YouVersion Logo
Search Icon

ມັດທາຍ 26

26
ແຜນການ​ປອງຮ້າຍ​ພຣະເຢຊູເຈົ້າ
(ມຣກ 14:1,2; ລກ 22:1,2)
1ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, 2“ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ”.
3ຫລັງຈາກນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ກໍ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ ຜູ້​ທີ່​ຊື່​ວ່າ ກາຢະຟາ 4ແລະ ພວກເຂົາ​ໄດ້​ວາງແຜນ​ເພື່ອ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ. 5ພວກເຂົາ​ເວົ້າ​ວ່າ, “ແຕ່​ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ເພາະ​ອາດ​ຈະ​ເກີດ​ຄວາມວຸ້ນວາຍ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ”.
ພຣະເຢຊູເຈົ້າ​ໄດ້​ຮັບ​ການຫົດສົງ​ທີ່​ເບັດທານີ
(ມຣກ 14:3-9)
6ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ບ້ານ​ເບັດທານີ​ໃນ​ເຮືອນ​ຂອງ​ຊີໂມນ ຜູ້​ທີ່​ເປັນ​ພະຍາດຂີ້ທູດ, 7ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ຫາ​ພຣະອົງ​ພ້ອມດ້ວຍ​ເຕົ້າຫີນຂາວ​ທີ່​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດສົງ​ຫົວ​ຂອງ​ພຣະອົງ​ຂະນະ​ທີ່​ພຣະອົງ​ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ.
8ເມື່ອ​ພວກສາວົກ​ເຫັນ​ເຫດການ​ນີ້​ພວກເຂົາ​ກໍ​ບໍ່​ພໍໃຈ. ພວກເຂົາ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນໍ້າຫອມ​ນີ້​ເສຍ​ໄປ​ລ້າໆ? 9ນໍ້າຫອມ​ນີ້​ສາມາດ​ຂາຍ​ໄດ້​ໃນ​ລາຄາ​ສູງ ແລະ ເອົາ​ເງິນ​ນີ້​ໄປ​ແຈກຢາຍ​ໃຫ້​ຄົນຍາກຈົນ​ກໍ​ໄດ້”.
10ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ກວນໃຈ​ຍິງ​ຄົນ​ນີ້​ເຮັດຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ດີ​ງາມ​ໃຫ້​ແກ່​ເຮົາ​ແລ້ວ. 11ຄົນຍາກຈົນ​ຈະ​ມີ​ຢູ່​ກັບ​ພວກເຈົ້າ​ສະເໝີ ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ. 12ນາງ​ໄດ້​ຖອກ​ນ້ຳຫອມ​ນີ້​ໃສ່​ຮ່າງກາຍ​ຂອງ​ເຮົາ​ກໍ​ເພື່ອ​ຕຽມ​ການຝັງສົບ​ຂອງ​ເຮົາ. 13ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂ່າວປະເສີດ​ນີ້​ຖືກ​ປະກາດ​ໄປ​ທີ່​ໃດ​ກໍ​ຕາມ​ໃນ​ທົ່ວ​ໂລກ, ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ກ່າວ​ອອກ​ໄປ​ເໝືອນກັນ​ເພື່ອ​ເປັນ​ການລະນຶກ​ເຖິງ​ນາງ”.
ຢູດາ​ຍອມ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ
(ມຣກ 14:10-11; ລກ 22:3-6)
14ຕໍ່ມາ ຜູ້​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ ມີ​ຊື່​ວ່າ​ຢູດາ​ອິດສະກາຣີອົດ​ກໍ​ໄດ້​ໄປ​ພົບ​ພວກຫົວໜ້າ​ປະໂລຫິດ 15ແລະ ໄດ້​ຖາມ​ວ່າ, “ພວກທ່ານ​ຈະ​ເອົາ​ອັນ​ໃດ​ໃຫ້​ແກ່​ຂ້ານ້ອຍ​ຖ້າ​ຂ້ານ້ອຍ​ມອບ​ພຣະອົງ​ໃຫ້​ແກ່​ພວກທ່ານ?” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນັບ​ເງິນ​ສາມສິບ​ຫລຽນ​ໃຫ້​ຢູດາ. 16ຕັ້ງແຕ່​ນັ້ນ​ມາ ຢູດາ​ກໍ​ເຝົ້າ​ຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ແກ່​ພວກເຂົາ.
ອາຫານ​ຄາບ​ສຸດທ້າຍ
(ມຣກ 14:12-21; ລກ 22:7-13)
17ໃນ​ມື້​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ ພວກສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”
18ພຣະອົງ​ຕອບ​ວ່າ, “ຈົ່ງ​ເຂົ້າໄປ​ຫາ​ຄົນ​ໜຶ່ງ​ໃນ​ເມືອງ ແລະ ບອກ​ລາວ​ວ່າ, ‘ອາຈານ​ກ່າວ​ດັ່ງນີ້​ວ່າ: ເວລາ​ທີ່​ເຮົາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ຈະ​ສະຫລອງ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ’”. 19ດັ່ງນັ້ນ ພວກສາວົກ​ກໍ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ ແລະ ໄດ້​ຈັດຕຽມ​ປັດສະຄາ​ໄວ້.
20ເມື່ອ​ເຖິງ​ຕອນຄ່ຳ​ມາ ພຣະເຢຊູເຈົ້າ​ນັ່ງ​ທີ່​ໂຕະ​ອາຫານ​ຮ່ວມ​ກັບ​ພວກສາວົກ​ສິບສອງ​ຄົນ. 21ແລະ ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ”.
22ຝ່າຍ​ພວກສາວົກ​ກໍ​ເປັນ​ທຸກໃຈ​ຫລາຍ ແລະ ທຸກຄົນ​ຕ່າງ​ກໍ​ເລີ່ມ​ຖາມ​ພຣະອົງ​ເທື່ອລະຄົນ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”
23ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້​ທີ່​ຈໍ້າ​ໃນ​ຖ້ວຍ​ຮ່ວມ​ກັບ​ເຮົາ ຄື​ຜູ້​ນັ້ນ ຈະ​ທໍລະຍົດ​ຕໍ່​ເຮົາ. 24ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.
25ແລ້ວ​ຢູດາ​ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ​ຕອບ​ວ່າ, “ອາຈານ​ເອີຍ, ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”
ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ”.
ພິທີ​ສິນມະຫາສະໜິດ​ຂອງ​ອົງພຣະຜູ້ເປັນເຈົ້າ
(ມຣກ 14:22-25; ລກ 22:17-20; 1ກຣທ 11:23-25)
26ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ ແລະ ກິນ​ສາ, ນີ້​ຄື​ກາຍ​ຂອງ​ເຮົາ”.
27ແລ້ວ​ພຣະອົງ​ໄດ້​ຈັບ​ເອົາ​ຈອກ​ຂຶ້ນ​ມາ, ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ຍື່ນ​ຈອກ​ນັ້ນ​ໃຫ້​ພວກເພິ່ນ ໂດຍ​ກ່າວ​ວ່າ, “ພວກເຈົ້າ​ທຸກຄົນ​ຈົ່ງ​ດື່ມ​ຈາກ​ຈອກ​ນີ້. 28ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ#26:28 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ພັນທະສັນຍາ​ໃໝ່ ທີ່​ຖອກ​ອອກ​ມາ​ເພື່ອ​ອະໄພ​ຄວາມບາບ​ໃຫ້​ແກ່​ຄົນ​ທັງຫລາຍ. 29ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ໝາກອະງຸ່ນ​ນີ້​ອີກ​ຈົນ​ກວ່າ​ຈະ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ດື່ມ​ນໍ້າອະງຸ່ນໃໝ່​ຮ່ວມ​ກັບ​ພວກເຈົ້າ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ເຮົາ”.
30ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ, ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.
ພຣະເຢຊູເຈົ້າ​ທຳນວາຍ​ວ່າ​ເປໂຕ​ຈະ​ປະຕິເສດ​ພຣະອົງ
(ມຣກ 14:27-31; ລກ 22:31-34)
31ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກສາວົກ​ວ່າ, “ໃນ​ຄືນ​ນີ້ ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:
“‘ເຮົາ​ຈະ​ຟາດ​ຜູ້ລ້ຽງແກະ
ແລະ ຝູງ​ແກະ​ຈະ​ກະຈັດກະຈາຍ​ໄປ’.#26:31 ຊກຢ 13:7
32ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.
33ເປໂຕ​ຈຶ່ງ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ໜີ​ໄປ​ຈາກ​ພຣະອົງ​ກໍ​ຕາມ ຂ້ານ້ອຍ​ຈະ​ບໍ່​ໜີ​ຈາກ​ພຣະອົງ​ຈັກ​ເທື່ອ”.
34ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຄືນ​ນີ້ ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ”.
35ແຕ່​ເປໂຕ​ປະກາດ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ພຣະອົງ ຂ້ານ້ອຍ​ກໍ​ຈະ​ບໍ່​ປະຕິເສດ​ພຣະອົງ​ຈັກ​ເທື່ອ”. ແລ້ວ​ພວກສາວົກ​ທຸກຄົນ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.
ເຄັດເຊມາເນ
(ມຣກ 14:32-42; ລກ 22:40-46)
36ແລ້ວ​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ, ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້​ຂະນະ​ທີ່​ເຮົາ​ໄປ​ອະທິຖານ​ຢູ່​ທີ່​ນັ້ນ”. 37ພຣະອົງ​ໄດ້​ເອົາ​ເປໂຕ ແລະ ລູກຊາຍ​ສອງ​ຄົນ​ຂອງ​ເຊເບດາຍ​ໄປ​ນໍາ. ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ 38ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມໂສກເສົ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າ​ລະວັງ​ຢູ່​ທີ່​ນີ້​ກັບ​ເຮົາ”.
39ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ​ໝູບ​ໜ້າ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຈອກ​ນີ້​ຜ່ານພົ້ນ​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.
40ແລ້ວ​ພຣະອົງ​ກໍ​ກັບ​ຄືນ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ ແລະ ພົບ​ວ່າ​ພວກເພິ່ນ​ກຳລັງ​ນອນຫລັບ​ຢູ່. ພຣະອົງ​ຈຶ່ງ​ຖາມ​ເປໂຕ​ວ່າ, “ພວກເຈົ້າ​ຈະ​ຄອຍເຝົ້າ​ຢູ່​ກັບ​ເຮົາ​ພຽງ​ຊົ່ວໂມງ​ດຽວ​ກໍ​ບໍ່​ໄດ້​ບໍ? 41ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.
42ພຣະອົງ​ໄດ້​ໄປ​ອີກ​ເປັນ​ເທື່ອ​ທີ​ສອງ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ຈອກ​ນີ້​ບໍ່​ອາດ​ຜ່ານພົ້ນ​ໄປ ແລະ ຂ້ານ້ອຍ​ຈໍາເປັນ​ຕ້ອງ​ດື່ມ​ຈອກ​ນີ້ ກໍ​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.
43ເມື່ອ​ພຣະອົງ​ກັບ​ຄືນ​ມາ​ກໍ​ພົບ​ວ່າ​ພວກເພິ່ນ​ຍັງ​ນອນຫລັບ​ຢູ່​ຄືເກົ່າ ເພາະວ່າ​ພວກເພິ່ນ​ເຫງົານອນ​ຫລາຍ​ຈົນ​ມືນຕາ​ບໍ່​ຂຶ້ນ. 44ພຣະອົງ​ຈຶ່ງ​ປະ​ພວກເພິ່ນ​ໄວ້​ແລ້ວ​ໄປ​ອີກ ແລະ ອະທິຖານ​ເປັນ​ເທື່ອ​ທີສາມ ໂດຍ​ກ່າວ​ສິ່ງ​ດຽວ​ກັນ.
45ແລ້ວ​ພຣະອົງ​ກໍ​ໄດ້​ກັບ​ຄືນ​ມາ​ຫາ​ພວກສາວົກ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ນອນຫລັບ ແລະ ພັກຜ່ອນ​ຢູ່​ບໍ? ເບິ່ງແມ, ເວລາ​ນັ້ນ​ໄດ້​ມາ​ຮອດ​ແລ້ວ ແລະ ບຸດມະນຸດ​ກຳລັງ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ຄົນບາບ​ທັງຫລາຍ. 46ຈົ່ງ​ລຸກຂຶ້ນ! ພາ​ກັນ​ໄປ​ເທາະ! ຜູ້​ທີ່​ທໍລະຍົດ​ເຮົາ​ກໍ​ມາ​ທີ່​ນີ້​ແລ້ວ!”
ການຈັບກຸມ​ພຣະເຢຊູເຈົ້າ
(ມຣກ 14:43-50; ລກ 22:47-53)
47ພຣະອົງ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ, ຜູ້​ໜຶ່ງ​ໃນ​ຈໍານວນ​ສາວົກ​ສິບສອງ​ຄົນ​ນັ້ນ​ຄື ຢູດາ​ກໍ​ໄດ້​ມາ​ຮອດ​ພ້ອມ​ກັບ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ທີ່​ຖື​ດາບ ແລະ ໄມ້ຄ້ອນ ເຊິ່ງ​ເປັນ​ຄົນ​ທີ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ໃຊ້​ມາ. 48ແລ້ວ​ຜູ້ທໍລະຍົດ​ໄດ້​ກຳນົດ​ສັນຍານ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ເຮົາ​ຈູບຄຳນັບ​ແມ່ນ​ຜູ້​ນັ້ນ ຈົ່ງ​ໄປ​ຈັບກຸມ​ລາວ”. 49ຢູດາ​ກໍ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ທັນທີ ແລະ ເວົ້າ​ວ່າ, “ຂໍ​ຄຳນັບ​ຣັບບີ!” ແລ້ວ​ລາວ​ກໍ​ຈູບ​ພຣະອົງ.
50ພຣະເຢຊູເຈົ້າ​ຕອບ​ວ່າ, “ສະຫາຍ​ເອີຍ, ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ມາ​ເພື່ອ​ເຮັດ​ສາ”.#26:50 ຫລື “ສະຫາຍ​ເອີຍ ເຈົ້າ​ມາ​ທີ່​ນີ້​ເຮັດຫຍັງ?”
ແລ້ວ​ພວກເຂົາ​ກໍ​ເຂົ້າ​ໄປ​ຈັບ​ພຣະເຢຊູເຈົ້າ​ໄວ້. 51ໃນ​ຂະນະນັ້ນ ມີ​ຄົນ​ໜຶ່ງ​ທີ່​ໄປ​ກັບ​ພຣະເຢຊູເຈົ້າ​ໄດ້​ເອື້ອມມື​ຈັບ​ດາບ​ຂອງ​ລາວ​ແລ້ວ​ຊັກ​ດາບ​ອອກມາ​ຟັນ​ຫູ​ຂອງ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງໜຶ່ງ.
52ພຣະເຢຊູເຈົ້າ​ຈຶ່ງ​ບອກ​ລາວ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ເກັບ​ໃສ່​ຝັກ​ໄວ້​ສາ ເພາະວ່າ​ທຸກຄົນ​ທີ່​ໃຊ້​ດາບ​ກໍ​ຈະ​ຕາຍ​ດ້ວຍ​ດາບ. 53ເຈົ້າ​ຄິດ​ວ່າ​ເຮົາ​ບໍ່​ສາມາດ​ຮ້ອງຂໍ​ພຣະບິດາ​ຂອງ​ເຮົາ ແລະ ພຣະອົງ​ຈະ​ໃຫ້​ເທວະດາ​ຫລາຍ​ກວ່າ​ສິບສອງ​ກອງ​ມາ​ຊ່ວຍ​ເຮົາ​ທັນທີ​ບໍ? 54ແຕ່​ຖ້າ​ຢ່າງ​ນັ້ນ ຈະ​ເປັນໄປຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ໄດ້​ແນວໃດ​ວ່າ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ນີ້?”
55ໃນ​ຊົ່ວໂມງ​ນັ້ນ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ປະຊາຊົນ​ທັງຫລາຍ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ? ເຮົາ​ນັ່ງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. 56ແຕ່​ເຫດການ​ທັງໝົດ​ນີ້​ໄດ້​ເປັນ​ໄປ​ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ”. ແລ້ວ​ພວກສາວົກ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ ໜີ​ໄປ.
ພຣະເຢຊູເຈົ້າ​ຢູ່​ຕໍ່ໜ້າ​ສະພາ​ແຊນເຮດຣິນ
(ມຣກ 14:53-65; ຢຮ 18:12,13,19-24)
57ບັນດາ​ຜູ້​ທີ່​ຈັບ​ພຣະເຢຊູເຈົ້າ​ນັ້ນ​ໄດ້​ພາ​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ​ກາຢະຟາ ບ່ອນ​ທີ່​ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ປະຊຸມ​ກັນ. 58ສ່ວນ​ເປໂຕ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ຈົນ​ມາ​ເຖິງ​ເດີ່ນບ້ານ​ຂອງ​ມະຫາ​ປະໂລຫິດ. ເພິ່ນ​ໄດ້​ເຂົ້າ​ໄປ ແລະ ນັ່ງ​ຢູ່​ກັບ​ພວກທະຫານຍາມ​ເພື່ອ​ຊອມເບິ່ງ​ຜົນ​ທີ່​ຈະ​ເກີດຂຶ້ນ.
59ພວກຫົວໜ້າ​ປະໂລຫິດ ແລະ ທັງ​ສະພາ​ແຊນເຮດຣິນ​ໄດ້​ຊອກຫາ​ຫລັກຖານ​ບໍ່​ຈິງ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພຣະອົງ. 60ແຕ່​ພວກເຂົາ​ກໍ​ຊອກຫາ​ຫລັກຖານ​ບໍ່​ໄດ້ ເຖິງ​ແມ່ນ​ຈະ​ມີ​ພະຍານ​ບໍ່​ຈິງ​ຫລາຍຄົນ​ມາ​ກ່າວຫາ​ພຣະອົງ.
ໃນທີ່ສຸດ​ກໍ​ມີ​ສອງ​ຄົນ​ອອກມາ 61ແລະ ໄດ້​ປະກາດ​ວ່າ, “ຄົນ​ນີ້​ໄດ້​ເວົ້າ​ວ່າ, ‘ເຮົາ​ສາມາດ​ມ້າງ​ວິຫານ​ຂອງ​ພຣະເຈົ້າ​ລົງ ແລະ ສ້າງ​ວິຫານ​ຂຶ້ນ​ໃໝ່​ໄດ້​ພາຍໃນ​ສາມ​ວັນ’”.
62ແລ້ວ​ມະຫາ​ປະໂລຫິດ​ຈຶ່ງ​ລຸກ​ຂຶ້ນ​ຢືນ ແລະ ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ຈະ​ບໍ່​ຕອບ​ຫຍັງ​ບໍ? ຄຳພະຍານ​ທີ່​ຄົນ​ເຫລົ່ານີ້​ກ່າວ​ຕໍ່ສູ້​ເຈົ້າ​ເປັນ​ແນວໃດ?” 63ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່.
ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ#26:63 ຫລື ພຣະເມຊີອາ ເຊັ່ນ​ດຽວ​ກັບ​ຂໍ້ 68​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.
64ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ. ແຕ່​ເຮົາ​ບອກ​ພວກເຈົ້າ​ທຸກຄົນ​ວ່າ: ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.
65ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ເວົ້າ​ວ່າ, “ລາວ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ? ເບິ່ງແມ, ບັດນີ້​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ. 66ພວກເຈົ້າ​ຄິດ​ຢ່າງໃດ?”
ພວກເຂົາ​ຕອບ​ວ່າ, “ລາວ​ສົມຄວນ​ຕາຍ”.
67ແລ້ວ​ພວກເຂົາ​ກໍ​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ຂອງ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ. ຄົນ​ອື່ນໆ​ກໍ​ຕົບ​ພຣະອົງ 68ແລະ ເວົ້າ​ວ່າ, “ພຣະຄຣິດເຈົ້າ, ຈົ່ງ​ທຳນວາຍ​ໃຫ້​ພວກເຮົາ​ເບິ່ງ​ດູ​ແມ່ນ​ຜູ້ໃດ​ຕີ​ເຈົ້າ?”
ເປໂຕ​ປະຕິເສດ​ພຣະເຢຊູເຈົ້າ
(ມຣກ 14:66-72; ລກ 22:55-62; ຢຮ 18:16-18,25-27)
69ຝ່າຍ​ເປໂຕ​ນັ່ງ​ຢູ່​ເດີ່ນບ້ານ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ເພິ່ນ ແລະ ເວົ້າ​ວ່າ, “ເຈົ້າ​ກໍ​ຢູ່​ກັບ​ເຢຊູ​ແຫ່ງ​ຄາລີເລ​ເໝືອນກັນ”.
70ແຕ່​ເພິ່ນ​ໄດ້​ຕອບ​ປະຕິເສດ​ຕໍ່ໜ້າ​ທຸກຄົນ. ເພິ່ນ​ກ່າວ​ວ່າ, “ຂ້ອຍ​ບໍ່​ຮູ້​ເລື່ອງ​ທີ່​ເຈົ້າ​ເວົ້າ​ມາ​ນັ້ນ”.
71ແລ້ວ​ເພິ່ນ​ກໍ​ຍ່າງ​ອອກ​ໄປ​ປະຕູ​ໜ້າບ້ານ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ອີກ​ເຫັນ​ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຢືນ​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຄົນ​ນີ້​ເຄີຍ​ຢູ່​ກັບ​ເຢຊູ​ຊາວ​ນາຊາເຣັດ”.
72ເພິ່ນ​ໄດ້​ປະຕິເສດ​ອີກ​ພ້ອມທັງ​ສາບານ​ວ່າ: “ຂ້ອຍ​ບໍ່​ຮູ້ຈັກ​ຄົນ​ນັ້ນ!”
73ຫລັງຈາກນັ້ນ​ໜ້ອຍ​ໜຶ່ງ ບັນດາ​ຄົນ​ທີ່​ຢືນ​ຢູ່​ບ່ອນ​ນັ້ນ​ກໍ​ມາ​ຫາ​ເປໂຕ ແລະ ເວົ້າ​ວ່າ, “ແມ່ນ​ແທ້ ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ ຟັງ​ຈາກ​ສຳນຽງ​ຂອງ​ເຈົ້າ​ກໍ​ຮູ້”.
74ແລ້ວ​ເປໂຕ​ຈຶ່ງ​ເລີ່ມ​ສາບແຊ່ງ ແລະ ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນັ້ນ!”
ໃນ​ທັນໃດ​ນັ້ນ​ໄກ່​ກໍ​ຂັນ. 75ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເພິ່ນ​ຈຶ່ງ​ອອກ​ໄປ​ທາງ​ນອກ ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ.

Currently Selected:

ມັດທາຍ 26: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in