ໂຣມ 1
1
ຕົ້ນເຫດທີ່ພຣະເຈົ້າຊົງເອີ້ນໂປໂລເຂົ້າຮັບໃຊ້ປະກາດຂ່າວປະເສີດ
1ເຮົາຄືໂປໂລ ຜູ້ຮັບໃຊ້ຄົນໜຶ່ງຂອງພຣະເຢຊູຄຣິດເຈົ້າ ທີ່ພຣະອົງຊົງເອີ້ນໃຫ້ເປັນອັກຄະສາວົກ ແລະໄດ້ຊົງຄັດອອກຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ.
2ຄືຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງໜ້າ ໂດຍທາງຜູ້ທຳນວາຍຂອງພຣະອົງໃນພຣະຄຳພີອັນສັກສິດ. 3ເປັນຂ່າວປະເສີດເລື່ອງພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າຂອງພວກເຮົາທັງຫລາຍ ຜູ້ຊົງບັງເກີດໃນເຊື້ອວົງຂອງດາວິດຝ່າຍເນື້ອກາຍ 4ແຕ່ຝ່າຍພຣະວິນຍານແຫ່ງຄວາມບໍຣິສຸດນັ້ນ ໄດ້ຊົງປະກາດດ້ວຍຣິດທານຸພາບ ຄືໂດຍການທີ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນຂຶ້ນມາຈາກຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ. 5ໂດຍທາງພຣະອົງນີ້ແຫຼະ ເຮົາໄດ້ຮັບພຣະຄຸນ ແລະໜ້າທີ່ເປັນອັກຄະສາວົກ ເພື່ອເຫັນແກ່ພຣະນາມຂອງພຣະອົງ ໃຫ້ໄປປະກາດທ່າມກາງຊົນຊາດຕ່າງໆໃຫ້ເຂົາເຊື່ອຟັງ. 6ລວມທັງພວກເຈົ້າ ທີ່ພຣະເຈົ້າຊົງເອີ້ນໃຫ້ເປັນໄພ່ພົນຂອງພຣະເຢຊູຄຣິດເຈົ້າເໝືອນກັນ.
7ເຖິງ ບັນດາຄົນທັງຫລາຍໃນນະຄອນໂຣມທີ່ພຣະເຈົ້າຊົງຮັກ ແລະຊົງເອີ້ນໃຫ້ເປັນໄພ່ພົນບໍຣິສຸດຂອງພຣະອົງ.
ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ໂຜດປະທານພຣະຄຸນ ແລະສັນຕິສຸກໃຫ້ມີຢູ່ກັບເຈົ້າທັງຫລາຍເທີ້ນ.
ຄຳພາວັນນາອະທິຖານໂມທະນາຂອບພຣະຄຸນພຣະເຈົ້າ
8ກ່ອນອື່ນ ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ໂດຍທາງພຣະເຢຊູເຈົ້າເພື່ອພວກເຈົ້າທຸກຄົນ ດ້ວຍວ່າ ຄວາມເຊື່ອຂອງພວກເຈົ້າກຳລັງຊ່າລືໄປທົ່ວໂລກ. 9ເພາະວ່າພຣະເຈົ້າຜູ້ທີ່ເຮົາຮັບໃຊ້ດ້ວຍຊີວິດຈິດໃຈ ໃນການປະກາດຂ່າວປະເສີດເລື່ອງພຣະບຸດຂອງພຣະອົງນັ້ນ ພຣະອົງຊົງເປັນພະຍານຝ່າຍເຮົາວ່າ ເມື່ອເຮົາພາວັນນາອະທິຖານນັ້ນ ເຮົາກໍລະນຶກເຖິງພວກເຈົ້າສະເໝີບໍ່ໄດ້ຂາດ. 10ທຸກຄັ້ງທີ່ເຮົາພາວັນນາອະທິຖານ ເຮົາຂໍກັບພຣະເຈົ້າວ່າ ຖ້າເປັນຕາມນໍ້າພຣະໄທຂອງພຣະອົງແລ້ວ ໃນໂອກາດສຸດທ້າຍນີ້ ໃຫ້ເຮົາໄດ້ມາຢ້ຽມຢາມພວກເຈົ້າດ້ວຍວິທີໃດວິທີໜຶ່ງ. 11ດ້ວຍວ່າ, ເຮົາປາຖະໜາຢາກເຫັນພວກເຈົ້າຫລາຍ ເພື່ອຈະໄດ້ນຳເອົາຂອງປະທານຝ່າຍຈິດວິນຍານບາງຢ່າງ ມາໃຫ້ພວກເຈົ້າເພື່ອເສີມກຳລັງໃຈພວກເຈົ້າ. 12ຄືວ່າດ້ວຍຄວາມເຊື່ອຂອງພວກເຮົາທັງສອງຝ່າຍນັ້ນ ຈະໄດ້ໜູນໃຈຊຶ່ງກັນແລະກັນ.
13ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ເຮົາໄດ້ຕັ້ງໃຈຫລາຍເທື່ອແລ້ວວ່າຈະມາຢາມພວກເຈົ້າ ເພື່ອຈະໄດ້ຮັບຜົນບາງຢ່າງໃນທ່າມກາງພວກເຈົ້າ ເໝືອນດັ່ງໄດ້ຮັບຜົນໃນທ່າມກາງຊາວຕ່າງປະເທດແລ້ວ ແຕ່ຈົນເຖິງບັດນີ້ກໍຍັງມີເຫດຂັດຂວາງຢູ່. 14ເຮົາເປັນໜີ້ທັງຄົນສີວິໄລ ແລະຄົນຕໍ່າຊ້າ, ເປັນໜີ້ທັງພວກນັກປາດ ແລະພວກຄົນໂງ່ດ້ວຍ. 15ດ້ວຍເຫດນັ້ນ ເຮົາຈຶ່ງຮີບຮ້ອນປະກາດຂ່າວປະເສີດແກ່ພວກເຈົ້າ ທີ່ຢູ່ໃນນະຄອນໂຣມນີ້ເໝືອນກັນ.
ຣິດອຳນາດຂອງຂ່າວປະເສີດ
16ເພາະວ່າ ເຮົາບໍ່ມີຄວາມລະອາຍໃນຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດນັ້ນເປັນຣິດເດດອຳນາດຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບຄວາມພົ້ນ ພວກຢິວກ່ອນ ແລະຄົນຕ່າງຊາດດ້ວຍ. 17ເພາະໃນຂ່າວປະເສີດນັ້ນ ມີຄວາມຊອບທຳຂອງພຣະເຈົ້າໂດຍເລີ່ມຕົ້ນດ້ວຍຄວາມເຊື່ອ ແລະສຸດທ້າຍກໍດ້ວຍຄວາມເຊື່ອຢ່າງດຽວ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ທີ່ຊົງຖືວ່າ ເປັນຄົນຊອບທຳເພາະດ້ວຍຄວາມເຊື່ອ ຜູ້ນັ້ນແຫຼະ ຈະໄດ້ຊີວິດ.”
ໂທດຂອງມະນຸດຊາດ
18ດ້ວຍວ່າ, ຄວາມໂກດຮ້າຍຂອງພຣະເຈົ້າ ກໍຊົງປາກົດໃຫ້ເຫັນຈາກສະຫວັນ ຕໍ່ສູ້ການບໍ່ນັບຖືພຣະເຈົ້າ ແລະຄວາມຄິດຮ້າຍທຸກຢ່າງຂອງມະນຸດ ຄືຄົນເຫຼົ່ານັ້ນທີ່ເອົາຄວາມຊົ່ວຮ້າຍມາຂັດຂວາງຄວາມຈິງ. 19ເຫດວ່າ ທີ່ຈະຮູ້ຈັກພຣະເຈົ້າໄດ້ເທົ່າໃດນັ້ນ ກໍໄດ້ປາກົດແຈ້ງໃນໃຈຂອງພວກເຂົາ ດ້ວຍວ່າພຣະເຈົ້າໂຜດສຳແດງໃຫ້ພວກເຂົາຮູ້ແລ້ວ. 20ຕັ້ງແຕ່ເລີ່ມສ້າງໂລກມາ ສະພາບທີ່ບໍ່ປາກົດຂອງພຣະເຈົ້າ ຄືຣິດທານຸພາບອັນຖາວອນ ແລະຄວາມເປັນພຣະເຈົ້າຂອງພຣະອົງ ກໍໄດ້ປາກົດແຈ້ງໃນສັບພະສິ່ງທີ່ພຣະອົງຊົງສ້າງ. ສະນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວໄດ້, 21ເພາະພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ແຕ່ພວກເຂົາບໍ່ໄດ້ຖວາຍກຽດແກ່ພຣະອົງ ສົມກັບການຊົງເປັນພຣະເຈົ້າ ທັງບໍ່ໄດ້ໂມທະນາພຣະຄຸນຂອງພຣະອົງ ກົງກັນຂ້າມ ຄວາມຄິດຂອງພວກເຂົາຊໍ້າກາຍເປັນສິ່ງໄຮ້ປະໂຫຍດ ແລະໃຈໂງ່ຂອງພວກເຂົາກໍມືດມົວໄປ. 22ພວກເຂົາອ້າງຕົນວ່າ ເປັນຄົນສະຫລາດ ພວກເຂົາຈຶ່ງກາຍເປັນຄົນໂງ່ໄປ, 23ພວກເຂົາໄດ້ເອົາຮູບມະນຸດທີ່ຕາຍເປັນ ຫລືຮູບນົກ ຮູບສັດສີ່ຕີນ ແລະຮູບສັດເລືອຄານ ມາປ່ຽນແທນສະຫງ່າຣາສີຂອງພຣະເຈົ້າອົງຕາຍບໍ່ເປັນ.
24ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງປ່ອຍມະນຸດໃຫ້ເຮັດການຊົ່ວຊ້າ ຕາມຣາຄະຕັນຫາໃນໃຈຂອງພວກເຂົາ ແລະພວກເຂົາຈຶ່ງເຮັດໃນສິ່ງທີ່ໜ້າອັບອາຍທາງຮ່າງກາຍຕໍ່ກັນ. 25ເພາະພວກເຂົາເອົາຄວາມຈິງເລື່ອງພຣະເຈົ້າ ມາປ່ຽນເປັນຄວາມບໍ່ຈິງ, ພວກເຂົາຂາບໄຫວ້ ແລະຮັບໃຊ້ສິ່ງທີ່ພຣະເຈົ້າໄດ້ສ້າງມາ ແທນພຣະອົງຜູ້ຊົງສ້າງ ຄືຜູ້ທີ່ສົມຄວນຈະໄດ້ຮັບຄຳຍ້ອງຍໍສັນລະເສີນເປັນນິດ ອາແມນ.
26ເພາະດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ປ່ອຍພວກເຂົາໃຫ້ຢູ່ໃຕ້ກິເລດຕັນຫາຢ່າງໜ້າອັບອາຍ ແມ່ຍິງປ່ຽນຄວາມສຳພັນທາງເພດຕາມທຳມະຊາດ ໃຫ້ຜິດທຳມະຊາດໄປ. 27ແລະໃນທຳນອງດຽວກັນ ພວກຜູ້ຊາຍກໍເລີກຄວາມສຳພັນທາງເພດຕາມທຳມະຊາດກັບແມ່ຍິງ ແລະເຕັມດ້ວຍໄຟແຫ່ງກິເລດຕັນຫາຕໍ່ກັນແລະກັນ ພວກຜູ້ຊາຍເຮັດສິ່ງໜ້າອັບອາຍຕໍ່ກັນແລະກັນ ສິ່ງທີ່ຕາມມາ ຄືພວກເຂົາໄດ້ຮັບຜົນກຳຊົ່ວ ສົມກັບການກະທຳຂອງຕົນ.
28ຍ້ອນຄົນເຫຼົ່ານີ້ບໍ່ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາຈົມຢູ່ໃນຄວາມຄິດຊົ່ວ ເພື່ອພວກເຂົາຈະເຮັດໃນສິ່ງທີ່ບໍ່ສົມຄວນເຮັດ. 29ພວກເຂົາເຕັມໄປດ້ວຍຄວາມຊົ່ວຊ້າທຸກປະການ, ຄວາມຮ້າຍກາດ, ຄວາມໂລບມາກ ແລະການປອງຮ້າຍ, ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຂ້າຟັນ, ການສູ້ຮົບຕົບຕີ, ການຫລອກລວງ, ການຜູກພະຍາບາດ, ພວກເຂົາເວົ້າຂວັນນິນທາກັນ 30ແລະເວົ້າໃສ່ຮ້າຍປ້າຍສີກັນ, ການກຽດຊັງພຣະເຈົ້າ, ຂີ້ອົ່ງໝິ່ນປະໝາດ, ຈອງຫອງ, ອວດຕົວ, ປະດິດຄິດແຕ່ງການຊົ່ວຊ້າຂຶ້ນ, ບໍ່ຟັງຄວາມພໍ່ແມ່, 31ໃຈບໍ່ສັງເກດການດີແລະຊົ່ວ, ບໍ່ຖືຄຳໝັ້ນສັນຍາ ແລະຂາດຄວາມຮັກຕໍ່ກັນ ບໍ່ມີຄວາມເມດຕາເອັນດູແກ່ຜູ້ອື່ນ. 32ເຖິງແມ່ນພວກເຂົາຮູ້ຈັກກົດບັນຍັດຂອງພຣະເຈົ້າທີ່ກ່າວວ່າ ຄົນທີ່ກະທຳຢ່າງນັ້ນ ກໍສົມຄວນຕ້ອງຕາຍ, ເຖິງປານນັ້ນ ພວກເຂົາກໍຍັງເຮັດຢູ່ ແລະທັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນອີກດ້ວຍ.
Currently Selected:
ໂຣມ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.