YouVersion Logo
Search Icon

ມັດທາຍ 19

19
ການຢ່າຮ້າງ
(ມຣກ 10:1-12)
1ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ອອກຈາກ​ແຂວງ​ຄາລີເລ​ໄປ​ຍັງ​ແຂວງ​ຢູດາຍ ເຊິ່ງ​ຢູ່​ທາງ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ, 2ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ດີ​ພະຍາດ​ຢູ່​ທີ່​ນັ້ນ.
3ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ຫາ​ພຣະອົງ​ເພື່ອ​ທົດລອງ​ພຣະອົງ. ພວກເຂົາ​ຖາມ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ເພາະ​ສາເຫດ​ໃດ​ກໍ​ຕາມ​ແມ່ນ​ບໍ?”
4ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ບໍ່​ໄດ້​ອ່ານ​ພຣະຄຳພີ​ບໍ​ທີ່​ວ່າ​ຕັ້ງແຕ່​ຕົ້ນເດີມ ພຣະຜູ້ສ້າງ ‘ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ’,#19:4 ປຖກ 1:27 5ແລະ ກ່າວ​ວ່າ, ‘ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ​ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ ແລະ ພວກເຂົາ​ທັງສອງ​ກໍ​ເປັນ​ກາຍ​ດຽວ​ກັນ’?#19:5 ປຖກ 2:24 6ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ໄດ້​ເປັນ​ສອງ​ອີກ​ຕໍ່ໄປ, ແຕ່​ເປັນ​ກາຍ​ດຽວ​ກັນ. ເຫດສະນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າຮ່ວມກັນ​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ”.
7ພວກເຂົາ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເປັນຫຍັງ​ໂມເຊ​ຈຶ່ງ​ສັ່ງ​ໃຫ້​ຜູ້ຊາຍ​ເຮັດ​ໜັງສື​ຢັ້ງຢືນ​ການຢ່າຮ້າງ​ໃຫ້​ເມຍ​ຂອງ​ຕົນ ແລະ ສົ່ງ​ນາງ​ໜີ​ໄປ​ໄດ້?”
8ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ອະນຸຍາດ​ໃຫ້​ພວກເຈົ້າ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໄດ້ ເພາະ​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ແຂງກະດ້າງ. ແຕ່​ບໍ່​ໄດ້​ເປັນ​ຢ່າງ​ນີ້​ຕັ້ງແຕ່​ຕົ້ນ. 9ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໂດຍ​ທີ່​ນາງ​ບໍ່​ໄດ້​ຫລິ້ນຊູ້​ກັບ​ຊາຍ​ອື່ນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້”.
10ພວກສາວົກ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ການ​ເປັນ​ຜົວເມຍ​ເປັນ​ເຊັ່ນ​ນີ້ ບໍ່​ແຕ່ງງານ​ກໍ​ຄົງ​ຈະ​ດີ​ກວ່າ”.
11ພຣະເຢຊູເຈົ້າ​ຕອບ​ວ່າ, “ບໍ່​ແມ່ນ​ທຸກຄົນ​ສາມາດ​ຮັບ​ຄຳສັ່ງສອນ​ນີ້​ໄດ້, ເວັ້ນ​ແຕ່​ບັນດາ​ຜູ້​ທີ່​ພຣະເຈົ້າ​ໃຫ້​ເທົ່ານັ້ນ 12ດ້ວຍວ່າ ມີ​ຜູ້​ເປັນ​ກະເທີຍ​ມາ​ແຕ່​ກຳເນີດ​ກໍ​ມີ, ມີ​ມະນຸດ​ເຮັດ​ໃຫ້​ເປັນ​ກະເທີຍ​ກໍ​ມີ ແລະ ຜູ້​ເລືອກ​ຈະ​ເປັນ​ໂສດ​ເພາະ​ເຫັນແກ່​ອານາຈັກ​ສະຫວັນ​ກໍ​ມີ. ຜູ້ໃດ​ຍອມຮັບ​ເຊັ່ນ​ນີ້​ໄດ້​ກໍ​ຈົ່ງ​ຮັບ​ເອົາ”.
ພຣະເຢຊູເຈົ້າ ແລະ ເດັກນ້ອຍ
(ມຣກ 10:13-16; ລກ 18:15-17)
13ຫລັງຈາກນັ້ນ ປະຊາຊົນ​ໄດ້​ນໍາ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ໃຫ້​ພຣະອົງ​ວາງມື​ໃສ່​ພວກເຂົາ ແລະ ອະທິຖານ​ເພື່ອ​ພວກເຂົາ. ແຕ່​ພວກສາວົກ​ໄດ້​ຫ້າມ​ພວກເຂົາ​ໄວ້.
14ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ມາ​ຫາ​ເຮົາ ຢ່າ​ຂັດຂວາງ​ພວກເຂົາ ເພາະ​ອານາຈັກ​ສະຫວັນ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້”. 15ເມື່ອ​ພຣະອົງ​ວາງ​ມື​ຂອງ​ພຣະອົງ​ເທິງ​ພວກເຂົາ, ພຣະອົງ​ໄດ້​ອອກ​ຈາກ​ທີ່​ນັ້ນ​ໄປ.
ເສດຖີ ແລະ ອານາຈັກ​ຂອງ​ພຣະເຈົ້າ
(ມຣກ 10:17-30; ລກ 18:18-30)
16ຄັ້ງໜຶ່ງ ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ສິ່ງ​ດີ​ອັນໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”
17ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ມາ​ຖາມ​ເຮົາ​ວ່າ​ອັນ​ໃດ​ດີ? ມີ​ຢູ່​ພຽງ​ຜູ້ດຽວ​ທີ່​ດີ. ຖ້າ​ເຈົ້າ​ປາຖະໜາ​ຈະ​ເຂົ້າ​ສູ່​ຊີວິດ ຈົ່ງ​ຮັກສາ​ຄຳສັ່ງ​ທັງຫລາຍ​ໄວ້”.
18ລາວ​ຖາມ​ຄືນ​ວ່າ, “ຄຳສັ່ງ​ຂໍ້​ໃດ?”
ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, 19ຈົ່ງ​ນັບຖື​ພໍ່ ແລະ ແມ່​ຂອງ​ເຈົ້າ’#19:19 ອພຍ 20:12-16; ພບຍ 5:16-20 ແລະ ‘ຈົ່ງ​ຮັກ​ເພື່ອນບ້ານ​ຂອງ​ເຈົ້າ​ເໝືອນ​ຮັກ​ຕົນ​ເອງ’#19:19 ລລວ 19:18”.
20ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ເຫລົ່ານີ້​ທັງໝົດ ມີ​ສິ່ງໃດ​ອີກ​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”
21ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຄົນດີ​ຄົບຖວ້ນ, ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.
22ເມື່ອ​ຊາຍ​ໜຸ່ມ​ໄດ້​ຍິນ​ເຊັ່ນ​ນັ້ນ, ລາວ​ກໍ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ​ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.
23ແລ້ວ​ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຍາກ​ຫລາຍ​ທີ່​ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ. 24ເຮົາ​ບອກ​ພວກເຈົ້າ​ອີກ​ວ່າ, ໃຫ້​ອູດ​ໂຕ​ໜຶ່ງ​ລອດ​ຮູ​ເຂັມ​ກໍ​ຍັງ​ງ່າຍ​ກວ່າ​ຄົນຮັ່ງມີ​ຈະ​ເຂົ້າ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.
25ເມື່ອ​ພວກສາວົກ​ໄດ້​ຍິນ​ດັ່ງນັ້ນ, ພວກເພິ່ນ​ກໍ​ປະຫລາດໃຈ​ຫລາຍ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ສາມາດ​ພົ້ນ​ໄດ້?”
26ພຣະເຢຊູເຈົ້າ​ແນມເບິ່ງ​ພວກເພິ່ນ ແລະ ກ່າວ​ວ່າ, “ສຳລັບ​ມະນຸດ​ກໍ​ເປັນ​ໄປ​ບໍ່​ໄດ້, ແຕ່​ສຳລັບ​ພຣະເຈົ້າ​ທຸກສິ່ງ​ເປັນ​ໄປ​ໄດ້”.
27ເປໂຕ​ຕອບ​ພຣະອົງ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກ​ສິ່ງ​ເພື່ອ​ຕິດຕາມ​ພຣະອົງ! ແລ້ວ​ພວກຂ້ານ້ອຍ​ທັງຫລາຍ​ຈະ​ໄດ້​ສິ່ງໃດ​ແດ່?”
28ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂະນະ​ທີ່​ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ໃໝ່ ເມື່ອ​ບຸດມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ, ພວກເຈົ້າ​ຜູ້​ໄດ້​ຕິດຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ຄົນ​ອິດສະຣາເອນ​ສິບສອງ​ເຜົ່າ​ເໝືອນກັນ. 29ແລະ ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່#19:29 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ແມ່ ຫລື ເມຍ ຫລື ລູກ ຫລື ໄຮ່ນາ ເພື່ອ​ເຫັນແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ. 30ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ ແລະ ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ.

Currently Selected:

ມັດທາຍ 19: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in