YouVersion Logo
Search Icon

ລູກາ 16

16
ຄຳອຸປະມາ​ເລື່ອງ​ຜູ້ຈັດການ​ທີ່​ສະຫລາດ
1ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ວ່າ: “ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ຜູ້ຈັດການ​ຂອງ​ເພິ່ນ​ຖືກ​ກ່າວຫາ​ວ່າ​ກຳລັງ​ຜານ​ຊັບສິນ​ຂອງ​ເພິ່ນ. 2ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.
3“ຜູ້ຈັດການ​ຄົນ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ຈະ​ເຮັດ​ແນວໃດ​ດີ? ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ວຽກ. ເຮົາ​ກໍ​ບໍ່​ມີ​ແຮງ​ຈະ​ຂຸດ​ດິນ ແລະ ຈະ​ໄປ​ຂໍທານ​ກໍ​ອາຍ. 4ເຮົາ​ຮູ້​ແລ້ວ​ວ່າ​ເຮົາ​ຈະ​ເຮັດ​ຢ່າງໃດ​ດີ ເພື່ອ​ວ່າ​ເມື່ອ​ເຮົາ​ອອກ​ຈາກ​ໜ້າທີ່​ນີ້​ແລ້ວ​ຈະ​ໄດ້​ມີ​ຄົນ​ຕ້ອນຮັບ​ເຮົາ​ເຂົ້າ​ໄປ​ເຮືອນ​ຂອງ​ພວກເຂົາ’.
5“ດັ່ງນັ້ນ ລາວ​ຈຶ່ງ​ເອີ້ນ​ຜູ້​ເປັນໜີ້​ຂອງ​ນາຍ​ມາ​ເທື່ອ​ລະ​ຄົນ. ລາວ​ຖາມ​ຄົນ​ທຳອິດ​ວ່າ, ‘ເຈົ້າ​ເປັນໜີ້​ນາຍ​ຂອງ​ເຮົາ​ຢູ່​ເທົ່າໃດ?’
6“ລາວ​ຕອບ​ວ່າ, ‘ເປັນໜີ້​ນ້ຳມັນໝາກກອກ​ສາມພັນ​ລິດ’.
“ຜູ້ຈັດການ​ຄົນ​ນັ້ນ​ບອກ​ລາວ​ວ່າ, ‘ຈົ່ງ​ນຳ​ເອກະສານ​ຂອງ​ເຈົ້າ​ມາ, ຮີບ​ນັ່ງ​ລົງ​ແກ້​ໃຫ້​ເປັນ​ໜຶ່ງ​ພັນ​ຫ້າ​ຮ້ອຍ’.
7“ຫລັງຈາກນັ້ນ​ລາວ​ກໍ​ຖາມ​ຄົນ​ທີ​ສອງ​ວ່າ, ‘ແລະ ເຈົ້າ​ເປັນໜີ້​ຢູ່​ເທົ່າໃດ?’
“ລາວ​ຕອບ​ວ່າ, ‘ເປັນໜີ້​ເຂົ້າຫວີດ​ສາມສິບ​ໂຕນ’.
“ຜູ້ຈັດການ​ຄົນ​ນັ້ນ​ບອກ​ລາວ​ວ່າ, ‘ຈົ່ງ​ນຳ​ເອກະສານ​ມາ​ໄວໆ ແລະ ແກ້​ໃຫ້​ເປັນ​ຊາວສີ່​ໂຕນ’.
8“ແລ້ວ​ນາຍ​ຈຶ່ງ​ຍ້ອງຍໍ​ຜູ້ຈັດການ​ທີ່​ບໍ່​ສັດຊື່​ຄົນ​ນີ້​ເພາະ​ລາວ​ໄດ້​ເຮັດ​ຢ່າງ​ສະຫລາດ. ເພາະ​ຄົນ​ຝ່າຍ​ໂລກ​ນີ້​ສະຫລາດ​ຫລາຍ​ກວ່າ​ຄົນ​ຝ່າຍ​ຄວາມສະຫວ່າງ​ໃນ​ການ​ເຮັດ​ທຸລະກິດ​ກັບ​ຄົນ​ປະເພດ​ດຽວ​ກັນ. 9ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ໃຊ້​ຊັບສົມບັດ​ຝ່າຍ​ໂລກ​ເພື່ອ​ສ້າງ​ມິດ​ສຳລັບ​ພວກເຈົ້າ​ເອງ ເພື່ອ​ວ່າ​ເມື່ອ​ເວລາ​ຊັບ​ນັ້ນ​ໝົດ​ໄປ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ເຂົ້າ​ສູ່​ບ່ອນຢູ່​ອັນ​ຖາວອນ​ເປັນນິດ.
10“ຜູ້ໃດ​ກໍ​ຕາມ​ທີ່​ໄວ້ໃຈ​ໄດ້​ໃນ​ສິ່ງ​ເລັກນ້ອຍ ກໍ​ໄວ້ໃຈ​ໄດ້​ໃນ​ສິ່ງ​ໃຫຍ່​ເໝືອນກັນ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ສັດຊື່​ໃນ​ສິ່ງ​ເລັກນ້ອຍ ກໍ​ຈະ​ບໍ່​ສັດຊື່​ໃນ​ສິ່ງ​ໃຫຍ່​ເໝືອນກັນ. 11ດັ່ງນັ້ນ ຖ້າ​ພວກເຈົ້າ​ສັດຊື່​ໃນ​ເບິ່ງແຍງ​ຊັບສົມບັດ​ຝ່າຍ​ໂລກ​ບໍ່​ໄດ້, ຜູ້ໃດ​ຈະ​ໄວ້ໃຈ​ໃຫ້​ພວກເຈົ້າ​ເບິ່ງແຍງ​ຊັບສົມບັດ​ອັນ​ແທ້​ຈິງ? 12ແລະ ຖ້າ​ພວກເຈົ້າ​ໄວ້ໃຈ​ໃຫ້​ເບິ່ງແຍງ​ຊັບສິນ​ຂອງ​ຄົນ​ອື່ນ​ບໍ່​ໄດ້, ຜູ້ໃດ​ຈະ​ມອບ​ຊັບສິນ​ໃຫ້​ເປັນ​ຂອງ​ພວກເຈົ້າ?
13“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້”.
14ຝ່າຍ​ພວກ​ຟາຣີຊາຍ​ຜູ້​ທີ່​ຮັກເງິນ​ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ກໍ​ເຢາະເຢີ້ຍ​ພຣະເຢຊູເຈົ້າ. 15ພຣະອົງ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຕົນ​ເອງ​ຊອບທຳ​ໃນ​ສາຍຕາ​ຄົນ​ອື່ນ, ແຕ່​ພຣະເຈົ້າ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ສິ່ງ​ທີ່​ຄົນ​ທັງຫລາຍ​ຖື​ວ່າ​ມີ​ຄຸນຄ່າ​ສູງ​ກໍ​ເປັນ​ທີ່​ໜ້າ​ລັງກຽດ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.
ຄຳສອນ​ເພີ່ມເຕີມ
16“ກົດບັນຍັດ ແລະ ຄຳສອນ​ຂອງ​ຜູ້ທຳນວາຍ​ໄດ້​ຮັບ​ການ​ປະກາດ​ຕະຫລອດ​ມາ​ຈົນ​ເຖິງ​ສະໄໝ​ຂອງ​ໂຢຮັນ. ຕັ້ງແຕ່​ເວລາ​ນັ້ນ​ມາ ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໄດ້​ຖືກ​ປະກາດ​ໄປ ແລະ ທຸກຄົນ​ກໍ​ກຳລັງ​ຍາດ​ກັນ​ເຂົ້າ​ໄປ​ໃນ​ອານາຈັກ​ນັ້ນ. 17ຟ້າ ແລະ ດິນ​ຈະ​ສູນຫາຍ​ໄປ ກໍ​ຍັງ​ງ່າຍ​ກວ່າ​ທີ່​ຈຸດ​ໜຶ່ງ​ໃນ​ກົດບັນຍັດ​ຈະ​ຕົກ​ຫລົ່ນ.
18“ຜູ້ໃດ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ ແລະ ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້ ແລະ ຊາຍ​ໃດ​ທີ່​ແຕ່ງງານ​ກັບ​ຍິງ​ທີ່​ຖືກ​ຢ່າຮ້າງ ຜູ້​ນັ້ນ​ກໍ​ຫລິ້ນຊູ້.
ເສດຖີ ແລະ ລາຊາໂຣ
19“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ນຸ່ງ​ຊຸດ​ສີມ່ວງ ແລະ ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ແລະ ໃຊ້​ຊີວິດ​ຢ່າງ​ສຸກສະບາຍ​ທຸກ​ມື້. 20ມີ​ຂໍທານ​ຄົນ​ໜຶ່ງ​ຊື່​ລາຊາໂຣ ມີ​ບາດແຜ​ເຕັມ​ໂຕ​ນອນ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ເສດຖີ 21ແລະ ລໍຖ້າ​ກິນ​ອາຫານ​ທີ່​ຕົກ​ຈາກ​ໂຕະ​ຂອງ​ເສດຖີ. ແມ່ນ​ແຕ່​ໝາ​ກໍ​ຍັງ​ມາ​ເລຍ​ບາດແຜ​ຂອງ​ລາວ.
22“ຢູ່​ຕໍ່ມາ ຂໍທານ​ນັ້ນ​ກໍ​ໄດ້​ຕາຍ ແລະ ບັນດາ​ເທວະດາ​ໄດ້​ຮັບ​ລາວ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ອັບຣາຮາມ. ຝ່າຍ​ເສດຖີ​ຄົນ​ນັ້ນ​ກໍ​ຕາຍ​ໄປ​ເໝືອນກັນ ແລະ ຖືກ​ຝັງ​ໄວ້. 23ເມື່ອ​ຢູ່​ໃນ​ນະລົກ#16:23 ພາສາ​ກຣີກ​ວ່າ ແດນມໍລະນາ​ກໍ​ທຸກທໍລະມານ​ຫລາຍ, ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ແຕ່​ໄກ ມີ​ລາຊາໂຣ​ຢູ່​ທາງ​ຂ້າງ​ຂອງ​ເພິ່ນ. 24ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ບອກ​ວ່າ, ‘ອັບຣາຮາມ ບິດາ​ເອີຍ, ສົງສານ​ຂ້ານ້ອຍ​ດ້ວຍ ແລະ ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວມື​ຈຸ່ມ​ນ້ຳ​ມາ​ແຕະ​ໃສ່​ລີ້ນ​ຂອງ​ຂ້ານ້ອຍ​ໃຫ້​ເຢັນ​ລົງ ເພາະ​ຂ້ານ້ອຍ​ທຸກທໍລະມານ​ຫລາຍ​ຢູ່​ໃນ​ແປວໄຟ​ນີ້’.
25“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ. 26ນອກຈາກ​ທັງໝົດ​ນີ້​ແລ້ວ ລະຫວ່າງ​ພວກເຮົາ ແລະ ພວກເຈົ້າ​ກໍ​ມີ​ເຫວ​ໃຫຍ່​ຂວາງ​ກັ້ນ​ຢູ່, ເພື່ອ​ວ່າ​ຜູ້ໃດ​ທີ່​ຢາກ​ຈະ​ຂ້າມ​ຈາກ​ທີ່​ນີ້​ໄປ​ຫາ​ພວກເຈົ້າ​ກໍ​ບໍ່​ໄດ້ ຫລື ຜູ້ໃດ​ຈະ​ຂ້າມ​ຈາກ​ບ່ອນ​ນັ້ນ​ມາ​ຫາ​ພວກເຮົາ​ກໍ​ບໍ່​ໄດ້’.
27“ລາວ​ຈຶ່ງ​ຕອບ​ວ່າ, ‘ບິດາ​ເອີຍ, ຖ້າ​ຢ່າງ​ນັ້ນ ຂ້ານ້ອຍ​ຂໍຮ້ອງ​ທ່ານ​ໃຫ້​ໃຊ້​ລາຊາໂຣ​ໄປ​ຫາ​ຄອບຄົວ​ຂອງ​ຂ້ານ້ອຍ​ດ້ວຍ, 28ເພາະ​ຂ້ານ້ອຍ​ມີ​ອ້າຍນ້ອງ​ຫ້າ​ຄົນ, ໃຫ້​ລາຊາໂຣ​ເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມາ​ໃນ​ບ່ອນ​ທີ່​ທຸກທໍລະມານ​ນີ້​ເໝືອນກັນ’.
29“ອັບຣາຮາມ​ຕອບ​ວ່າ, ‘ພວກເຂົາ​ມີ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ຢູ່​ແລ້ວ ຈົ່ງ​ໃຫ້​ພວກເຂົາ​ຟັງ​ຄົນ​ເຫລົ່ານັ້ນ’.
30“ເສດຖີ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, ‘ບໍ່​ແມ່ນ​ດອກ ອັບຣາຮາມ ບິດາ​ເອີຍ, ແຕ່​ຖ້າ​ມີ​ຜູ້​ໜຶ່ງ​ເປັນຄືນຈາກຕາຍ​ແລ້ວ​ໄປ​ຫາ​ພວກເຂົາ, ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າເອົາໃຈໃໝ່’.
31“ແຕ່​ອັບຣາຮາມ​ກ່າວ​ກັບ​ລາວ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ຟັງ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ແລ້ວ, ເຖິງ​ຈະ​ມີ​ຄົນ​ຄືນ​ມາ​ຈາກ​ຕາຍ​ພວກເຂົາ​ກໍ​ຈະ​ບໍ່​ຍອມ​ເຊື່ອ’”.

Currently Selected:

ລູກາ 16: LCV

Tõsta esile

Share

Copy

None

Want to have your highlights saved across all your devices? Sign up or sign in