ໂຣມ 1:20-21
ໂຣມ 1:20-21 ພຄພ
ຕັ້ງແຕ່ເລີ່ມສ້າງໂລກມາ ສະພາບທີ່ບໍ່ປາກົດຂອງພຣະເຈົ້າ ຄືຣິດທານຸພາບອັນຖາວອນ ແລະຄວາມເປັນພຣະເຈົ້າຂອງພຣະອົງ ກໍໄດ້ປາກົດແຈ້ງໃນສັບພະສິ່ງທີ່ພຣະອົງຊົງສ້າງ. ສະນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວໄດ້, ເພາະພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ແຕ່ພວກເຂົາບໍ່ໄດ້ຖວາຍກຽດແກ່ພຣະອົງ ສົມກັບການຊົງເປັນພຣະເຈົ້າ ທັງບໍ່ໄດ້ໂມທະນາພຣະຄຸນຂອງພຣະອົງ ກົງກັນຂ້າມ ຄວາມຄິດຂອງພວກເຂົາຊໍ້າກາຍເປັນສິ່ງໄຮ້ປະໂຫຍດ ແລະໃຈໂງ່ຂອງພວກເຂົາກໍມືດມົວໄປ.