YouVersion Logo
Search Icon

ມັດທາຍ 18

18
ຜູ້​ເປັນ​ໃຫຍ່​ທີ່ສຸດ​ໃນ​ອານາຈັກ​ສະຫວັນ
(ມຣກ 9:33-37; ລກ 9:46-48)
1ໃນ​ເວລາ​ນັ້ນ ພວກສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ, “ແລ້ວ​ຜູ້ໃດ​ເປັນ​ຜູ້ໃຫຍ່​ທີ່ສຸດ​ໃນ​ອານາຈັກ​ສະຫວັນ?”
2ພຣະອົງ​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ. 3ແລ້ວ​ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ບໍ່​ປ່ຽນແປງ ແລະ ກາຍເປັນ​ເໝືອນ​ເດັກນ້ອຍ, ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຈັກ​ເທື່ອ. 4ເຫດສະນັ້ນ, ຖ້າ​ຜູ້ໃດ​ຖ່ອມໂຕລົງ​ເປັນ​ເໝືອນ​ເດັກ​ຄົນ​ນີ້ ຜູ້​ນັ້ນ​ກໍ​ເປັນ​ໃຫຍ່​ທີ່ສຸດ​ໃນ​ອານາຈັກ​ສະຫວັນ.
5“ແລະ​ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຜູ້​ໜຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຕ້ອນຮັບ​ເຮົາ, 6ຖ້າ​ຜູ້ໃດ​ເປັນ​ຕົ້ນເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ໃຫ້​ເອົາ​ຫີນໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຄົນ​ນັ້ນ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ກໍ​ຍັງ​ດີ​ກວ່າ.
7“ວິບັດ​ແກ່​ໂລກ​ນີ້ ເພາະ​ເປັນ​ສິ່ງ​ພາ​ໃຫ້​ມະນຸດ​ຕົກ​ໃນ​ບາບ! ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວິບັດ​ແກ່​ຄົນ​ນັ້ນ​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ຕົກ​ໃນ​ບາບ! 8ຖ້າ​ມື ຫລື ຕີນ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ມື ແລະ ຕີນ​ກຸດ ຫລື ພິການ​ກໍ​ຍັງ​ດີ​ກວ່າ​ມີ​ມື ແລະ ຕີນ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ໃສ່​ໃນ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ. 9ແລະ ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ຕາ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕາ​ທັງ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ລົງ​ໃສ່​ໃນ​ບຶງ​ໄຟ​ນະລົກ.
ຄຳອຸປະມາ​ເລື່ອງ​ແກະ​ທີ່​ເສຍ
(ລກ 15:4-7)
10“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ. 11ດ້ວຍວ່າ ບຸດມະນຸດ​ໄດ້​ມາ​ເພື່ອ​ຊອກຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ຫາຍ​ໃຫ້​ລອດພົ້ນ.#18:11 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ບໍ່​ມີ​ຂໍ້ 11
12“ພວກເຈົ້າ​ຄິດ​ຢ່າງໃດ? ຖ້າ​ຄົນ​ຜູ້​ໜຶ່ງ​ມີ​ແກະ​ຢູ່​ໜຶ່ງຮ້ອຍ​ໂຕ ແລະ ໜຶ່ງ​ໃນ​ຈໍານວນ​ນັ້ນ​ຫລົງເສຍ​ໄປ ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບເກົ້າ​ໂຕ​ໄວ້​ເທິງ​ເນີນພູ ແລ້ວ​ໄປ​ຊອກຫາ​ໂຕ​ທີ່​ຫລົງຫາຍ​ໄປ​ນັ້ນ​ບໍ? 13ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ລາວ​ພົບ​ແກະ​ນັ້ນ​ແລ້ວ ຜູ້​ນັ້ນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ໃນ​ແກະ​ໂຕ​ນັ້ນ​ຫລາຍກວ່າ​ແກະ​ເກົ້າສິບເກົ້າ​ໂຕ​ທີ່​ບໍ່​ໄດ້​ຫລົງເສຍ​ໄປ. 14ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫລົ່ານີ້​ຈິບຫາຍ​ແມ່ນ​ແຕ່​ຄົນ​ດຽວ.
ການ​ຈັດການ​ກັບ​ຄວາມບາບ​ໃນ​ຄຣິສຕະຈັກ
15“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່​ເຈົ້າ#18:15 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ບໍ່​ມີ​ຂໍ້ຄວາມ​ວ່າ ຕໍ່​ເຈົ້າ ຈົ່ງ​ໄປ​ແຈ້ງ​ຄວາມຜິດ​ນັ້ນ​ແກ່​ພວກເຂົາ​ສອງຕໍ່ສອງ. ຖ້າ​ພວກເຂົາ​ຍອມ​ຟັງ ເຈົ້າ​ກໍ​ຈະ​ໄດ້​ພວກເຂົາ​ນັ້ນ​ຄືນ​ມາ, 16ແຕ່​ຖ້າ​ພວກເຂົາ​ບໍ່​ຍອມ​ຟັງ ຈົ່ງ​ພາ​ຄົນ​ໜຶ່ງ ຫລື ສອງ​ຄົນ​ໄປ​ນຳ ເພື່ອ​ວ່າ ‘ທຸກ​ຄະດີ​ຈະ​ຕ້ອງ​ມີ​ພະຍານ​ຢືນຢັນ​ສອງ ຫລື ສາມ​ປາກ’.#18:16 ພບຍ 19:15 17ແຕ່​ຖ້າ​ພວກເຂົາ​ປະຕິເສດ​ບໍ່​ຍອມ​ຟັງ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ ຖ້າ​ພວກເຂົາ​ຍັງ​ບໍ່​ຍອມ​ຟັງ​ແມ່ນແຕ່​ຄຣິສຕະຈັກ ກໍ​ໃຫ້​ປະຕິບັດ​ຕໍ່​ພວກເຂົາ​ເໝືອນ​ທີ່​ພວກເຈົ້າ​ເຮັດ​ກັບ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ແລະ ຄົນເກັບພາສີ.
18“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ຜູກມັດ​ໄວ້​ເທິງ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ#18:18 ຫລື ສິ່ງ​ນັ້ນ​ໄດ້​ຖືກ​ຜູກມັດ​ໄວ້​ໃນ​ສະຫວັນ ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ແກ້​ໃນ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ#18:18 ຫລື ສິ່ງ​ນັ້ນ​ໄດ້​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ.
19“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ອີກ​ວ່າ​ຖ້າ​ສອງ​ຄົນ​ໃນ​ໂລກ​ເຫັນດີ​ຮ່ວມກັນ​ໃນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ພວກເຂົາ​ຂໍ, ພຣະບິດາ​ຂອງ​ເຮົາ​ໃນ​ສະຫວັນ​ຈະ​ກະທຳ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຂົາ. 20ດ້ວຍວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ເຕົ້າໂຮມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນໃດ ເຮົາ​ກໍ​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ”.
ຄຳອຸປະມາ​ເລື່ອງ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄວາມເມດຕາ
21ແລ້ວ​ເປໂຕ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ເຮັດຜິດ​ຕໍ່​ຂ້ານ້ອຍ ຂ້ານ້ອຍ​ຄວນ​ຍົກໂທດ​ໃຫ້​ລາວ​ຈັກ​ເທື່ອ? ເຖິງ​ເຈັດ​ເທື່ອ​ບໍ?”
22ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ, ບໍ່​ແມ່ນ​ເຈັດ​ເທື່ອ ແຕ່​ແມ່ນ​ເຈັດສິບເຈັດ​ເທື່ອ.#18:22 ຫລື ເຈັດສິບ​ຄູນ​ເຈັດ
23“ເຫດສະນັ້ນ, ອານາຈັກ​ສະຫວັນ​ກໍ​ປຽບເໝືອນ​ກະສັດ​ຜູ້​ໜຶ່ງ​ທີ່​ຢາກ​ຈະ​ຄິດ​ບັນຊີ​ກັບ​ຄົນຮັບໃຊ້​ຂອງ​ຕົນ. 24ເມື່ອ​ເພິ່ນ​ເລີ່ມຕົ້ນ​ຄິດ​ບັນຊີ​ຢູ່ ກໍ​ມີ​ຄົນ​ໜຶ່ງ​ທີ່​ເປັນ​ໜີ້​ຢູ່​ໜຶ່ງໝື່ນ​ຫລຽນ​ເດນາຣິອົນ#18:24 ຫລື ໜຶ່ງໝື່ນ​ຕະລັນຕົນ ເທົ່າ​ກັບ​ຄ່າແຮງ 20 ປີ ຂອງ​ຄົນຮັບຈ້າງ. 1 ຕະລັນຕົນ​ມີ​ຄ່າ​ຈ້າງ​ແຮງງານ 1 ມື້. ເຊັ່ນ​ດຽວ​ກັບ​ຂໍ້ 28​ຖືກ​ນຳ​ໂຕ​ມາ​ພົບ​ເພິ່ນ. 25ເນື່ອງຈາກ​ວ່າ​ລາວ​ບໍ່​ສາມາດ​ຈະ​ໃຊ້​ໜີ້ ກະສັດ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ໂຕ​ລາວ​ພ້ອມທັງ​ເມຍ ແລະ ລູກ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ​ເພື່ອ​ມາ​ໃຊ້​ໜີ້.
26“ຄົນຮັບໃຊ້​ຄົນ​ນັ້ນ​ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ກະສັດ ແລະ ຮ້ອງຂໍ​ວ່າ, ‘ຂໍ​ຈົ່ງ​ຜ່ອນຜັນ​ໃຫ້​ຂ້ານ້ອຍ​ເທີ້ນ ແລ້ວ​ຂ້ານ້ອຍ​ຈະ​ໃຊ້​ໜີ້​ຄືນ​ທຸກສິ່ງ’. 27ກະສັດ​ຄິດ​ເມດຕາ​ສົງສານ​ລາວ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້ ແລະ ປ່ອຍ​ລາວ​ໄປ.
28“ຕໍ່ມາ ເມື່ອ​ຄົນຮັບໃຊ້​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຄົນຮັບໃຊ້​ນຳ​ກັນ​ຄົນ​ໜຶ່ງ ເຊິ່ງ​ຕິດໜີ້​ຕົນ​ຢູ່​ໜຶ່ງຮ້ອຍ​ຫລຽນ​ເດນາຣິອົນ ລາວ​ຈຶ່ງ​ຄວ້າຈັບ​ຄໍ​ຄົນ​ນັ້ນ​ບີບ​ຈົນ​ແໜ້ນ ແລະ ເວົ້າ​ວ່າ, ‘ຈົ່ງ​ຈ່າຍ​ສິ່ງ​ທີ່​ເຈົ້າ​ເປັນ​ໜີ້​ຄືນ​ມາ!’#18:28 ພາສາ​ກຣີກ​ຄື​ໜຶ່ງ​ຮ້ອຍ​ເດນາຣິອົນ​ເຊິ່ງ​ເທົ່າ​ກັບ​ຄ່າ​ແຮງ​ເຮັດ​ວຽກ​ຕາມ​ປົກກະຕິ​ໜຶ່ງ​ວັນ (ໃຫ້​ເບິ່ງ 20:2).
29“ເພື່ອນ​ຄົນຮັບໃຊ້​ນັ້ນ​ຈຶ່ງ​ຄຸເຂົ່າ​ລົງ ແລະ ຮ້ອງຂໍ​ລາວ​ວ່າ, ‘ຂໍ​ຜ່ອນຜັນ​ໜີ້​ໃຫ້​ເຮົາ​ກ່ອນ ແລ້ວ​ເຮົາ​ຈະ​ໃຊ້​ໜີ້​ຄືນ​ໃຫ້’.
30“ແຕ່​ລາວ​ບໍ່​ຍອມ ລາວ​ຈຶ່ງ​ເອົາ​ຊາຍ​ຄົນ​ນັ້ນ​ໄປ​ຂັງ​ຄຸກ​ໄວ້​ຈົນ​ກວ່າ​ຈະ​ສາມາດ​ໃຊ້​ໜີ້. 31ເມື່ອ​ພວກ​ຄົນຮັບໃຊ້​ອື່ນໆ​ເຫັນ​ເຫດການ​ທີ່​ເກີດ​ຂຶ້ນ ພວກເຂົາ​ກໍ​ເປັນ​ທຸກໃຈ​ຫລາຍ ຈຶ່ງ​ພາກັນ​ໄປ​ເຂົ້າ​ພົບ​ກະສັດ ແລະ ບອກ​ທຸກ​ຢ່າງ​ທີ່​ເກີດຂຶ້ນ.
32“ດັ່ງນັ້ນ ນາຍ​ຈຶ່ງ​ເອີ້ນ​ເອົາ​ຄົນຮັບໃຊ້​ຄົນ​ນັ້ນ​ມາ​ພົບ ແລະ ກ່າວ​ຕໍ່​ລາວ​ວ່າ: ‘ເຈົ້າ​ເປັນ​ຄົນຮັບໃຊ້​ທີ່​ຊົ່ວຮ້າຍ, ເຮົາ​ໄດ້​ຍົກ​ໜີ້​ທັງໝົດ​ຂອງ​ເຈົ້າ​ໃຫ້ ກໍ​ເພາະ​ເຈົ້າ​ໄດ້​ຮ້ອງຂໍ​ຕໍ່​ເຮົາ. 33ເຈົ້າ​ບໍ່​ຄວນ​ຄວາມເມດຕາ​ເພື່ອນ​ຄົນຮັບໃຊ້​ຂອງ​ເຈົ້າ​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເມດຕາ​ເຈົ້າ​ບໍ?’ 34ນາຍ​ໂກດຮ້າຍ​ຫລາຍ​ຈຶ່ງ​ມອບ​ໂຕ​ລາວ​ໃຫ້​ຜູ້ຄຸມຂັງ​ໄປ​ທໍລະມານ​ຈົນ​ກວ່າ​ລາວ​ຈະ​ໃຊ້​ໜີ້​ຄົບ.
35“ເຫດສະນັ້ນ ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເຮັດ​ຢ່າງ​ນັ້ນ​ແກ່​ພວກເຈົ້າ​ທຸກຄົນ ຖ້າ​ພວກເຈົ້າ​ແຕ່ລະຄົນ​ບໍ່​ຍົກໂທດ​ໃຫ້​ພີ່ນ້ອງ​ຈາກ​ໃຈ​ຂອງ​ພວກເຈົ້າ”.

Currently Selected:

ມັດທາຍ 18: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in