YouVersion Logo
Search Icon

ມັດທາຍ 24

24
ການທຳລາຍ​ວິຫານ ແລະ ໝາຍສຳຄັນ​ຂອງ​ເວລາ​ສຸດທ້າຍ
(ມຣກ 13:1-37; ລກ 21:5-36)
1ພຣະເຢຊູເຈົ້າ​ອອກ​ຈາກ​ວິຫານ ແລະ ກຳລັງ​ຍ່າງ​ໄປ ພວກສາວົກ​ໄດ້​ມາ​ຫາ​ພຣະອົງ​ເພື່ອ​ຮຽກຮ້ອງ​ຄວາມ​ສົນໃຈ​ຂອງ​ພຣະອົງ​ໄປ​ທີ່​ອາຄານ​ຕ່າງໆ. 2ພຣະອົງ​ໄດ້​ຖາມ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້​ທັງໝົດ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນຖິ້ມ​ລົງ​ມາ​ໝົດ”.
3ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ​ນັ້ນ, ພວກສາວົກ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນໂຕ. ແລະ ພວກເພິ່ນ​ຖາມ​ວ່າ, “ຂໍ​ບອກ​ພວກຂ້ານ້ອຍ​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ ແລະ ສິ່ງ​ໃດ​ເປັນ​ໝາຍສຳຄັນ​ເຖິງ​ການ​ມາ​ຂອງ​ພຣະອົງ ແລະ ເປັນ​ໝາຍສຳຄັນ​ວ່າ​ແມ່ນ​ຍຸກສຸດທ້າຍ?”
4ພຣະເຢຊູເຈົ້າ​ຕອບ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້​ໜຶ່ງ​ຫລອກລວງ​ພວກເຈົ້າ. 5ດ້ວຍວ່າ ຈະ​ມີ​ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ ແລະ ອ້າງ​ວ່າ, ‘ເຮົາ​ເປັນ​ພຣະຄຣິດເຈົ້າ’ ແລະ ຈະ​ຫລອກລວງ​ຫລາຍ​ຄົນ. 6ພວກເຈົ້າ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ, ຈົ່ງ​ລະວັງ​ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຍັງ​ບໍ່​ມາ​ເຖິງ. 7ປະເທດ​ຕໍ່​ປະເທດ, ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ, ຈະ​ເກີດ​ການອຶດຢາກ​ອາຫານ ແລະ ແຜ່ນດິນໄຫວ​ໃນ​ບ່ອນ​ຕ່າງໆ. 8ເຫດການ​ທັງໝົດ​ເຫລົ່ານີ້​ແມ່ນ​ຂັ້ນ​ເລີ່ມຕົ້ນ​ຂອງ​ຄວາມເຈັບປວດ​ໃນ​ການເກີດລູກ.
9“ແລ້ວ​ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃຫ້​ຖືກ​ຂົ່ມເຫັງ ແລະ ຂ້າ, ທຸກ​ຊົນຊາດ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ. 10ໃນເວລານັ້ນ ຫລາຍ​ຄົນ​ຈະ​ຫັນໜີ​ຈາກ​ຄວາມເຊື່ອ, ຈະ​ທໍລະຍົດ​ຫັກຫລັງ ແລະ ກຽດຊັງ​ກັນ 11ແລະ ຈະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ເກີດຂຶ້ນ ແລະ ຫລອກລວງ​ຫລາຍຄົນ. 12ຄວາມຮັກ​ຂອງ​ຄົນ​ສ່ວນຫລາຍ​ຈະ​ເຢັນ​ລົງ ເພາະ​ຄວາມ​ຊົ່ວຮ້າຍ​ຈະ​ເພີ່ມ​ຂຶ້ນ, 13ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ 14ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.
15“ດັ່ງນັ້ນ ເມື່ອ​ພວກເຈົ້າ​ເຫັນ, ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’#24:15 ດນອ 9:27; 11:31; 12:11 ຕັ້ງ​ຢູ່​ໃນ​ບ່ອນ​ສັກສິດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ດານີເອນ (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) 16ແລ້ວ​ໃຫ້​ບັນດາ​ຜູ້​ທີ່​ຢູ່ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ, 17ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ກໍ​ບໍ່​ຕ້ອງ​ລົງ​ມາ​ເກັບ​ເອົາ​ສິ່ງຂອງ​ອອກຈາກ​ເຮືອນ. 18ຜູ້​ທີ່​ຢູ່​ຕາມ​ທົ່ງນາ​ນັ້ນ ບໍ່​ຕ້ອງ​ກັບ​ມາ​ເອົາ​ເສື້ອຄຸມ​ຂອງ​ຕົນ. 19ໃນ​ວັນ​ເຫລົ່ານັ້ນ​ເປັນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ. 20ຈົ່ງ​ອະທິຖານ​ເພື່ອ​ການປົບໜີ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ເກີດຂຶ້ນ​ໃນ​ລະດູໜາວ ຫລື ໃນ​ວັນຊະບາໂຕ. 21ເພາະ​ໃນ​ເວລາ​ນັ້ນ​ຈະ​ມີ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ຕັ້ງແຕ່​ການ​ເລີ່ມຕົ້ນ​ຂອງ​ໂລກ​ຈົນ​ເຖິງ​ທຸກ​ວັນ​ນີ້ ແລະ ຈະ​ບໍ່​ມີ​ຄັ້ງ​ໃດ​ເທົ່າກັບ​ຄັ້ງ​ນີ້​ອີກ.
22“ຖ້າ​ວັນ​ເຫລົ່ານັ້ນ​ບໍ່​ໄດ້​ຖືກ​ຕັດ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ, ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ. 23ໃນ​ເວລາ​ນັ້ນ ຖ້າ​ມີ​ຜູ້ໃດ​ເວົ້າ​ກັບ​ພວກເຈົ້າ​ວ່າ, ‘ເບິ່ງ​ແມ ພຣະຄຣິດເຈົ້າ​ຢູ່​ທີ່​ນີ້!’ ຫລື ‘ພຣະອົງ​ຢູ່​ທີ່​ນັ້ນ!’ ຢ່າ​ໄດ້​ເຊື່ອ. 24ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ຫລາຍ​ປະການ, ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້. 25ເບິ່ງ​ແມ ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.
26“ດັ່ງນັ້ນ ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ, ‘ເພິ່ນ​ຢູ່​ທີ່​ນັ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ’ ຢ່າ​ໄດ້​ອອກໄປ​ທີ່​ນັ້ນ ຫລື ມີ​ຄົນ​ບອກ​ວ່າ, ‘ເພິ່ນ​ຢູ່​ທີ່​ນີ້​ໃນ​ຫ້ອງດ້ານໃນ’ ກໍ​ຢ່າ​ໄດ້​ເຊື່ອ. 27ດ້ວຍວ່າ ຟ້າແມບເຫລື້ອມ​ອອກ​ມາ​ຈາກ​ທິດຕາເວັນອອກ​ເບິ່ງເຫັນ​ໄດ້​ແມ່ນແຕ່​ຢູ່​ທິດຕາເວັນຕົກ​ຢ່າງໃດ ການ​ມາ​ຂອງ​ບຸດມະນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ. 28ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ເຕົ້າໂຮມກັນ​ຢູ່​ບ່ອນ​ນັ້ນ.
29“ໃນ​ທັນໃດ​ນັ້ນ ຫລັງຈາກ​ວັນ​ແຫ່ງ​ຄວາມທຸກລຳບາກ​ເຫລົ່ານີ້,
“‘ດວງອາທິດ​ຈະ​ມືດ​ໄປ
ແລະ ດວງເດືອນ​ຈະ​ບໍ່​ສ່ອງແສງ
ດວງດາວ​ທັງຫລາຍ​ຈະ​ຕົກ​ຈາກ​ທ້ອງຟ້າ
ແລະ ສະຫວັນ​ຈະ​ສັ່ນສະເທືອນ’.#24:29 ອຊຢ 13:10; 34:4
30“ເມື່ອ​ນັ້ນ​ໝາຍສຳຄັນ​ຂອງ​ບຸດມະນຸດ​ຈະ​ປາກົດ​ຂຶ້ນ​ໃນ​ສະຫວັນ ແລະ ປະຊາຊາດ​ທັງປວງ​ແຫ່ງ​ແຜ່ນດິນໂລກ​ຈະ​ຮ້ອງໄຫ້​ຄວນຄາງ​ເມື່ອ​ພວກເຂົາ​ຈະ​ເຫັນ​ບຸດມະນຸດ​ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່. 31ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ມາ​ພ້ອມ​ກັບ​ສຽງແກ​ດັງ​ກ້ອງສະໜັ່ນ, ເທວະດາ​ເຫລົ່ານັ້ນ​ຈະ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ ຕັ້ງແຕ່​ສຸດ​ຂອບ​ຟ້າສະຫວັນ​ເບື້ອງ​ໜຶ່ງ​ຈົນ​ເຖິງ​ສຸດ​ຂອບ​ຟ້າສະຫວັນ​ອີກ​ເບື້ອງ​ໜຶ່ງ.
32“ບັດນີ້ ຈົ່ງ​ຮຽນຮູ້​ເອົາ​ບົດຮຽນ​ນີ້​ຈາກ​ຕົ້ນໝາກເດື່ອ​ຄື: ທັນທີ​ທີ່​ກິ່ງ​ອ່ອນ ແລະ ໃບ​ຂອງ​ມັນ​ປົ່ງ​ອອກມາ ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ​ແລ້ວ. 33ຢ່າງ​ດຽວ​ກັນ​ເມື່ອ​ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫລົ່ານີ້ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະອົງ​ເຂົ້າ​ມາ​ໃກ້​ແລ້ວ, ຢູ່​ທີ່​ປະຕູ​ແລ້ວ. 34ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ໃນ​ສະໄໝ​ນີ້​ຈະ​ຍັງ​ບໍ່​ທັນ​ລ່ວງລັບ​ໄປ​ກ່ອນ​ຈົນ​ກວ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ຈະ​ເກີດຂຶ້ນ.#24:34 ຫລື ຊາດ​ພັນ 35ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.
ບໍ່​ມີ​ຜູ້ໃດ​ຮູ້​ວັນ ແລະ ເວລາ
(ລກ 12:42-46; 17:26,27)
36“ແຕ່​ເລື່ອງ​ວັນ ຫລື ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ຮູ້, ແມ່ນແຕ່​ບັນດາ​ເທວະດາ​ໃນ​ສະຫວັນ ຫລື ພຣະບຸດ#24:36 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ບໍ່​ມີ​ຂໍ້ຄວາມ​ວ່າ ຫລື ພຣະບຸດ​ກໍ​ບໍ່​ຮູ້, ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ທີ່​ຮູ້. 37ໃນ​ສະໄໝ​ຂອງ​ໂນອາ​ເປັນ​ຢ່າງໃດ ເມື່ອ​ບຸດມະນຸດ​ມາ​ກໍ​ຈະ​ເປັນ​ຢ່າງນັ້ນ. 38ເພາະວ່າ​ກ່ອນ​ວັນ​ນ້ຳຖ້ວມໂລກ​ຄົນ​ທັງຫລາຍ​ໄດ້​ກິນ ແລະ ໄດ້​ດື່ມ, ໄດ້​ແຕ່ງງານ ແລະ ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ຈົນ​ເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າໄປ​ໃນ​ເຮືອ, 39ພວກເຂົາ​ບໍ່​ຮູ້​ເລີຍ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຈົນກວ່າ​ຖືກ​ນ້ຳຖ້ວມ ແລະ ກວາດລ້າງ​ພວກເຂົາ​ໄປ​ໝົດ. ເມື່ອ​ບຸດມະນຸດ​ມາ​ກໍ​ຈະ​ເປັນ​ດັ່ງນີ້. 40ຈະ​ມີ​ຊາຍ​ສອງ​ຄົນ​ຢູ່​ໃນ​ທົ່ງນາ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້. 41ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ດ້ວຍ​ເຄື່ອງໂມ້​ທີ່​ໃຊ້​ມື​ຢູ່ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.
42“ດັ່ງນັ້ນ ຈົ່ງ​ເຝົ້າລະວັງ​ຢູ່ ເພາະ​ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ເວລາ​ໃດ. 43ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ຄື: ຖ້າ​ເຈົ້າຂອງ​ເຮືອນ​ຮູ້​ກ່ອນ​ວ່າ​ຂະໂມຍ​ຈະ​ມາ​ໃນ​ຕອນກາງຄືນ​ຈັກ​ໂມງ ລາວ​ກໍ​ຄົງ​ຈະ​ເຝົ້າລະວັງ​ຢູ່ ແລະ ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ​ໄດ້. 44ດັ່ງນັ້ນ ພວກເຈົ້າ​ຈະ​ຕ້ອງ​ຕຽມພ້ອມ​ເໝືອນກັນ ເພາະວ່າ​ບຸດມະນຸດ​ຈະ​ມາ​ໃນ​ເວລາ​ທີ່​ພວກເຈົ້າ​ບໍ່​ຄາດຄິດ.
45“ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນຮັບໃຊ້​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ບັນດາ​ຄົນຮັບໃຊ້​ໃນ​ເຮືອນ​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ? 46ຈະ​ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ຜູ້​ນັ້ນ​ເມື່ອ​ນາຍ​ກັບ​ມາ​ພົບ​ວ່າ​ລາວ​ເຮັດ​ຕາມ​ໜ້າທີ່. 47ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງ​ນາຍ. 48ແຕ່​ຖ້າ​ຄົນຮັບໃຊ້​ນັ້ນ​ເປັນ​ຄົນ​ຊົ່ວຮ້າຍ ແລະ ຄິດ​ໃນ​ໃຈ​ວ່າ, ‘ຍັງ​ອີກ​ດົນ​ທີ່​ນາຍ​ຂອງ​ຕົນ​ຈະ​ກັບມາ’ 49ແລະ ລາວ​ຈຶ່ງ​ເລີ່ມ​ຂ້ຽນຕີ​ຄົນຮັບໃຊ້​ດ້ວຍກັນ ທັງ​ກິນ ແລະ ດື່ມ​ກັບ​ຄົນ​ຂີ້ເມົາ​ດ້ວຍ 50ນາຍ​ຂອງ​ຄົນຮັບໃຊ້​ຜູ້​ນັ້ນ​ຈະ​ກັບມາ​ໃນ​ວັນ​ທີ່​ລາວ​ບໍ່​ຄາດຄິດ ແລະ ໃນ​ເວລາ​ທີ່​ລາວ​ບໍ່​ຮູ້. 51ນາຍ​ຈະ​ຕັດ​ລາວ​ເປັນ​ຕ່ອນໆ ແລະ ຈັດ​ໃຫ້​ລາວ​ໄປ​ຢູ່​ໃນ​ບ່ອນ​ຂອງ​ຄົນໜ້າຊື່ໃຈຄົດ, ທີ່​ນັ້ນ​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ.

Currently Selected:

ມັດທາຍ 24: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in