YouVersion Logo
Search Icon

ມັດທາຍ 15:25-27

ມັດທາຍ 15:25-27 LCV

ຍິງ​ນັ້ນ​ມາ​ຄຸເຂົ່າ​ຕໍ່ໜ້າ​ພຣະອົງ​ແລ້ວ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ຊ່ວຍ​ຂ້ານ້ອຍ​ດ້ວຍ!” ພຣະອົງ​ຕອບ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຈະ​ເອົາ​ອາຫານ​ຂອງ​ລູກ​ໂຍນ​ໃຫ້​ໝາ”. ນາງ​ຕອບ​ວ່າ, “ແມ່ນ​ແລ້ວ ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ແຕ່​ໝາ​ກໍ​ຍັງ​ໄດ້​ກິນ​ເສດອາຫານ​ທີ່​ຕົກ​ຈາກ​ໂຕະ​ນາຍ​ຂອງ​ມັນ”.