YouVersion Logo
Search Icon

ມັດທາຍ 27

27
ຢູດາ​ຜູກຄໍຕາຍ
1ຕັ້ງແຕ່​ເຊົ້າໆ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ທັງໝົດ​ໄດ້​ວາງແຜນ​ກັນ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ. 2ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະອົງ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ​ຜູ້ປົກຄອງ.
3ເມື່ອ​ຢູດາ​ຜູ້​ທີ່​ໄດ້​ທໍລະຍົດ​ພຣະອົງ​ຮູ້​ວ່າ​ພຣະເຢຊູເຈົ້າ​ຖືກ​ຕັດສິນລົງໂທດ, ລາວ​ກໍ​ຮູ້ສຶກ​ກິນແໜງໃຈ ແລະ ຄືນ​ເງິນ​ສາມສິບ​ຫລຽນ​ໃຫ້​ແກ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່. 4ລາວ​ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ບາບ, ເພາະ​ຂ້ານ້ອຍ​ໄດ້​ທໍລະຍົດ​ຕໍ່​ເລືອດ​ຂອງ​ຜູ້ບໍລິສຸດ”.
ພວກເຂົາ​ຕອບ​ວ່າ, “ແລ້ວ​ກ່ຽວຂ້ອງ​ຫຍັງ​ກັບ​ພວກເຮົາ? ນັ້ນ​ເປັນ​ຄວາມຮັບຜິດຊອບ​ຂອງ​ເຈົ້າ​ເອງ”.
5ດັ່ງນັ້ນ ຢູດາ​ຈຶ່ງ​ໂຍນ​ເງິນ​ນັ້ນ​ເຂົ້າ​ໄປ​ໃນ​ວິຫານ ແລະ ອອກ​ໄປ. ຫລັງຈາກນັ້ນ ລາວ​ກໍ​ອອກ​ໄປ ແລະ ຜູກຄໍຕາຍ.
6ພວກຫົວໜ້າ​ປະໂລຫິດ​ໄດ້​ເກັບ​ເອົາ​ເງິນຫລຽນ​ນັ້ນ​ຂຶ້ນ​ມາ ແລະ ເວົ້າ​ວ່າ, “ເປັນ​ການ​ຜິດ​ກົດບັນຍັດ​ທີ່​ຈະ​ເກັບ​ເງິນ​ນີ້​ເຂົ້າ​ໃນ​ຄັງ​ວິຫານ ເຊິ່ງ​ເປັນ​ເງິນ​ຄ່າ​ເລືອດ”. 7ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກລົງ​ກັນ​ວ່າ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ນາ​ຂອງ​ຊ່າງປັ້ນໝໍ້ ເພື່ອ​ໃຫ້​ເປັນ​ບ່ອນ​ຝັງສົບ​ຂອງ​ຊາວຕ່າງດ້າວ. 8ດ້ວຍເຫດນີ້ ນາ​ທົ່ງ​ນີ້​ຈຶ່ງ​ມີ​ຊື່​ວ່າ​ນາ​ເລືອດ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. 9ແລ້ວ​ກໍ​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ກ່າວ​ໄວ້​ວ່າ: “ພວກເຂົາ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ຕັ້ງ​ເປັນ​ຄ່າ​ຕົວ​ຂອງ​ລາວ, 10ແລະ ພວກເຂົາ​ໄດ້​ໃຊ້​ເງິນ​ນັ້ນ​ເພື່ອ​ຊື້​ນາ​ຂອງ​ຊ່າງປັ້ນໝໍ້​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໄວ້”.#27:10 ຊກຢ 11:12,13; ຢມຢ 19:1-13; 32:6-9
ພຣະເຢຊູເຈົ້າ​ຕໍ່ໜ້າ​ປີລາດ
(ມຣກ 15:2-15; ລກ 23:2,3,18-25; ຢຮ 18:29–19:16)
11ໃນ​ຂະນະ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້ປົກຄອງ ແລະ ຜູ້ປົກຄອງ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”
ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.
12ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ກ່າວໂທດ​ໃສ່​ພຣະອົງ, ພຣະອົງ​ບໍ່​ໄດ້​ຕອບ​ຈັກ​ຄຳ​ເລີຍ. 13ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຂໍ້​ກ່າວຫາ​ທີ່​ພວກເຂົາ​ນຳ​ມາ​ຕໍ່ສູ້​ເຈົ້າ​ບໍ?” 14ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຂໍ້​ກ່າວຫາ​ໃດ​ເລີຍ ຈົນ​ເຮັດ​ໃຫ້​ຜູ້ປົກຄອງ​ປະຫລາດໃຈ​ຫລາຍ.
15ໃນ​ເທດສະການ​ນັ້ນ ເປັນ​ທຳນຽມ​ທີ່​ຜູ້ປົກຄອງ​ຈະ​ປ່ອຍໂຕ​ນັກໂທດ​ໜຶ່ງ​ຄົນ​ຕາມ​ທີ່​ປະຊາຊົນ​ເລືອກ. 16ໃນ​ເວລາ​ນັ້ນ ພວກເຂົາ​ມີ​ນັກໂທດ​ຜູ້​ໜຶ່ງ​ທີ່​ຄົນ​ທົ່ວໄປ​ຮູ້ຈັກ​ດີ​ຊື່​ວ່າ​ເຢຊູ#27:16 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ບໍ່​ມີ​ຄຳ​ວ່າ ເຢຊູ ເຊັ່ນ​ດຽວ​ກັບ​ຂໍ້ 17 ບາຣາບາ. 17ເມື່ອ​ປະຊາຊົນ​ມາ​ເຕົ້າໂຮມກັນ​ແລ້ວ ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ຕ້ອງການ​ໃຫ້​ເຮົາ​ປ່ອຍ​ຜູ້ໃດ​ໃຫ້​ພວກທ່ານ ເຢຊູ ບາຣາບາ ຫລື ເຢຊູ​ທີ່​ເອີ້ນ​ວ່າ​ພຣະຄຣິດເຈົ້າ?” 18ເພາະ​ປີລາດ​ຮູ້​ດີ​ວ່າ​ການ​ທີ່​ພວກເຂົາ​ໄດ້​ນໍາ​ພຣະເຢຊູເຈົ້າ​ມາ​ມອບ​ໃຫ້​ແກ່​ຕົນ​ນັ້ນ​ເພາະ​ພວກເຂົາ​ອິດສາ.
19ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.
20ແຕ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ​ເພື່ອ​ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ ໃຫ້​ຂ້າ​ພຣະເຢຊູເຈົ້າ.
21ຜູ້ປົກຄອງ​ຖາມ​ວ່າ, “ໃນ​ສອງ​ຄົນ​ນີ້ ພວກທ່ານ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ປ່ອຍ​ຜູ້ໃດ?”
ພວກເຂົາ​ຕອບ​ວ່າ, “ບາຣາບາ”.
22ປີລາດ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ​ພວກທ່ານ​ຈະ​ໃຫ້​ຂ້າພະເຈົ້າ​ເຮັດ​ຢ່າງໃດ​ແກ່​ເຢຊູ​ຜູ້​ທີ່​ເອີ້ນ​ວ່າ​ພຣະຄຣິດເຈົ້າ?”
ພວກເຂົາ​ທຸກຄົນ​ພາກັນ​ຕອບ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”
23ປີລາດ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ? ລາວ​ໄດ້​ເຮັດ​ຜິດ​ຫຍັງ?”
ແຕ່​ພວກເຂົາ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ອີກ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”
24ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”
25ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ເລືອດ​ຂອງ​ລາວ​ຕົກ​ຖືກ​ພວກເຮົາ ແລະ ລູກຫລານ​ຂອງ​ພວກເຮົາ!”
26ແລ້ວ​ປີລາດ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ ແຕ່​ເພິ່ນ​ໄດ້​ໃຫ້​ຄົນ​ຂ້ຽນຕີ​ພຣະເຢຊູເຈົ້າ ແລະ ມອບ​ພຣະອົງ​ໃຫ້​ໄປ​ຄຶງ​ທີ່​ໄມ້ກາງແຂນ.
ພວກທະຫານ​ເຢາະເຢີ້ຍ​ພຣະເຢຊູເຈົ້າ
(ມຣກ 15:16-20)
27ຫລັງຈາກ​ນັ້ນ ພວກທະຫານ​ຂອງ​ຜູ້ປົກຄອງ​ໄດ້​ນຳ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ສານ​ເພໂທຣຽມ ແລະ ຮວບຮວມ​ກອງທັບທະຫານ​ທັງໝົດ​ມາ​ອ້ອມ​ພຣະອົງ. 28ພວກເຂົາ​ແກ້​ເຄື່ອງນຸ່ງ​ຂອງ​ພຣະອົງ​ອອກ ແລ້ວ​ເອົາ​ເສື້ອຄຸມ​ສີແດງເຂັ້ມ​ມາ​ນຸ່ງ​ໃຫ້​ພຣະອົງ. 29ຫລັງຈາກ​ນັ້ນ ກໍ​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະອົງ. ພວກເຂົາ​ເອົາ​ໄມ້​ໃສ່​ມື​ເບື້ອງຂວາ​ໃຫ້​ພຣະອົງ​ຖື. ແລ້ວ​ພວກເຂົາ​ກໍ​ຄຸເຂົ່າລົງ​ຕໍ່ໜ້າ​ພຣະອົງ ແລະ ເຢາະເຢີ້ຍ​ພຣະອົງ​ວ່າ, “ຂ້າແດ່​ກະສັດ​ຂອງ​ຊາວ​ຢິວ ຂໍ​ຈົ່ງ​ໄດ້​ຮັບ​ກຽດ!” 30ພວກເຂົາ​ໄດ້​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ ແລະ ເອົາ​ໄມ້​ນັ້ນ​ຟາດ​ຫົວ​ຂອງ​ພຣະອົງ​ຟາດ​ແລ້ວ​ຟາດ​ອີກ. 31ຫລັງຈາກ​ພວກເຂົາ​ເຢາະເຢີ້ຍ​ພຣະອົງ​ແລ້ວ ພວກເຂົາ​ກໍ​ແກ້​ເສື້ອຄຸມ​ອອກ ແລະ ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ເອງ​ມາ​ນຸ່ງ​ໃຫ້​ພຣະອົງ. ຫລັງຈາກນັ້ນ ພວກເຂົາ​ໄດ້​ນຳ​ພຣະອົງ​ອອກ​ໄປ​ເພື່ອ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.
ການຄຶງ​ທີ່​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ
(ມຣກ 15:22-32; ລກ 23:33-43; ຢຮ 19:17-24)
32ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ອອກໄປ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຊາວ​ກີເຣເນ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ ພວກເຂົາ​ຈຶ່ງ​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ນັ້ນ. 33ເມື່ອ​ພວກເຂົາ​ມາ​ເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ໂຄລະໂຄທາ (ເຊິ່ງ​ແປ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ). 34ພວກເຂົາ​ໄດ້​ເອົາ​ເຫລົ້າອະງຸ່ນ​ປະສົມ​ກັບ​ນ້ຳບີ​ໃຫ້​ພຣະເຢຊູເຈົ້າ​ດື່ມ ເມື່ອ​ຊິມ​ເບິ່ງ​ແລ້ວ​ພຣະອົງ​ກໍ​ບໍ່​ຍອມ​ດື່ມ. 35ເມື່ອ​ພວກເຂົາ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ແລ້ວ, ພວກເຂົາ​ກໍ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.#27:35 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ ແບ່ງປັນກັນ ເຊິ່ງ​ເປັນຈິງ​ຕາມ​ຄຳ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ “ເຄື່ອງນຸ່ງ​ຂອງ​ຂ້ານ້ອຍ ພວກເຂົາ​ທັງຫລາຍ​ເອົາ​ມາ​ຈັບສະຫລາກ​ແບ່ງປັນກັນ” ພສສ 22:18 36ແລະ ພວກເຂົາ​ກໍ​ນັ່ງລົງ​ຢູ່​ທີ່​ນັ້ນ​ເພື່ອ​ເຝົ້າເບິ່ງ​ພຣະອົງ. 37ຢູ່​ເທິງ​ຫົວ​ຂອງ​ພຣະອົງ​ພວກເຂົາ​ໄດ້​ຂຽນ​ຂໍ້ກ່າວຫາ​ພຣະອົງ​ຕິດ​ໄວ້​ວ່າ:
“ນີ້​ຄື​ເຢຊູ ກະສັດ​ຂອງ​ຊາວຢິວ”.
38ໂຈນ​ສອງ​ຄົນ​ກໍ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ພຣະອົງ, ຄົນ​ໜຶ່ງ​ຢູ່​ເບື້ອງຂວາ​ຂອງ​ພຣະອົງ ແລະ ອີກ​ຄົນ​ໜຶ່ງ​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ. 39ບັນດາ​ຄົນ​ທີ່​ຜ່ານ​ໄປ​ມາ​ຕ່າງ​ກໍ​ດູຖູກ​ພຣະອົງ, ພາກັນ​ແກວ່ງຫົວ 40ແລະ ເວົ້າ​ວ່າ, “ເຈົ້າ​ຜູ້​ທີ່​ຈະ​ທຳລາຍ​ວິຫານ​ແລ້ວ​ສ້າງຂຶ້ນ​ໃໝ່​ໃນ​ສາມວັນ, ຈົ່ງ​ຊ່ວຍ​ຕົນເອງ​ໃຫ້​ພົ້ນ​ສາ! ລົງ​ມາ​ຈາກ​ໄມ້ກາງແຂນ​ເບິ່ງ​ດູ​ຖ້າ​ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”
41ໃນ​ທຳນອງ​ດຽວ​ກັນ​ນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ເຢາະເຢີ້ຍ​ພຣະອົງ. 42ພວກເຂົາ​ເວົ້າ​ວ່າ, “ລາວ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ລາວ​ບໍ່​ສາມາດ​ຊ່ວຍ​ຕົນ​ເອງ​ໄດ້! ລາວ​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ! ໃຫ້​ລາວ​ລົງ​ມາ​ຈາກ​ໄມ້ກາງແຂນ​ດຽວ​ນີ້ ແລ້ວ​ພວກເຮົາ​ຈະ​ເຊື່ອ​ໃນ​ລາວ. 43ລາວ​ໄວ້ໃຈ​ໃນ​ພຣະເຈົ້າ ກໍ​ໃຫ້​ພຣະອົງ​ຊ່ວຍ​ລາວ​ດຽວ​ນີ້​ສາ​ຖ້າ​ພຣະອົງ​ຍັງ​ຕ້ອງການ​ລາວ​ຢູ່ ເພາະ​ລາວ​ເວົ້າ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’”. 44ໃນ​ທຳນອງ​ດຽວກັນ​ນັ້ນ ພວກໂຈນ​ທີ່​ຖືກ​ຄຶງ​ພ້ອມ​ກັບ​ພຣະອົງ​ກໍ​ພາກັນ​ເວົ້າ​ດູຖູກ​ພຣະອົງ​ເໝືອນກັນ.
ການ​ຕາຍ​ຂອງ​ພຣະເຢຊູເຈົ້າ
(ມຣກ 15:33-41; ລກ 23:44-49)
45ແລ້ວ​ກໍ​ເກີດ​ຄວາມມືດມົວ​ທົ່ວ​ແຜ່ນດິນ​ຕັ້ງແຕ່​ເວລາ​ຕອນທ່ຽງ​ຈົນ​ເຖິງ​ບ່າຍ​ສາມ​ໂມງ. 46ປະມານ​ບ່າຍ​ສາມ​ໂມງ​ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເອລີ, ເອລີ,#27:46 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ເອໂລອີ ເອໂລອີ ແລມາ ຊາບັກທານີ?” ເຊິ່ງ​ແປວ່າ “ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ?”#27:46 ພສສ 22:1
47ເມື່ອ​ບາງຄົນ​ທີ່​ຢືນ​ຢູ່​ທີ່​ນັ້ນ​ໄດ້​ຍິນ​ດັ່ງນີ້​ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ຮ້ອງ​ຫາ​ເອລີຢາ”.
48ທັນໃດນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ​ໄດ້​ແລ່ນ​ໄປ​ເອົາ​ຟອງນ້ຳ​ຈຸ່ມ​ເຫລົ້າອະງຸ່ນສົ້ມ ສຽບ​ໃສ່​ໄມ້​ແລ້ວ​ຍື່ນ​ໃຫ້​ພຣະເຢຊູເຈົ້າ​ດື່ມ. 49ຄົນ​ອື່ນໆ​ໄດ້​ເວົ້າ​ວ່າ, “ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ ໃຫ້​ພວກເຮົາ​ເບິ່ງ​ວ່າ​ເອລີຢາ​ຈະ​ມາ​ຊ່ວຍ​ລາວ​ໃຫ້​ພົ້ນ ຫລື ບໍ່”.
50ແລະ ເມື່ອ​ພຣະເຢຊູເຈົ້າ​ຮ້ອງຂຶ້ນ​ດ້ວຍ​ສຽງດັງ​ອີກ​ເທື່ອ​ໜຶ່ງ ແລ້ວ​ພຣະອົງ​ກໍ​ສິ້ນ​ລົມ​ຫາຍ​ໃຈ.
51ໃນ​ຂະນະ​ນັ້ນ ຜ້າກັ້ງ​ໃນ​ວິຫານ​ກໍ​ຈີກຂາດ​ເປັນ​ສອງ​ຕ່ອນ​ຕັ້ງແຕ່​ເທິງ​ຮອດ​ລຸ່ມ, ເກີດ​ແຜ່ນດິນ​ໄຫວ, ໂງ່ນຫີນ​ກໍ​ແຕກ​ອອກຈາກ​ກັນ, 52ອຸບມຸງ​ຝັງສົບ​ທັງຫລາຍ​ໄດ້​ເປີດອອກ ແລະ ຮ່າງກາຍ​ຂອງ​ຄົນ​ບໍລິສຸດ​ທັງຫລາຍ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຟື້ນຄືນ​ສູ່​ຊີວິດ. 53ຫລັງ​ຈາກ​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ ພວກເຂົາ​ຈຶ່ງ​ໄດ້​ອອກຈາກ​ອຸບມຸງ ແລະ ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ສັກສິດ ແລະ ໄດ້​ປາກົດ​ແກ່​ຫລາຍຄົນ.
54ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ#27:54 ຫລື ບຸດ​ຄົນ​ໜຶ່ງ​ຂອງ​ພຣະເຈົ້າ!”
55ແມ່ຍິງ​ຫລາຍຄົນ​ຢູ່​ທີ່​ນັ້ນ​ໄດ້​ເຝົ້າເບິ່ງ​ຢູ່​ຫ່າງໆ. ພວກເຂົາ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ມາ​ແຕ່​ຄາລີເລ​ເພື່ອ​ບົວລະບັດ​ພຣະອົງ. 56ໃນ​ພວກແມ່ຍິງ​ເຫລົ່ານີ້​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ໂຢເຊັບ#27:56 ຫລື ໂຢເຊ ແລະ ແມ່​ຂອງ​ລູກ​ເຊເບດາຍ.
ການ​ຝັງ​ສົບ​ຂອງ​ພຣະເຢຊູເຈົ້າ
(ມຣກ 15:42-47; ລກ 23:50-56; ຢຮ 19:38-42)
57ເມື່ອ​ເວລາ​ຄໍ່າ​ໃກ້​ເຂົ້າ​ມາ, ມີ​ເສດຖີ​ຄົນ​ໜຶ່ງ​ມາ​ຈາກ​ອາຣີມາທາຍ ຊື່​ວ່າ​ໂຢເຊັບ, ເພິ່ນ​ກໍ​ເປັນ​ສາວົກ​ຂອງ​ພຣະເຢຊູເຈົ້າ 58ເພິ່ນ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ ແລະ ປີລາດ​ກໍ​ໄດ້​ສັ່ງ​ໃຫ້​ມອບ​ສົບ​ຂອງ​ພຣະອົງ​ໃຫ້​ແກ່​ເພິ່ນ. 59ໂຢເຊັບ​ໄດ້​ນໍາເອົາ​ສົບ​ມາ, ເອົາ​ຜ້າຝ້າຍລິນິນ​ສະອາດ​ຫໍ່​ສົບ​ຂອງ​ພຣະອົງ, 60ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ໃໝ່​ຂອງ​ຕົນ​ທີ່​ເຈາະ​ໄວ້​ໃນ​ຫີນ ແລະ ກຶ່ງ​ກ້ອນຫີນ​ໃຫຍ່​ປິດ​ທາງເຂົ້າ​ອຸບມຸງ​ໄວ້ ແລ້ວ​ເພິ່ນ​ກໍ​ຈາກ​ໄປ. 61ມາຣີ​ຊາວ​ມັກດາລາ ແລະ ມາຣີ​ຄົນ​ໜຶ່ງ​ອີກ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ກົງກັນຂ້າມ​ກັບ​ອຸບມຸງ.
ທະຫານ​ຍາມ​ທີ່​ອຸບມຸງ
62ວັນ​ຕໍ່ມາ ຖັດ​ຈາກ​ວັນ​ຈັດຕຽມ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ພາກັນ​ໄປ​ພົບ​ປີລາດ. 63ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’. 64ດັ່ງນັ້ນ ຂໍ​ໃຫ້​ທ່ານ​ສັ່ງ​ໃຫ້​ຄົນ​ເຝົ້າຍາມ​ອຸບມຸງ​ຢ່າງ​ແໜ້ນໜາ​ຈົນ​ເຖິງ​ວັນ​ທີ​ສາມ ຢ້ານ​ວ່າ​ພວກສາວົກ​ຂອງ​ລາວ​ຈະ​ມາ​ລັກ​ເອົາ​ສົບ​ໄປ ແລະ ບອກ​ປະຊາຊົນ​ວ່າ​ລາວ​ເປັນຄືນມາຈາກຕາຍ​ແລ້ວ. ການຫລອກລວງ​ຄັ້ງ​ສຸດທ້າຍ​ນີ້​ຈະ​ຮ້າຍແຮງ​ກວ່າ​ຄັ້ງ​ທຳອິດ”.
65ປີລາດ​ຈຶ່ງ​ຕອບ​ວ່າ, “ເອົາ​ຄົນຍາມ​ໄປ​ສາ ເຝົ້າຍາມ​ອຸບມຸງ​ຢ່າງ​ແໜ້ນໜາ​ຕາມ​ທີ່​ພວກທ່ານ​ເຮັດ​ໄດ້”. 66ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ ແລະ ເຮັດ​ອຸບມຸງ​ໃຫ້​ແໜ້ນໜາ​ໂດຍ​ປະທັບຕາ​ທີ່​ກ້ອນຫີນ ແລະ ໄດ້​ຈັດ​ຄົນ​ເຝົ້າຍາມ​ຢູ່.

Currently Selected:

ມັດທາຍ 27: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in