ມັດທາຍ 6
6
ການຊ່ວຍເຫລືອຄົນຂັດສົນ
1“ຈົ່ງລະວັງໃຫ້ດີ ຢ່າເຮັດດີຕໍ່ໜ້າຄົນອື່ນເພື່ອໃຫ້ພວກເຂົາເບິ່ງເຫັນ, ເພາະຖ້າພວກເຈົ້າເຮັດຢ່າງນັ້ນ, ພວກເຈົ້າຈະບໍ່ໄດ້ຮັບບຳເໜັດຈາກພຣະບິດາຂອງພວກເຈົ້າໃນສະຫວັນ.
2“ດັ່ງນັ້ນ, ເມື່ອພວກເຈົ້າຊ່ວຍເຫລືອຄົນຂັດສົນ, ຢ່າເປົ່າແກໄປກ່ອນໜ້າເໝືອນດັ່ງຄົນໜ້າຊື່ໃຈຄົດເຮັດໃນທຳມະສາລາ ແລະ ຕາມຖະໜົນຫົນທາງເພື່ອໃຫ້ຄົນອື່ນຍົກຍ້ອງ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຂົາໄດ້ຮັບບຳເໜັດຂອງຕົນຢ່າງເຕັມທີ່ແລ້ວ. 3ແຕ່ເມື່ອພວກເຈົ້າຊ່ວຍເຫລືອຄົນຂັດສົນ, ຢ່າໃຫ້ມືຊ້າຍຮູ້ສິ່ງທີ່ມືຂວາກຳລັງເຮັດ, 4ເພື່ອວ່າການຊ່ວຍເຫລືອຂອງພວກເຈົ້າຈະເປັນຄວາມລັບ. ແລ້ວພຣະບິດາຂອງພວກເຈົ້າ ຜູ້ເບິ່ງເຫັນສິ່ງທີ່ເຮັດໃນທີ່ລັບນັ້ນ ຈະໃຫ້ບຳເໜັດແກ່ພວກເຈົ້າ.
ການອະທິຖານ
(ລກ 11:2-4)
5“ແລະ ເມື່ອພວກເຈົ້າອະທິຖານ, ຢ່າເປັນເໝືອນຄົນໜ້າຊື່ໃຈຄົດ, ເພາະພວກເຂົາມັກຢືນອະທິຖານໃນທຳມະສາລາ ແລະ ຕາມແຈຖະໜົນຫົນທາງເພື່ອໃຫ້ຄົນອື່ນເຫັນ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຂົາໄດ້ຮັບບຳເໜັດຂອງພວກເຂົາແລ້ວຈາກມະນຸດ. 6ແຕ່ສຳລັບພວກເຈົ້າ ເມື່ອອະທິຖານ, ຈົ່ງເຂົ້າໄປໃນຫ້ອງຂອງພວກເຈົ້າ, ອັດປະຕູ ແລະ ອະທິຖານຕໍ່ພຣະບິດາເຈົ້າຂອງພວກເຈົ້າ ຜູ້ເບິ່ງບໍ່ເຫັນດ້ວຍຕາ. ແລ້ວພຣະບິດາເຈົ້າຂອງພວກເຈົ້າຜູ້ເບິ່ງເຫັນສິ່ງທີ່ເຮັດໃນທີ່ລັບນັ້ນ ຈະໃຫ້ບຳເໜັດແກ່ພວກເຈົ້າ. 7ແລະ ເມື່ອພວກເຈົ້າອະທິຖານ, ຢ່າເວົ້າຊ້ຳຄຳເກົ່າເໝືອນຄົນທີ່ບໍ່ເຊື່ອພຣະເຈົ້າ ເພາະພວກເຂົາຄິດວ່າຖ້າເວົ້າຊໍ້າຫລາຍເທື່ອແລ້ວພະຈະໄດ້ຍິນ. 8ຢ່າເຮັດເໝືອນພວກເຂົາ ເພາະພຣະບິດາເຈົ້າຂອງພວກເຈົ້າຮູ້ສິ່ງທີ່ເຈົ້າຕ້ອງການກ່ອນທີ່ພວກເຈົ້າຈະຂໍຕໍ່ພຣະອົງ.
9“ດ້ວຍເຫດນີ້, ພວກເຈົ້າຄວນຈະອະທິຖານດັ່ງນີ້ວ່າ:
“‘ຂ້າແດ່ພຣະບິດາເຈົ້າຂອງພວກຂ້ານ້ອຍທັງຫລາຍ ຜູ້ຢູ່ໃນສະຫວັນ,
ຂໍໃຫ້ນາມຂອງພຣະອົງເປັນທີ່ເຄົາລົບບູຊາ,
10ຂໍໃຫ້ອານາຈັກຂອງພຣະອົງມາຕັ້ງຢູ່,
ຂໍໃຫ້ຄວາມປະສົງຂອງພຣະອົງສຳເລັດ,
ໃນສະຫວັນເປັນຢ່າງໃດ ກໍຂໍໃຫ້ເປັນຢ່າງນັ້ນທີ່ແຜ່ນດິນໂລກ.
11ຂໍໂຜດໃຫ້ອາຫານປະຈຳວັນແກ່ພວກຂ້ານ້ອຍໃນວັນນີ້.
12ແລະ ຂໍຍົກໜີ້ໃຫ້ພວກຂ້ານ້ອຍ,
ເໝືອນທີ່ພວກຂ້ານ້ອຍໄດ້ຍົກໜີ້ໃຫ້ຜູ້ທີ່ເປັນໜີ້ພວກຂ້ານ້ອຍເໝືອນກັນ.
13ແລະ ຂໍຢ່ານຳພວກຂ້ານ້ອຍເຂົ້າໄປໃນການທົດລອງ,
ແຕ່ຂໍຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມານຊົ່ວຮ້າຍ.#6:13 ຫລື ສິ່ງຊົ່ວຮ້າຍ ດ້ວຍວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີກໍເປັນຂອງພຣະອົງສືບໆໄປເປັນນິດ. ອາແມນ#6:13 ສຳເນົາຕົ້ນສະບັບບາງສະບັບບໍ່ມີຄຳວ່າ: ດ້ວຍວ່າອານາຈັກ ລິດອຳນາດ ແລະ ສະຫງ່າລາສີກໍເປັນຂອງພຣະອົງສືບໆໄປເປັນນິດ ອາແມນ’.
14ຖ້າພວກເຈົ້າຍົກໂທດໃຫ້ຜູ້ອື່ນທີ່ໄດ້ເຮັດບາບຕໍ່ພວກເຈົ້າ, ພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນ ກໍຈະຍົກໂທດໃຫ້ພວກເຈົ້າເໝືອນກັນ. 15ແຕ່ຖ້າພວກເຈົ້າບໍ່ຍົກໂທດບາບຂອງພວກເຂົາ, ພຣະບິດາເຈົ້າຂອງພວກເຈົ້າກໍຈະບໍ່ຍົກໂທດບາບຂອງພວກເຈົ້າເໝືອນກັນ.
ການຖືສິນອົດອາຫານ
16“ເມື່ອພວກເຈົ້າຖືສິນອົດອາຫານ, ຢ່າເຮັດໜ້າເສົ້າໝອງເໝືອນດັ່ງຄົນໜ້າຊື່ໃຈຄົດ ເພາະວ່າພວກເຂົາເຮັດໜ້າເສົ້າໝອງເພື່ອໃຫ້ຄົນທັງຫລາຍເຫັນວ່າພວກເຂົາກຳລັງຖືສິນອົດອາຫານ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຂົາໄດ້ຮັບບຳເໜັດຂອງພວກເຂົາເຕັມທີ່ແລ້ວ. 17ແຕ່ເມື່ອພວກເຈົ້າຖືສິນອົດອາຫານ, ຈົ່ງລ້າງໜ້າ ແລະ ເອົານ້ຳມັນທາຫົວ, 18ເພື່ອຈະບໍ່ເປັນທີ່ສະດຸດຕາຕໍ່ຄົນອື່ນວ່າພວກເຈົ້າກຳລັງຖືສິນອົດອາຫານຢູ່, ແຕ່ພຣະບິດາເຈົ້າຂອງພວກເຈົ້າຜູ້ເບິ່ງບໍ່ເຫັນດ້ວຍຕາ ແລະ ພຣະບິດາເຈົ້າຂອງພວກເຈົ້າຜູ້ເຫັນສິ່ງທີ່ເຮັດຢູ່ໃນທີ່ລັບ ຈະໃຫ້ບຳເໜັດແກ່ພວກເຈົ້າ.
ຊັບສົມບັດໃນສະຫວັນ
(ລກ 11:34-36)
19“ຢ່າສະສົມຊັບສົມບັດໄວ້ສຳລັບຕົນເອງໃນໂລກ, ເຊິ່ງເປັນບ່ອນທີ່ມອດ ແລະ ຂີ້ໝ້ຽງທຳລາຍໄດ້ ແລະ ບ່ອນທີ່ໂຈນງັດເຂົ້າໄປລັກເອົາໄດ້. 20ແຕ່ຈົ່ງສະສົມຊັບສົມບັດໄວ້ສຳລັບຕົນເອງໄວ້ໃນສະຫວັນ, ບ່ອນທີ່ມອດ ແລະ ຂີ້ໝ້ຽງທຳລາຍບໍ່ໄດ້ ແລະ ບ່ອນທີ່ໂຈນງັດເຂົ້າໄປລັກເອົາບໍ່ໄດ້. 21ເພາະຊັບສົມບັດຂອງພວກເຈົ້າຢູ່ທີ່ໃດ ໃຈຂອງພວກເຈົ້າກໍຢູ່ທີ່ນັ້ນເໝືອນກັນ.
22“ຕາເປັນຕະກຽງຂອງຮ່າງກາຍ. ຖ້າຕາຂອງເຈົ້າປົກກະຕິດີ#6:22 ໃນພາສາກຣີກ ຄຳວ່າ “ປົກກະຕິດີ” ໃນທີ່ນີ້ໝາຍເຖິງ “ໃຈເຜື່ອແຜ່”, ຮ່າງກາຍທຸກສ່ວນຂອງເຈົ້າກໍຈະເຕັມໄປດ້ວຍຄວາມສະຫວ່າງ. 23ແຕ່ຖ້າຕາຂອງເຈົ້າຜິດປົກກະຕິ#6:23 ໃນພາສາກຣີກ ຄຳວ່າຜິດປົກກະຕິ ໝາຍເຖິງຂີ້ຖີ່, ຮ່າງກາຍທຸກສ່ວນຂອງເຈົ້າກໍຈະເຕັມໄປດ້ວຍຄວາມມືດ. ຖ້າຄວາມສະຫວ່າງໃນເຈົ້າມືດໄປ, ຄວາມມືດນັ້ນກໍຈະມືດມິດພຽງໃດນໍ!
24“ບໍ່ມີຜູ້ໃດສາມາດຮັບໃຊ້ນາຍສອງຄົນໄດ້. ບໍ່ວ່າພວກເຈົ້າຈະກຽດຊັງນາຍຜູ້ນີ້ ແລະ ຮັກນາຍຜູ້ນັ້ນ, ຫລື ພວກເຈົ້າຈະອຸທິດຕົນຕໍ່ນາຍຜູ້ນີ້ ແລະ ດູຖູກນາຍຜູ້ນັ້ນ. ພວກເຈົ້າບໍ່ສາມາດຮັບໃຊ້ທັງພຣະເຈົ້າ ແລະ ຮັບໃຊ້ເງິນໄດ້.
ຢ່າກະວົນກະວາຍ
(ລກ 12:22-31)
25“ດ້ວຍເຫດນັ້ນ ເຮົາຈຶ່ງບອກພວກເຈົ້າທັງຫລາຍວ່າ, ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າ, ຈະກິນຫຍັງ ຫລື ຈະດື່ມຫຍັງ ຫລື ກະວົນກະວາຍເຖິງຮ່າງກາຍຂອງຕົນວ່າ, ຈະນຸ່ງຫົ່ມຫຍັງ. ຊີວິດມີຄ່າຫລາຍກວ່າອາຫານ ແລະ ຮ່າງກາຍກໍມີຄ່າຫລາຍກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນບໍ? 26ຈົ່ງເບິ່ງຝູງນົກໃນອາກາດ; ພວກມັນບໍ່ໄດ້ຫວ່ານ ຫລື ບໍ່ໄດ້ເກັບກ່ຽວ ຫລື ບໍ່ໄດ້ສະສົມໄວ້ໃນເລົ້າ ແລະ ເຖິງປານນັ້ນພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນກໍຍັງລ້ຽງຝູງນົກນັ້ນໄວ້. ພວກເຈົ້າກໍມີຄ່າຫລາຍກວ່າຝູງນົກນັ້ນບໍ່ແມ່ນບໍ? 27ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນກະວາຍແລ້ວສາມາດຕໍ່ຊີວິດຂອງຕົນເອງໃຫ້ຍືນຍາວອອກໄປອີກຈັກຊົ່ວໂມງໜຶ່ງໄດ້?#6:27 ຫລື ເພີ່ມຄວາມສູງອີກຈັກສອກໜຶ່ງໄດ້?
28“ແລ້ວເປັນຫຍັງພວກເຈົ້າຈຶ່ງກະວົນກະວາຍເຖິງເລື່ອງເຄື່ອງນຸ່ງ? ຈົ່ງເບິ່ງດອກໄມ້ໃນທົ່ງວ່າໃຫຍ່ຂຶ້ນມາໄດ້ຢ່າງໃດ, ມັນບໍ່ໄດ້ອອກແຮງ ຫລື ເຂັນຝ້າຍ. 29ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ແມ່ນແຕ່ໂຊໂລໂມນຜູ້ທີ່ເຕັມໄປດ້ວຍສະຫງ່າລາສີ ກໍຍັງບໍ່ໄດ້ໃສ່ເຄື່ອງນຸ່ງທີ່ງາມສະຫງ່າເໝືອນດອກໄມ້ເຫລົ່ານີ້ດອກໜຶ່ງ. 30ຖ້າພຣະເຈົ້າຕົບແຕ່ງຕົ້ນຫຍ້າທີ່ຢູ່ໃນທົ່ງ, ເຊິ່ງເປັນຢູ່ໃນບ່ອນນີ້ວັນນີ້ ແລະ ມື້ອື່ນກໍຈະຕ້ອງຖືກຖິ້ມລົງໃສ່ໄຟ, ພວກເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ! ພຣະອົງຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່ານັ້ນອີກບໍ? 31ດັ່ງນັ້ນ ຢ່າກະວົນກະວາຍວ່າ, ‘ພວກເຮົາຈະກິນຫຍັງ?’ ຫລື ‘ພວກເຮົາຈະດື່ມຫຍັງ?’ ຫລື ‘ພວກເຮົາຈະນຸ່ງຫົ່ມຫຍັງ?’ 32ເພາະຄົນບໍ່ເຊື່ອພຣະເຈົ້າກໍສະແຫວງຫາສິ່ງທັງໝົດເຫລົ່ານີ້ ແລະ ພຣະບິດາເຈົ້າຂອງພວກເຈົ້າໃນສະຫວັນຮູ້ວ່າພວກເຈົ້າຕ້ອງການສິ່ງເຫລົ່ານີ້. 33ແຕ່ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ ແລະ ຄວາມຊອບທຳຂອງພຣະອົງກ່ອນ, ແລ້ວພຣະອົງຈະມອບທຸກສິ່ງເຫລົ່ານີ້ໃຫ້ແກ່ພວກເຈົ້າ. 34ເຫດສະນັ້ນ ຢ່າກະວົນກະວາຍເຖິງມື້ອື່ນ ເພາະມື້ອື່ນກໍຈະມີເລື່ອງກະວົນກະວາຍແລ້ວ. ແຕ່ລະວັນກໍມີຄວາມທຸກພໍແລ້ວ.
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.