ກິດຈະການ 10
10
ເປໂຕ ແລະ ໂກເນລີໂອ
1ຢູ່ທີ່ເມືອງກາຍຊາເຣຍ ຍັງມີຊາຍຄົນໜຶ່ງຊື່ວ່າໂກເນລີໂອ ເພິ່ນເປັນນາຍຮ້ອຍຢູ່ໃນກອງທະຫານທີ່ຊື່ວ່າ, “ກອງອີຕາລີ.” 2ໂກເນລີໂອເປັນຜູ້ຖືສາສະໜາຢ່າງຖືກຕ້ອງ ແລະທຸກຄົນໃນຄອບຄົວຂອງເພິ່ນ ຕ່າງກໍຢຳເກງພຣະເຈົ້າ ເພິ່ນເຄີຍໃຫ້ທານຢ່າງຫລວງຫລາຍ ເພື່ອຊ່ວຍຜູ້ຍາກຈົນ ແລະພາວັນນາອະທິຖານຫາພຣະເຈົ້າຢ່າງສະໝໍ່າສະເໝີບໍ່ໄດ້ຂາດ. 3ຢູ່ມາວັນໜຶ່ງ ປະມານບ່າຍສາມໂມງ ເພິ່ນໄດ້ເຫັນນິມິດ ໃນນິມິດນັ້ນ ເພິ່ນເຫັນເທວະດາຂອງພຣະເຈົ້າຕົນໜຶ່ງຢ່າງຄັກແນ່ເຂົ້າມາ ແລະກ່າວແກ່ເພິ່ນວ່າ, “ໂກເນລີໂອເອີຍ.”
4ເມື່ອເພິ່ນເພັ່ງຕາເບິ່ງເທວະດາຕົນນັ້ນ ດ້ວຍຄວາມສະດຸ້ງຕົກໃຈ ຈຶ່ງຖາມວ່າ, “ແມ່ນເລື່ອງຫຍັງນໍ ພຣະອົງເຈົ້າເອີຍ?”
ເທວະດາຕອບວ່າ, “ພຣະເຈົ້າພໍໃຈນຳຄຳພາວັນນາອະທິຖານ ແລະການໃຫ້ທານຂອງເຈົ້າ ທີ່ໄດ້ຂຶ້ນໄປເຖິງພຣະອົງ ຈຶ່ງເປັນເຫດໃຫ້ພຣະອົງລະນຶກເຖິງເຈົ້າ. 5ບັດນີ້ ຈົ່ງໃຊ້ບາງຄົນໄປທີ່ເມືອງຢົບປາ ເພື່ອເຊີນເອົາຊາຍຜູ້ໜຶ່ງ ຊື່ວ່າ ຊີໂມນ ຜູ້ມີຊື່ໜຶ່ງອີກວ່າເປໂຕ. 6ລາວເປັນແຂກອາໄສຢູ່ນຳຊ່າງຟອກໜັງຄົນໜຶ່ງ ທີ່ຊື່ວ່າຊີໂມນ ຜູ້ທີ່ມີເຮືອນຢູ່ແຄມທະເລ.” 7ແລ້ວເທວະດາຕົນນັ້ນກໍຈາກໄປ. ດັ່ງນັ້ນ ໂກເນລີໂອໄດ້ເອີ້ນຄົນຮັບໃຊ້ປະຈຳເຮືອນຂອງຕົນສອງຄົນເຂົ້າມາ ພ້ອມກັບທະຫານຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດ ແລະເປັນຄົນໜຶ່ງໃນພວກທະຫານທີ່ຄອຍຮັບໃຊ້ຕົນ. 8ເມື່ອໄດ້ເລົ່າເຫດການທີ່ເກີດຂຶ້ນທັງໝົດສູ່ພວກເຂົາຟັງແລ້ວ ເພິ່ນກໍໃຊ້ພວກເຂົາໄປທີ່ເມືອງຢົບປາ.
9ຕອນທ່ຽງວັນໃນວັນຕໍ່ມາ ເມື່ອພວກເຂົາເດີນທາງມາ ແລະໃກ້ຈະຮອດເມືອງຢົບປານັ້ນ ເປໂຕໄດ້ຂຶ້ນໄປເທິງຫລັງຄາພຽງ ເພື່ອພາວັນນາອະທິຖານ. 10ເພິ່ນຮູ້ສຶກຫິວແລະຢາກກິນເຂົ້າ ໃນຂະນະທີ່ພວກເຂົາຕຽມອາຫານຢູ່ນັ້ນ ເພິ່ນກໍໄດ້ເຫັນນິມິດ. 11ເປໂຕເຫັນທ້ອງຟ້າໄຂອອກ ແລະມີສິ່ງໜຶ່ງກຳລັງລົງມາ ເບິ່ງຄືກັບຜ້າຜືນໃຫຍ່ ມີເຊືອກຜູກທັງສີ່ແຈຖືກຢ່ອນລົງມາເທິງໜ້າດິນ. 12ໃນຜ້າຜືນນັ້ນ ມີສັດທຸກຊະນິດ ຄືສັດສີ່ຕີນ ສັດເລືອຄານ ແລະ ນົກທັງຫລາຍ. 13ແລ້ວກໍມີສຽງໜຶ່ງກ່າວແກ່ເພິ່ນວ່າ, “ເປໂຕເອີຍ ຈົ່ງລຸກຂຶ້ນ ແລ້ວຂ້າກິນເສຍ.”
14ແຕ່ເປໂຕຕອບວ່າ, “ພຣະອົງເຈົ້າເອີຍ ເປັນໄປບໍ່ໄດ້ເດັດຂາດ ເພາະຕາມທຳນຽມແລ້ວ ຂ້ານ້ອຍບໍ່ເຄີຍກິນສິ່ງໃດທີ່ບໍ່ໄດ້ຖືກຊຳລະໃຫ້ສະອາດ ແລະສິ່ງທີ່ເປັນມົນທິນ.”
15ສຽງນັ້ນກ່າວແກ່ເພິ່ນເປັນຄັ້ງທີສອງອີກວ່າ, “ສິ່ງທີ່ພຣະເຈົ້າປະກາດວ່າ ຖືກຊຳລະແລ້ວ ຢ່າຖືວ່າເປັນສິ່ງທີ່ຕ້ອງຫ້າມເລີຍ.” 16ເຫດການເຊັ່ນນີ້ໄດ້ເກີດຂຶ້ນເຖິງສາມເທື່ອ ແລ້ວສິ່ງນັ້ນກໍຖືກຮັບຂຶ້ນໄປໃນທ້ອງຟ້າຄືນທັນທີ.
17ຂະນະທີ່ເປໂຕຍັງຄິດບໍ່ອອກວ່າ ນິມິດທີ່ຕົນໄດ້ເຫັນນັ້ນມີຄວາມໝາຍຢ່າງໃດ ແລະເບິ່ງແມ! ຄົນທີ່ໂກເນລີໂອໄດ້ໃຊ້ມານັ້ນ ເມື່ອໄດ້ສອບຖາມຫາເຮືອນຂອງຊີໂມນ ແລະໄດ້ຮູ້ວ່າຢູ່ທີ່ໃດແລ້ວ ພວກເຂົາກໍໄດ້ມາຢືນຢູ່ທີ່ໜ້າປະຕູເຮືອນ. 18ພວກເຂົາຮ້ອງຖາມຂຶ້ນວ່າ, “ທ່ານຊີໂມນ ຜູ້ມີຊື່ໜຶ່ງອີກວ່າເປໂຕ ພັກຢູ່ທີ່ນີ້ຫລືບໍ່?”
19ຂະນະທີ່ເປໂຕກຳລັງຄິດຊອກຫາ ທີ່ຈະເຂົ້າໃຈຄວາມໝາຍຂອງນິມິດນັ້ນຢູ່ ພຣະວິນຍານບໍຣິສຸດເຈົ້າກໍກ່າວແກ່ເພິ່ນວ່າ, “ເບິ່ງແມ! ມີຊາຍສາມຄົນ ມາຖາມຫາເຈົ້າ. 20ບັດນີ້ ຈົ່ງລຸກຂຶ້ນ ແລ້ວລົງໄປຂ້າງລຸ່ມ ແລະຢ່າລັງເລໃຈທີ່ຈະໄປກັບພວກເຂົາ ເພາະແມ່ນເຮົາເອງທີ່ໄດ້ໃຊ້ພວກເຂົາມາ.” 21ດັ່ງນັ້ນ ເປໂຕຈຶ່ງລົງໄປພົບ ແລະບອກກັບພວກເຂົາວ່າ, “ເຮົານີ້ແຫຼະ ແມ່ນຜູ້ທີ່ພວກເຈົ້າກຳລັງຊອກຫາ, ດ້ວຍເຫດໃດພວກເຈົ້າຈຶ່ງມາທີ່ນີ້?”
22ພວກເຂົາຈຶ່ງຕອບວ່າ, “ນາຍຮ້ອຍໂກເນລີໂອເປັນຄົນສັດຊື່ ແລະຢຳເກງພຣະເຈົ້າ ທັງເປັນຜູ້ມີຊື່ສຽງດີໃນທ່າມກາງບັນດາຊາວຢິວ ເພິ່ນຜູ້ນັ້ນໄດ້ຮັບຄຳສັ່ງຈາກເທວະດາບໍຣິສຸດຕົນໜຶ່ງ ໃຫ້ມາເຊີນທ່ານໄປທີ່ເຮືອນຂອງເພິ່ນ ເພື່ອຈະໄດ້ຟັງຖ້ອຍຄຳຈາກທ່ານ.” 23ເປໂຕຈຶ່ງເຊີນພວກເຂົາເຂົ້າມາພັກນຳຕົນ.
ໃນວັນຕໍ່ມາ ເປໂຕກໍໄດ້ລຸກຂຶ້ນ ແລະໄປກັບພວກເຂົາ ແລະຍັງມີພີ່ນ້ອງທີ່ເຊື່ອບາງຄົນໃນເມືອງຢົບປາ ກໍໄປນຳເພິ່ນດ້ວຍ. 24ວັນຕໍ່ມາ ເປໂຕໄດ້ມາເຖິງເມືອງກາຍຊາເຣຍ. ສ່ວນໂກເນລີໂອນັ້ນກຳລັງຄອຍຖ້າຕ້ອນຮັບເປໂຕ ໂດຍໄດ້ເຊີນເອົາຍາດຕິພີ່ນ້ອງ ແລະໝູ່ເພື່ອນສະໜິດມາເຕົ້າໂຮມກັນຢູ່. 25ເມື່ອເປໂຕກ້າວເຂົ້າໄປ ໂກເນລີໂອກໍອອກມາຕ້ອນຮັບ ໂດຍຂາບລົງທີ່ຕີນຂອງເປໂຕ. 26ແຕ່ເປໂຕດຶງໂກເນລີໂອໃຫ້ລຸກຂຶ້ນ ແລະເວົ້າວ່າ, “ຈົ່ງຢືນຂຶ້ນ ເຮົາເອງກໍເປັນພຽງແຕ່ມະນຸດເໝືອນກັນ.” 27ເປໂຕສົນທະນາກັບໂກເນລີໂອ ໃນຂະນະທີ່ຍ່າງເຂົ້າໄປໃນເຮືອນ ແລະໃນທີ່ນັ້ນ ເພິ່ນໄດ້ພົບຫລາຍຄົນທີ່ເຕົ້າໂຮມກັນຢູ່. 28ເປໂຕໄດ້ກ່າວກັບຄົນເຫຼົ່ານັ້ນວ່າ, “ທ່ານທັງຫລາຍຮູ້ດີວ່າ ການທີ່ຄົນຢິວຈະມາຢ້ຽມຢາມ ຫລືເຂົ້າຮ່ວມຄົບຫາສະມາຄົມກັບຄົນຕ່າງຊາດ ກໍເປັນການຕ້ອງຫ້າມ, ແຕ່ພຣະເຈົ້າໄດ້ໂຜດສຳແດງໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຕ້ອງຖືຄົນໃດຄົນໜຶ່ງວ່າເປັນຄົນຕ້ອງຫ້າມ ຫລືເປັນມົນທິນ. 29ສະນັ້ນ ເມື່ອພວກທ່ານໃຊ້ຄົນໄປເຊີນຂ້າພະເຈົ້າ, ຂ້າພະເຈົ້າກໍມາໂດຍບໍ່ຂັດຂ້ອງ. ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຂໍຖາມວ່າ ດ້ວຍເຫດໃດພວກທ່ານຈຶ່ງໄດ້ໃຊ້ຄົນໄປຫາຂ້າພະເຈົ້າ?”
30ໂກເນລີໂອຕອບວ່າ, “ໄດ້ສີ່ວັນມາແລ້ວ ທີ່ຂ້ານ້ອຍກຳລັງພາວັນນາອະທິຖານ ຢູ່ທີ່ເຮືອນຂອງຂ້ານ້ອຍ ປະມານເວລານີ້ແຫຼະ ຄືເວລາບ່າຍສາມໂມງ ໃນທັນໃດນັ້ນ ມີຊາຍຄົນໜຶ່ງນຸ່ງເຄື່ອງເຫຼື້ອມໃສ ມາຢືນຢູ່ຕໍ່ໜ້າຂ້ານ້ອຍ. 31ເພິ່ນກ່າວວ່າ, ‘ໂກເນລີໂອເອີຍ, ພຣະເຈົ້າໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ແລະພຣະເຈົ້າໄດ້ລະນຶກເຖິງການໃຫ້ທານທີ່ເຈົ້າໄດ້ເຮັດ. 32ດ້ວຍເຫດນັ້ນ ເຈົ້າຈົ່ງໃຊ້ບາງຄົນໄປທີ່ເມືອງຢົບປາ ໄປເຊີນເອົາຊາຍຄົນໜຶ່ງ ຊື່ວ່າຊີໂມນ ແລະມີຊື່ໜຶ່ງອີກວ່າ ເປໂຕ ເພິ່ນເປັນແຂກທີ່ອາໄສຢູ່ນຳຊ່າງຟອກໜັງ ຊື່ວ່າ, ຊີໂມນ ຜູ້ທີ່ມີເຮືອນຢູ່ແຄມທະເລ.’ 33ດັ່ງນັ້ນ ຂ້ານ້ອຍຈຶ່ງໃຊ້ຄົນໄປຫາທ່ານໂດຍທັນທີ ແລະທ່ານກໍດີແທ້ໆ ທີ່ໄດ້ກະລຸນາມາ, ບັດນີ້ ພວກຂ້ານ້ອຍທັງໝົດ ກໍພ້ອມກັນຢູ່ຊ້ອງໜ້າພຣະເຈົ້າທີ່ນີ້ແລ້ວ ເພື່ອຈະຟັງທຸກຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບທ່ານ.”
ເປໂຕກ່າວຄຳປາໄສທີ່ເຮືອນໂກເນລີໂອ
34ແລ້ວເປໂຕກໍເລີ່ມຕົ້ນກ່າວວ່າ, “ບັດນີ້ ຂ້າພະເຈົ້າຮູ້ເຫັນຄັກແນ່ແລ້ວວ່າ, ພຣະເຈົ້າເຮັດກັບທຸກຄົນໂດຍບໍ່ເລືອກໜ້າຜູ້ໃດ. 35ທຸກຄົນບໍ່ວ່າຊາດໃດກໍຕາມ ທີ່ຢຳເກງພຣະເຈົ້າ ແລະປະຕິບັດໃນສິ່ງທີ່ຖືກຕ້ອງຊອບທຳ ກໍເປັນທີ່ພໍໃຈພຣະອົງ. 36ທ່ານທັງຫລາຍກໍຮູ້ຖ້ອຍຄຳ ທີ່ພຣະອົງໄດ້ສົ່ງມາຍັງປະຊາຊົນອິດສະຣາເອນ ໃຫ້ປະກາດຂ່າວປະເສີດເລື່ອງສັນຕິສຸກທາງພຣະເຢຊູຄຣິດເຈົ້າ ພຣະອົງເປັນອົງພຣະຜູ້ເປັນເຈົ້າຂອງມະນຸດທຸກຄົນ. 37ພວກທ່ານກໍຮູ້ເຖິງເຫດການອັນຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນທົ່ວທັງດິນແດນຂອງຢູດາຍ ຄືເຫດການທີ່ໄດ້ເລີ່ມຕົ້ນໃນແຂວງຄາລີເລ. ເມື່ອຫລັງຈາກທີ່ໂຢຮັນໄດ້ປະກາດໃຫ້ທຸກຄົນ ຮັບບັບຕິສະມາຂອງຕົນ. 38ພວກທ່ານກໍຮູ້ເຖິງເລື່ອງພຣະເຢຊູເຈົ້າໄທນາຊາເຣັດ ຜູ້ທີ່ພຣະເຈົ້າໄດ້ຫົດສົງດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຣິດເດດ, ພຣະອົງໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ ແລະຊົງໂຜດຮັກສາທຸກຄົນທີ່ຖືກອຳນາດຂອງມານຮ້າຍບຽດບຽນ ເພາະວ່າພຣະເຈົ້າຊົງສະຖິດຢູ່ກັບພຣະອົງ. 39ພວກຂ້າພະເຈົ້າເປັນພະຍານເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນດິນແດນຂອງຊາວຢິວ ແລະໃນນະຄອນເຢຣູຊາເລັມ, ແລ້ວພວກເຂົາກໍໄດ້ປະຫານພຣະອົງເສຍ ໂດຍຕອກຄຶງໄວ້ທີ່ໄມ້ກາງແຂນ. 40ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາໃນວັນຖ້ວນສາມ ແລະຊົງບັນດານໃຫ້ພຣະອົງປາກົດແຈ້ງ. 41ບໍ່ໄດ້ຊົງໃຫ້ປາກົດແກ່ພົນລະເມືອງທົ່ວໄປ, ແຕ່ຊົງປາກົດແກ່ພວກພະຍານ ຊຶ່ງພຣະເຈົ້າຊົງກຳນົດໄວ້ລ່ວງໜ້າ ຄືຊົງປາກົດແກ່ພວກຂ້າພະເຈົ້າ ຜູ້ໄດ້ກິນແລະໄດ້ດື່ມດ້ວຍກັນກັບພຣະອົງ ພາຍຫລັງທີ່ພຣະອົງໄດ້ຊົງຄືນພຣະຊົນ. 42ພຣະອົງໄດ້ສັ່ງໃຫ້ພວກຂ້າພະເຈົ້າປະກາດແກ່ຄົນທັງຫລາຍ ແລະໃຫ້ເປັນພະຍານວ່າ ແມ່ນພຣະອົງນີ້ແຫຼະ ທີ່ພຣະເຈົ້າໄດ້ຊົງຕັ້ງໄວ້ໃຫ້ເປັນຜູ້ພິພາກສາ ທັງຄົນເປັນແລະຄົນຕາຍ. 43ຜູ້ທຳນວາຍທຸກຄົນກໍໄດ້ກ່າວເຖິງພຣະອົງໂດຍປະກາດວ່າ ທຸກຄົນທີ່ເຊື່ອໃນພຣະອົງ ຈະໄດ້ຮັບການອະໄພບາບກຳໂດຍນາມຊື່ຂອງພຣະອົງ.”
ຄົນຕ່າງຊາດຮັບພຣະວິນຍານບໍຣິສຸດເຈົ້າ
44ຂະນະທີ່ເປໂຕຍັງກ່າວຢູ່ນັ້ນ ພຣະວິນຍານບໍຣິສຸດເຈົ້າກໍລົງມາເທິງທຸກຄົນທີ່ກຳລັງຟັງຖ້ອຍຄຳນັ້ນ. 45ສ່ວນຜູ້ທີ່ເຊື່ອ ຄືຄົນຢິວທີ່ມາຈາກເມືອງຢົບປາກັບເປໂຕນັ້ນ ຕ່າງກໍງຶດປະຫລາດໃຈ ທີ່ພຣະເຈົ້າໄດ້ໂຜດປະທານພຣະວິນຍານບໍຣິສຸດເຈົ້າໃຫ້ແກ່ຄົນຕ່າງຊາດເໝືອນກັນ. 46ດ້ວຍວ່າ ພວກເຂົາໄດ້ຍິນຄົນເຫຼົ່ານີ້ປາກພາສາແປກໆ ແລະສັນລະເສີນຄວາມຍິ່ງໃຫຍ່ຂອງພຣະເຈົ້າ ຝ່າຍເປໂຕຈຶ່ງກ່າວຂຶ້ນວ່າ, 47“ຄົນເຫຼົ່ານີ້ໄດ້ຮັບພຣະວິນຍານບໍຣິສຸດເຈົ້າຄືກັນກັບພວກເຮົາ. ດັ່ງນັ້ນ ຄົງບໍ່ມີຜູ້ໃດຕີ້ ທີ່ຈະຫ້າມພວກເຂົາ ບໍ່ໃຫ້ຮັບບັບຕິສະມາດ້ວຍນໍ້າ.” 48ດັ່ງນັ້ນ ເປໂຕຈຶ່ງສັ່ງຄົນເຫຼົ່ານັ້ນ ໃຫ້ຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ແລ້ວພວກເຂົາກໍຂໍໃຫ້ເປໂຕຢູ່ກັບພວກຕົນອີກສອງສາມວັນ.
Dewis Presennol:
ກິດຈະການ 10: ພຄພ
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
@ 2012 United Bible Societies. All Rights Reserved.