາກເປັນສາວົກຂອງເຮົາໃຫ້ຜູ້ນັ້ນປະຕິເສດຕົນເອງ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ.
비교
ມັດທາຍ 16:24 살펴보기
2
ມັດທາຍ 16:18
ຝ່າຍເຮົາຈຶ່ງບອກວ່າ, ເຈົ້າຄືເປໂຕ ແລະ ເທິງສີລາກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະ ປະຕູແຫ່ງແດນມໍລະນາຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້.
ມັດທາຍ 16:18 살펴보기
3
ມັດທາຍ 16:19
ເຮົາຈະມອບກະແຈແຫ່ງອານາຈັກສະຫວັນໃຫ້ເຈົ້າ, ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ”.
ມັດທາຍ 16:19 살펴보기
4
ມັດທາຍ 16:25
ເພາະຜູ້ໃດກໍຕາມຢາກຮັກສາຊີວິດຂອງຕົນໄວ້ ຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະພົບຊີວິດ.
ມັດທາຍ 16:25 살펴보기
5
ມັດທາຍ 16:26
ຈະມີປະໂຫຍດອັນໃດທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ? ຫລື ຄົນນັ້ນຈະເອົາສິ່ງໃດມາແລກປ່ຽນເອົາຈິດວິນຍານຂອງຕົນໄດ້?
ມັດທາຍ 16:26 살펴보기
6
ມັດທາຍ 16:15-16
ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?” ຊີໂມນເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດເຈົ້າພຣະບຸດຂອງພຣະເຈົ້າຜູ້ມີຊີວິດຢູ່”.
ມັດທາຍ 16:15-16 살펴보기
7
ມັດທາຍ 16:17
ພຣະເຢຊູເຈົ້າກ່າວວ່າ, “ຄວາມສຸກມີແກ່ເຈົ້າ ຊີໂມນລູກຊາຍຂອງໂຢນາເອີຍ, ເພາະວ່າມະນຸດບໍ່ໄດ້ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ສະຖິດຢູ່ໃນສະຫວັນ.
ມັດທາຍ 16:17 살펴보기
홈
성경
묵상
동영상