ກິດຈະການ 27
27
ໂປໂລລົງເຮືອກຳປັ່ນໄປສູ່ໂຣມ
1ເມື່ອໄດ້ມີການຕັດສິນໃຈວ່າ ຈະໃຫ້ພວກເຮົາເດີນທາງໄປທາງເຮືອກຳປັ່ນ ໄປທີ່ປະເທດອີຕາລີ ພວກເຂົາຈຶ່ງມອບໂປໂລກັບນັກໂທດຄົນອື່ນໆໄວ້ກັບນາຍຮ້ອຍຄົນໜຶ່ງຊື່ວ່າ, ຢູລີໂອ ເປັນນາຍທະຫານໃນກອງທັບຂອງຈັກກະພັດໂອຄຸດໂຕ. 2ພວກເຮົາລົງເຮືອລຳໜຶ່ງ ທີ່ມາຈາກອາຣະມິດ ຊຶ່ງກຳລັງຈະອອກໄປທຽບທ່າຕ່າງໆຕາມແຂວງເອເຊຍ ແລ້ວພວກເຮົາກໍອອກເດີນທາງໄປ, ອາຣິດຕາໂຂ ຊາວເມືອງເທສະໂລນິກໃນແຂວງມາເກໂດເນຍ ກໍເດີນທາງໄປກັບພວກເຮົາດ້ວຍ. 3ວັນຕໍ່ມາ ພວກເຮົາໄດ້ມາເຖິງເມືອງຊີໂດນ, ຢູລີໂອໄດ້ມີໃຈເມດຕາຕໍ່ໂປໂລ ຈຶ່ງອະນຸຍາດໃຫ້ໂປໂລໄປຫາໝູ່ເພື່ອນໄດ້ ເພື່ອຮັບເອົາເຄື່ອງຂອງທີ່ຕົນຈຳເປັນໃຊ້. 4ເມື່ອເຮືອອອກຈາກທີ່ນັ້ນແລ້ວ ພວກເຮົາກໍຕ້ອງລຽບຝັ່ງຂອງເກາະໄຊປຣັດໄປ ຊຶ່ງເປັນບ່ອນທີ່ຫລີກທວນລົມໄດ້ ເພາະຖືກລົມພັດຂັດຂວາງ. 5ເມື່ອຜ່ານທະເລໃກ້ກັບເມືອງກີລີເກຍ ແລະເມືອງປຳຟີເລຍໄປແລ້ວ ພວກເຮົາກໍມາເຖິງເມືອງມີຣາ ໃນແຂວງລີເກຍ. 6ໃນທີ່ນັ້ນ ນາຍຮ້ອຍໄດ້ພົບເຮືອລຳໜຶ່ງ ທີ່ມາຈາກເມືອງອາເລັກຊັນເດຍ ຊຶ່ງກຳລັງຈະໄປປະເທດອີຕາລີ. ດັ່ງນັ້ນ ນາຍຮ້ອຍຈຶ່ງໃຫ້ພວກເຮົາລົງໄປຂຶ້ນເຮືອລຳນັ້ນ.
7ເຮືອຊຶ່ງພວກເຮົາຂີ່ນັ້ນໄປຊ້າຫລາຍ ແລະກໍໃຊ້ເວລາຫລາຍວັນດ້ວຍຄວາມຍາກລຳບາກ ຈຶ່ງມາເຖິງເມືອງກະນີໂດ, ໃນເມື່ອລົມພັດຕ້ານພວກເຮົາແຮງຫລາຍ ພວກເຮົາຈຶ່ງບໍ່ອາດໄປຕາມທິດທາງນັ້ນໄດ້. ດັ່ງນັ້ນ ພວກເຮົາຈຶ່ງລຽບຝັ່ງຂອງເກາະກະເຣເຕໄປ ຊຶ່ງເປັນບ່ອນທີ່ຫລີກລົມໄດ້ໂດຍຜ່ານແຫລມສານໂມນ. 8ເມື່ອລຽບຝັ່ງຂອງເກາະໄປດ້ວຍຄວາມລຳບາກແລ້ວ ພວກເຮົາຈຶ່ງມາເຖິງບ່ອນໜຶ່ງ ຊຶ່ງຢູ່ໃກ້ກັບເມືອງລາເຊຊື່ວ່າ, “ທ່າງາມ.”
9ພວກເຮົາເສຍເວລາຫລາຍຢູ່ທີ່ນັ້ນ ແລະເດີນທາງຕໍ່ໄປອາດເປັນອັນຕະລາຍກໍໄດ້ ເພາະບັດນີ້ ເທດສະການວັນລຶບລ້າງບາບ ກໍຜ່ານພົ້ນໄປແລ້ວ. ດັ່ງນັ້ນ ໂປໂລຈຶ່ງແນະນຳພວກເຂົາວ່າ, 10“ທ່ານທັງຫລາຍເອີຍ ເຮົາເຫັນວ່າການເດີນທາງນີ້ຈະເປັນອັນຕະລາຍ ເຮືອກັບເຄື່ອງບັນທຸກຈະໄດ້ຮັບຄວາມເສຍຫາຍໜັກ ນອກນີ້ກໍຍັງເປັນການສ່ຽງຕໍ່ຊີວິດຂອງພວກເຮົາເໝືອນກັນ.” 11ແຕ່ນາຍຮ້ອຍເຊື່ອຄວາມຫົວໜ້າ ແລະເຈົ້າຂອງເຮືອຫລາຍກວ່າຄຳແນະນຳຂອງໂປໂລ. 12ເພາະທ່າເຮືອນັ້ນບໍ່ເໝາະສຳລັບຈອດພັກໃນລະດູໜາວ, ດັ່ງນັ້ນ ຄົນເດີນເຮືອສ່ວນຫລາຍຈຶ່ງຕັດສິນໃຈອອກຈາກທີ່ນັ້ນ ແລະພະຍາຍາມເດີນເຮືອໃຫ້ເຖິງເມືອງໂຟນິກ ຖ້າເປັນໄປໄດ້ ເພື່ອຈອດພັກຍາມລະດູໜາວ ຊຶ່ງເປັນທ່າເຮືອຂອງກະເຣເຕ ຢູ່ທາງດ້ານຕາເວັນຕົກສ່ຽງໃຕ້ກັບຕາເວັນຕົກສ່ຽງເໜືອ.
ເກີດລົມພະຍຸທີ່ທະເລ
13ເມື່ອລົມທິດໃຕ້ເລີ່ມພັດມາຄ່ອຍໆພວກເຂົາຄິດວ່າ ຄົງເຮັດຕາມແຜນການຂອງພວກເຂົາໄດ້. ດັ່ງນັ້ນ ພວກເຂົາຈຶ່ງຖອນສະໝໍຂຶ້ນ ແລະແລ່ນເຮືອລຽບໃກ້ຝັ່ງຂອງກະເຣເຕ. 14ແຕ່ເມື່ອພວກເຂົາແລ່ນເຮືອໄປບໍ່ເຫິງປານໃດລົມພະຍຸທີ່ຊື່ວ່າ, “ລົມຕາເວັນອອກສ່ຽງເໜືອ.” ກໍພັດຢ່າງແຮງ ລົງມາແຕ່ເທິງພູຂອງເກາະ. 15ລົມພະຍຸພັດໃສ່ເຮືອຢ່າງໜັກ ແລະໃນເມື່ອແລ່ນເຮືອບຸລົມພະຍຸບໍ່ໄດ້ ພວກເຮົາຈຶ່ງຢຸດຄວາມພະຍາຍາມ ແລະປ່ອຍໃຫ້ເຮືອຖືກພັດໄປຕາມກະແສລົມ. 16ພວກເຮົາມີບ່ອນຊົ້ນລົມພະຍຸໜ້ອຍໜຶ່ງ ເມື່ອຜ່ານໄປສູ່ທາງໃຕ້ຂອງເກາະນ້ອຍແຫ່ງໜຶ່ງຊື່ວ່າ ກາວດາ, ໃນທີ່ນັ້ນ ພວກເຮົາມັດເຮືອນ້ອຍທີ່ໃຊ້ກູ້ໄພໄວ້ໄດ້ຍາກທີ່ສຸດ. 17ເມື່ອຍົກເຮືອນ້ອຍຂຶ້ນແລ້ວ ພວກລູກເຮືອກໍເອົາເຊືອກມັດກ້ຽວເຮືອໃຫຍ່ໄວ້, ເພາະພວກເຂົາຢ້ານວ່າເຮືອຈະໄປຄຸງຫາດຊາຍທີ່ແຄມຝັ່ງຂອງຊີຣະຕີ, ດັ່ງນັ້ນ ພວກເຂົາຈຶ່ງລົດໃບເຮືອລົງ ແລະປ່ອຍໃຫ້ເຮືອໄປຕາມກະແສລົມພັດ. 18ລົມພະຍຸກ້າສືບຕໍ່ພັດກະໜໍ່າຢ່າງແຮງ. ດັ່ງນັ້ນ ໃນວັນຕໍ່ມາ ພວກເຂົາຈຶ່ງເລີ່ມໂຍນເຄື່ອງຂອງບັນທຸກຖິ້ມອອກຈາກເຮືອ, 19ແລະໃນວັນທີສາມ ພວກເຂົາກໍໂຍນເຄື່ອງໃຊ້ໃນເຮືອຖິ້ມດ້ວຍມືຂອງພວກເຂົາເອງ. 20ເປັນເວລາຫລາຍວັນ ທີ່ພວກເຮົາບໍ່ອາດເຫັນຕາເວັນ ແລະດວງດາວໄດ້ ແລະລົມພະຍຸກໍພັດມາຢ່າງແຮງຢູ່ຕະຫລອດ, ໃນທີ່ສຸດ ຄວາມຫວັງທີ່ພວກເຮົາຈະລອດຊີວິດນັ້ນ ກໍໝົດສິ້ນໄປ.
21ພວກທີ່ຂີ່ເຮືອນັ້ນບໍ່ໄດ້ກິນເຂົ້າເປັນເວລາຫລາຍວັນ. ດັ່ງນັ້ນ ໂປໂລຈຶ່ງຢືນຂຶ້ນຕໍ່ໜ້າພວກເຂົາ ແລະກ່າວວ່າ, “ທ່ານທັງຫລາຍເອີຍ ພວກທ່ານຄວນຟັງຄວາມເຮົາ ແລະບໍ່ຄວນອອກມາຈາກເກາະກະເຣເຕ, ແລ້ວພວກເຮົາກໍຄົງບໍ່ປະເຊີນກັບອັນຕະລາຍ ແລະການສູນເສຍເຄື່ອງຂອງເຫຼົ່ານີ້. 22ແຕ່ບັດນີ້ ເຮົາຂໍເຊີນຊວນພວກທ່ານໃຫ້ຊື່ນໃຈເທາະ ເພາະໃນພວກທ່ານຈະບໍ່ມີຜູ້ໃດເສຍຊີວິດ ຈະເສຍກໍມີແຕ່ເຮືອເທົ່ານັ້ນ. 23ເພາະວ່າໃນຄືນນີ້ເອງເທວະດາຂອງພຣະເຈົ້າ ອົງເປັນເຈົ້າຂອງຂອງເຮົາ ແລະອົງທີ່ເຮົານະມັດສະການນັ້ນ ໄດ້ມາຢືນຢູ່ໃກ້ເຮົາ 24ແລ້ວກ່າວວ່າ, ‘ໂປໂລເອີຍ ຢ່າສູ່ຢ້ານ ເຈົ້າຈະຕ້ອງໄດ້ຢືນຢູ່ຕໍ່ໜ້າຈັກກະພັດ, ສ່ວນຄົນທັງຫລາຍທີ່ຢູ່ເທິງເຮືອນຳເຈົ້ານັ້ນ ພຣະເຈົ້າຈະຊົງຊ່ວຍໃຫ້ພົ້ນຕາຍເພາະເຫັນແກ່ເຈົ້າ.’ 25ເພາະສະນັ້ນ ທ່ານທັງຫລາຍເອີຍ, ຈົ່ງຊື່ນໃຈເທາະ ເພາະເຮົາໄດ້ວາງໃຈເຊື່ອໃນພຣະເຈົ້າ ເຮົາຈຶ່ງແນ່ໃຈວ່າ ທຸກສິ່ງຈະເປັນໄປຕາມທີ່ພຣະອົງໄດ້ບອກເຮົານັ້ນ. 26ແຕ່ພວກເຮົາຈະຕ້ອງຄຸງເກາະແຫ່ງໜຶ່ງ.”
27ຕົກມາຮອດຄືນທີສິບສີ່ ລົມພະຍຸກໍຍັງພັດພວກເຮົາໄປມາຢູ່ຕະຫລອດ ໃນທະເລເມດີແຕຣາເນ ປະມານທ່ຽງຄືນ ພວກລູກເຮືອກໍຄິດວ່າ ພວກເຂົາມາໃກ້ບົກແລ້ວ. 28ພວກເຂົາໄດ້ໂຍນສາຍແທກລົງໃນນໍ້າທະເລ ຈຶ່ງຮູ້ວ່ານໍ້າເລິກສາມສິບເຈັດແມັດ, ເມື່ອໄປຕື່ມໜ້ອຍໜຶ່ງ ກໍໂຍນສາຍແທກຢັ່ງເບິ່ງອີກ ຈຶ່ງຮູ້ວ່ານໍ້າເລິກຊາວແປດແມັດ. 29ພວກເຂົາຢ້ານວ່າເຮືອຂອງພວກເຂົາ ຈະຕຳໂງ່ນຫີນທີ່ຝັ່ງ ຈຶ່ງຖິ້ມສະໝໍທາງທ້າຍເຮືອສີ່ອັນລົງ ແລະພາວັນນາອະທິຖານຂໍໃຫ້ແຈ້ງໄວໆ. 30ແລ້ວພວກລູກເຮືອ ກໍຊອກຫາທາງທີ່ຈະອອກໜີຈາກເຮືອໄປ ພວກເຂົາຢ່ອນເຮືອນ້ອຍທີ່ໃຊ້ກູ້ໄພລົງນໍ້າ ແລະເຮັດຕັ້ງຕິຈະຖິ້ມສະໝໍລົງທາງຫົວເຮືອ. 31ແຕ່ໂປໂລກ່າວແກ່ນາຍຮ້ອຍໂຣມກັບພວກທະຫານວ່າ, “ຖ້າຄົນເຫຼົ່ານີ້ບໍ່ຢູ່ໃນເຮືອ ພວກທ່ານຈະບໍ່ລອດຊີວິດ.” 32ດັ່ງນັ້ນ ພວກທະຫານຈຶ່ງຕັດເຊືອກທີ່ມັດເຮືອນ້ອຍໄວ້ນັ້ນ ໃຫ້ເຮືອຕົກນໍ້າໄຫລໄປ.
33ເມື່ອໃກ້ຈະຮຸ່ງເຊົ້າ ໂປໂລກໍເຊີນຊວນພວກເຂົາທຸກຄົນໃຫ້ກິນເຂົ້າ ແລະກ່າວວ່າ, “ບັດນີ້ ພວກທ່ານລໍຖ້າໄດ້ສິບສີ່ວັນແລ້ວ ແລະບໍ່ໄດ້ກິນຫຍັງຕະຫລອດເວລາດັ່ງກ່າວນັ້ນ. 34ດັ່ງນັ້ນ ເຮົາຈຶ່ງຂໍເຊີນຊວນໃຫ້ພວກທ່ານກິນອາຫານ ເພາະພວກທ່ານຕ້ອງການກິນອາຫານເພື່ອໃຫ້ຢູ່ລອດ. ດ້ວຍວ່າ, ບໍ່ມີຜູ້ໃດຜູ້ໜຶ່ງໃນພວກທ່ານ ຈະສູນເສຍແມ່ນແຕ່ຜົມເສັ້ນດຽວທີ່ຫົວຂອງຕົນ.” 35ຫລັງຈາກກ່າວເຊັ່ນນີ້ແລ້ວ ໂປໂລກໍຈັບເອົາເຂົ້າຈີ່ຂຶ້ນມາ ໂມທະນາຂອບພຣະຄຸນພຣະເຈົ້າຕໍ່ໜ້າທຸກຄົນ ແລ້ວກໍຫັກຮັບປະທານ. 36ພວກເຂົາທຸກຄົນ ຕ່າງກໍຊື່ນໃຈຂຶ້ນຈຶ່ງຮັບປະທານອາຫານດ້ວຍກັນ. 37ພວກເຮົາມີດ້ວຍກັນທັງໝົດ ສອງຮ້ອຍເຈັດສິບຫົກຄົນ ທີ່ຢູ່ໃນເຮືອນີ້. 38ເມື່ອທຸກຄົນກິນອີ່ມແລ້ວ ພວກເຂົາກໍຂົນເຂົ້າເປືອກຖິ້ມລົງທະເລ ເພື່ອໃຫ້ເຮືອເບົາຂຶ້ນ.
ເຮືອແຕກເສຍ
39ເມື່ອແຈ້ງມາແລ້ວ ພວກລູກເຮືອກໍບໍ່ຮູ້ວ່າແມ່ນແຄມຝັ່ງໃດ ແຕ່ພວກເຂົາຫລຽວເຫັນອ່າວແຫ່ງໜຶ່ງທີ່ມີຫາດ. ດັ່ງນັ້ນ ພວກເຂົາຈຶ່ງຕົກລົງກັນວ່າ ຖ້າເປັນໄປໄດ້ຈະໃຫ້ເຮືອເຂົ້າຄຸງຫາດນັ້ນ. 40ພວກເຂົາຕັດສາຍສະໝໍຖິ້ມລົງໃນທະເລ, ໃນເວລາດຽວກັນນັ້ນ ພວກເຂົາກໍແກ້ເຊືອກທີ່ມັດໂທມຂັດທ້າຍເຮືອອອກ, ແລ້ວພວກເຂົາກໍເລີ່ມຊັກໃບເຮືອທີ່ຫົວເຮືອຂຶ້ນໃຫ້ລົມພັດ ເພື່ອເຮືອຈະແລ່ນຊື່ເຂົ້າໄປຫາຝັ່ງ. 41ແຕ່ເມື່ອເຮືອມາຈຸຫາດດິນຊາຍລະຫວ່າງສອງກະແສນໍ້າໄຫລ ເຮືອຈຶ່ງຄາຢູ່ກັບທີ່ ຫົວເຮືອຊົ້ນເຂົ້າໄປໃນດິນຊາຍ ແລະເຄື່ອນໄຫວບໍ່ໄດ້ ສ່ວນທ້າຍເຮືອນັ້ນແຕກ ໂດຍຖືກກະແສນໍ້າທີ່ໄຫລແຮງທັ່ງໃສ່.
42ພວກທະຫານວາງແຜນກັນວ່າ, ຈະຂ້າພວກນັກໂທດ ເພາະຢ້ານວ່າຈະມີຜູ້ລອຍນໍ້າໜີໄປໄດ້, 43ແຕ່ນາຍຮ້ອຍໂຣມມີໃຈຢາກໃຫ້ໂປໂລລອດຊີວິດ ຈຶ່ງຫ້າມພວກເຂົາບໍ່ໃຫ້ປະຕິບັດຕາມແຜນນັ້ນ, ນາຍຮ້ອຍຈຶ່ງສັ່ງໃຫ້ທຸກຄົນທີ່ລອຍນໍ້າເປັນໂດດລົງນໍ້າກ່ອນໝູ່ ແລະລອຍເຂົ້າໄປຫາຝັ່ງ. 44ສ່ວນຜູ້ທີ່ເຫຼືອນັ້ນ ໃຫ້ລອຍເຟືອໄມ້ແປ້ນ ຫລືເຟືອທ່ອນໄມ້ທີ່ຫັກຈາກເຮືອຕາມໄປ. ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງມາເຖິງຝັ່ງດ້ວຍຄວາມປອດໄພ.
Dewis Presennol:
ກິດຈະການ 27: ພຄພ
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
@ 2012 United Bible Societies. All Rights Reserved.