YouVersion Logo
Search Icon

ມັດທາຍ 25

25
ຄຳອຸປະມາ​ເລື່ອງ​ສາວບໍລິສຸດ​ສິບ​ຄົນ
1“ໃນ​ເວລາ​ນັ້ນ ອານາຈັກ​ສະຫວັນ​ປຽບເໝືອນ​ສາວບໍລິສຸດ​ສິບ​ຄົນ​ທີ່​ຖື​ຕະກຽງ​ຂອງ​ຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ. 2ຫ້າ​ຄົນ​ໃນ​ພວກເຂົາ​ເປັນ​ຄົນໂງ່ ແລະ ອີກ​ຫ້າ​ຄົນ​ເປັນ​ຄົນ​ສະຫລາດ. 3ຝ່າຍ​ພວກຄົນໂງ່​ນັ້ນ​ໄດ້​ຖື​ເອົາ​ຕະກຽງ​ຂອງ​ພວກເຂົາ​ໄປ​ແຕ່​ບໍ່​ໄດ້​ເອົາ​ນ້ຳມັນ​ໄປ​ນໍາ. 4ສ່ວນ​ພວກຄົນສະຫລາດ​ນັ້ນ​ໄດ້​ເອົາ​ນ້ຳມັນ​ໃສ່​ຂວດ​ຖື​ໄປ​ພ້ອມ​ກັບ​ຕະກຽງ​ຂອງ​ພວກເຂົາ. 5ເປັນ​ເວລາ​ດົນນານ​ທີ່​ເຈົ້າບ່າວ​ຈະ​ມາ, ພວກເຂົາ​ທັງໝົດ​ຕ່າງ​ກໍ​ເຫງົານອນ ແລະ ຫລັບ​ໄປ.
6“ພໍ​ເຖິງ​ເວລາ​ທ່ຽງຄືນ​ກໍ​ມີ​ສຽງ​ຮ້ອງ​ຂຶ້ນ​ວ່າ: ‘ເຈົ້າບ່າວ​ມາ​ແລ້ວ! ຈົ່ງ​ອອກ​ມາ​ຮັບ​ເພິ່ນ​ເທີ້ນ!’
7“ແລ້ວ​ສາວບໍລິສຸດ​ທັງໝົດ​ຈຶ່ງ​ຕື່ນ​ຂຶ້ນ ແລະ ຈັດຕຽມ​ຕະກຽງ​ຂອງ​ຕົນ. 8ແລ້ວ​ພວກຄົນໂງ່​ກໍ​ເວົ້າ​ກັບ​ພວກຄົນສະຫລາດ​ວ່າ, ‘ຂໍ​ນ້ຳມັນ​ຂອງ​ພວກເຈົ້າ​ໃຫ້​ພວກຂ້ອຍ​ແດ່ ຕະກຽງ​ຂອງ​ພວກຂ້ອຍ​ໃກ້​ຈະ​ມອດ​ແລ້ວ’.
9“ແຕ່​ພວກເຂົາ​ຕອບ​ວ່າ, ‘ບໍ່​ໄດ້​ດອກ ນ້ຳມັນ​ມີ​ບໍ່​ພຽງພໍ​ສຳລັບ​ພວກຂ້ອຍ ແລະ ພວກເຈົ້າ, ຈົ່ງ​ໄປ​ຫາ​ຄົນຂາຍ​ນໍ້າມັນ ແລະ ຊື້​ເອົາ​ສຳລັບ​ພວກເຈົ້າ​ສາ’.
10“ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ອອກ​ໄປ​ຊື້​ນໍ້າມັນ​ຢູ່​ນັ້ນ, ເຈົ້າບ່າວ​ກໍ​ມາ​ຮອດ. ພວກສາວບໍລິສຸດ​ທີ່​ຕຽມພ້ອມ​ຢູ່​ແລ້ວ​ກໍ​ເຂົ້າໄປ​ກັບ​ເຈົ້າບ່າວ​ໃນ​ງານກິນລ້ຽງ​ສົມລົດ ແລະ ປະຕູ​ກໍ​ອັດ.
11“ຫລັງຈາກນັ້ນ ພວກ​ສາວບໍລິສຸດ​ອີກ​ຫ້າ​ຄົນ​ກໍ​ມາ​ຮອດ ແລະ ຮ້ອງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ! ອົງພຣະຜູ້ເປັນເຈົ້າ​ເອີຍ! ຂໍ​ເປີດ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່​ທ້ອນ’.
12“ແຕ່​ເພິ່ນ​ໄດ້​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ’.
13“ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ ຫລື ໂມງ​ນັ້ນ.
ຄຳອຸປະມາ​ເລື່ອງ​ຖົງ​ຄຳ
14“ອີກ​ເທື່ອ​ໜຶ່ງ, ອານາຈັກ​ສະຫວັນ​ຍັງ​ປຽບເໝືອນ​ຊາຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຈະ​ອອກ​ເດີນທາງ​ໄປ ເພິ່ນ​ຈຶ່ງ​ເອີ້ນ​ພວກ​ຄົນຮັບໃຊ້​ຂອງ​ຕົນ​ມາ ແລະ ມອບໝາຍ​ໃຫ້​ພວກເຂົາ​ຮັບຜິດຊອບ​ຊັບສິນ​ຂອງ​ຕົນ. 15ເພິ່ນ​ໄດ້​ມອບ​ຄຳ​ຫ້າ​ຖົງ#25:15 ພາສາ​ກຣີກ​ແມ່ນ ຫ້າ​ຕະລັນຕົນ, ສອງ​ຕະລັນຕົນ, ໜຶ່ງ​ຕະລັນຕົນ​ໃຫ້​ຄົນ​ໜຶ່ງ, ສອງ​ຖົງ​ໃຫ້​ຄົນ​ໜຶ່ງ ແລະ ໜຶ່ງ​ຖົງ​ໃຫ້​ອີກ​ຄົນ​ໜຶ່ງ,#25:15 ເງິນ 1 ຕະລັນຕົນ​ມີ​ຄ່າ​ເທົ່າ​ກັບ​ຄ່າແຮງງານ​ເຮັດວຽກ 20 ປີ ຕາມ​ຄວາມ​ສາມາດ​ຂອງ​ແຕ່ລະຄົນ ແລ້ວ​ເພິ່ນ​ກໍ​ອອກ​ເດີນທາງ​ໄປ. 16ຄົນ​ທີ່​ໄດ້​ຮັບ​ຄຳ​ຫ້າ​ຖົງ​ກໍ​ນຳ​ໄປ​ລົງທຶນ​ທັນທີ ແລະ ໄດ້​ກຳໄລ​ມາ​ອີກ​ຫ້າ​ຖົງ. 17ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເໝືອນກັນ​ໄດ້​ກຳໄລ​ມາ​ອີກ​ສອງ​ຖົງ. 18ສ່ວນ​ຄົນ​ທີ່​ໄດ້​ຮັບ​ໜຶ່ງ​ຖົງ​ໄດ້​ໄປ​ຂຸດຂຸມ ແລະ ເອົາ​ຄຳ​ຂອງ​ນາຍ​ເຊື່ອງ​ໄວ້.
19“ຫລັງຈາກ​ຜ່ານ​ໄປ​ດົນນານ​ຕໍ່ມາ ນາຍ​ຂອງ​ຄົນຮັບໃຊ້​ເຫລົ່ານັ້ນ​ກໍ​ກັບມາ ແລະ ຄິດບັນຊີ​ກັບ​ພວກເຂົາ. 20ຄົນ​ທີ່​ໄດ້​ຮັບ​ຄຳ​ຫ້າ​ຖົງ​ກໍ່​ໄດ້​ເຂົ້າ​ມາ​ພ້ອມ​ກັບ​ກຳໄລ​ອີກ​ຫ້າ​ຖົງ ແລະ ກ່າວ​ວ່າ, ‘ນາຍ​ເອີຍ! ທ່ານ​ໄດ້​ມອບ​ຄຳ​ຫ້າ​ຖົງ​ໃຫ້​ຂ້ານ້ອຍ ເບິ່ງແມ, ຂ້ານ້ອຍ​ໄດ້​ກຳໄລ​ຫ້າ​ຖົງ​ຕື່ມ​ອີກ’.
21“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ ແລະ ສັດຊື່! ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ​ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສິ່ງຂອງ​ຫລາຍຢ່າງ, ຈົ່ງ​ມາ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ!’
22“ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເຂົ້າມາ​ເໝືອນກັນ ແລະ ກ່າວ​ວ່າ, ‘ນາຍ​ເອີຍ, ທ່ານ​ໄດ້​ມອບ​ຄຳ​ສອງ​ຖົງ​ໃຫ້​ຂ້ານ້ອຍ. ເບິ່ງແມ, ຂ້ານ້ອຍ​ໄດ້​ກຳໄລ​ສອງ​ຖົງ​ຕື່ມ​ອີກ’.
23“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ດີ ແລະ ສັດຊື່! ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ​ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ສິ່ງຂອງ​ຫລາຍຢ່າງ. ຈົ່ງ​ມາ​ຮ່ວມ​ຊື່ນຊົມຍິນດີ​ກັບ​ເຮົາ!’
24“ແລ້ວ​ຄົນ​ທີ່​ໄດ້​ຮັບ​ຄຳ​ໜຶ່ງ​ຖົງ​ກໍ​ເຂົ້າ​ມາ ແລະ ເວົ້າ​ວ່າ, ‘ນາຍ​ເອີຍ, ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຄົນ​ເຄັ່ງຄັດ ທ່ານ​ເກັບກ່ຽວ​ຜົນ​ໃນ​ບ່ອນ​ທີ່​ທ່ານ​ບໍ່​ໄດ້​ປູກ ແລະ ທ່ານ​ຮວບຮວມ​ຜົນລະປູກ​ໃນ​ບ່ອນ​ທີ່​ທ່ານ​ບໍ່​ໄດ້​ຫວ່ານ​ເມັດພືດ. 25ຂ້ານ້ອຍ​ຢ້ານ​ຈຶ່ງ​ໄດ້​ເອົາ​ຄຳ​ທີ່​ທ່ານ​ມອບ​ໃຫ້​ໄປ​ຝັງ​ດິນ​ໄວ້. ເບິ່ງແມ, ນີ້​ຄື​ຄຳ​ຂອງ​ທ່ານ’.
26“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ​ຄົນຊົ່ວຊ້າ ແລະ ຜູ້ຮັບໃຊ້​ທີ່​ກຽດຄ້ານ​ເອີຍ! ເຈົ້າ​ກໍ​ຮູ້​ວ່າ​ເຮົາ​ເກັບກ່ຽວ​ເອົາ​ຜົນ​ໃນ​ບ່ອນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ ແລະ ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ​ເມັດພືດ. 27ດັ່ງນັ້ນ ເຈົ້າ​ຄວນ​ເອົາ​ຄຳ​ຂອງ​ເຮົາ​ໄປ​ຝາກ​ທະນາຄານ​ໄວ້, ເພື່ອ​ວ່າ​ເມື່ອ​ເຮົາ​ກັບມາ​ເຮົາ​ກໍ​ຈະ​ໄດ້​ຄຳ​ນັ້ນ​ຄືນ​ພ້ອມ​ກັບ​ດອກເບ້ຍ.
28“‘ດັ່ງນັ້ນ ຈົ່ງ​ເອົາ​ຄຳ​ໜຶ່ງ​ຖົງ​ນັ້ນ​ໄປ​ຈາກ​ມັນ ແລະ ມອບ​ໃຫ້​ຄົນ​ທີ່​ມີ​ສິບ​ຖົງ. 29ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ. 30ແລະ ໂຍນ​ຄົນຮັບໃຊ້​ຜູ້​ບໍ່​ມີ​ປະໂຫຍດ​ຄົນ​ນີ້​ຖິ້ມ​ອອກໄປ​ຂ້າງນອກ​ໃນ​ທີ່​ມືດ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້ ແລະ ຂົບແຂ້ວ​ຢູ່’.
ແກະ ແລະ ຝູງແບ້
31“ເມື່ອ​ບຸດມະນຸດ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ​ພ້ອມດ້ວຍ​ເທວະດາ​ທັງໝົດ, ພຣະອົງ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ. 32ປະຊາຊາດ​ທັງໝົດ​ຈະ​ມາ​ເຕົ້າໂຮມກັນ​ຢູ່​ຕໍ່ໜ້າ​ພຣະອົງ ແລະ ພຣະອົງ​ຈະ​ແຍກ​ພວກເຂົາ​ອອກ​ຈາກ​ກັນ​ເໝືອນ​ກັບ​ຄົນລ້ຽງສັດ​ແຍກ​ແກະ​ອອກ​ຈາກ​ຝູງ​ແບ້. 33ພຣະອົງ​ຈະ​ຈັດ​ໃຫ້​ແກະ​ຢູ່​ເບື້ອງຂວາ​ຂອງ​ພຣະອົງ ສ່ວນ​ຝູງ​ແບ້​ນັ້ນ​ຈະ​ໃຫ້​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.
34“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ. 35ເພາະ​ເມື່ອ​ເຮົາ​ຫິວເຂົ້າ​ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ກິນ, ເມື່ອ​ເຮົາ​ຫິວນໍ້າ​ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ດື່ມ, ເຮົາ​ເປັນ​ຄົນແປກໜ້າ ພວກເຈົ້າ​ກໍ​ໄດ້​ຕ້ອນຮັບ​ເຮົາ​ໄວ້, 36ເຮົາ​ຕ້ອງການ​ເຄື່ອງນຸ່ງຫົ່ມ ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ນຸ່ງຫົ່ມ, ເມື່ອ​ເຮົາ​ເຈັບປ່ວຍ​ພວກເຈົ້າ​ກໍ​ໄດ້​ເບິ່ງແຍງ​ເຮົາ, ເຮົາ​ຢູ່​ໃນ​ຄຸກ​ພວກເຈົ້າ​ກໍ​ໄດ້​ມາ​ຢ້ຽມຢາມ​ເຮົາ’.
37“ແລ້ວ​ຝ່າຍ​ພວກ​ຜູ້ຊອບທຳ​ຈະ​ຕອບ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ, ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ແລະ ໄດ້​ເອົາ​ເຂົ້າ​ໃຫ້​ພຣະອົງ​ກິນ ຫລື ເຫັນ​ພຣະອົງ​ຫິວນ້ຳ ແລະ ໄດ້​ເອົາ​ນໍ້າ​ໃຫ້​ພຣະອົງ​ດື່ມ? 38ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ເປັນ​ຄົນແປກໜ້າ ແລະ ໄດ້​ຕ້ອນຮັບ​ພຣະອົງ​ໄວ້ ຫລື ຖວາຍ​ເຄື່ອງນຸ່ງຫົ່ມ​ເມື່ອ​ພຣະອົງ​ຕ້ອງການ? 39ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ເຈັບປ່ວຍ ຫລື ຢູ່​ໃນ​ຄຸກ ແລະ ໄດ້​ໄປ​ຢ້ຽມຢາມ​ພຣະອົງ?’
40“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.
41“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ. 42ເພາະ​ເມື່ອ​ເຮົາ​ຫິວເຂົ້າ ພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ໃຫ້​ເຮົາ​ກິນ, ເມື່ອ​ເຮົາ​ຫິວນ້ຳ ພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ໃຫ້​ເຮົາ​ດື່ມ, 43ເມື່ອ​ເຮົາ​ເປັນ​ຄົນແປກໜ້າ​ມາ ພວກເຈົ້າ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ໄວ້, ເມື່ອ​ເຮົາ​ຕ້ອງການ​ເຄື່ອງນຸ່ງຫົ່ມ ພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ໃຫ້​ເຮົາ​ນຸ່ງຫົ່ມ, ເມື່ອ​ເຮົາ​ເຈັບປ່ວຍ ແລະ ຢູ່​ໃນ​ຄຸກ ພວກເຈົ້າ​ກໍ​ບໍ່​ໄດ້​ມາ​ຢ້ຽມຢາມ​ເຮົາ’.
44“ແລ້ວ​ພວກເຂົາ​ກໍ​ຈະ​ຕອບ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ, ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ຫລື ຫິວນ້ຳ ຫລື ເປັນ​ຄົນແປກໜ້າ ຫລື ຕ້ອງການ​ເຄື່ອງນຸ່ງຫົ່ມ ຫລື ເຈັບປ່ວຍ ຫລື ຢູ່​ໃນ​ຄຸກ ແລ້ວ​ພວກຂ້ານ້ອຍ​ບໍ່​ໄດ້​ບົວລະບັດ​ພຣະອົງ?’
45“ພຣະອົງ​ກໍ​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ບໍ່​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ຄົນ​ເຫລົ່ານີ້ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.
46“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.

Currently Selected:

ມັດທາຍ 25: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in