ລູກາ 13:18-19
ລູກາ 13:18-19 LCV
ແລ້ວພຣະເຢຊູເຈົ້າຖາມວ່າ, “ອານາຈັກຂອງພຣະເຈົ້າເປັນເໝືອນອັນໃດ? ເຮົາຈະປຽບທຽບອານາຈັກນັ້ນກັບອັນໃດດີ? ກໍເໝືອນແກ່ນຜັກກາດເມັດໜຶ່ງ ເຊິ່ງມີຊາຍຄົນໜຶ່ງເອົາໄປ ແລ້ວກໍປູກໄວ້ໃນສວນຂອງຕົນ. ມັນກໍໃຫຍ່ຂຶ້ນ ແລະ ກາຍເປັນຕົ້ນໄມ້ໃຫ້ຝູງນົກຈັບຢູ່ຕາມງ່າຂອງມັນ”.