ໂຢຮັນ 14
14
ພຣະເຢຊູເຈົ້າເລົ້າໂລມໃຈພວກສາວົກຂອງພຣະອົງ
1“ຢ່າໃຫ້ໃຈຂອງພວກເຈົ້າທັງຫລາຍວຸ້ນວາຍໄປ, ພວກເຈົ້າຈົ່ງເຊື່ອໃນພຣະເຈົ້າ#14:1 ຫລື ຈົ່ງເຊື່ອໃນພຣະເຈົ້າ ແລະ ຈົ່ງເຊື່ອໃນເຮົາເໝືອນກັນ. 2ໃນຜາສາດຂອງພຣະບິດາເຈົ້າຂອງເຮົາມີຫ້ອງຢູ່ຫລວງຫລາຍ; ຖ້າບໍ່ມີເຮົາຄົງໄດ້ບອກພວກເຈົ້າແລ້ວ ເຮົາກຳລັງໄປບ່ອນນັ້ນ ເພື່ອຈັດຕຽມບ່ອນໄວ້ສຳລັບພວກເຈົ້າ, 3ແລະ ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າ, ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາເພື່ອວ່າເຮົາຢູ່ທີ່ໃດພວກເຈົ້າກໍຈະຢູ່ທີ່ນັ້ນເໝືອນກັນ. 4ພວກເຈົ້າຮູ້ຈັກທາງໄປສູ່ບ່ອນທີ່ເຮົາກຳລັງຈະໄປນັ້ນ”.
ພຣະເຢຊູເຈົ້າເປັນທາງໄປສູ່ພຣະບິດາເຈົ້າ
5ໂທມາເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພວກຂ້ານ້ອຍບໍ່ຮູ້ຈັກວ່າທ່ານກຳລັງຈະໄປໃສ, ດັ່ງນັ້ນພວກຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?”
6ພຣະເຢຊູເຈົ້າຕອບວ່າ, “ເຮົານີ້ແຫລະເປັນທາງນັ້ນ ເປັນຄວາມຈິງ ແລະ ເປັນຊີວິດ. ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ນອກຈາກມາທາງເຮົາ. 7ຖ້າພວກເຈົ້າຮູ້ຈັກເຮົາແທ້ໆ ພວກເຈົ້າກໍຈະຮູ້ຈັກ#14:7 ເອກະສານທີ່ຂຽນດ້ວຍມືບາງສະບັບວ່າ ຖ້າພວກເຈົ້າໄດ້ຮູ້ຈັກເຮົາແທ້ໆແລ້ວ ພວກເຈົ້າກໍຈະຮູ້ຈັກພຣະບິດາເຈົ້າຂອງເຮົາເໝືອນກັນ. ຕັ້ງແຕ່ນີ້ໄປ, ພວກເຈົ້າກໍຮູ້ຈັກພຣະອົງ ແລະ ໄດ້ເຫັນພຣະອົງແລ້ວ”.
8ຟີລິບໄດ້ເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍສະແດງພຣະບິດາເຈົ້າໃຫ້ພວກຂ້ານ້ອຍໄດ້ເຫັນກໍພຽງພໍແລ້ວສຳລັບພວກຂ້ານ້ອຍ”.
9ພຣະເຢຊູເຈົ້າຕອບວ່າ, “ຟີລິບເອີຍ, ເຮົາໄດ້ຢູ່ກັບພວກເຈົ້າຕັ້ງດົນນານແລ້ວເຈົ້າຍັງບໍ່ຮູ້ຈັກເຮົາບໍ? ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາເຈົ້າ. ດ້ວຍເຫດໃດເຈົ້າຈຶ່ງບອກວ່າ, ‘ຂໍສະແດງພຣະບິດາເຈົ້າໃຫ້ພວກຂ້ານ້ອຍໄດ້ເຫັນ’? 10ພວກເຈົ້າບໍ່ເຊື່ອບໍວ່າເຮົາຢູ່ໃນພຣະບິດາເຈົ້າ ແລະ ພຣະບິດາເຈົ້າຢູ່ໃນເຮົາ? ຖ້ອຍຄຳທີ່ເຮົາກ່າວແກ່ພວກເຈົ້ານັ້ນເຮົາບໍ່ໄດ້ກ່າວໂດຍສິດອຳນາດຂອງເຮົາເອງ. ແຕ່ແມ່ນພຣະບິດາເຈົ້າຜູ້ຢູ່ໃນເຮົາເປັນຜູ້ກະທຳກິດຈະການຂອງພຣະອົງ. 11ຈົ່ງເຊື່ອໃນເຮົາເມື່ອເຮົາກ່າວວ່າເຮົາຢູ່ໃນພຣະບິດາເຈົ້າ ແລະ ພຣະບິດາເຈົ້າຢູ່ໃນເຮົາ, ຫລື ຢ່າງນ້ອຍກໍໃຫ້ເຊື່ອໃນຫລັກຖານຂອງກິດຈະການນັ້ນ. 12ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະ ພວກເຂົາຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່ານີ້ອີກ, ເພາະເຮົາກຳລັງຈະໄປຫາພຣະບິດາເຈົ້າ. 13ສິ່ງໃດທີ່ພວກເຈົ້າຂໍໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນ ເພື່ອວ່າພຣະບິດາເຈົ້າຈະໄດ້ຮັບກຽດໂດຍທາງພຣະບຸດ. 14ຖ້າພວກເຈົ້າຂໍສິ່ງໃດໃນນາມຂອງເຮົາ ແລະ ເຮົາກໍຈະເຮັດສິ່ງນັ້ນ.
ພຣະເຢຊູເຈົ້າສັນຍາຈະສົ່ງພຣະວິນຍານບໍລິສຸດເຈົ້າມາ
15“ຖ້າພວກເຈົ້າຮັກເຮົາ ຈົ່ງຖືຮັກສາບັນດາຄຳສັ່ງຂອງເຮົາ. 16ແລະ ເຮົາຈະຂໍຕໍ່ພຣະບິດາເຈົ້າ ແລະ ພຣະອົງຈະປະທານຜູ້ຊ່ວຍອີກອົງໜຶ່ງເພື່ອຊ່ວຍ ແລະ ຢູ່ກັບພວກເຈົ້າຕະຫລອດໄປເປັນນິດ 17ຄືອົງພຣະວິນຍານແຫ່ງຄວາມຈິງ. ໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ. ແຕ່ພວກເຈົ້າຮູ້ຈັກພຣະອົງເພາະພຣະອົງຢູ່ກັບພວກເຈົ້າ ແລະ ຈະຢູ່#14:17 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ແລະຢູ່ໃນພວກເຈົ້າ. 18ເຮົາຈະບໍ່ປະຖິ້ມພວກເຈົ້າໃຫ້ເປັນລູກກຳພ້າ, ເຮົາຈະມາຫາພວກເຈົ້າ. 19ອີກບໍ່ດົນ ໂລກກໍຈະບໍ່ເຫັນເຮົາອີກ ແຕ່ພວກເຈົ້າຈະເຫັນເຮົາ ເພາະເຮົາມີຊີວິດຢູ່ ພວກເຈົ້າກໍຈະມີຊີວິດຢູ່ເໝືອນກັນ. 20ໃນວັນນັ້ນ ພວກເຈົ້າຈະຮູ້ວ່າເຮົາຢູ່ໃນພຣະບິດາເຈົ້າຂອງເຮົາ ແລະ ພວກເຈົ້າຢູ່ໃນເຮົາ ແລະ ເຮົາຢູ່ໃນພວກເຈົ້າ. 21ຜູ້ໃດກໍຕາມທີ່ຖືຮັກສາຄຳສັ່ງຂອງເຮົາ ແລະ ເຊື່ອຟັງຄຳສັ່ງນັ້ນ ແມ່ນຜູ້ນັ້ນແຫລະທີ່ຮັກເຮົາ. ພຣະບິດາເຈົ້າຂອງເຮົາຈະຮັກຜູ້ທີ່ຮັກເຮົາ ແລະ ເຮົາກໍຈະຮັກພວກເຂົາ ແລະ ຈະສະແດງໂຕເຮົາເອງແກ່ພວກເຂົາດ້ວຍ”.
22ແລ້ວຢູດາ (ບໍ່ແມ່ນຢູດາອິດສະກາຣີອົດ) ຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ດ້ວຍເຫດໃດ ພຣະອົງຈຶ່ງເຈດຕະນາທີ່ຈະສະແດງພຣະອົງເອງໃຫ້ແກ່ພວກຂ້ານ້ອຍແຕ່ບໍ່ສະແດງໃຫ້ແກ່ໂລກ?”
23ພຣະເຢຊູເຈົ້າຕອບວ່າ, “ຜູ້ໃດກໍຕາມທີ່ຮັກເຮົາ ກໍຈະເຊື່ອຟັງຄຳສອນຂອງເຮົາ. ພຣະບິດາເຈົ້າຂອງເຮົາຈະຮັກພວກເຂົາ, ພຣະບິດາເຈົ້າກັບເຮົາຈະມາຫາພວກເຂົາ ແລະ ຈະຢູ່ກັບພວກເຂົາ. 24ຜູ້ທີ່ບໍ່ຮັກເຮົາກໍຈະບໍ່ເຊື່ອຟັງຄຳສອນຂອງເຮົາ. ຖ້ອຍຄຳເຫລົ່ານີ້ທີ່ພວກເຈົ້າໄດ້ຍິນນັ້ນບໍ່ແມ່ນຂອງເຮົາເອງ ແຕ່ເປັນຂອງພຣະບິດາເຈົ້າຜູ້ທີ່ໃຊ້ເຮົາມາ.
25“ຂໍ້ຄວາມທັງໝົດນີ້ເຮົາໄດ້ກ່າວໄວ້ໃນຂະນະທີ່ເຮົາຍັງຢູ່ກັບພວກເຈົ້າ. 26ແຕ່ພຣະຜູ້ຊ່ວຍຄືອົງພຣະວິນຍານບໍລິສຸດເຈົ້າ ຜູ້ທີ່ພຣະບິດາເຈົ້າຈະໃຊ້ມາໃນນາມຂອງເຮົາ ຈະສັ່ງສອນທຸກສິ່ງແກ່ພວກເຈົ້າ ແລະ ຈະເຕືອນພວກເຈົ້າໃຫ້ລະນຶກເຖິງທຸກສິ່ງທີ່ເຮົາໄດ້ກ່າວກັບພວກເຈົ້າ. 27ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ສັນຕິສຸກທີ່ເຮົາມອບໃຫ້ນັ້ນບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າໃຫ້ໃຈຂອງພວກເຈົ້າວຸ້ນວາຍໄປ ແລະ ຢ່າຢ້ານເລີຍ.
28“ພວກເຈົ້າໄດ້ຍິນເຮົາບອກພວກເຈົ້າແລ້ວວ່າ, ‘ເຮົາກຳລັງຈະຈາກໄປ ແລະ ເຮົາກຳລັງຈະກັບມາຫາພວກເຈົ້າອີກ’. ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະດີໃຈທີ່ເຮົາກຳລັງໄປຫາພຣະບິດາເຈົ້າ ເພາະພຣະບິດາເຈົ້າຍິ່ງໃຫຍ່ກວ່າເຮົາ. 29ເຮົາໄດ້ບອກພວກເຈົ້າເວລານີ້ກ່ອນສິ່ງນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອສິ່ງນັ້ນເກີດຂຶ້ນແລ້ວ ພວກເຈົ້າຈະໄດ້ເຊື່ອ. 30ເຮົາຈະເວົ້າກັບພວກເຈົ້າໄດ້ອີກບໍ່ດົນ ເພາະຜູ້ປົກຄອງໂລກນີ້ກຳລັງຈະມາ. ຜູ້ນັ້ນບໍ່ມີສິດອຳນາດເໜືອເຮົາ. 31ແຕ່ລາວມາເພື່ອໂລກນີ້ຈະໄດ້ຮູ້ຈັກວ່າເຮົາຮັກພຣະບິດາເຈົ້າ ແລະ ໄດ້ເຮັດຕາມທີ່ພຣະບິດາເຈົ້າໄດ້ສັ່ງເຮົາໄວ້.
“ຈົ່ງລຸກຂຶ້ນ, ໃຫ້ພວກເຮົາພາກັນໄປເທາະ.
Currently Selected:
ໂຢຮັນ 14: LCV
Tõsta esile
Share
Kopeeri
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.