YouVersion Logo
Search Icon

ລູກາ 14:28-30

ລູກາ 14:28-30 LCV

“ສົມມຸດ​ວ່າ ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຕ້ອງການ​ຈະ​ສ້າງ​ຫໍຄອຍ​ແຫ່ງ​ໜຶ່ງ. ລາວ​ຈະ​ບໍ່​ນັ່ງ​ລົງ​ຄິດໄລ່​ລາຄາ​ກ່ອນ​ວ່າ​ຕົນ​ຈະ​ມີ​ເງິນ​ພຽງພໍ​ທີ່​ຈະ​ສ້າງ​ໃຫ້​ສຳເລັດ ຫລື ບໍ່? ເພາະວ່າ​ຖ້າ​ພວກເຈົ້າ​ວາງ​ຮາກຖານ​ລົງ​ແລ້ວ ແລະ ບໍ່​ສາມາດ​ສ້າງ​ໃຫ້​ສຳເລັດ​ໄດ້, ທຸກຄົນ​ທີ່​ເຫັນ​ກໍ​ຈະ​ກ່າວ​ເຢາະເຢີ້ຍ​ພວກເຈົ້າ, ໂດຍ​ກ່າວ​ວ່າ, ‘ຄົນ​ນີ້​ເລີ່ມຕົ້ນ​ກໍ່ສ້າງ ແຕ່​ບໍ່​ສາມາດ​ເຮັດ​ໃຫ້​ສຳເລັດ’.