YouVersion Logo
Search Icon

ມັດທາຍ 9:27-31

ມັດທາຍ 9:27-31 ພຄພ

ເມື່ອ​ພຣະເຢຊູເຈົ້າ​ຈາກ​ບ່ອນ​ນັ້ນ​ແລະ​ຜ່ານ​ໄປ ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຕິດຕາມ​ພຣະອົງ​ໄປ ແລະ​ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.” ເມື່ອ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ຊາຍ​ຕາບອດ​ສອງ​ຄົນ​ນັ້ນ ກໍ​ເຂົ້າ​ມາ​ຫາ​ພຣະອົງ ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ເຊື່ອ​ວ່າ​ເຮົາ​ຊົງ​ໂຜດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍ​ດີ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ເຊື່ອ ທ່ານເອີຍ”. ແລ້ວ​ພຣະອົງ​ກໍໄດ້​ບາຍ​ຕາ​ຂອງ​ພວກເຂົາ ແລະ​ກ່າວ​ວ່າ, “ໃຫ້​ເປັນ​ໄປ​ຕາມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ເຖີດ.” ແລ້ວ​ຕາ​ຂອງ​ພວກເຂົາ​ກໍ​ກັບ​ເຫັນ​ຮຸ່ງ. ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເຂັ້ມງວດ​ໜັກແໜ້ນ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້ໃດ​ຮູ້​ເປັນ​ເດັດຂາດ.” ແຕ່​ເມື່ອ​ພວກເຂົາ​ຈາກ​ໄປ​ແລ້ວ ພວກເຂົາ​ກໍ​ປະກາດ​ຂ່າວ​ກ່ຽວກັບ​ພຣະອົງ ໃຫ້​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.

Free Reading Plans and Devotionals related to ມັດທາຍ 9:27-31