ມັດທາຍ 2

2
ໂຫລາຈານ​ມາ​ພົບ​ພຣະເຢຊູເຈົ້າ
1ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ#2:1 ໂດຍ​ປົກກະຕິ​ແປວ່າ ນັກປາດ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ 2ແລະ ໄດ້​ຖາມ​ວ່າ, “ຜູ້​ທີ່​ມາ​ເກີດ​ເປັນ​ກະສັດ​ຂອງ​ຊາວຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງ​ທິດຕາເວັນອອກ ແລະ ພວກເຮົາ​ຈຶ່ງ​ມາ​ເພື່ອ​ຈະ​ນະມັດສະການ​ເພິ່ນ”.
3ເມື່ອ​ກະສັດ​ເຮໂຣດ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ກັງວົນໃຈ​ຫລາຍ ແລະ ຊາວ​ເຢຣູຊາເລັມ​ທຸກຄົນ​ກໍ​ພາກັນ​ກັງວົນໃຈ​ນໍາ​ດ້ວຍ. 4ເມື່ອ​ເຮໂຣດ​ໄດ້​ເອີ້ນ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຂອງ​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມກັນ​ແລ້ວ, ເພິ່ນ​ກໍ​ໄດ້​ຖາມ​ພວກເຂົາ​ວ່າ​ພຣະຄຣິດເຈົ້າ#2:4 ຫລື ພຣະເມຊີອາ​ຈະ​ມາ​ບັງເກີດ​ຢູ່​ທີ່​ໃດ. 5ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ, ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ:
6“‘ສ່ວນ​ເຈົ້າ ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ,
ເຈົ້າ​ບໍ່​ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ທ່າມກາງ​ບັນດາ​ຜູ້ປົກຄອງ​ຂອງ​ຢູດາຍ,
ເພາະ​ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ
ຜູ້​ທີ່​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງ​ເຮົາ’#2:6 ມກ 5:2,4”.
7ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫລາຈານ​ເຂົ້າ​ມາ​ພົບ​ຢ່າງ​ລັບໆ ແລະ ສືບ​ຖາມ​ພວກເຂົາ​ເຖິງ​ເວລາ​ທີ່​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ. 8ແລ້ວ​ເພິ່ນ​ກໍ​ໃຊ້​ພວກໂຫລາຈານ​ໄປ​ຍັງ​ເບັດເລເຮັມ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ໄປ​ຊອກຫາ​ກຸມມານ​ນັ້ນ​ຢ່າງ​ຄັກແນ່. ເມື່ອ​ພວກເຈົ້າ​ພົບ​ເພິ່ນ​ແລ້ວ​ຈົ່ງ​ບອກ​ໃຫ້​ເຮົາ​ຮູ້​ທັນທີ, ເພື່ອ​ເຮົາ​ຈະ​ໄດ້​ໄປ​ນະມັດສະການ​ເພິ່ນ​ເໝືອນກັນ”.
9ຫລັງຈາກ​ພວກໂຫລາຈານ​ໄດ້​ຍິນ​ຄຳສັ່ງ​ຂອງ​ກະສັດ​ແລ້ວ, ພວກເຂົາ​ກໍ​ພາກັນ​ເດີນທາງ​ອອກ​ໄປ ແລະ ດາວ​ທີ່​ພວກເຂົາ​ໄດ້​ເຫັນ​ເມື່ອ​ເວລາ​ທີ່​ດາວ​ປາກົດ​ຂຶ້ນ​ນັ້ນ ກໍ​ໄດ້​ນຳໜ້າ​ພວກເຂົາ​ໄປ​ຈົນ​ໄດ້​ມາ​ຢຸດ​ຢູ່​ຊື່​ບ່ອນ​ທີ່​ກຸມມານ​ຢູ່. 10ເມື່ອ​ພວກເຂົາ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ, ພວກເຂົາ​ກໍ​ຊື່ນຊົມຍິນດີ​ຫລາຍ. 11ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ, ພວກເຂົາ​ກໍ​ໄດ້​ເຫັນ​ພຣະກຸມມານ​ພ້ອມ​ກັບ​ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ ແລະ ນະມັດສະການ​ເພິ່ນ. ແລ້ວ​ພວກເຂົາ​ກໍ​ໄຂ​ຫີບ​ສົມບັດ​ຂອງ​ພວກເຂົາ​ອອກ​ມາ ແລະ ມອບ​ຂອງຖວາຍ​ແກ່​ພຣະອົງ​ຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ. 12ແລະ ພວກເຂົາ​ໄດ້​ຮັບ​ຄຳເຕືອນ​ທາງ​ຄວາມຝັນ​ວ່າ​ບໍ່​ໃຫ້​ກັບ​ໄປ​ຫາ​ເຮໂຣດ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບ​ຄືນ​ໄປ​ປະເທດ​ຂອງ​ຕົນ​ໂດຍ​ໃຊ້​ທາງ​ເສັ້ນ​ອື່ນ.
ການ​ໜີ​ໄປ​ເອຢິບ
13ເມື່ອ​ພວກໂຫລາຈານ​ໄດ້​ຈາກ​ໄປ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເດັກ​ໜີ​ໄປ​ຍັງ​ປະເທດ​ເອຢິບ. ຈົ່ງ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ, ເພາະ​ເຮໂຣດ​ກຳລັງ​ຊອກຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ”.
14ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ເດີນທາງ​ໄປ​ຍັງ​ປະເທດ​ເອຢິບ​ໃນ​ເວລາ​ກາງຄືນ 15ແລະ ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮໂຣດ​ຕາຍ. ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ນີ້​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ບຸດ​ຂອງ​ເຮົາ​ອອກຈາກ​ປະເທດ​ເອຢິບ”.#2:15 ຮສອ 11:1
16ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ​ພວກໂຫລາຈານ​ຫລອກລວງ​ຕົນ, ເພິ່ນ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ​ໃນ​ເບັດເລເຮັມ ແລະ ບໍລິເວນ​ໃກ້ຄຽງ​ທີ່​ມີ​ອາຍຸ​ສອງ​ປີ​ລົງ​ມາ, ເຊິ່ງ​ສອດຄ່ອງ​ກັບ​ເວລາ​ທີ່​ເພິ່ນ​ໄດ້​ຮູ້​ຈາກ​ພວກໂຫລາຈານ. 17ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ກໍ​ໄດ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ:
18“ໄດ້​ຍິນ​ສຽງ​ໜຶ່ງ​ໃນ​ບ້ານ​ຣາມາ,
ເປັນ​ສຽງ​ຮ້ອງໄຫ້ ແລະ ສຽງ​ຄ່ຳຄວນ,
ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ນໍາ​ບັນດາ​ລູກ​ຂອງ​ຕົນ
ແລະ ບໍ່​ຍອມຮັບ​ຄຳ​ປອບໃຈ​ໃດໆ,
ເພາະ​ລູກ​ທັງຫລາຍ​ນັ້ນ​ຕາຍ​ແລ້ວ”.#2:18 ຢມຢ 31:15
ການ​ກັບ​ມາ​ຍັງ​ນາຊາເຣັດ
19ຫລັງຈາກ​ເຮໂຣດ​ໄດ້​ຕາຍ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ 20ແລະ ໄດ້​ກ່າວ​ວ່າ, “ຈົ່ງ​ລຸກຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ກັບ​ຄືນ​ໄປ​ຍັງ​ດິນແດນ​ອິດສະຣາເອນ, ເພາະ​ບັນດາ​ຜູ້​ທີ່​ພະຍາຍາມ​ເອົາ​ຊີວິດ​ກຸມມານ​ນັ້ນ​ໄດ້​ຕາຍ​ແລ້ວ”.
21ດັ່ງນັ້ນ, ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ມາ​ຍັງ​ດິນແດນ​ອິດສະຣາເອນ 22ແຕ່​ເມື່ອ​ລາວ​ໄດ້​ຍິນ​ວ່າ​ອາກເຄລາວ​ໄດ້​ຂຶ້ນ​ປົກຄອງ​ແຂວງ​ຢູດາຍ​ແທນ​ເຮໂຣດ​ຜູ້​ເປັນ​ພໍ່, ໂຢເຊັບ​ກໍ​ຢ້ານ​ທີ່​ຈະ​ໄປ​ທີ່​ນັ້ນ. ຫລັງຈາກ​ໄດ້​ຮັບ​ຄຳເຕືອນ​ໃນ​ຄວາມຝັນ, ໂຢເຊັບ​ຈຶ່ງ​ໄປ​ຍັງ​ແຂວງ​ຄາລີເລ, 23ແລະ ໄປ​ອາໄສ​ຢູ່​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ນາຊາເຣັດ. ດັ່ງນັ້ນ ຈຶ່ງ​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ: ໄທນາຊາເຣັດ”.

دیاریکراوەکانی ئێستا:

ມັດທາຍ 2: LCV

بەرچاوکردن

هاوبەشی بکە

لەبەرگرتنەوە

None

دەتەوێت هایلایتەکانت بپارێزرێت لەناو ئامێرەکانتدا> ? داخڵ ببە

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy