ກິດຈະການ 5:3-5
ກິດຈະການ 5:3-5 LCV
ແລ້ວເປໂຕຈຶ່ງກ່າວວ່າ, “ອານາເນຍ, ດ້ວຍເຫດໃດ ໃຈຂອງເຈົ້າຈຶ່ງເຕັມໄປດ້ວຍມານຊາຕານ ເຈົ້າຈຶ່ງຕົວະຕໍ່ພຣະວິນຍານບໍລິສຸດເຈົ້າ ແລະ ເກັບເງິນຄ່າທີ່ດິນຈຳນວນໜຶ່ງທີ່ເຈົ້າໄດ້ຮັບສຳລັບທີ່ດິນໄວ້ເພື່ອເຈົ້າເອງ? ກ່ອນທີ່ເຈົ້າບໍ່ທັນໄດ້ຂາຍ ດິນຕອນນີ້ກໍເປັນຂອງເຈົ້າບໍ່ແມ່ນບໍ? ແລະ ເມື່ອຂາຍດິນນັ້ນແລ້ວ, ເງິນກໍຢູ່ໃນອຳນາດຂອງເຈົ້າບໍ່ແມ່ນບໍ? ແມ່ນຫຍັງເຮັດໃຫ້ເຈົ້າຄິດເຮັດຢ່າງນີ້? ເຈົ້າບໍ່ໄດ້ຕົວະມະນຸດແຕ່ໄດ້ຕົວະພຣະເຈົ້າ”. ເມື່ອອານາເນຍໄດ້ຍິນດັ່ງນີ້, ລາວກໍລົ້ມລົງຕາຍ. ແລະ ຄົນທັງປວງທີ່ໄດ້ຍິນສິ່ງທີ່ເກີດຂຶ້ນນັ້ນຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່.